ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈະປະກາດຊື່ ສະມາຊິກ ຄະນະລັດຖະບານ ຊຸດທຳອິດຂອງທ່ານ ໃນວັນອັງຄານ


ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ໂຮງລະຄອນ The Queen ໃນນະຄອນ ວິລມິງຕັນ, ລັດ ເດລາແວ, 19 ພະຈິກ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ໂຮງລະຄອນ The Queen ໃນນະຄອນ ວິລມິງຕັນ, ລັດ ເດລາແວ, 19 ພະຈິກ, 2020.

ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຄາດວ່າຈະຕັ້ງສະມາ ຊິກຄະນະລັດຖະບານຊຸດທຳອິດຂອງທ່ານໃນວັນອັງຄານມື້ອື່ນນີ້, ເຊິ່ງມີລາຍງານວ່າຈະລວມມີອະດີດຮອງລັດຖະມົນຕີຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ເປັນຕົວເລືອກຂອງທ່ານ ເພື່ອນຳພາກະຊວງການຕ່າງປະເທດ.

ທ່ານ ບລິງເຄັນ ມີສາຍພົວພັນທີ່ໃກ້ຊິດກັບທ່ານ ໄບເດັນ ຫຼັງຈາກໄດ້ຮັບໃຊ້ໜ້າທີ່ໃນດ້ານຄວາມປອດໄພແຫ່ງຊາດລະດັບສູງ ໃນເວລາທີ່ທ່ານ ໄບເດັນ ເປັນຮອງປະທານາທິບໍດີໃນລະຫວ່າງລັດຖະບານທ່ານ ໂອບາມາ. ການຄາດຄະເນ ກ່ຽວກັບ ການສະເໜີຊື່ຂອງທ່ານແມ່ນຖືກລາຍງານ ໂດຍອົງການຂ່າວຫຼາຍແຫ່ງໃນຄືນວັນອາທິດວານນີ້.

ພ້ອມກັນນັ້ນຜູ້ທີ່ລວມຢູ່ໃນລາຍຊື່ຄະນະລັດຖະບານດັ່ງກ່າວ ແມ່ນທ່ານນາງ ລິນດາ ທອມມາສ ກຣີນຟີລດ໌ (Linda Thomas-Greenfield), ອະດີດຮອງລັດຖະມົນຕີການຕ່າງປະເທດ ທີ່ຮັບ ຜິດຊອບວຽກງານ ກ່ຽວກັບ ອາຟຣິກາ, ເປັນຜູ້ຖືກສະເໜີຊື່ຂອງທ່ານ ໄບເດັນ ສຳລັບເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ແລະ ທ່ານ ເຈກ ຊຸລລີວານ ເປັນທີ່ປຶກ ສາ ດ້ານຄວາມປອດໄພແຫ່ງຊາດຂອງທ່ານ ໄບເດັນ.

ໃນຂະນະທີ່ທ່ານ ໄບເດັນ ແມ່ນກຳລັງຢູ່ໃນຂັ້ນຕອນການໂອນອຳນາດເພື່ອເປັນປະທານາທິບໍດີຄົນທີ 46 ຂອງປະເທດຢູ່ການສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນນີ້, ທ່ານ ທຣຳ ແມ່ນໄດ້ປະຕິເສດທີ່ຈະຍອມແພ້ການເລືອກຕັ້ງ. ໃນວັນອາທິດວານນີ້, ຜູ້ນຳທີ່ກຳລັງພົ້ນຈາກຕຳແໜ່ງຂອງ ສະຫະລັດ ໄດ້ ກ່າວຕໍ່ຜູ້ຕິດຕາມຂອງທ່ານໃນທວິດເຕີວ່າ, “ພວກເຮົາຈະຊອກຫາບັດຄະ ແນນສຽງທີ່ຖືກສໍ້ໂກງຢ່າງຫຼວງຫຼາຍ.. ຈົ່ງຕໍ່ສູ້ຢ່າງໜັກເພື່ອພັກຣີພັບບລີກັນ.”

ແຕ່ການຕໍ່ສູ້ທາງກົດໝາຍ ຂອງທ່ານ ທຣຳ ແມ່ນບໍ່ມີໝາກຜົນໃນປັດຈຸບັນນີ້, ດ້ວຍຄະໂຄສະນາຫາສຽງຂອງທ່ານໄດ້ຜ່າຍແພ້ ຫຼື ຖອນການຟ້ອງຮ້ອງຫຼາຍກວ່າ 34 ອັນທີ່ອ້າງເຖິງການສໍ້ໂກງການເລືອກຕັ້ງ ຫຼື ການນັບຄະແນນສຽງໃນບັນດາລັດການແຂ່ງຂັນທີ່ທ່ານ ໄບເດັນ ຖືກຄາດວ່າຈະຊະ ນະ ເພື່ອຮັບການດຳລົງຕຳແໜ່ງນຶ່ງສະໄໝສີ່ປີໃນທຳນຽບຂາວ.

ທ່ານ ທຣຳ ບໍ່ໄດ້ພິກປີ້ນການນັບຄະແນນສຽງໃນລັດໃດ, ເຮັດໃຫ້ທ່ານ ໄບເດັນ ມີຄະແນນສຽງຂອງຄະແນນຜູ້ແທນລັດຢ່າງບໍ່ເປັນທາງການ 306 ຕໍ່ 232 ຄະ ແນນ. ຄະແນນສຽງຂອງຄະນະຜູ້ແທນລັດ ຈະພິຈາລະນາການເລືອກຕັ້ງປະທານາທິບໍດີ ສະຫະລັດ, ບໍ່ແມ່ນຄະແນນສຽງປະຊານິຍົມທົ່ວປະເທດ, ແນວໃດກໍ ຕາມທ່ານ ໄບເດັນ ກໍຍັງນຳໜ້າໃນຄະແນນສຽງດັ່ງກ່າວເຊັ່ນກັນ, ດ້ວຍຄະ ແນນສຽງຫຼາຍກວ່າ 6 ລ້ານຄະແນນ.

ທີມກົດໝາຍຂອງທ່ານ ທຣຳ ໄດ້ຂໍອຸທອນໃນວັນອາທິດວານນີ້ ຫຼັງຈາກການຜ່າຍແພ້ໃນຫ້ອງສານຄັ້ງຫຼ້າສຸດເມື່ອຕອນແລງວັນເສົາທີ່ຜ່ານມາ ເພື່ອໂຕ້ແຍ້ງການເລືອກຕັ້ງ, ເຊິ່ງທ່ານ ໄບເດັນ ໄດ້ຊະ ນະຄະແນນສຽງຂອງຄະແນນຜູ້ແທນ ລັດ 20 ຄະແນນ, ໂດຍມີຄະແນນສຽງການເລືອກຕັ້ງຫ່າງກັນ 81,000 ຄະແນນ.

ຜູ້ພິພາກສາປະຈຳເຂດ ສະຫະລັດ ທ່ານ ແມັດທິວ ແບຣນ ໄດ້ປະກາດວ່າ ຄະນະໂຄສະນາຫາສຽງຂອງ ທ່ານ ທຣຳ ໄດ້ລາຍງານ “ເຫດຜົນທາງກົດໝາຍທີ່ບໍ່ຖືກຕ້ອງໂດຍປາສະຈາກຂໍ້ຜິດຖືກ ແລະ ການກ່າວຫາທີ່ຄາດເດົາເອົາ” ໃນຄວາມພະຍາຍາມທີ່ຈະກຳຈັດຄະແນນສຽງຫຼາຍລ້ານຄະແນນໃນລັດ ເພັນຊິລເວເນຍ ແລະ ມອບຄະແນນສຽງຂອງຄະແນນຜູ້ແທນລັດໃຫ້ທ່ານ ທຣຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG