ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ອອກ​ຂໍ້​ຈຳ​ກັດໃໝ່ ກ່ຽວ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ ສຳ​ລັບ​ຜູ້​ເດີນ​ທາງ


ພວກ​ເດີນ​ທາງ​ເຂົ້າ​ແຖວ​ລໍ​ຖ້າ ເພື່ອກວດ​ ໃກ້​ປ້າຍ COVID-19 ທີ່​ສະ​ໜາມ​ບິນ​ ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ເມື່ອ​ວັນ​ທີ 24 ພະ​ຈິກ 2021.
ພວກ​ເດີນ​ທາງ​ເຂົ້າ​ແຖວ​ລໍ​ຖ້າ ເພື່ອກວດ​ ໃກ້​ປ້າຍ COVID-19 ທີ່​ສະ​ໜາມ​ບິນ​ ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ເມື່ອ​ວັນ​ທີ 24 ພະ​ຈິກ 2021.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ອອກ​ຂໍ້​ຈຳ​ກັດ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ ໃນ​ການກວດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ສຳ​ລັບ​ພວກ​ເດີນ​ທາງ​ຈາກ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ມາ​ໃນ​ສະ​ຫະ​ລັດ. ນອກນັ້ນ ທ່ານ​ຍັງ​ໄດ້​ວາງ​ແຜນການ​ ເພື່ອ​ຕໍ່​ສູ້​ກັບ​ເຊື້ອ​ໄວ​ຣັ​ສ​ທີ່​ຮ້າຍ​ແຮງ​ສາຍ​ພັນ​ໃໝ່ ຢູ່​ໃນ​ສະ​ຫະ​ລັດ ສຳ​ລັບ​ໄລ​ຍະ​ຫຼາຍໆ​ເດືອນ​ຂອງ​ລະ​ດູ​ໜາວ​ຕໍ່​ໜ້ານີ້.

ພວກ​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ ການກວດ​ເຊື້ອ​ໂຄວິດ-19 ຂອງ​ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ເປັນ​ລົບ ພາຍ​ໃນ​ເວ​ລາ​ນຶ່ງມື້ ກ່ອນ​ອອກ​ເດີນ​ທາງ​ ມາ​ຍັງ​ສະ​ຫະ​ລັດ ຊຶ່ງ​ເປັນ​ການ​ປ່ຽນ​ແປງໃນ​ນະ​ໂຍ​ບາຍ​ປັດ​ຈຸ​ບັນທີ່​ໃຫ້​ເວ​ລາ 3 ມື້. ກົດ​ລະ​ບຽບ​ດັ່ງ​ກ່າວຈະ​ນຳ​ໃຊ້​ກັບ​ພວກ​ທີ່​ເປັນ​ສັນ​ຊາດ​ອາ​ເມ​ຣິ​ກັນ​ແລະ​ເປັນ​ຄົນ​ຕ່າງ​ປະ​ເທດ.

ນອກນັ້ນ​ແລ້ວ ທ່ານ​ໄບ​ເດັນ​ຍັງ​ຕໍ່​ອາ​ຍຸ​ໃນ​ການ​ບັງ​ຄັບ​ໃຫ້​ໃສ່​ໜ້າ​ກາກ ຢູ່​ໃນ​ລະ​ບົບ​ຂົນ​ສົ່ງ​ສາ​ທາ​ລະ​ນະແລະ​ສະ​ໜາມ​ບິນ​ຕ່າໆ ແຕ່​ວັນ​ທີ 18 ມັງ​ກອນ ໄປ​ຫາ​ວັນ​ທີ 18 ມີ​ນາ.

ກໍ​ລະ​ນີ​ທີ​ສອງ​ຂອງ​ໄວ​ຣັ​ສໂຄ​ໂຣ​ນາສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນໄດ້​ຮັບ​ການ​ຢືນ​ຢັນ​ຢູ່​ໃນ​ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້ ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນໄດ້​ກ່າວ​ຕໍ່​ພວກເຈົ້າ​ໜ້າ​ທີ່​ ທີ່​ໄປ​ປະ​ຊຸມ​ກັນ ​ຢູ່​ສະ​ຖາ​ບັນ​ສຸ​ຂະ​ພາບ​ແຫ່ງ​ຊາດ ທີ່​ຢູ່ນອກ​ ນະ​ຄອນ​ຫຼວງວໍ​ຊິງ​ຕັນວ່າ ແຜນ​ການ​ຂອງ​ທ່ານ​ຈະ​ສະ​ເໜີ​ໃຫ້​ສະ​ຫະ​ລັດ “ມີ​ໂອ​ກາດ​ບ່ອນ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້​ວິ​ກິດ​ການນີ້​ຜ່ານ​ພົ້ນ​ໄປ.”

US Enacting Stricter Travel Requirements After Omicron Detected
please wait

No media source currently available

0:00 0:03:10 0:00

ປະ​ທາ​ນາ​ທິ​ບໍ​ດີ​ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ພວມ​ທຳ​ການ​ຕໍ່​ສູ້​ຢູ່​ໃນ​ສານ ກັບພວກ​ຄັດ​ຄ້ານ​ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​ທ່ານ ທີ່​ຮຽກ​ຮ້ອງໃຫ້​ພວກ

ຄົນ​ງານ 84 ລ້ານ​ຄົນ ຢູ່​ຕາມ​ບໍ​ລິ​ສັດ​ຕ່າງໆ​ທີ່​ມີ​ພະ​ນັກ​ງານ​ກາຍ 100 ​ຄົນ​ໃຫ້​ໄປ​ສັກ​ຢາ​ວັກ​ຊີນ ພາຍ​ໃນ​ວັນ​ທີ 4 ມັງ​ກອນ ໂດຍ​ໄດ້​ຕ້ອງ​ຕິ​ຢ່າງ​ຮຸນ​ແຮງ ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ໃຫ້​ຂໍ້​ສັງ​ເກດ​ທີ່​ໜ້າ​ເສົ້າ​ໃຈ​ຫຼາຍ” ​ທີ່​ມາດ​ຕະ​ການ​ຕໍ່​ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໄດ້​ພາ​ໃຫ້​ເກີດ​ມີ​ການ​ຕໍ່​ສູ້​ທາງ​ດ້ານ​ການ​ເມືອງ​ລະ​ຫວ່າງ​ພັກ​ຝ່າຍ​ຕ່າງໆ.

ໃນ​ຂະ​ນະ​ທີ່​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ ກຳ​ລັງ​ແຜ່​ລະ​ບາດ​ໄປ​ຍັງ​ທົ່ວ​ໂລກ​ຢູ່​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ວ່າ “ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ສາຍ​ພັນ​ໃໝ່​ນີ້ ດ້ວຍ​ວິ​ທະ​ຍາ​ສາດ ແລະ​ຄວາມ​ໄວ ບໍ່​ແມ່ນ​ດ້ວຍ​ຄວາມວຸ້ນ​ວາຍ​ແລະ​ຄວາມ​ສັບ​ສົນ.”

ທ່ານ​ໄດ້ວາງ​ແຜນ​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃໝ່ທີ່​ຈະ​ສັກ​ຢາ​ວັກ​ຊີນ ໃຫ້​ຊາວ​ອາ​ເມ​ຣິ​ກັນ​ຜູ້​ທີ່​ຍັງ​ບໍ່​ທັນ​ສັກ​ຢາ​ເທື່ອ 60 ລ້ານ​ຄົນ​ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ໄດ້​ສັກ​ຢາ​ແລ້ວ 100 ລ້ານ​ຄົນ ໃຫ້​ໄປ​ສັກ​ຢາວັກ​ຊີນເພີ້ມ​ທີ່​ເອີ້ນ​ວ່າ​ບູ​ສ​ເຕີ້ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າ​ວ​ວ່າ ເວ​ລານີ້ ມີ​ບ່ອນ​ສັກ​ຢາ​ວັກ​ຊີນ​ຢູ່ 80,000 ແຫ່ງ​ໃນ​ສະ​ຫະ​ລັດ ທີ່​ປະ​ຊາ​ຊົນ​ສາ​ມາດ​ໄປ​ສັກ​ຢາ​ວັກ​ຊີນ​ໄດ້ແລະ 35,000 ບ​ອ່ນ​ສຳ​ບ່ອນ​ທີ່​ພໍ່​ແມ່​ສາ​ມາດ​ນຳ​ລູກ ທີ່​ມີ​ອາ​ຍຸ​ແຕ່ 5 ຫາ 18 ປີ ໄປ​ສັກ​ຢາ​ວັກ​ຊີນ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG