ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໄບເດັນ ດຳເນີນການ ກັບຄວາມຮຸນແຮງຍ້ອນປືນ ໂດຍເຕືອນເຖິງໄພອັນຕະລາຍໃນຢາມລະດູຮ້ອນ


ປະທານາທິບໍດີ ສຫລ ທ່ານໂຈ ໄບເດັນ ກ່າວຖະແຫລງໃຫ້ຄວາມເຫັນ ຫຼັງຈາກໄດ້ປະຊຸມປຶກສາຫາລື ກັບບັນດາທີ່ປຶກສາກ່ຽວກັບບາດກ້າວຕ່າງໆ ໃນການຫລຸດຜ່ອນຄວາມຮຸນແຮງຍ້ອນປືນຢູ່ໃນສະຫະລັດ, ທີ່ທຳນຽບຂາວ ຫຼື White House ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມິຖຸນ 2021.
ປະທານາທິບໍດີ ສຫລ ທ່ານໂຈ ໄບເດັນ ກ່າວຖະແຫລງໃຫ້ຄວາມເຫັນ ຫຼັງຈາກໄດ້ປະຊຸມປຶກສາຫາລື ກັບບັນດາທີ່ປຶກສາກ່ຽວກັບບາດກ້າວຕ່າງໆ ໃນການຫລຸດຜ່ອນຄວາມຮຸນແຮງຍ້ອນປືນຢູ່ໃນສະຫະລັດ, ທີ່ທຳນຽບຂາວ ຫຼື White House ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມິຖຸນ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະຕິຍານທີ່ຈະຫຼຸດຜ່ອນຄວາມ ຮຸນແຮງຍ້ອນປືນ ໃນຂະນະທີ່ທ່ານເຕືອນປະເທດຊາດກ່ຽວກັບການຂ້າກັນທີ່ສູງ ຂຶ້ນ ໃນຍາມລະດູຮ້ອນທີ່ອັນຕະລາຍ.

“ພວກເຮົາກໍາລັງດໍາເນີນການກັບພວກຄົນບໍ່ດີ ທີ່ເຮັດສິ່ງບໍ່ດີແລະອັນຕະລາຍຢູ່ໃນຊຸມຊົນຕ່າງໆ ແລະຕໍ່ປະເທດຂອງພວກເຮົາ” ທ່ານໄບເດັນໄດ້ກ່າວໄປໃນຄຳປາໄສຢູ່ທີ່ທຳນຽບຂາວໂດຍວາງອອກໂຄງການຂອງລັດຖະບານຢ່າງຮອບດ້ານ.

ລິ້ງເວັບໄຊຂອງທຳນຽບຂາວ:

https://www.whitehouse.gov/briefing-room/statements-releases/2021/06/23/fact-sheet-biden-harris-administration-announces-comprehensive-strategy-to-prevent-and-respond-to-gun-crime-and-ensure-public-safety/

ທ່ານໄບເດັນ ໄດ້ປະຕິຍານອີກວ່າ “ຄວາມອົດທົນໃຫ້ເປັນສູນ” ສຳລັບພວກຄ້າປືນ ແລະ ພວກທີ່ຄ້າອາວຸດເຖື່ອນ ຈາກເມືອງນຶ່ງໄປຫາເມືອງນຶ່ງ.

ທ່ານເວົ້າວ່າ “ພວກເຮົາຈະຮັບປະກັນວ່າ ເຈົ້າບໍ່ສາມາດຂາຍຄວາມຕາຍ ແລະຄວາມວຸ້ນວາຍຢູ່ຖະໜົນທັງຫຼາຍຂອງພວກເຮົາ.”

ລັດຖະບານຂອງທ່ານໄບເດັນ ຈະອະນຸມັດເງິນສົ່ງເສີມຂອງລັດຖະບານກາງມູນຄ່າ 350 ຕື້ໂດລາໃຫ້ກົມຕຳຫຼວດທັງຫຼາຍຢູ່ໃນພື້ນທີ່ ທີ່ມີອັດຕາຂອງຄວາມຮຸນແຮງດ້ານອາຊະຍາກຳເພີ້ມຂຶ້ນ.

ທ່ານປະທານາທິບໍດີ ຍັງໄດ້ກ່າວວ່າ ຊ່ອງຫວ່າງທັງຫຼາຍຕ້ອງໄດ້ຖືກປິດເພາະ ວ່າ “ມີຫຼາຍຄົນໂພດໃນມື້ນີ້ ຜູ້ທີ່ສາມາດຊື້ປືນໄດ້ ຫາກແຕ່ພວກເຂົາບໍ່ຄວນຊື້ມັນໄດ້.”

ເມື່ອຖືກຖາມໂດຍວີໂອເອ ແມ່ນຫຍັງທີ່ລັດຖະບານສາມາດເຮັດ ເພື່ອປ່ຽນຄວາມຄິດຂອງພວກຄົນຈຳພວກນັ້ນ ຜູ້ທີ່ຈະຍິງຄົນອື່ນດ້ວຍປືນ ທ່ານໄບເດັນ ໄດ້ກ່າວເຖິງໂຄງການດ້ານສຸຂະພາບທາງຈິດຕ່າງໆ ເຊັ່ນ ການສຶກສາສຳລັບພວກເດັກນ້ອຍໃນຕອນຕົ້ນ ການບໍ່ປະຕິເສດທີ່ພັກອາໄສຂອງລັດໃຫ້ແກ່ພວກນັກໂທດອາຍາທີ່ໄດ້ຖືກປ່ອຍໂຕແລ້ວ ແລະຫາວິທີທາງເພື່ອພົວພັນກັບພວກນັກໂທດທີ່ໄດ້ຖືກປ່ອຍໂຕອອກຈາກຄຸກ ຢູ່ໃນຄຸ້ມບ້ານຂອງພວກເຂົາ ຕື່ມອີກ “ໂດຍໃຫ້ຄວາມຫວັງບາງຢ່າງ ໂອກາດບາງຢ່າງແກ່ພວກເຂົາ.”

ໃນການກ່າວຖະແຫລງກ່ອນໜ້າທ່ານປະທານາທິບໍດີ ກໍຄື ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານເມີຣິກ ກາຣແລນດ໌ ໄດ້ກ່າວວ່າ ບັນດາໄອຍະການທັງ ຫຼາຍທົ່ວປະເທດຈະເຮັດວຽກກັບຄູ່ຮ່ວມງານໃນທ້ອງຖິ່ນ “ເພື່ອຈັດຕັ້ງແຜນການ ໃນທັນທີ ໃນການແກ້ໄຂຄວາມຮຸນແຮງດ້ານອາຊະຍາກຳທີ່ສູງຂຶ້ນ ທີ່ວ່າ ເກີດຂຶ້ນໂດຍສະເພາະ ໃນລະຫວ່າາງລະດູຮ້ອນ.”

ທ່ານໄບເດັນ ໄດ້ເປີດເຜີຍແຜນການຕໍ່ຕ້ານອາຊະຍາກຳຂອງທ່ານ ຫຼັງຈາກທີ່ໄດ້ພົບປະກັບກຸ່ມຜູ້ປົກຄອງເມືອງທັງຈາກສອງພັກການເມືອງ ບັນດານັກເຄື່ອນໄຫວຊຸມຊົນ ແລະບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG