ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ເດີນທາງຢ້ຽມຢາມຕາເວັນອອກກາງຄັ້ງທໍາອິດ ໃນຖານະປະທານາທິບໍດີ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ້າວອອກຈາກເຮືອບິນ Air Force One ໃນລະຫວ່າງທີ່ທ່ານເດີນທາງໄປຮອດ ເດີ່ນບິນທາງທະຫານ ເມລສ໌ເບຣີກ (Melsbroek) ໃນນະຄອນຫຼວງບຣັສເຊີລສ໌, ປະເທດແບລຈ້ຽມ, ເມື່ອວັນທີ 23 ມີນາ 2022.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ້າວອອກຈາກເຮືອບິນ Air Force One ໃນລະຫວ່າງທີ່ທ່ານເດີນທາງໄປຮອດ ເດີ່ນບິນທາງທະຫານ ເມລສ໌ເບຣີກ (Melsbroek) ໃນນະຄອນຫຼວງບຣັສເຊີລສ໌, ປະເທດແບລຈ້ຽມ, ເມື່ອວັນທີ 23 ມີນາ 2022.

ປະທານາທິບໍດີ ໂຈ ໄບເດັນ ໃນໄວໆນີ້ ຈະເດີນທາງໄປຢ້ຽມຢາມອິສຣາແອລ ເຂດຝັ່ງແມ່ນ້ຳຈໍແດນ ທີ່ເອີ້ນວ່າ West Bank ແລະຊາອຸດີອາຣາເບຍ ຄັ້ງທຳອິດ ໃນຖານະເປັນປະທານາທິບໍດີ ດັ່ງທີ່ທຳນຽບຂາວໄດ້ປະກາດ ໃນວັນອັງຄານວານນີ້ ການເດີນທາງນີ້ ບັນດານັກວິເຄາະ ກ່າວວ່າ ອາດເປັນການເຄື່ອນໄຫວໄປຕາມຂັ້ນຕອນທີ່ລະອຽດອ່ອນຂອງການເຮັດໃຫ້ສາຍສຳພັນຂອງອິສຣາແອລກັບບັນດາປະເທດເພື່ອນບ້ານຂອງຕົນ ຢູ່ໃນຂົງເຂດທີ່ມີຄວາມສັບສົນນັ້ນ ໃຫ້ເປັນປົກກະຕິ ຊຶ່ງມີຄວາມສຳຄັນຢ່າງຍິ່ງໃນດ້ານຍຸດທະສາດສຳລັບວໍຊິງຕັນ.

ການເດີນທາງໃນກາງເດືອນກໍລະກົດ ໄລຍະ 4 ວັນ ຈະເລີ້ມຕົ້ນຢູ່ໃນປະເທດອິສຣາແອລ ບ່ອນທີ່ທ່ານໄບເດັນ ຈະພົບປະກັບບັນດາຜູ້ນຳຂອງອິສຣາແອລ. ທ່ານຍັງຈະດຳເນີນການເຈລະຈາ ໃນເຂດ West Bank ກັບອຳນາດການປົກຄອງຂອງປາແລັສໄຕນ໌ ເພື່ອສະແດງການສະໜັບສະໜຸນສຳລັບການແກ້ບັນຫາລະຫວ່າງຝ່າຍຕ່າງໆທີ່ຂັດແຍ້ງກັນດ້ວຍການມີສອງປະເທດ.

ຈາກອິສຣາແອລ ທ່ານຈະມຸ້ງໜ້າໄປຍັງເຈດດາ ທີ່ເປັນເມືອງນຶ່ງຂອງຊາອຸດີ ທີ່ຖືກມອງວ່າ ເປັນປະຕູສູ່ສະຖານສັກສິດທີ່ສຸດຂອງອິສລາມສອງແຫ່ງ ຄື ແມັກກາ ແລະເມດີນາ. ອິສຣາແອລ ແລະຊາອຸດີອາຣາເບຍ ບໍ່ມີສາຍສຳພັນທາງການທູດເລີຍ ແລະອັນນີ້ ຈະເປັນຖ້ຽວບິນໂດຍກົງຄັ້ງທຳອິດໂດຍປະທານາທິບໍດີຂອງອາເມຣິກາ ຈາກອິສຣາແອລ ໄປຫາປະເທດອາຣັບ ທີ່ບໍ່ຍອມຮັບຮູ້ອິສຣາແອລ ວ່າເປັນປະເທດນຶ່ງ ພາຍຫຼັງຈາກຖ້ຽວບິນ ປະຫວັດສາດຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນປີ 2017 ຈາກຣີຢາດ ໄປຫາ ແທລ ອາວີບ.

ໃນນະຄອນເຈດດາ ທ່ານໄບເດັນ ຈະພົບປະກັບບັນດາຜູ້ນຳຂອງຣາຊະອານາຈັກທີ່ອຸດົມສົມບູນດ້ວຍນ້ຳມັນ ບໍ່ພຽງແຕ່ຄູ່ຕຳແໜ່ງຂອງທ່ານໂດຍກົງເທົ່ານັ້ນ, ກະສັດທີ່ແກ່ຊະລານຳດ້ວຍ ແຕ່ເຈົ້າຊາຍອົງມົງກຸດລາດສະກຸມມານ ຜູ້ທີ່ຖືກມອງເຫັນວ່າ ເປັນຜູ້ສຳຄັນໃນການຂັບດັນທາງດ້ານນະໂຍບາຍ ແລະເປັນຜູ້ທີ່ແທ້ຈິງ ຂອງນຶ່ງໃນບັນດາລະບອບຣາຊາທິປະໄຕທີ່ເດັດຂາດ ສຸດທ້າຍຂອງໂລກ.

ພາບຂອງອາຄານຕ່າງໆ ຢູ່ທີ່ສູນກາງຂອງເມືອງທະເລແດງ ຂອງ ເຈດດາ. ປະທານາທິບໍດີ ໄບເດັນ ຄາດວ່າ ຈະພົບປະກັບບັນຜູ້ນໍາຫຼາຍສິບຄົນ ໃນລະຫວ່າງທີ່ທ່ານແວ່ຢ້ຽມຢາມຂົງເຂດນັ້ນ.
ພາບຂອງອາຄານຕ່າງໆ ຢູ່ທີ່ສູນກາງຂອງເມືອງທະເລແດງ ຂອງ ເຈດດາ. ປະທານາທິບໍດີ ໄບເດັນ ຄາດວ່າ ຈະພົບປະກັບບັນຜູ້ນໍາຫຼາຍສິບຄົນ ໃນລະຫວ່າງທີ່ທ່ານແວ່ຢ້ຽມຢາມຂົງເຂດນັ້ນ.

“ທ່ານປະທານາທິບໍດີ ຈະພົບພໍ້ກັບຜູ້ນຳຫຼາຍສິບຄົນ ໃນການເດີນທາງຄັ້ງນີ້ ໂດຍລວມມີ ກະສັດ ຊາລມານ ແລະການນຳຈາກຊາອຸດີອາຣາເບຍ ທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ສະພາການຮ່ວມມືອ່າວເປີເຊຍ ບວກກັບອີຈິບ ອີຣັກ ແລະຈໍແດນ” ນັ້ນແມ່ນຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງແຄຣິນ ຊອງ-ປີແອຣ ທີ່ໄດ້ກ່າວໄປ ແລະກ່າວອີກວ່າ “ແມ່ນແລ້ວ ພວກເຮົາສາມາດຄາດໝາຍໄດ້ວ່າ ທ່ານປະທານາທິບໍດີ ຈະພົບກັບເຈົ້າຊາຍຣາຊະກຸມມານນຳດ້ວຍ.”

ການພົບປະຂອງທ່ານໄບເດັນ ອາດມີຜົນກະທົບໃນບາງສ່ວນ ທ່ານບຣາຍແອນ ຄາທູລິສ ຮອງປະທານສະຖາບັນເຂດຕາເວັນອອກກາງ ທາງດ້ານນະໂຍບາຍ ໄດ້ກ່າວ.

ທ່ານກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າຄິດວ່າ ສິ່ງສຳຄັນຫຼັກຄື ເບິ່ງວ່າ ປະທານາທິບໍດີ ໄບເດັນ ແລະທີມງານຂອງທ່ານ ພະຍາຍາມທີ່ຈະຮັກສາຄວາມສຳພັນລະຫວ່າງສະຫະລັດ ກັບອິສຣາແອລ ຕະຫຼອດເຖິງຊາອຸດີອາຣາເບຍ ໃຫ້ກ້ຳເກິ່ງໄດ້ແນວໃດ ແລະຈາກນັ້ນ ຂະຫຍາຍສາຍສຳພັນທາງການທູດກັບປະເທດອາຣັບທີ່ສຳຄັນອື່ນໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG