ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ໃຫ້ການຄໍ້າປະກັນ ຕໍ່ທ່ານ ເຊເລັນສກີ ກ່ຽວກັບ ການສະໜັບສະໜູນຂອງ ສະຫະລັດ ໃນການປະເຊີນກັບ ໄພຂົ່ມຂູ່ການບຸກລຸກຂອງ ຣັດເຊຍ


ໃນພາບແຈກຢາຍນີ້ທີ່ຖືກສະໜອງໃຫ້ໂດຍຫ້ອງການສື່ມວນຊົນປະທານາທິບໍດີ ຢູເຄຣນ, ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ, ຂວາ, ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ, ໃນເມືອງ ເຄີສັນ, ຢູເຄຣນ. 12 ກຸມພາ, 2022.
ໃນພາບແຈກຢາຍນີ້ທີ່ຖືກສະໜອງໃຫ້ໂດຍຫ້ອງການສື່ມວນຊົນປະທານາທິບໍດີ ຢູເຄຣນ, ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ, ຂວາ, ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ, ໃນເມືອງ ເຄີສັນ, ຢູເຄຣນ. 12 ກຸມພາ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໃຫ້ການຄໍ້າປະກັນຕໍ່ປະທາ ນາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນວັນອາທິດວານນີ້ ກ່ຽວກັບ ຄຳໝັ້ນສັນຍາຂອງ ວໍຊິງຕັນ ຕໍ່ອຳ ນາດອະທິປະໄຕ ແລະ ຜືນແຜ່ນດົນອັນຄົບຖ້ວນຂອງ ຢູເຄຣນ” ແມ່ນກະທັ້ງທີ່ ສະຫະລັດ ກ່າວວ່າ ໄພຂົ່ມຂູ່ຂອງການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ ທີ່ໃກ້ຈະເກີດຂຶ້ນນັ້ນແມ່ນ “ຄວາມເປັນໄປໄດ້ທີ່ຊັດແຈ້ງ“ ໃນບໍ່ເທົ່າໃດວັນຈະມາເຖິງນີ້ກໍຕາມ.

ທ່ານ ໄບເດັນ ໄດ້ປຶກສາຫາລືທາງໂທລະສັບກັບຜູ້ນຳ ຢູເຄຣນ ຈາກ ສະຖານ ທີ່ພັກຜ່ອນຂອງປະທານາທິບໍດີ Camp David ຕັ້ງຢູ່ນອກນະຄອນຫຼວງ ວໍຊິງຕັນ, ບ່ອນທີ່ຜູ້ນຳ ສະຫະລັດ ໃຊ້ເວລາພັກຜ່ອນທ້າຍອາທິດ ໃນຂະນະທີ່ ບັນ ດາຜູ້ນຳຕາເວັນຕົກສະແດງຄວາມເປັນຫ່ວງເພີ່ມຂຶ້ນວ່າ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ອາດໂຈມຕີອະດີດສະຫະພາບ ໂຊຫວຽດ ໃນສອງສາມວັນຂ້າງໜ້າ, ບາງເທື່ອອາດຈະເປັນວັນພຸດນີ້.

ທຳນຽບຂາວໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ທ່ານ ໄບເດັນ “ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ທ່ານ ເຊເລັນສກີ ວ່າ ສະຫະລັດ ຈະຕອບໂຕ້ຢ່າງວ່ອງໄວ ແລະ ຢ່າງເດັດຂາດ, ພ້ອມກັບພັນທະ ມິດ ແລະ ຄູ່ຮ່ວມຂອງເຂົາເຈົ້າ, ສຳລັບການມຸ່ງຮ້າຍຕໍ່ໄປໃດໆຂອງ ຣັດເຊຍ ຕໍ່ ຢູເຄຣນ.”

ແນວໃດກໍຕາມ, ທ່ານ ໄບເດັນ ໄດ້ປະຕິເສດທີ່ຈະສົ່ງກອງທະຫານ ສະຫະລັດ ເພື່ອໄປຕໍ່ສູ້ຄຽງຂ້າງຊາວ ຢູເຄຣນ ໃນກໍ​ລະ​ນີທີ່ເກີດການບຸກລຸກຂອງ ຣັດເຊຍ, ໃນຂະນະທີ່ໄດ້ປະຕິຍານທີ່ຈະວາງມາດຕະການລົງໂທດທາງເສດຖະກິດ “ຢ່າງໄວ ແລະ ຮຸນແຮງ.”

ທຳນຽບຂາວໄດ້ກ່າວວ່າ ທ່ານ ໄບເດັນ ແລະ ທ່ານ ເຊເລັນສກີ “ໄດ້ຕົກລົງກັນ ກ່ຽວກັບ ຄວາມສຳຄັນຂອງການສືບຕໍ່ ດຳເນີນການທາງການທູດ ແລະ ຍັບຢັ້ງ“ ຕໍ່ການບຸກລຸກຂອງ ມົສກູ, ແນວໃດກໍ່ຕາມການທາບທາມທາງການທູດຂອງປະເທດຕາເວັນຕົກຕໍ່ທ່ານ ປູຕິນ ປັດຈຸບັນນີ້ ແມ່ນໄດ້ລົ້ມແຫຼວເພື່ອຍຸ​ຕິສະພາບທີ່ບໍ່​ໄປ​ບໍ່​ມາດັ່ງກ່າວ.

ທ່ານ ເຈກ ຊຸລລີວານ, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທ່ານ ໄບເດັນ ໄດ້ກ່າວຕໍ່ລາຍການ State of the Union ຂອງໂທລະພາບ CNN ວ່າ ສະຫະລັດ ບໍ່ສາມາດ​ທຳ​ນາຍ​ໄດ້ວ່າ ຣັດເຊຍ ອາດບຸກລຸກໃນອາທິດນີ້ ຫຼື ຫຼັງຈາກກິລາໂອລິມປິກ ປັກກິ່ງ ໃນນຶ່ງອີກນຶ່ງອາທິດ, ແຕ່ມັນມີ “ຄວາມເປັນໄປໄດ້ທີ່ຊັດເຈນວ່າ ມັນຈະເປັນການດຳເນີນການທາງທະຫານຄັ້ງໃຫຍ່.”

ໃນຂະນະທີ່ ສະຫະລັດ ໄດ້ເຕືອນມາຫຼາຍເດືອນ ກ່ຽວກັບ ໄພຂົ່ມຂູ່ຂອງການໂຈມຕີໂດຍ ຣັດເຊຍ ນັ້ນ,​ ທ່ານ ຊຸລລີວານ ໄດ້ກ່າວວ່າ “ໃນສອງສາມວັນ​ທີ່ຜ່ານມາ” ມົສກູ ໄດ້ເລັ່ງການເສີມກຳລັງທະຫານຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG