ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ໃຊ້ຄຳປາໄສຕໍ່ສະພາ ແລະ ປະເທດຊາດ ເພື່ອອະທິບາຍມູນເຊື້ອຂອງ ສະຫະລັດ ຢູ່ໃນ ແລະ ຕ່າງປະເທດ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດ ໃນກອງປະຊຸມຮ່ວມຂອງລັດຖະສະພາ ຢູ່ຫໍລັດຖະສະພາໃນນະຄອນຫຼວງ ວໍຊິງຕັນ. 1 ມີນາ, 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດ ໃນກອງປະຊຸມຮ່ວມຂອງລັດຖະສະພາ ຢູ່ຫໍລັດຖະສະພາໃນນະຄອນຫຼວງ ວໍຊິງຕັນ. 1 ມີນາ, 2022.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຂຶ້ນກ່າວຄຳ​ປາ​ໄສຕໍ່ສະພາ ແລະ ປະເທດຊາດຄັ້ງທຳອິດຂອງທ່ານ ໃນຄືນວານອັງຄານວານນີ້ດ້ວຍຄຳເວົ້າທີ່ຮຸນແຮງສຳລັບຄູ່ປໍລະປັກຜະເດັດການຂອງທ່ານ ແລະ ການປອບໃຈສຳລັບປະຊາກອນທີ່ຕົກຢູ່ໃນສະຖານະການຫຍຸ້ງຍາກຂອງທ່ານ, ຖືກທຳຮ້າຍໂດຍໂຣກລະບາດທີ່ທໍລະຫົດ, ລາຄາສິນຄ້າທີ່ສູງຂຶ້ນ ແລະ ການແຕກແຍກທາງການເມືອງທີ່ຂົມຂື່ນ.

ຕະຫຼອດການກ່າວຄຳປາ​ໄສນັ້ນ, ທ່ານ ໄບເດັນ ໄດ້ກ່າວຢໍ້າເຖິງຄຸນຄ່າດຽວກັນທີ່ທ່ານໄດ້ຮຽກຮ້ອງຊາວ ອາເມຣິກັນ ໃຫ້ຮັບເອົາຄຳເວົ້າທີ່ໄດ້ກ່າວໃນຄຳປາໄສສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານຄື: ຄວາມສັກມັກຄີ.

ທ່ານ ໄບເດັນ ໄດ້ກ່າວໃນຕອນສະຫຼຸບຂອງຄຳປາໄສທີ່ຍາວປະມານນຶ່ງຊົ່ວໂມງທີ່ມີຫຼາຍຫົວຂໍ້ນັບຈາກວິກິດການ ຢູເຄຣນ ​ບັນຫາເສດຖະກິດ ສະຫະລັດ ເຖິງໂຣກລະບາດ, ແລະ ການປະຕິຮູບກົດໝາຍນິຕິບັນຍັດໃນຂົງເຂດຕ່າງໆຄືສິດທິໃນການຄອບຄອງປືນ ແລະ ສິດທິໃນການລົງຄະແນນສຽງວ່າ “ພວກເຮົາແມ່ນພຽງປະເທດດຽວໃນໂລກ ທີ່ມັກຈະປ່ຽນແປງທຸກໆວິກິດການ ທີ່ພວກເຮົາໄດ້ປະເຊີນມາເປັນໂອກາດ.”

ທ່ານໄດ້ກ່າວວ່າ “ມື້ນີ້ພວກເຮົາແມ່ນແຂງແກ່ນກວ່າທີ່ເຮົາເປັນໃນນຶ່ງປີທີ່ຜ່ານມາ. ແລະພວກເຮົາຈະແຂງແກ່ນກວ່າທີ່ເຮົາເປັນໃນມື້ນີ້ນຶ່ງປີຈາກນີ້ເປັນຕົ້ນໄປ. ຕອນນີ້ແມ່ນຊ່ວງເວລາຂອງພວກເຮົາທີ່ຈະປະເຊີນ ແລະ ເອົາຊະນະສິ່ງທ້າທາຍຕ່າງໆໃນຊ່ວງເວລາຂອງພວກເຮົາ.”

ໃນຂະນະທີ່ບັນດາສະມາຊິກລັດຖະສະພາທີ່ໄກວ່ທຸງສີຟ້າ ແລະ ເຫຼືອງຂອງ ຢູເຄຣນ ໄປມານັ້ນ, ທ່ານ ໄບເດັນ ບໍ່ໄດ້ເສຍເວລາທີ່ຈະກ່າວເຖິງຄວາມຂັດແຍ້ງທີ່ຮຸນແຮງຂຶ້ນລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ໂດຍປະກາດວ່າທ່ານຈະປິດນ່ານຟ້າ ສະຫະລັດ ຕໍ່ຖ້ຽວບິນ ຣັດເຊຍ ໃນທັນທີ. ທ່ານໄດ້ກ່າວ ກ່ຽວກັບ ຫົວຂໍ້ທີ່ວ່ານັ້ນເປັນເວລາ 10 ນາທີ.

ທ່ານໄດ້ກ່າວຕໍ່ສິ່ງທີ່ປາກົດວ່າຈະເປັນການຕົບມືຊົມເຊີຍຢ່າງກວ້າງຂວາງຈາກຝູງຜູ້ຊົມຈາກທັງພັກເດໂມແຄຣັດ ແລະ ຣີພັບບລີກັນ ວ່າ “ຫົກວັນທີ່ຜ່ານມາ, ທ່ານ ວລາດິເມຍ ປູຕິນ ຂອງ ຣັດເຊຍ ໄດ້ສັ່ນຄອນພື້ນຖານຂອງໂລກທີ່ເສລີໂດຍຄິດວ່າລາວສາມາດກົ່ງມັນໄປຫາວິທີທາງທີ່ອັນຕະລາຍຂອງລາວ. ແຕ່ລາວໄດ້ຄິດໄລ່ມັນຢ່າງຜິດພາດ. ລາວຄິດວ່າພວກເຮົາຈະເຂົ້າໄປໃນ ຢູເຄຣນ ແລະ ໂລກຈະເຂົ້າໄປ. ແຕ່ກົງກັນຂ້າມລາວໄດ້ພົບກັບກຳແພງແຫ່ງຄວາມເຂັ້ມແຂງທີ່ລາວບໍ່ເຄີຍຄິດ. ລາວໄດ້ພົບກັບປະຊາຊົນ ຢູເຄຣນ.”

ໃນຂະນະທີ່ທ່ານໄດ້ກ່າວຢໍ້າເຖິງຈຸດນັ້ນ, ທ່ານນາງ ອົກຊານາ ມາຄາໂຣວາ, ເອກອັກຄະລັດຖະທູດຂອງ ຢູເຄຣນ ປະຈຳ ສະຫະລັດ, ໄດ້ເຂົ້າຮ່ວມກັບສະຕີໝາຍເລກນຶ່ງ, ທ່ານນາງ ຈິລ ໄບເດັນ ຢູ່ໃນກອບຜູ້ຊົມຂອງທ່ານນາງ, ແລະ ໄດ້ຖືກຕ້ອນຮັບດ້ວຍການຢືນຕົບມື. ທຳນຽບຂາວໄດ້ກ່າວວ່າ ສະຕີໝາຍເລກນຶ່ງມີການຖັກແຊ່ວຮູບດອກຕາເວັນນ້ອຍ, ເຊິ່ງແມ່ນດອກໄມ້ແຫ່ງຊາດຂອງ ຢູເຄຣນ, ຫຍິບໃສ່ແຂນຂອງຊຸດສີຟ້າຂອງທ່ານນາງສຳລັບຄຳປາໄສນັ້ນ.

ພວກ​ເຮົາ​ຍັງ​ມີ​ລາຍ​ລະ​ອຽດ ມາ​ສ​ະ​ເໜີ​ທ່ານ​ຕື່ມ ຫຼັງ​ພາກ​ຂ່າວ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG