ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບ​ເດັນ ​ຈະພົບ​ປະ​ກັບ​ບ​ັນ​ດາ​ຜູ້​ນຳໄອຣ໌​ແລນ


ປະທານາທິບໍດີ​ສະຫະລັດ ທ່ານໂຈ ​ໄບ​ເດັນ ​ກ່າວ​ຄຳ​ປາ​ໄສ​ຢູ່​ຮ້ານ​ກິນ​ດື່ມ ແລະ ຮ້ານ​ອາ​ຫານ Windsor Bar ໃນ​ເມືອງ Dundalk ຂອງ​ໄອຣ໌​ແລນ, ວັນ​ທີ 12 ເມ​ສາ, 2023 ຂະ​ນະ​ທີ່​ທ່ານ Micheál Martin, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄອ​ຮ໌​ແລນຢືນຟັງຢູ່
ປະທານາທິບໍດີ​ສະຫະລັດ ທ່ານໂຈ ​ໄບ​ເດັນ ​ກ່າວ​ຄຳ​ປາ​ໄສ​ຢູ່​ຮ້ານ​ກິນ​ດື່ມ ແລະ ຮ້ານ​ອາ​ຫານ Windsor Bar ໃນ​ເມືອງ Dundalk ຂອງ​ໄອຣ໌​ແລນ, ວັນ​ທີ 12 ເມ​ສາ, 2023 ຂະ​ນະ​ທີ່​ທ່ານ Micheál Martin, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄອ​ຮ໌​ແລນຢືນຟັງຢູ່

ປະທານາທິບໍດີ​ສະຫະລັດ ທ່ານໂຈ ​ໄບ​ເດັນ ​ໄດ້ພົບ​ປະ​ກັບ​ປະທານາທິບໍດີ​ໄອຣ໌​ແລນ, ທ່ານໄມ​ໂຄ ດີ ຮິກ​ຈິນ​ສ໌ (Michael D. Higgins) ​ແລະ​ນາຍົກລັດຖະມົນຕີເລ​ໂອ ວາ​ຣາດ​ຄາ (Leo Varadkar) ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະ​ມີ​ກຳນົດ​ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາອີ​ຣັ​ກ​ຕິ​ສ (Oireachtas) — ຊຶ່ງ​ເປັນລັດຖະສະພາ​ໄອ​ຣ໌​ແລນ.

ຕາຕະລາງການຢ້ຽມ​ຢາມຂອງ​ໄບ​ເດັນ ຍັງປະກອບມີການສາທິດກິລາເກ​ລິກ (Gaelic) ຂອງຊາວຫນຸ່ມໃນນະ​ຄອນ​ຫລວງ​ດັບ​ບ​ລິນ ພ້ອມ​ທັງການ​ຮັບ​ປະ​ທານອາ ຫານຄ່ໍາທີ່ຜາ​ສາດ​ດັບ​ບ​ລິນ.

ທ່ານໄບ​ເດັນ ຜູ້ທີ່ມັກຈະເນັ້ນຫນັກເຖິງມູນ​ເຊື້ອຂອງຊາວໄອ​ຣ໌ແລນ, ​ຈະປິດການເດີນ ທາງຂອງທ່ານລົງ ດ້ວຍການກ່າວຄໍາປາໄສໃນຄືນວັນສຸກມື້​ອື່ນທີ່ບາ​ລ​ລິນ​ນາ, ຊຶ່ງ​ເປັນບ້ານຂອງບັນພະບຸລຸດຂອງເພິ່ນ, ຢູ່ຝັ່ງທະ​ເລທາງຕາເວັນຕົກຂອງປະເທດ ໄອ​ຣ໌ແລນ.

ທ່ານໄບ​ເດັນ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຂອງ​ທ່ານ ​ໃນຂົງ​ເຂດ​ດັ່ງ​ກ່າວ​ ຢູ່ໄອ​ຣ໌​ແລນເໜືອ ກ່ອນ​ທີ່​ຈະ​ເດີນທາງ​ໄປ​ປະ​ເທດ​ໄອ​ຣ໌​ແລນ.

ທັນທີທີ່​ເຮືອ​ບິນລົງຈອດໃນນະ​ຄອນ​ຫລວງ​ດັບ​ບ​ລິນໃນວັນພຸດວານນີ້ ທ່ານ​ໄບ​ເດັນກໍ ໄດ້ເດີນທາງໄປຍັງ​ເມືອງ​ລູບ (County Louth) ຊຶ່ງ​ເປັນບ້ານເກີດຂອງ ພໍ່ເຖົ້າທວດ​ທາງ​ແມ່ຂອງທ່ານ ນັ້ນ​ກໍ​ຄືທ່ານໂອ​ເວນ ຟິນ​ເນີ​ແກນ (Owen Finnegan) ທີ່​ເປັນຜູ້ຜະລິດເກີບ ແລະໄດ້ທ່ຽວຊົມຜາ​ສາດ​ຄາ​ລິງ​ຝອດ (Carlingford). ອີງຕາມການທໍານຽບຂາວແລ້​ວ ນັ້ນເປັນຈຸດສໍາຄັນສຸດທ້າຍຂອງໄອຣ໌ແລນທີ່ ທ່ານ ຟິນ​ເນີ​ແກນ (Finnegan) ໄດ້ເຫັນ ກ່ອນທີ່ຈະອອກເດີນທາງມາ ນິວຢອກໃນວັນທີ 31 ມີນາ 1849. ຄອບຄົວຂອງທ່ານຟິນ​ເນີ​ແກນ ລວມທັງລູກຊາຍຂອງທ່ານ ກໍຄື ທ່ານ​ເຈມ​ສ໌ ຊຶ່ງ​ເປັນພໍ່ຕູ້ທວດຂອງ​ໄບ​ເດັນ ໄດ້ຕິດຕາມມາ​ນຳທ່ານ​ໃນປີ 1850.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG