ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈະສ້າງຄວາມໝັ້ນໃຈ ກ່ຽວກັບ ຄຳໝັ້ນສັນຍາ ຂອງ ສະຫະລັດ ຕໍ່ບັນດາພັນທະມິດ ອົງການ NATO


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຍ່າງຂຶ້ນເຮືອບິນ Air Force One ກ່ອນເດີນທາງໄປປະເທດ ອັງກິດ ຢູ່ຖານທັບອາກາດ ແອນດຣູສ໌, ລັດ ແມຣີແລນ. 9 ມິຖຸນາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຍ່າງຂຶ້ນເຮືອບິນ Air Force One ກ່ອນເດີນທາງໄປປະເທດ ອັງກິດ ຢູ່ຖານທັບອາກາດ ແອນດຣູສ໌, ລັດ ແມຣີແລນ. 9 ມິຖຸນາ, 2021.

ອົງການສົນທິສັນຍາ ແອັດແລນຕິກເໜືອ ຫຼື NATO ມີກຳນົດທີ່ຈະປຶກສາຫາລື ກ່ຽວກັບ ການທົບທວນຄວາມຄິດເຫັນດ້ານແຜນຍຸດທະສາດຂອງເຂົາເຈົ້າຄືນ ເວລາທີ່ບັນດາຜູ້ນຳຂອງເຂົາເຈົ້າລວມທັງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ເຕົ້າໂຮມກັນໃນວັນຈັນມື້ນີ້ທີ່ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈ້ຽມ.

ອົງການ NATO ໄດ້ປັບປຸງເອກະສານທີ່ອະທິບາຍຈຸດປະສົງຂອງເຂົາເຈົ້າຄັ້ງສຸດທ້າຍໃນປີ 2010. ໄພຂົ່ມຂູ່ດ້ານຄວາມປອດໄພ ແລະ ສິ່ງທ້າທາຍຕ່າງໆທີ່ເຂົາເຈົ້າໄດ້ປະເຊີນແມ່ນໄດ້ປ່ຽນ ແປງນັບຕັ້ງແຕ່ນັ້ນມາ, ອີງຕາມເລຂາທິການໃຫຍ່ຂອງອົງການດັ່ງກ່າວ, ທ່ານ ເຈັນສ໌ ສໂຕລເທັນເບີກ.

ທ່ານ ສໂຕລເທັນເບີກ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນສຸກທີ່ຜ່ານມາວ່າ “ຍົກຕົວຢ່າງ, ຄວາມຄິດແຜນຍຸດທະສາດໃນປະຈຸບັນ, ຈີນ ແມ່ນບໍ່ໄດ້ຖືກກ່າວເຖິງແມ່ນແຕ່ຄຳດຽວ. ແລະ ສະພາບອາກາດແມ່ນເກືອບວ່າຈະບໍ່ຖືກເວົ້າເຖິງເລີຍ. ແລະ ແນ່ນອນ, ສາຍພົວພັນຂອງພວກເຮົາກັບ ຣັດເຊຍ ແມ່ນຢູ່ໃນຈຸດທີ່ແຕກຕ່າງຫຼາຍໃນເວລານັ້ນ ທຽບໃສ່ບ່ອນທີ່ພວກເຮົາຢູ່ໃນມື້ນີ້. ມື້ນີ້, ພວກເຮົາຢູ່ຈຸດທີ່ຕໍ່າໃນສາຍພົວພັນກັບ ຣັດເຊຍ ນັບຕັ້ງແຕ່ສົງຄາມເຢັນ, ແລະ ການໂຈມຕີທາງໄຊເບີ ທີ່ມີຄວາມຊຳນິຊຳນານ ແລະ ສິ່ງທ້າທາຍຫຼາຍຢ່າງແມ່ນໄດ້ເກີດຂຶ້ນໃນຫຼາຍປີທີ່ຜ່ານມານີ້.”

ອົງການ NATO ໄດ້ເລື່ອນການປຶກສາຫາລື ກ່ຽວກັບ ການປ່ຽນແປງຕ່າງໆຕໍ່ຄວາມຄິດດ້ານຍຸດທະ ສາດຂອງເຂົາເຈົ້າ ໃນເວລາທີ່ຜູ້ດຳລົງຕຳແໜ່ງກ່ອນໜ້າ ທ່ານ ໄບເດັນ, ປະທານາທິບໍດີ ສະຫະ ລັດ ທ່ານ ດໍໂນລ ທຣຳ, ດຳລົງຕຳແໜ່ງ.

ທ່ານ ແດນ ຮາມິລຕັນ, ຜູ້ອຳນວຍການຂອງໂຄງການຢູໂຣບໂລກ ຢູ່ສູນກາງ ວິລສັນ ໄດ້ກ່າວວ່າ “ ຊາວ ຢູໂຣບ ບໍ່ຢາກທຳການດຳເນີນການທີ່ຫຍຸ້ງຍາກໃນລະຫວ່າງ ລັດຖະບານທ່ານ ທຣຳ ເພາະ ວ່າເຂົາເຈົ້າບໍ່ຮູ້ສຶ່ງທີ່ ສະຫະລັດ ຈະເວົ້າ.”

ທ່ານ ທຣຳ ມີສາຍພົວພັນທີ່ບໍ່ດີກັບບັນດາຜູ້ນຳຄົນອື່ນໆຂອງກອງທັບພັນທະມິດ, ໂດຍໄດ້ຕຳໜິເຂົາເຈົ້າຊໍ້າແລ້ວຊໍ້າອີກ ເພື່ອຂະຫຍາຍຂະໜາດຂອງງົບປະມານປ້ອງກັນປະເທດຂອງເຂົາເຈົ້າຕໍ່ອົງການ NATO ທີ່ທ່ານໄດ້ເອີ້ນມັນຢ່າງຜິດວ່າ “ຄ່າທຳນຽມ” ແລະ ໄດ້ມີຄວາມສົງໄສຕໍ່ຂໍ້ຜູກມັດປ້ອງກັນປະເທດລະຫວ່າງກັນຂອງອົງການ NATO ທີ່ີຮູ້ຈັກກັນໃນມາດຕາທີ 5.

ທ່ານ ໄບເດັນ, ໃນວັນພຸດທີ່ຜ່ານມາໃນລະຫວ່າງການຄຳປາໄສຕໍ່ເຈົ້າໜ້າທີ່ກອງທັບອາກາດ ສະຫະລັດ ແລະ ຄອບຄົວຂອງເຂົາເຈົ້າຢູ່ຖານທັບອາກາດ ມິລເດັນຮອລ (Mildenhall) ໃນປະ ເທດ ອັງກິດ ວ່າ: ໃນນະຄອນຫຼວງ ບຣັສໂຊລສ໌, ຂ້າພະເຈົ້າຈະເຮັດໃຫ້ກະຈ່າງແຈ້ງວ່າ ຄຳໝັ້ນສັນຍາຂອງ ສະຫະລັດ ຕໍ່ພັນທະມິດອົງການ NATO ຂອງພວກເຮົາ ແລະ ມາດຕາທີ 5 ແມ່ນແຂງແກ່ນ. ມັນເປັນພັນທະທີ່ສັກສິດທີ່ພວກເຮົາມີພາຍໃຕ້ມາດຕາທີ 5.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG