ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະເປັນເຈົ້າພາບ ຕ້ອນຮັບ ນາຍົກອັງກິດ ທ່ານຊູນາກ ສຳລັບການເຈລະຈາ ທີ່ທຳນຽບຂາວ


ນາຍົກລັດຖະມົນຕີ ອັງກິດ ຣີຊີ ຊູນາກ ໂອ້ລົມກັບສື່ມວນຊົນໃນລະຫວ່າງການເດີນທາງມາຢ້ຽມຢາມວໍຊິງຕັນ, ວັນທີ 7 ມິຖຸນາ 2023. ໃນວັນພະຫັດນີ້ ທ່ານ ຈະພົບປະກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ສຳລັບການເຈລະຈາທີ່ຄາດວ່າ ຈະກວມເອົາເລື້ອງຕ່າງໆ. (Niall Carson/Pool Photo via AP) 
ນາຍົກລັດຖະມົນຕີ ອັງກິດ ຣີຊີ ຊູນາກ ໂອ້ລົມກັບສື່ມວນຊົນໃນລະຫວ່າງການເດີນທາງມາຢ້ຽມຢາມວໍຊິງຕັນ, ວັນທີ 7 ມິຖຸນາ 2023. ໃນວັນພະຫັດນີ້ ທ່ານ ຈະພົບປະກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ສຳລັບການເຈລະຈາທີ່ຄາດວ່າ ຈະກວມເອົາເລື້ອງຕ່າງໆ. (Niall Carson/Pool Photo via AP) 

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເປັນເຈົ້າພາບຕ້ອນຮັບນາຍົກລັດຖະມົນຕີ ອັງກິດ ຣີຊີ ຊູນາກ ສຳລັບການເຈລະຈາຢູ່ທຳນຽວຂາວ ໃນວັນພະຫັດມື້ນີ້ ທີ່ຄາດວ່າ ຈະກວມເອົາເລື້ອງຄວາມສຳພັນທາງເສດຖະກິດແລະການສະ ໜັບສະໜຸນຢູເຄຣນ ໃນດ້ານການປ້ອງກັນຕໍ່ການບຸກລຸກຂອງຣັດເຊຍ.

ການເດີນທາງມາຢ້ຽມຢາມສະຫະລັດໂດຍທ່ານຊູນາກ ເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ຂຶ້ນມາເປັນນາຍົກລັດຖະມົນຕີ ໃນເດືອນຕຸລາ ແຕ່ທ່ານແລະທ່ານໄບເດັນ ໄດ້ພົບປະກັນມາແລ້ວສາມເທື່ອ ໃນປີນີ້.

“ຜູ້ນຳທັງສອງຈະທົບທວນຄືນເລື້ອງຕ່າງໆຂອງໂລກ ທີ່ລວມທັງການຮຸ້ນສ່ວນດ້ານເສດຖະກິດຂອງພວກເຮົາ, ການສະໜັບສະໜຸນຮ່ວມກັນສຳລັບຢູເຄຣນຂອງພວກເຮົາ ຂະນະທີ່ເຂົາປ້ອງກັນຕົນເອງຕໍ່ການຮຸກຮານທີ່ໂຫດຮ້າຍຂອງສົງຄາມຣັດເຊຍ, ພ້ອມກັນນັ້ນ ດຳເນີນການຕື່ມອີກເພື່ອເລັ່ງການຫັນປ່ຽນໄປສູ່ພະລັງງານທີ່ສະອາດ” ນັ້ນແມ່ນຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງ ຄາຣິນ ຊອນ-ປີແອຣ ທີ່ໄດ້ກ່າວຕໍ່ຍບັນດານັກຂ່າວ ໃນວັນພຸດວານນີ້. ທ່ານນາງ ກ່າວອີກວ່າ “ທ່ານປະທານາທິບໍດີ ແລະທ່ານນາຍົກລັດຖະມົນຕີ ຍັງຈະປຶກສາຫາລື ການນຳພາຂອງສະຫະລັດ ແລະອັງກິດ ຮ່ວມກັນກ່ຽວກັບເລື້ອງເທັກໂນໂລຈີຕ່າງໆທີ່ສຳຄັນໆ ແລະພົ້ນເດັ່ນຂຶ້ນມາ ພ້ອມດ້ວຍການຮ່ວມມືຂອງພວກເຮົາເພື່ອເສີມຂະຫຍາຍໃນຄວາມໝັ້ນຄົງດ້ານເສດຖະກິດຂອງພວກເຮົາ. ພວກເພິ່ນຍັງຈະທົບທວນຄືນການພັດທະນາຢູ່ໃນໄອຣ໌ແລນເໜືອ ອັນເປັນສ່ວນນຶ່ງຂອງຄວາມໝັ້ນໝາຍຮ່ວມກັນຂອງພວກເພິ່ນ ເພື່ອປົກປັກຮັກສາຜົນທີ່ໄດ້ຮັບຂອງຂໍ້ຕົກລົງແບລຟາສ ຫຼື Good Friday.”

ກ່ອນໜ້າຂອງການເຈລະຈາຂອງວັນພະຫັດນີ້ ທ່ານຊູນາກ ໄດ້ກ່າວວ່າ ທ່ານຈະຊຸກຍູ້ຄວາມສຳພັນທາງເສດຖະກິດໃຫ້ໃກ້ຊິດຂຶ້ນກວ່າເກົ່າ ໃນນ້ຳໃຈດຽວກັນນີ້ ຂະນະທີ່ປະເທດທັງຫຼາຍຮ່ວມໄມ້ຮ່ວມມືກັນ ໃນດ້ານການປ້ອງກັນ ແລະຄວາມໝັ້ນຄົງ.

U.S. President Joe Biden hosts British Prime Minister Rishi Sunak for talks at the White House Thursday that are expected to cover economic ties and supporting Ukraine in its defense against a Russian invasion.

The visit by Sunak is his first to the United States since becoming prime minister in October, but he and Biden have already met three times this year.

"The two leaders will review a range of global issues, including our economic partnership, our shared support for Ukraine as it defends itself against Russia's brutal war of aggression, as well as further action to accelerate the clean energy transition," White House press secretary Karine Jean-Pierre told reporters Wednesday. "The president and the prime minister will also discuss the joint U.S.-U.K. leadership on critical and emerging technologies as well as our work to strengthen our economic security. They will also review developments in Northern Ireland as part of their shared commitment to preserving the gains of the Belfast/Good Friday Agreement."

Ahead of Thursday's talks, Sunak said he would push for closer economic relations in the same spirit as the countries' defense and security cooperation.

XS
SM
MD
LG