ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ທ່ານ ໄບເດັນ ແລະ ທ່ານ ທຣໍາ ຮ່ວມງານກັນຊຸກຍູ້ໃຫ້ມີການຢຸດຍິງໃນຂົງເຂດກາຊາ ກ່ອນວັນທີ 20 ມັງກອນ


ວີດີໂອລາຍງານກ່ຽວກັບ ການຮ່ວມງານກັນຊຸກຍູ້ໃຫ້ມີການຢຸດຍິງໃນຂົງເຂດກາຊາ ກ່ອນວັນທີ 20 ມັງກອນ ຂອງ ທ່ານ ໄບເດັນ ແລະ ທ່ານ ທຣໍາ.

ເຫຼືອເວລາພຽງ 2 ອາທິດ ກ່ອນທີ່ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຈະໝົດວາລະໃນການດໍາລົງຕຳແໜ່ງຂອງທ່ານ, ບັນດາຜູ້ຊ່ວຍຂອງທ່ານ ກຳລັງເຮັດວຽກຮ່ວມກັບທີມງານຂອງປະທານາທິບໍດີ ທີ່ຖືກເລືອກ ທ່ານ ດໍໂນລ ທຣໍາ ເພື່ອຜັກດັນໃຫ້ມີການຢຸດຍິງຢູ່ຂົງເຂດກາຊາ.

ການເສຍຊີວິດ ແລະການທຳລາຍລ້າງ ຍັງຄົງເປັນຄວາມຈິງໃນຊີວິດປະຈຳວັນຂອງຊາວປາແລັສໄຕນ໌ ຢູ່ຂົງເຂດກາຊາ, ເຖິງແມ່ນ ສະຫະລັດ ຈະຜັກດັນໃຫ້ມີການຢຸດຍິງລະຫວ່າງ ອິສະຣາແອລ ແລະ ກຸ່ມຮາມາສ ກ່ອນທີ່ປະທານາທິບໍດີ ໂຈ ໄບເດັນ ຈະພົ້ນຈາກຕຳແໜ່ງຂອງເພິ່ນ ໃນວັນທີ 20 ມັງກອນນີ້ ກໍຕາມ.

ທ່ານ ໂຈ ໄບເດັນ, ປະທານາທິບໍດີສະຫະລັດ ກ່າວວ່າ:

“ພວກເຮົາກໍາລັງເຫັນຄວາມຄືບໜ້າບາງຢ່າງ. ແລະ, ກໍຄົງຮັບຮູ້ດີວ່າ ຄວາມຫວັງຍັງຄົງມີຢູ່ສະເໝີ, ແຕ່ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຍັງມີຄວາມຫວັງ ທີ່ພວກເຮົາຈະສາມາດເຮັດໃຫ້ມີການແລກປ່ຽນນັກໂທດໄດ້. ປັດຈຸບັນ, ກຸ່ມຮາມາສ ແມ່ນຜູ້ທີ່ຂັດຂວາງໃນການແລກປ່ຽນດັ່ງກ່າວນັ້ນ. ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາອາດຈະສາມາດເຮັດໃຫ້ສໍາເລັດໄດ້. ພວກເຮົາຈໍາເປັນຕ້ອງເຮັດໃຫ້ມັນສໍາເລັດ.”

ທີມງານຂອງ ທ່ານ ໄບເດັນ ກໍາລັງປະສານງານກັບລັດຖະບານທີ່ກໍາລັງຈະເຂົ້າມາບໍລິຫານປະເທດຂອງວ່າທີປະທານາທິບໍດີ ທ່ານ ດໍໂນລ ທຣໍາ, ໃນຂະນະທີ່ນັກການທູດຂອງ ທ່ານ ໄບເດັນ, ທ່ານ ອາໂມສ ຮອສຕີນ໌ (Amos Hochstein) ຍັງຄົງສືບຕໍ່ຊຸກຍູ້ວຽກງານທາງດ້ານການທູດຂອງພວກເຂົາເຈົ້າຢູ່ໃນພູມິພາກແຫ່ງນີ້. ໃນອາທິດນີ້ ທ່ານ ທຣໍາ ສົ່ງນັກການທູດສໍາລັບພາກຕາເວັນອອກກາງຂອງທ່ານ, ທ່ານ ສຕີບ ວິດຄອຟ (Steve Witkoff) ເພື່ອດໍາເນີນການ​ໂອ້​ລົມ​ກັບ​ບັນດາເຈົ້າ​ໜ້າ​ທີ່ຂອງປະເທດ​ກາ​ຕ້າ ຜູ້​ທີ່​ເປັນ​ຄູ່​ສົນທະນາກັບກຸ່ມຮາມາສ.

ທ່ານ ສຕີບ ວິດຄອຟ, ທູດດ້ານວຽກງານປະຈໍາພາກຕາເວັນອອກກາງຂອງ ທ່ານ ທຣໍາ ກ່າວວ່າ:

“ຄວາມຈິງແລ້ວ ຂ້າພະເຈົ້າເຊື່ອວ່າ ພວກເຮົາກໍາລັງເຮັດວຽກຮ່ວມກັນໃນທາງທີ່ດີ. ແຕ່ປະທານາທິບໍດີ, ຊື່ສຽງຂອງທ່ານ, ສິ່ງທີ່ທ່ານໄດ້ເວົ້າ, ແລະສິ່ງທີ່ທ່ານເວົ້ານັ້ນ ເປັນໂຕຂັບເຄື່ອນການເຈລະຈາໃນຄັ້ງນີ້.”

ໃນ​ຕົ້ນ​ອາທິດທີ່ຜ່ານມາ​ນີ້, ທ່ານ​ ທຣຳ ​ໄດ້​ກ່າວ​ເນັ້ນຢໍ້າຄຳ​ສັ່ງ​ຂອງ​ທ່ານ​ຄືນ​ໃໝ່​ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ຈະ​ປ່ອຍ​ໂຕ​ປະກັນ​ຊາວ​ອິສຣາ​ແອ​ລ​ ທີ່ຖືກ​ກຸ່ມຮາມາສຈັບ​ໄວ້.

ທ່ານ ດໍໂນລ ທຣໍາ, ວ່າທີປະທານາທິບໍດີສະຫະລັດ ກ່າວວ່າ:

“ຖ້າພວກເຂົາເຈົ້າບໍ່ກັບຄືນມາກ່ອນທີ່ຂ້າພະເຈົ້າຈະເຂົ້າຮັບຕໍາແໜ່ງ, ຄວາມວຸ້ນວາຍຈະລະເບີດຂຶ້ນ ໃນພາກຕາເວັນອອກກາງ.”

ບັນດານັກວິ​ເຄາະ​ກ່າວ​ວ່າ ຄວາມ​ຮຽກຮ້ອງຂອງ ​ທ່ານ ທຣໍາ ບໍ່​ອາດຈະເຮັດໃຫ້​ກຸ່ມຮາມາສປ່ຽນໃຈໄດ້ ​ເນື່ອງຈາກ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ຖືກ​ກຳນົດໂດຍ ​ສະຫະລັດ ນີ້ ​ໄດ້​ຖືກ​ໂຈມ​ຕີ​ຈາກກອງກໍາລັງ​ທະຫານ​ຂອງ​ອິສຣາ​ແອ​ລ. ​ແລະອາດຈະ​ບໍ່ມີຜົນ​ໃດໆຕໍ່​ບັນຫາຕ່າງໆ ​ທີ່​ຍັງ​ຄົງຄ້າງຢູ່​ໃນ​ການປະຊຸມ​ເຈລະຈາ.

ທ່ານ ແອຣອນ ເດວິດ ມິລເລີ (Aaron David Miller), ອະດີດ​ຜູ້​ເຈລະຈາ​ດ້ານວຽກງານໃນພາກ​ຕາ​ເວັນ​ອອກ​ກາງ​ຂອງ​ສະຫະລັດ ​ແລະເປັນພະນັກງານ​ອາວຸ​ໂສ​ຂອງ ຄາຣ໌ນີກີ ເອັນດາວເມັນ ເພື່ອ ສັນຕິພາບສາກົນ.

ແອຣອນ ເດວິດ ມິລເລີ, ຈາກມູນນິທິ ຄາຣ໌ນິກີ ເອັນດາວເມັນ ເພື່ອສັນຕິພາບສາກົນ ກ່າວຜ່ານສໄກປ໌ ວ່າ:

“ຈຳນວນນັກໂທດທີ່ຈະຖືກປ່ອຍ, ແລະໂຕປະກັນມີຈໍານວນເທົ່າໃດ? ຫຼັກຖານຂອງຊີວິດແມ່ນຫຍັງ? ໂຕປະກັນທີ່ຍັງມີຊີວິດຢູ່ບ່ອນໃດ? ຈະຕ້ອງສົ່ງໂຕກັບຄືນໃນໄລຍະທໍາອິດຂອງການຢຸດຍິງ ຈໍານວນເທົ່າໃດ? ສິ່ງຕ່າງໆເຫຼົ່ານີ້ແມ່ນບັນຫາທີ່ມີສ່ວນກ່ຽວຂ້ອງໜ້ອຍທີ່ສຸດໃນດ້ານການເມືອງຂອງລັດຖະບານ ທ່ານ ທຣໍາ ທີ່ກໍາລັງເຂົ້າມາ.”

ໃນ​ວັນ​ພະຫັດທີ່ຜ່ານມາ, ທ່ານ ໄບເດັນ ​ໄດ້​ສະແດງຄວາມຍິນດີທີ່ລັດຖະສະພາຂອງ ເລບານອນ ທໍາ​ການ​ເລືອກ​ ​ທ່ານ ໂຈເຊັບ ອາວອຸນ (Joseph Aoun) ​ມາເປັນ​ປະທານາທິບໍດີ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດ, ເຊິ່ງຖືເປັນການ​ສິ້ນ​ສຸດອຳນາດທີ່ໄດ້ເຂົ້າມາປົກຄອງທີ່ບໍ່ຊອບທຳມາຫລາຍ​ປີ ຈົນສົ່ງຜົນເຮັດໃຫ້​ເກີດ​ສົງຄາມ​ລະຫວ່າງ ອິສຣາ​ແອລ ກັບ​ກຸ່ມເຮັສໂບລລາ ມາ​ເປັນ​ເວລາ 14 ​ເດືອນ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

With less than two weeks before U.S. President Joe Biden leaves office, his aides are working with President-elect Donald Trump’s team in a last-ditch push for a ceasefire in Gaza. White House Bureau Chief Patsy Widakuswara has the story.

Death and destruction continue to be a daily reality for Palestinians in Gaza, despite the United States pushing for a ceasefire between Israel and Hamas before

President Joe Biden leaves office on January 20.
President Joe Biden.
“We're seeing some progress. And, you know, I know hope springs eternal, but I think, I'm still hopeful that we'll be able to have a prisoner exchange. Hamas is the one getting in the way of that exchange right now. But I think we may be able to get that done. We need to get it done.”

Biden’s team has been coordinating with the incoming administration of President-elect Donald Trump, as Biden’s envoy Amos Hochstein continued their diplomatic push in the region. Trump this week sent his Middle East envoy Steve Witkoff for talks with Qatari officials who are interlocutors for Hamas.

Steve Witkoff, Trump Middle East Envoy.

“I actually believe that we're working in tandem in a really good way. But it's the president, his reputation, the things that he has said, that are driving this negotiation.”

Earlier this week, Trump repeated his ultimatum for a deal that would release Israeli hostages held by Hamas.

Donald Trump, US President-Elect.

“If they're not back by the time I get into office, all hell will break out in the Middle East.”

Analysts say Trump’s demand is unlikely to move Hamas as the U.S.-designated terror group is already being pummeled by Israel’s military campaign. And it’s unlikely to impact outstanding issues on the negotiation table. ((end courtesy))

Said Aaron David Miller, former U.S. Middle East negotiator and senior fellow at the Carnegie Endowment for International Peace.

Aaron David Miller, Carnegie Endowment for International Peace, Skype.

“The numbers of prisoners to be released; how many hostages; what about proof of life; where are the living hostages; how many to be returned in Phase One [of a ceasefire]? These are issues that have very little to do with incoming Trump administration politics.”

On Thursday, Biden welcomed the Lebanese parliament’s election of Joseph Aoun as the country’s next president, ending a yearslong power vacuum that saw a 14-month war between Israel and Hezbollah.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG