ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໄບເດັນ ຮຽກ​ຮ້ອງ​ໃຫ້ ​ລັດ​ຖະ​ສະ​ພາ​ໃຫ້​ອະ​ນຸ​ມັດ ຂໍ້​ຫ້າມ​ປືນ “ທີ່ເປັນສາມັນສຳນຶກ”


ອາ​ວຸດ​ປືນ​ຫ້ອຍ​ຢູ່​ຮ້ານ​ຂາຍ​ປືນ, ວັນ​ທີ 19 ກຸມ​ພາ, 2021 ໃນ​ເມືອງ Salem, ລັດ​ອໍ​ຣີ​ກອນ
ອາ​ວຸດ​ປືນ​ຫ້ອຍ​ຢູ່​ຮ້ານ​ຂາຍ​ປືນ, ວັນ​ທີ 19 ກຸມ​ພາ, 2021 ໃນ​ເມືອງ Salem, ລັດ​ອໍ​ຣີ​ກອນ

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ຢູ່ໃນການກ່າວປາໄສ ທີ່ທຳນຽບຂາວ ໃນຄືນວັນພະຫັດວານນີ້ ໄດ້ຂໍ​ຮ້ອງລັດຖະສະພາອະນຸມັດ “ມາດຕະການທີ່ເປັນສາ​ມັນ​ສຳ​ນຶກ” ເພື່ອສະກັດກັ້ນການຍິງສັງຫານໝູ່ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫວັ່ນ​ວິຕົກ ໂດຍຮຽກຮ້ອງໃຫ້ມີຂໍ້ຈຳກັດໃໝ່ ທີ່ທ່ານກ່າວວ່າ ຈະຊ່ວຍຕ້ານການກໍ່ຄວາມຮຸນແຮງດ້ວຍປືນ.

ທ່ານໄບ​ເດັນ ຮຽກຮ້ອງໃຫ້ລັດຖະສະພາຟື້ນຟູຂໍ້ຫ້າມໃນປີ 1994 ກ່ຽວກັບອາ ວຸດທີ່​ໃຊ້ໂຈມຕີ ເຄິ່ງອັດຕະໂນມັດ ທີ່ຍິງໄດ້ໄວ ແລະຟັກ​ໃສ່ລູກ​ປືນທີ່​ມີຄວາມ ອາດສາມາດບັນ​ຈຸສູງທີ່ໄດ້ໝົດອາຍຸໄປໃນປີ 2004.

ປ. ໄບ​ເດັນ​ກ່າວ​ກ່ຽວ​ກັບ​ການ​ສັງ​ຫານ​ໝູ່ຄັ້ງ​ຫລ້າ​ສຸດ ຈາກ​ທຳ​ນຽມ ວັນ​ທີ 2 ມິ​ຖຸ​ນາ, 2022.
ປ. ໄບ​ເດັນ​ກ່າວ​ກ່ຽວ​ກັບ​ການ​ສັງ​ຫານ​ໝູ່ຄັ້ງ​ຫລ້າ​ສຸດ ຈາກ​ທຳ​ນຽມ ວັນ​ທີ 2 ມິ​ຖຸ​ນາ, 2022.

ທ່ານກ່າວວ່າ "ແລະຖ້າພວກເຮົາບໍ່ສາມາດຫ້າມອາວຸດໂຈມຕີ ແລ້ວພວກເຮົາ ຄວນຍົກສູງອາຍຸທີ່ຈະຊື້​ປືນພວກນີ້ໄດ້ ​ຂຶ້ນຈາກ 18 ປີ​ມາເປັນ 21 ປີ," ໂດຍເວົ້າວ່າ ມືປືນໃນການໂຈມຕີໂຮງຮຽນໃນເດືອນແລ້ວນີ້ ຢູ່ເມືອງ​ຢູ​ວາ​ລ​ເດ, ລັດ​ເທັກ​ຊັ​ສ ໄດ້ຊື້ອາວຸດໂຈມຕີສອງກະ​ບອກ​ ທັນທີທີ່ລາວ​ມີ​ອາຍຸໄດ້ 18 ປີ ​ແລະ​ໃຊ້​ປືນ​ພວກນີ້ຂ້າ​ນັກຮຽນ 19 ຄົນ ​ແລະ ຄູ​ສອນ 2 ຄົນ. ອີກ 17 ຄົນໄດ້ຮັບບາດເຈັບ.

ທ່ານໄບ​ເດັນ ຊຸກຍູ້ມາດຕະການອື່ນໆ, ລວມທັງການເຮັດ​ໃຫ້ການກວດສອບປະ​ຫວັດຂອງຜູ້ຊື້ປືນ, ການອອກກົດຫມາຍທີ່ເອີ້ນວ່າ ສັນ​ຍານເຕືອນໃຫ້​ຮູ້, ເຊິ່ງອະ ນຸຍາດໃຫ້ເຈົ້າຫນ້າທີ່ສາມາດຍຶດປືນໄວ້​ເປັນໄລຍະນຶ່ງ​ໄດ້ ຖ້າຜູ້ໃດຜູ້ນຶ່ງເປັນໄພ ຂົ່ມຂູ່ ຫຼືບໍ່​ກໍສະແດງຄວາມບໍ່ປົກ​ກະ​ຕິ ທາງດ້ານຈິດໃຈ, ແລະກົດຫມາຍການ ເກັບຮັກສາປືນທີ່ປອດໄພ.

ທ່ານປະທານາທິບໍດີກ່າວຕື່ມວ່າ “ລັອກມັນໄວ້. ເອົາ​ໄກ​ຍິງ​ປືນໄວ້. ຖ້າທ່ານບໍ່ ເຮັດເຊັ່ນ​ນັ້ນ ແລະບາງສິ່ງບາງຢ່າງ ທີ່ບໍ່ດີເກີດຂື້ນ, ທ່ານຄວນເປັນ​ຜູ້ຮັບຜິດ ຊອບ.”

ທ່ານຍັງໄດ້ຊຸກຍູ້ໃຫ້ຍົກເລີກກົດ​ຄຸ້ມ​ກັນທີ່ປົກປ້ອງຜູ້ຜະລິດປືນ ບໍ່​ໃຫ້ມີຄວາມຮັບ ຜິດຊອບນັ້ນ​ອີກ.

ທ່ານໄບ​ເດັນເວົ້າວ່າ "ພວກເຂົາເຈົ້າເປັນອຸດສາຫະກໍາດຽວໃນປະເທດນີ້ ທີ່ໄດ້​ຮັບຄວາມ​ຄຸ້ມ​ກັນປະເພດນັ້ນ." "ລອງວາດ​ພາບ​ເບິ່ງວ່າ ​ຖ້າອຸດສາຫະກໍາຢາສູບ ໄດ້ຮັບຄວາມ​ຄຸ້ມ​ກັນ ບໍ່​ໃຫ້ຖືກຟ້ອງຮ້ອງ - ພວກເຮົາຈະເປັນ​ແນວ​ໃດໃນທຸກ ມື້ນີ້."

ມາດ​ຕະ​ການ​ທີ່​ທ່ານ​ສະ​ແຫວງ​ຫາການ​ສະ​ໜັບ​ສະ​ໜູນ​ບໍ່​ມີ​ທ່າ​ທີວ່າ​ ຈະ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃນ​ລັດ​ຖະສະ​ພາທີ່ມີ​ການ​ແບ່ງ​ແຍກກັນ​ທາງ​ດ້ານ​ການ​ເມືອງບ່ອນ​ທີ່​ສະ​ມາ​ຊິກ​ສະ​ພາມີ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍ​ປືນມາ​ເປັນ​ເວ​ລາ​ຫລາຍ​ປີ.

ພວກ​ສັງ​ກັດພັກຣີພັບບລີກັນກ່າວປະນາມການຍິງສັງຫານໝູ່ ແລະການກໍ່ຄວາມ ຮຸນແຮງດ້ວຍປືນ ແຕ່ໄດ້ກີດກັ້ນກົດໝາຍຄວບຄຸມປືນ ຢ່າງເປັນປະຈຳ, ໂດຍ ກ່າວວ່າ ຂໍ້ຈຳກັດທີ່ພັກເດໂມແຄຣັດໄດ້ໃຫ້ການສະໜັບສະໜຸນນັ້ນ ຈະສົ່ງຜົນ ກະທົບເຖິງ ເສລີພາບຂອງພົນລະເມືອງທີ່ປະຕິບັດຕາມກົດໝາຍ ແລະຂັດກັບ ສິດທິຂອງຊາວອາເມຣິກັນໃນ​ການຄອບຄອງປືນທີ່ລະ​ບຸຢູ່ໃນບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ​ສອງ​ຂອງ​ລັດ​ຖະ​ທໍາ​ມະ​ນູນ​ສະ​ຫະ​ລັດ​.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG