ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈະປຶກສາຫາລື ກ່ຽວກັບ ການເສຍສະຫຼະຮ່ວມກັນ ໃນຂະນະທີ່ ໄວຣັສໂຄໂຣນາ ເປັນໄພຂົ່ມຂູ່ ຕໍ່ວັນພັກຂອບຄຸນພະເຈົ້າ


ຜູ້ທີ່ຈະຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ຍ່າງເພື່ອໄປລົມກັບສື່ມວນຊົນ ໃນເວລາທີ່ທ່ານອອກຈາກໂຮງລະຄອນ The Queen, 24 ພະຈິກ, 2020, ນະຄອນ ວິລມິງຕັນ, ລັດ ເດລາແວ. (AP Photo/Carolyn Kaster)
ຜູ້ທີ່ຈະຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ຍ່າງເພື່ອໄປລົມກັບສື່ມວນຊົນ ໃນເວລາທີ່ທ່ານອອກຈາກໂຮງລະຄອນ The Queen, 24 ພະຈິກ, 2020, ນະຄອນ ວິລມິງຕັນ, ລັດ ເດລາແວ. (AP Photo/Carolyn Kaster)

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ມີກຳນົດທີ່ຈະປຶກສາຫາລື ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາແລະ ລະດູວັນພັກ ໃນການກ່າວຄຳປາໄສໃນວັນພຸດມື້ນີ້.

ຄຳປາໄສດັ່ງກ່າວຈະມີຂຶ້ນນຶ່ງວັນກ່ອນວັນພັກຂອບຄຸນພະເຈົ້າ, ເປັນເວລາທີ່ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນປົກກະຕິແລ້ວຈະເຕົ້າໂຮມກັນກັບຄອບຄົວ, ແລະ ຫຼາຍຄົນຕ້ອງໄດ້ເດີນທາງເພື່ອທີ່ຈະເຮັດແນວນັ້ນ. ແຕ່ປີນີ້, ດ້ວຍການຕິດແປດ COVID-19 ເພີ່ມຂຶ້ນໃນທົ່ວປະເທດ, ລັດຖະ ບານກາງໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ບ້ານ.

ຫ້ອງການໂອນອຳນາດຂອງທ່ານ ໄບເດັນ ໄດ້ກ່າວວ່າ ທ່ານຈະ “ປຶກສາຫາລື ກ່ຽວກັບ ການເສຍສະຫຼະຮ່ວມກັນຂອງປະຊາຊົນ ອາເມຣິກັນ ໃນລະດູວັນພັກນີ້ ແລະ ເວົ້າວ່າພວກເຮົາສາມາດເຮັດໄດ້ ແລະ ຈະຜ່ານຜ່າວິກິດການໃນປັດຈຸບັນນີ້ຮ່ວມກັນ.”

ໃນວັນອັງຄານວານນີ້, ທ່ານ ໄບເດັນ ໄດ້ປະກາດວ່າ ສະຫະລັດ ແມ່ນ “ພ້ອມ ທີ່ຈະນຳໜ້າໂລກ, ຈະບໍ່ຖອຍອອກຈາກມັນ,” ເປັນການໃຫ້ສັນຍານ ກ່ຽວກັບ ຈຸດຫັນປ່ຽນທີ່ແຕກຕ່າງຈາກກົດເກນ “ອາເມຣິກາ ມາກ່ອນໝູ່” ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ກຳລັງພົ້ນຈາກຕຳແໜ່ງໃນສີ່ປີທີ່ຜ່ານມາ.

ໃນຂະນະທີ່ທ່ານກະກຽມທີ່ຈະເຂົ້າດຳລົງຕຳແໜ່ງໃນວັນທີ 20 ມັງກອນ ນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າປະເທດແມ່ນ “ພ້ອມແລ້ວທີ່ຈະປະເຊີນໜ້າກັບສັດຕູຂອງພວກເຮົາ, ບໍ່ແມ່ນປະຕິເສດພັນ ທະມິດຂອງພວກເຮົາ. ແລະ ພ້ອມທີ່ຈະລຸກຂຶ້ນຕໍ່ສູ້ເພື່ອມູນເຊື້ອຂອງພວກເຮົາ.”

ຈາກສູນກາງການໂອນອຳນາດຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາ ແວ, ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ໄດ້ສະເໜີຕົວບັນດາເຈົ້າ ໜ້າທີ່ລະດັບສູງດ້ານນະໂຍບາຍຕ່າງປະເທດ ແລະ ການຮັກສາຄວາມປອດໄພແຫ່ງຊາດຂອງທ່ານ.

ທ່ານໄດ້ກ່າວວ່າ “ເຂົາເຈົ້າໄດ້ສະແດງໃຫ້ເຫັນຄວາມເຊື່ອຖືຫຼັກຂອງຂ້າພະເຈົ້າວ່າ ອາເມຣິກາ ແມ່ນແຂງແກ່ນທີ່ສຸດ ເວລາທີ່ເຂົາເຈົ້າເຮັດວຽກກັບພັນທະມິດຂອງເຂົາເຈົ້າ. ນັ້ນແມ່ນວິທີທີ່ພວກຈະເຮົາເຮັດໃຫ້ ອາເມຣິກາ ປອດໄພຢ່າງແທ້ຈິງ ໂດຍປາສະຈາກການເຂົ້າຮ່ວມໃນຄວາມຂັດແຍ້ງທາງທະຫານທີ່ບໍ່ຈຳເປັນ, ແລະ ຄວາມຄຸມສັດຕູຂອງພວກເຮົາ ແລະ ປ້ອງກັນພວກກໍ່ການຮ້າຍ.”

ການເລືອກຂອງທ່ານ ໄບເດັນ, ບາງເທື່ອໂດຍສະເພາະແມ່ນທ່ານ ແອນໂທນີ ບລິງເກັນ ເປັນລັດ ຖະມົນຕີການຕ່າງປະເທດນັ້ນ, ແມ່ນມີທັດສະນະຄະຕິໂລກາພິວັດທີ່ແຕກຕ່າງເປັນພິເສດຈາກລັດຖະບານທ່ານ ທຣຳ.

ພາຍໃຕ້ທ່ານ ທຣຳ, ສະຫະລັດ ມັກຈະເຮັດໃຫ້ຕົນຂັດແຍ້ງກັບບັນດາປະເທດ ຕາເວັນຕົກທີ່ເປັນພັນທະມິດມາດົນນານ ໃນຂະນະທີ່ຜູ້ນຳ ສະຫະລັດ ປາກົດວ່າ ສະບາຍໃຈກັບຜູ້ປົກຄອງລະບອບຜະເດັດການ ຄືປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG