ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ສະ​ໜັບ​ສະ​ໜູນ ການ​ຂໍ​ສະ​ໝັກ​ເຂົ້າ​ອົງ​ການ NATO ຂອງ ສວີ​ເດັນ ແລະ ຟິນ​ແລນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສວີ​ເດັນ ທ່ານ​ນາງ ແມກ​ດາ​ເລ​ນາ ແອນ​ເດີ​ສັນ ແລະ ປະ​ທານ​າ​ທິ​ບໍ​ດີ ຟິນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ຢູ່​ສວນ​ກຸຫຼາບ, ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສວີ​ເດັນ ທ່ານ​ນາງ ແມກ​ດາ​ເລ​ນາ ແອນ​ເດີ​ສັນ ແລະ ປະ​ທານ​າ​ທິ​ບໍ​ດີ ຟິນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ຢູ່​ສວນ​ກຸຫຼາບ, ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ພຶດ​ສະ​ພາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ສະ​ແດງ​ຄວາມ​ຍິນ​ດີຢ່າງ​ກະ​ຕື​ລື​ລົ້ນ ​ຕໍ່​ການ​ຂໍ​ເຂົ້າ​ຮ່ວ​ມ​ພັນ​ທະ​ມິດ​ດ້ານ​ຄວາມ​ປອດ​ໄພ NATO ຂອງ​ປະ​ເທດ ສວີ​ເດັນ ແລະ ຟິນ​ແລນ, ເປັນ​ການ​ເຄື່ອນ​ໄຫວ​ທີ່​ຈະ​ຂະ​ຫຍາຍ​ກຸ່ມ​ດັ່ງ​ກ່າວ​ເພື່ອ​ລວມ​ເອົາ​ສອງ​ປະ​ເທດ​ທີ່​ມີ​ການ​ທະ​ຫານ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ຂອງຢູ​ໂຣບ ແລະ ຕັ້ງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຣັດ​ເຊຍ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຈາກ​ສວນ​ກຸຫຼາບ​ໃນ​ຂະ​ນະ​ທີ່​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສວີ​ເດັນ ທ່ານນາງ ແມກ​ດາ​ເລ​ນາ ແອນ​ເດີ​ສັນ ແລະ ປະ​ທາ​ນາ​ທິ​ບໍ​ດີ ຊາວ​ລີ ນີ​ນິ​ສ​ໂຕ ແຫ່ງ​ຟິນ​ແລນ ຢືນ​ຢູ່​ຄຽງ​ຂ້າງ​ນັ້ນ, ທ່ານ​ໄບ​ເດັນ​ ໄດ້​ກ່າວ​ວ່າ​ທ່ານ​ຈະ​ສົ່ງ​ໃບ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ​ ໄປ​ໃຫ້​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ, ບ່ອນ​ທີ່​ທ່ານ​ຫວັງ​ວ່າ​ຈະ​ຖືກ​ອະ​ນຸ​ມັດ​ຢ່າ​ວ່ອງ​ໄວ.

ທ່ານ​ໄບ​ເດັນ​ໄດ້​ກ່າວ​ວ່າ “ສວີ​ເດັນ ແລະ ຟິນ​ແລນ ມີ​ສະ​ຖາ​ບັນ​ປະ​ຊາ​ທິ​ປະ​ໄຕ​ທີ່​ແຂງ​ແກ່ນ, ການ​ທະ​ຫານ​ທີ່​ແຂງ​ແກ່ນ ແລະ ເສດ​ຖະ​ກິດ​ທີ່​ເຂັ້​ມ​ແຂງ ແລະ ໂປ່ງ​ໃສ. ແລະ ມີ​ສິນ​ທຳ​ ກ່ຽວ​ກັບ ສິ່ງ​ທີ່​ຖືກ​ຕ້ອງທີ່​ເຂັ້ມ​ແຂງ. ເຂົາ​ເຈົ້າ​ໄດ້​ບັນ​ລຸ​ທຸກ​ຂໍ້​ຮຽກ​ຮ້ອງ​ຂອງ​ອົງ​ການ NATO ແລະ ​ບາງ​ອັນຕື່ມ​ອີກ.”

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ ສ​ໂຕ​ລ​ເທັນ​ເບີກ ໄດ້​ທຳ​ການ​ປະ​ກາດ ກ່ຽວ​ກັບ ສວີ​ເດັນ ແລະ ຟິນ​ແລນ ໃນ​ວັນ​ພຸດ​ທີ່​ຜ່ານ​ມາຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັນ​ທະ​ມິດ​ດັ່ງ​ກ່າວ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌. ສະ​ມາ​ຊິກ​ອື່ນໆ 29 ປະ​ເທດ​ຂອງ​ອົງ​ການ NATO ຈະ​ຕ້ອງ​ໄດ້​ເຫັນ​ພ້ອມກັນຢ່າງ​ເປັນ​ເອ​ກະ​ສັນ​ເພື່ອ​ຮັບ​ເອົາ​ສອງ​ປະ​ເທດ​ທີ່​ວ່າ​ນັ້ນ, ເຊິ່ງ​ແມ່ນ​ຂັ້ນ​ຕອນ​ທີ່​ປົກ​ກະ​ຕິ​ແລ້ວ​ຈະ​ໃຊ້​ເວ​ລາ​ເຖິງ​ສອງ​ປີ ແຕ່​ແມ່ນ​ຄາດ​ວ່າ​ຈະ​ໄວ​ກວ່າ​ນັ້ນ​ໃນ​ກໍ​ລະ​ນີນີ້.

ການ​ຂໍ​ສະ​ໝັກ​ຂອງ​ຟິນ​ແລນ ແລະ ສວີ​ເດັນ ເປັນ​ຂີດ​ໝາຍ​ການ​ອອກ​ຈາກ​ນະ​ໂຍ​ບາຍ​ຄວາມ​ເປັນ​ກາງທີ່​ສຳ​ຄັນມາຫຼາຍ​ທົດ​ສະ​ວັດ​ຂອງ​ເຂົາ​ເຈົ້າ​ນັບ​ຕັ້ງ​ແຕ່​ສົງ​ຄາມ​ເຢັນ. ການ​ຕັດ​ສິນ​ໃຈ​ຂອງ ມົ​ສ​ກູ ທີ່​ຈະ​ບຸກ​ລຸກ​ປະ​ເທດ ຢູ​ເຄ​ຣນ ທີ່​ຢູ່​ໃກ້​ຄຽງ​ໃນ​ວັນ​ທີ 24 ກຸມ​ພາ​ທີ່​ຜ່ານ​ມາ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ໃນ​ທັງ​ສອງ​ປະ​ເທດ, ໂດຍ​ສະ​ເພາະ ຟິນ​ແລນ, ເຊິ່ງ​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ ຣັດ​ເຊຍ ຫຼາຍກວ່າ 1,300 ກິ​ໂລ​ແມັດ.

ທ່ານ ເຄີ​ດ ໂວ​ລ​ເກີ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ NATO ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ພັນ​ທະ​ມິດ​ດ້ານ​ຄວາມ​ປອດ​ໄພ​ດັ່ງ​ກ່າວ​ອາດ​ຈະ​ໄດ້​ເຫັນ​ການ​ຂໍ​ເປັນ​ສະ​ມາ​ຊິກຫຼາຍກວ່າເກົ່າ​ໃນ​ໄວໆ​ນີ້.

ທ່ານໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ຖ້າ​ຟິນ​ແລນ ແລະ ສວີ​ເດັນ, ເຊິ່ງ​ແມ່ນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​, ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ, ມີ​ການ​ທະ​ຫານ​ທີ່​ມີ​ອຳ​ນາດ, ຖ້າ​ເຂົາ​ເຈົ້າ​ບໍ່​ຄິດ​ວ່າ​ມັນ​ມີ​ຄວາມ​ປອດ​ໄພ​ຢູ່ນອກ​ອົງ​ການ NATO, ແລ້ວ​ມັນ​ກໍ​ຊັດ​ເຈນ​ວ່າ ປະ​ເທດ​ຕ່າງໆ​ທີ່ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຈົນ​ເຖິງ​ດຽວນີ້, ບັນ​ດາ​ປະ​ເທດ​ເຂດ​ສີ​ເທົາຄື ຢູ​ເຄ​ຣນ, ຈໍ​ເຈຍ, ໂມ​ລ​ໂດ​ວາ, ບາງ​ປະ​ເທດ​ໃນ​ທະ​ເລ​ບາ​ລ​ກັງ, ເຂົາ​ເຈົ້າ​ຄົງ​ຈະ​ບໍ່​ສາ​ມາດ​ພິ​ຈາ​ລະ​ນາ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ​ໄດ້​ເອງ​ໂດຍ​ປາ​ສະ​ຈາກ​ອົງ​ການ NATO ເຊັ່ນ​ກັນ. ສະ​ນັ້ນ​ມັນ​ຈະ​ມີ​ການ​ຮຽກ​ຮ້ອງ​ຕ້ອງ​ການຫຼາຍ​ຂຶ້ນ.”

ຢູ່ກອງ​ປະ​ຊຸມ​ທີ່​ທຳ​ນຽບ​ຫ້າ​ແຈ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ກ່າວ​ຕໍ່​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ ສວີ​ເດັນ​, ທ່ານ ປີ​ເຕີ ຮັ​ລ​ຄວິ​ສ (Peter Hultqvist) ວ່າ, “ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ຕໍ່​ພັນ​ທະ​ມິດ NATO.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Biden Supports Sweden, Finland’s Bids to Join NATO
please wait

No media source currently available

0:00 0:03:52 0:00

XS
SM
MD
LG