ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຄວາມ​ຫຼູ​ຫຼາ ແລະ​ສະ​ຫງ່າອະ​ລັງ​ການ ຫ້ອມ​ລ້ອມ​ການ​ຕ້ອນ​ຮັບ​ທ່ານ​ໂມ​ດີ ຂອງ​ທຳ​ນຽບ​ຂາວ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ພວມ​ຖະ​ແຫຼງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ຫ້ອງ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ພວມ​ຖະ​ແຫຼງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ຫ້ອງ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ໄດ້​ກ່າວ​ຢ້ຳ ​ເຖິງ​ຄວາ​ມ​ເຂັ້ມ​ແຂງ ໃນ​ການ​ເປັນ​ພາ​ຄີ​ ​ຂອງ​ປະ​ເທດ​ພວກ​ທ່ານ ແລະ​ໄດ້​ກ່າວ​ຍົກ​ຍ້ອງ​ຄຸນ​ນະ​ທຳ​ປະ​ຊາ​ທິ​ປະ​ໄຕ ໃນ​ພິ ​ທີ​ທີ່​ຍິ່ງ​ໃຫຍ່​ຫຼູ​ຫຼາ ເມື່ອວັນພະ​ຫັດ​ທີ່​ເຕັມ​ໄປ​ດ້ວຍ​ການ​ເຈ​ລະ​ຈາ​ຫາ​ລື​ຢູ່​ທີ່​ທຳ​ນຽບ​ຂາວ.

“ສອງ​ປະ​ເທດ​ທີ່​ຍິ່ງ​ໃຫຍ່ ສອງ​ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່ແລະ​ສອງ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່. ຊົມ​ເຊີຍ!” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ ໃນ​ລະ​ຫວ່າງ​ການ​ດື່ມອວຍ​ພອນໃຫ້​ແກ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ່​ບໍ່​ດື່ມ​ເຫຼົ້າ​ດ້ວຍ​ຈອກ​ຈິງ​ເຈີ​ເອ​ລ. ທ່ານ​ໄບ​ເດັນ​ກໍ​ບໍ່​ໄດ້​ດື່ມ​ເຫຼົ້າ​ເຊັ່ນ​ດຽວ​ກັນ.

ການ​ຢ້ຽມ​ຢາມນີ້​ ​ລັດ​ຖະ​ບານ​ສະ​ຫະ​ລັດແມ່ນ​ແນ​ໃສ່​ເພື່ອ​ຈະ​ເກ້ຍ​ກ່ອມ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ ທ່າມ​ກາງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ແລະ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ ກັບ​ປະ​ເທດ​ຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຟັງ​ໃນ​ລະ​ຫວ່າງ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ເຣັນ​ດ​ຣາ ໂມ​ດີ ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ເວ​ລາ​ທ່ານ​ເດ​ີນ​ທາງ​ໄປ​ເຖິງ​ເດີ່ນ​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຟັງ​ໃນ​ລະ​ຫວ່າງ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ເຣັນ​ດ​ຣາ ໂມ​ດີ ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ເວ​ລາ​ທ່ານ​ເດ​ີນ​ທາງ​ໄປ​ເຖິງ​ເດີ່ນ​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.

ສະ​ຫະ​ລັດ​ແລະ​ອິນ​ເດຍ ແມ່ນ “ຮ່ວມ​ມື​ກັນ​ເກືອບ​ວ່າ​ທຸກໆ​ດ້ານ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ນຸດ” ທ່ານ​ໄບ​ເດັນ​ກ່າວ ໃນ​ຂະ​ນະ​ທີ່​ທ່ານ​ຢືນ​ຢູ່​ຄຽງ​ຂ້າງ​ທ່ານ​ໂມ​ດີ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ກັບ​ຜູ້​ນຳ​ຂອງ​ອິນ​ເດຍ.

ທ່ານ​ໂມ​ດີ ​ໄດ້​ກ່າວ​ຊົມ​ເຊີນ​ທ່ານ​ໄບ​ເດັນ ແລະ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ແບບ​ພິ​ເສດ ຊຶ່ງ​ມີ​ແຂກ​ຜູ້​ມີ​ກຽດ​ຈາກ​ພາ​ກ​ສ່ວນ​ຕ່າງໆ​ຫຼາຍກວ່າ 400 ຄົນ​ເຂົ້າ​ຮ່ວມ ຮວມ​ທັງ​ເທັກ​ໂນ​ໂລ​ຈີ ທຸ​ລະ​ກິດ​ແລະ​ວິ​ທະ​ຍາ​ສາດ: “ທ່ານ​ເປັນ​ຄົນ​ບໍ່​ເວົ້າ​ແຮງ ແຕ່​ເມື່ອ​ກ່າວ​ເຖິງ​ການ​ກະ​ທຳ​ແລ້ວ ທ່ານ​ແມ່ນ​ເຂັ້ມ​ແຂງ​ຫຼາຍ” ທ່ານ​ໂມ​ດີ​ກ່າວ.

Biden, Modi Push Back Criticism on Human Rights, Democracy
please wait

No media source currently available

0:00 0:02:47 0:00

ຂົງ​ເຂດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື ທ່ານ​ໄບ​ເດັນ​ກ່າວ​ວ່າ ແມ່ນ​ຮວມ​ທັງ​ເທັກ​ໂນ​ໂລ​ຈີ​ໃນ​ການ​ວິ​ນິດ​ໄສ​ພະ​ຍາດ ການ​ສຳ​ຫລວດ​ອະ​ວະ​ກາດ ການ​ຫັນ​ປ່ຽນ​ໄປ​ສູ່​ພະ​ລັງ​ງານ​ທີ່​ສະ​ອາດ ແລະ​ການ​ຫຼຸດ​ຜ່ອນ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ. ທ່ານ​ໄບ​ເດັນ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ​ແລະ​ອິນ​ເດຍ “ມີ​ຄວາມ​ຊ່ຽວ​ຊານ​ຮ່ວມ” ທີ່​ສຳ​ຄັນໆ​ແລະ​ເທັກ​ໂນ​ໂລ​ຈີ​ໃໝ່ໆ ເຊັ່ນ​ວ່າ ການ​ຄຳ​ນວນ​ຄວນ​ຕຳ ແລະ​ປັນ​ຍາ​ປະ​ດິດ ເພື່ອ​ຫຼີກ​ລ່ຽງ​ຕໍ່​ການ​ນຳ​ໃຊ້ “ເພື່ອເປັນ​ເຄື່ອງ​ມື​ໃນ​ການ​ໃຫ້​ຂໍ້​ມູນ​ຜິດໆ​ແລະ​ການ​ກົດ​ຂີ່.”

ປະ​ເທດ​ທັງ​ສອງ ທ່ານ​ໄບ​ເດັນ​ກ່າວ​ວ່າ ​ກຳ​ລັງ​ເພີ້ມ​ການ​ຮ່ວມ​ມື ​ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຕ່ອງ​ໂສ້​ອຸບ​ປະ​ທານ​ດ້ານ​ເຊ​ມີ​ຄອນ​ດັກ​ເຕີ້ ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຕາ​ໜ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມແລະ​ເສີມ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ດ້ວຍ​ການ​ຊ້ອມ​ລົບ​ຮ່ວມ ເພີ້ມ​ການ​ຮ່ວມ​ມື​ລະ​ຫວ່າງ​ອຸດ​ສາ​ຫະ​ກຳ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ​ເພີ້​ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ທະ​ຫານ​ໃນ​ທຸກໆ​ລະ​ດັບ.

ທ່ານ​ໄບ​ເດັນ ກ່າວ​ວ່າ ທ່ານ​ໄດ້​ປຶກ​ສາ​ຫາ​ລື ​ກັບ​ທ່ານ​ໂມ​ດີ “ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຮ່ວມ ເພື່ອ​ຫຼຸດ​ຜ່ອນ​ໂສກ​ນາດ​ຕະ​ກຳ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ໂດຍ​ການ​ເຮັດ​ສົງ​ຄາມ​ແບບ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ແລະ​ປົກ​ປ້ອງ​ຫຼັກ​ແກນ​ກາງ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ເລື້ອງ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.”

ອິນ​ເດຍ ຊຶ່ງ​ເປັນ​ປະ​ເທດ​ນຳ​ເຂົ້າ​ອາ​ວຸດ​ທີ່​ສຳ​ຄັນ​ຂອງ​ຣັດ​ເຊຍ ຍັງ​ມີ​ຄວາມ​ລັງ​ເລ​ໃຈ​ທີ່​ຈະ​ຕ້ອງ​ຕິ​ການ​ຮຸກ​ຮານ​ຢູ​ເຄ​ຣນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ.

ແຕ່​ທ່ານ​ໂມ​ໂດ ໄດ້​ຮັບຮູ້​ເຖິງ​ຜົນ​ກະ​ທົບ​ໃນ​ທາງ​ທີ່​ບໍ່​ດີຈາກ​ການ​ສູ້​ລົບ​ທີ່​ມີ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ ຊຶ່ງ​ຮວມ​ທັງ​ຂົງ​ເຂດ​ອາ​ເມ​ຣິ​ກາ​ໃຕ້ ເອ​ເຊຍ ອາ​ຟ​ຣິ​ກາ ແລະ​ໂອ​ເຊ​ອາ​ເນຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG