ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ຈະ​ໂອ້​ລ​ົມ​ກັບ ປະ​ທານປະ​ເທດ ​ສີ ກ່ຽ​ວ​ກັບ​ບາ​ລ​ລູນຈີນ ທີ່ຖືກ​ກ່າວ​ຫາ​ວ່າ ທຳ​ການສອດ​ແນມ


​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ກ່ຽວ​ກັບບາ​ລ​ລູນ​ສອດ​ແມນ​ຂອງ​ຈີນ ແລະ​ວັດ​ຖຸ​ອັນ​ອື່ນ ທີ່ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ທີ່​ຖືກ​ຍິງ​ຕົກ​ໂດຍ ທະ​ຫານ​ສະ​ຫະ​ລັດ, ວັນ​ທີ 16 ກຸມ​ພາ, 2023 ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.
​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ກ່ຽວ​ກັບບາ​ລ​ລູນ​ສອດ​ແມນ​ຂອງ​ຈີນ ແລະ​ວັດ​ຖຸ​ອັນ​ອື່ນ ທີ່ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ທີ່​ຖືກ​ຍິງ​ຕົກ​ໂດຍ ທະ​ຫານ​ສະ​ຫະ​ລັດ, ວັນ​ທີ 16 ກຸມ​ພາ, 2023 ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ປະທານາທິບໍດີໂຈ ໄບ​ເດັນ ຈະໂອ້ລົມກັບປະທານປະ​ເທດຈີນ ທ່ານ​ສີ ຈິ້ນ​ຜິງ ກ່ຽວກັບບາ​ລ​ລູນທີ່ສົງໄສວ່າທຳ​ການສອດ​ແນມ ທີ່​ທ່ານສັ່ງໃຫ້ຍິງລົງໃນເດືອນນີ້ ຊຶ່ງ​ເນັ້ນໃຫ້ເຫັນເຖິງຄວາມເຄັ່ງຕຶງ ລະຫວ່າງສອງປະເທດ ກ່ຽວກັບເຫດການທີ່ເກີດຂຶ້ນ ທີ່ໄດ້ ຂັດຂວາງການຕິດຕໍ່ສື່ສານໃນລະດັບສູງສຸດຂອງສອງຝ່າຍ.

"ຂ້າພະເຈົ້າຄາດວ່າ ຈະໄດ້ໂອ້ລົມກັບປະທານປະເທດສີ, ແລະຂ້າພະເຈົ້າຫວັງວ່າ ພວກເຮົາ - ພວກເຮົາຈະໄປເຖິງພື້ນ​ຂອງ​ບັນ​ຫາ. ແຕ່ຂ້າພະເຈົ້າ ບໍ່ໄດ້ຂໍໂທດສໍາລັບ ການຍິງ​ບາ​ລ​ລູນດັ່ງກ່າວຕົກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນ ທີ່ກ່າວໃນຄໍາປາໄສໃນ ວັນພະຫັດວານນີ້ ໂດຍອະທິບາຍເຖິງແຜນການຂອງລັດຖະບານ ທີ່ຈະຈັດການກັບ ບັນຫາບ​າ​ລ​ລູນສອດແນມດັ່ງ​ກ່າວ ແລະວັດຖຸທີ່​ບິນ​ມາທາງອາກາດທີ່ບໍ່ຮູ້​ວ່າ​ແມ່ນ​ຫຍັງ 3 ອັນ ທີ່ທ່ານໄດ້ສັ່ງໃຫ້ຍິງ​ລົງເມື່ອບໍ່ດົນມານີ້.

ໃນຂະນະທີ່ຊາກຫັກພັງຍັງຖືກເກັບກູ້​ມາ ແລະສຶກສາຄົ້ນ​ຄວ້າຢູ່ນັ້ນ, ວັດ​ຖຸອີກ 3 ອັນທີ່ເຮືອບິນລົບ​ອາຍ​ພົ່ນຂອງສະຫະລັດ ໄດ້ຍິງຕົກ ດ້ວຍລູກສອນໄຟ - ຢູ່​ໃນລັດອາລາສກາ ວັນສຸກ​ແລ້ວນີ້, ຢູ່ໃນນ່ານຟ້າຂອງການາດາ ໃກ້ກັບລັດອາລາສກາ ໂດຍປະສານງານກັບລັດຖະບານອອຕຕາ​ວາໃນວັນເສົາຜ່ານ​ມາ, ແລະໃນລັດມິ​ຊິ​ແກນ ໃນວັນອາທິດແລ້ວນີ້ - ບໍ່ໄດ້​ຄິດ​ວ່າ ມັນກ່ຽວ​ຂ້ອງ​ກັບ​ໂຄງການສອດ​ແນມ​ຂອງ​ຈີນ ຫຼື ​ຂອງ​ປະ​ເທດ​ອື່ນ, ອີງ​ຕາມທ່ານໄບ​ເດັນກ່າວ​.

ທ່ານກ່າວວ່າ "ການປະເມີນໃນປັດຈຸບັນຂອງປະ​ຊາ​ຄົມສືບ​ລັບ ກໍແມ່ນວ່າ ວັດຖຸ ທັງສາມອັນນີ້ ເປັນ​ບາ​ລ​ລູນທີ່ຂ້ອນ​ຂ້າງ​ຈະຕິດ​ພັນກັບບໍລິສັດເອກະຊົນ, ວົງ​ການ​ເດີນ​ທາງ​ເພື່ອພັກຜ່ອນ ຫຼືສະຖາບັນການຄົ້ນຄວ້າທີ່ສຶກສາສະພາບດິນ​ຟ້າອາກາດ ຫຼື ດໍາເນີນການຄົ້ນຄ້ວາວິທະຍາສາດອື່ນໆ ຫລາຍກວ່າ.

ທ່ານໄບ​ເດັນ ກ່າວ​ວ່າ ​ເຫດການ​ດັ່ງກ່າວ “​ໄດ້ເນັ້ນ​ໃຫ້​ເຫັນເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສາຍ​ພົວພັນ​ທີ່​ເປີດ​ກວ້າງ ​ລະຫວ່າງ​ນັກ​ການ​ທູດ ​ແລະ ນັກ​ຊ່ຽວຊານ​ດ້ານ​ການ​ທະຫານ​ຂອງ​ພວກ​ເຮົາ” ​ແລະ​ກ່າວ​ຢ້ຳວ່າ ລັດ​ຖະ​ບານ​ຂອງ​ທ່ານ “ບໍ່​ໄດ້​ຊອກ​ຫາ​ການ​ເຮັດສົງຄາມ​ເຢັນຮອບໃໝ່” ກັບ​ຈີນ.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສະ​ຫະ​ລັດ​ກັບຈີນ​ ໄດ້​ເພີ່ມ​ຂຶ້ນ​ສູງ ​ນັບ​ຕັ້ງ​ແຕ່​ບາ​ລ​ລູນ​ໄດ້ລອຍ​ເຂົ້າມາ​ໃນເຂດ​ນ່ານຟ້າ​ຂອງ​ສະ​ຫະ​ລັດ ​ໃນ​ຕົ້ນ​ເດືອນ​ນີ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ, ທ່ານ​ແອນ​ໂທນີ ບ​ລິງ​ເຄັນ ໄດ້ໂຈະ​ການ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ກຸມພາ​ນີ້. ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້​ຕໍ່​ມາ, ທຳນຽບຫ້າ​ແຈ​ກໍກ່າວ​ວ່າ ຈີນ​ໄດ້​ປະຕິ​ເສດ ​ບໍ່​ຍອມຮັບ​ໂທລະ​ສັບ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ, ທ່ານລອຍ ອອ​ສ​ຕິນ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກ່າວ​ວ່າ ອຸ​ປະ​ກອນ​ດັ່ງ​ກ່າວ​ ແມ່ນ​ສ່ວນ​ນຶ່ງ​ຂອງ "ໂຄງ​ການ​ບາ​ລ​ລູນທີ່​ລອຍ​ໄປ​ໃນລະ​ດັບ​ສູງ​ສາ​ກົນ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ລັບ" ໂດຍ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນທີ່​ໄດ້​ບິນ​ໄປ​ທົ່ວ 40 ປະ​ເທດ. ປັກ​ກິ່ງ​ໃຫ້​ຂໍ້​ອ້າງວ່າ ​ບາ​ລ​ລູນໜ່ວຍນັ້ນ​ແມ່ນ ​ບາ​ລ​ລູນ​ພົນລະ​ເຮືອນ ​ທີ່​ໃຊ້​ໃນ​ການ​ຄົ້ນຄວ້າດ້ານ​ອຸຕຸນິຍົມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG