ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ທ່ານໄບເດັນ ກ່າວຖະແຫລງ ດ້ວຍຄວາມຫວັງ ແລະຄວາມຫຼັກແຫຼມ ຂອງການຕັດສິນໃຈ ໃນການຖອນໂຕອອກຈາກການແຂ່ງຂັນ


ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສຕໍ່ປະເທດຊາດ ຈາກຫ້ອງການປະທານາທິບໍດີຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ກໍລະກົດ 2024, ກ່ຽວກັບການຕັດສິນໃຈຂອງທ່ານທີ່ຈະຖອນໂຕອອກຈາກການແຂ່ງຂັນເປັນປະທານາທິບໍດີຂອງພັກເດໂມແຄຣັດ ອີກນຶ່ງສະໄໝທີ. (Pool via AP)
ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສຕໍ່ປະເທດຊາດ ຈາກຫ້ອງການປະທານາທິບໍດີຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ກໍລະກົດ 2024, ກ່ຽວກັບການຕັດສິນໃຈຂອງທ່ານທີ່ຈະຖອນໂຕອອກຈາກການແຂ່ງຂັນເປັນປະທານາທິບໍດີຂອງພັກເດໂມແຄຣັດ ອີກນຶ່ງສະໄໝທີ. (Pool via AP)

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ຕັດສິນໃຈຢ່າງໂດດເດັ່ນທີ່ຈະຖອນໂຕອອກຈາກການແຂ່ງຂັນເປັນປະທານາທິບໍດີ ຢູ່ດ້ານຫລັງຈໍພາບ ໂດຍເລືອກທີ່ຈະລົງຂ່າວທາງອອກໄລນ໌.

ສາມວັນທີ່ຜ່ານມານີ້ ຢູ່ໃນຄຳປາໄສຈາກຫ້ອງການປະທານາທິບໍດີ ທີ່ເປັນຊ່ວງເວລາຂອງຄວາມຫວັງ, ຊ່ວງເວລາຂອງຄວາມມຸ້ງໝັ້ນ ແລະຊ່ວງເວລາຂອງຄວາມຫຼັກແຫຼມ, ໃນຄຳອະທິບາຍດ້ວຍເຫດຜົນທີ່ທ່ານໄດ້ໃຫ້ນັ້ນ. ທ່ານໄບເດັນ ກ່າວເຖິງປະສົບການຂອງການເປັນລັດຖະກອນໄລຍະ 5 ທົດສະວັດຂອງທ່ານ, ແລະໄດ້ອ້າງເຖິງປະຫວັດຂອງຜົນສຳເລັດໃນການເປັນປະທານາທິບໍດີ ທັງຢູ່ພາຍໃນປະເທດ ແລະທາງດ້ານການເມືອງ, ແຕ່ຕໍ່ຈາກນັ້ນ ກໍໄດ້ຮຽກຮ້ອງໃຫ້ມີການນຳພາໃໝ່ຜູ້ທີ່ມີກຳລັງວັງຊາ ເພື່ອທີ່ຈະປະເຊີນກັບຄວາມທ້າທາຍທັງຫຼາຍໃນຕໍ່ໜ້າ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ “ບໍ່ມີຫຍັງໆ ສາມາດຂວາງທາງຂອງການປົກປັກຮັກສາປະຊາທິປະໄຕຂອງພວກເຮົາໄດ້. ອັນນັ້ນ ລວມທັງຄວາມກະຕືລືລົ້ນສ່ວນຕົວ. ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈ ທາງທີ່ດີທີ່ສຸດຕໍ່ໜ້ານີ້ ແມ່ນສົ່ງມອບຄວາມຮັບຜິດຊອບໃຫ້ແກ່ຄົນລຸ້ນໃໝ່. ມັນເປັນທາງທີ່ດີທີ່ສຸດເພື່ອຈະປຸ້ມລຸມປະເທດຊາດຂອງພວກເຮົາ. ເຈົ້າຮູ້ດີ, ມີຊ່ວງເວລານຶ່ງ ແລະຈຸດແຫ່ງນຶ່ງ ສຳລັບສຽງໃໝ່ໆທັງຫຼາຍ. ສຽງສົດໆທັງຫຼາຍ. ແມ່ນແລ້ວ ສຽງຂອງພວກຊາວໜຸ່ມທັງຫຼາຍ. ແລະເວລານັ້ນ ແລະຈຸດນັ້ນ ແມ່ນດຽວນີ້.”

ທ່ານໄບເດັນ ຍັງໄດ້ຂອບໃຈທ່ານນາງ ຄາມາລາ ແຮຣິສ ຜູ້ທີ່ໄດ້ທຳການໂຄສະນາຫາສຽງ ພ້ອມດ້ວຍການຮັບຮອງຂອງທ່ານ ແລະຄຳໝັ້ນສັນຍາຂອງບັນດາຜູ້ແທນທີ່ພຽງພໍ ເພື່ອຈະໄດ້ຖືກສະເໜີຊື່ເປັນຕົວແທນຂອງພັກ. ທ່ານໄດ້ພັນລະນາເຖິງທ່ານນາງວ່າ ເປັນ “ຜູ້ມີປະສົບປະການ,” “ເກັ່ງ” ແລະ “ມີຄວາມສາມາດ” ແຕ່ກໍໄດ້ກ່າວຕື່ມອີກວ່າ “ທາງເລືອກແມ່ນຂຶ້ນຢູ່ກັບພວກເຈົ້າ.”

ທ່ານບໍ່ໄດ້ເອີ່ຍຊື່ຂອງຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ. ແຕ່ບັນດານັກວິເຄາະ ກ່າວວ່າ ການກ່າວເຕືອນທີ່ໜັກແໜ້ນທັງໝົດຂອງທ່ານໄບເດັນ ນັ້ນ ແມ່ນຊີ້ໄປໃສ່ພຽງຄົນຜູ້ດຽວ.

ທ່ານນາງ ເຈັນນິເຟີ ເມີຣຊີກາ ອາຈານດ້ານການສື່ສານແລະການຂ່າວ ຢູ່ມະຫາວິທະຍາໄລ ເທັກຊັສ ຫຼື ມະຫາວິທະຍາໄລ A&M ກ່າວວ່າ “ທ່ານໄດ້ເວົ້າກ່ຽວກັບຄວາມແບ່ງແຍກກັນ. ທ່ານໄດ້ເວົ້າກ່ຽວກັບຄວາມຮຸນແຮງ ແລະຄວາມຮຸນແຮງດ້ານການເມືອງ. ສິ່ງທັງຫຼາຍເຫຼົ່ານັ້ນ ເປັນສິ່ງທັງໝົດທີ່ເນັ້ນຄືນໄປຫາ ອະດີດປະທານາທິບໍດີ ດໍໂນລ ທຣຳ ແລະການດຳລົງຕຳແໜ່ງຂອງລາວ. ທ່ານໄດ້ເວົ້າກ່ຽວກັບໄພຂົ່ມຂູ່ຕ່າງໆທີ່ປະເຊີນໜ້າປະເທດຊາດ ເມື່ອທ່ານເຂົ້າມາດຳລົງຕຳແໜ່ງຄັ້ງທຳອິດ, ໃນເດືອນມັງກອນ 2021. ແລະສະນັ້ນ ກໍແມ່ນກ່ຽວກັບທ່ານດໍໂນລ ທຣຳ ຢ່າງແນ່ນອນ. ແມ່ນແລ້ວ, ອັນນີ້ ບໍ່ແມ່ນຈຸດສຳລັບທ່ານ ທີ່ຈະເວົ້າກ່ຽວກັບ ທ່ານດໍໂນລ ທຣຳ. ມັນບໍ່ແມ່ນຈຸດສຳລັບທ່ານ ທີ່ຈະກ່າວປາໄສ ເພື່ອຫາສຽງ.”

ທ່ານປະທານາທິບໍ ໄດ້ກ່າວວ່າ ວຽກງານຂອງທ່ານດຽວນີ້ ຈະສຸມໃສ່ເລື້ອງຄວາມທ້າທາຍທັງຫຼາຍພາຍໃນປະເທດ ເຊັ່ນວ່າ ສິດຂອງພົນລະເຮືອນ ແລະສິດເສລີພາບຂອງຜູ້ປ່ອນບັດ, ການປະຕິຮູບດ້ານຄວາມປອດໄພຂອງປືນ, ການສະແຫວງຫາທາງເພື່ອສິ້ນສຸດໂຣກມະເຮັງ ແລະການປະຕິຮູບສານສູງສຸດ.

ນອກຈາກນັ້ນ ທ່ານຍັງໄດ້ກ່າວເຖິງຄວາມທ້າທ້າຍທີ່ສະຫະລັດປະເຊີນ ຢູ່ຕ່າງປະເທດ, ດ້ວຍສົງຄາມຕ່າງໆ ທີ່ກຳລັງເກີດຂຶ້ນຢູ່ໃນກາຊາ ແລະຢູເຄຣນ ແລະ ຈີນ ກາຍມາເປັນປະເທດທີ່ເກັ່ງກ້າຫຼາຍຂຶ້ນຢູ່ໃນເຂດອິນໂດ-ປາຊີຟິກ.

ບັນດານັກວິເຄາະ ກ່າວວ່າ ເຫດໄຟໄໝ້ຢູ່ຕ່າງປະເທດທັງຫຼາຍເຫຼົ່ານັ້ນ ເປັນໄປໄດ້ສູງວ່າ ຈະເຜົາໄໝ້ເຂົ້າໃນຈິດໃຈຂອງພວກປ່ອນບັດທີ່ມີຄວາມເປັນຫ່ວງທັງຫຼາຍ.

ທ່ານທອມມັສ ສວອຣສ໌ ເປັນອາຈານສອນປະຫວັດສາດຢູ່ມະຫາວິທະຍາໄລ ແວນເດີບິລຕ໌ ກ່າວວ່າ “ອັນນັ້ນເປັນຄວາມເປັນຫ່ວງທີ່ແທ້ຈິງ ທີ່ຂ້າພະເຈົ້າຄຶດວ່າ ຄົນທົ່ວໄປຈະມີ ເຊິ່ງແມ່ນວ່າ ປະທານາທິບໍດີ ຜູ້ທີ່ໃກ້ສິ້ນສຸດຕຳແໜ່ງ ຮັບມືກັບວິກິດການຕ່າງໆດ້ານນະໂຍບາຍການຕ່າງປະເທດ ໄດ້ແນວໃດ?”

ພວກເຮົາຈະໄດ້ຮັບຮູ້ ໃນວັນພະຫັດນີ້ ເມື່ອນາຍົກລັດຖະມົນຕີອິສຣາແອລ ເບັນຈາມິນ ເນທັນຢາຮູ ມາຢ້ຽມຢາມທຳນຽບຂາວ. ຜູ້ນຳຂອງອິສຣາແອລ ຍັງຈະເຂົ້າຮ່ວມປະຊຸມອີກສອງເທື່ອ ໃນຂນະທີ່ຢູ່ໃນສະຫະລັດ, ກັບທ່ານນາງແຮຣິສ ແລະ ທ່ານທຣຳ.

ແຕ່ສຳລັບບົດບາດສຸດທ້າຍຂອງການດຳລົງຕຳແໜ່ງປະທານາທິບໍດີ, ທ່ານໄບເດັນ ຍັງຄົງເປັນໂຕເດັ່ນທີ່ສຳຄັນ ຢູ່ໃນເວທີທີ່ໃຫຍ່ທີ່ສຸດຂອງອາເມຣິກາ.

ທ່ານ ຈິມ ແຄສເລີ ເປັນຮອງປະທານຫົວໜ້າບໍລິຫານ ເພື່ອນະໂຍບາຍ ສຳລັບ ອົງການ Third Way ກ່າວວ່າ “ທ່ານຄືກັບນັກກິລາ ທີ່ກຳລັງຈະໄດ້ຂຶ້ນໄປຢູ່ໃນ ຫໍແຫ່ງກຽດຕິຍົດ (Hall of Fame) ແລະ ກຳລັງຈະກະສຽນ ແລະເຈົ້າກໍຮູ້, ຮັບເອົາສຽງເຊຍຈາກຝູງຄົນ, ໃນທີ່ສຸດ, ສຳລັບເວລາອັນຍາວນານ 50 ປີ ຂອງອາຊີບທີ່ໜ້າສັນລະເສີນ.”

ທ່ານໄບເດັນ ເຂົ້າໃຈຢ່າງຈະແຈ້ງວ່າ ການກ່າວປາໄສໃນຄັ້ງນີ້ ຈະເປັນຈຸດສູງສຸດທີ່ໜ້າປະທັບໃຈ. ສະນັ້ນ ທ່ານໄດ້ໃຊ້ຄຳເວົ້າສຸດທ້າຍເພື່ອທັບມ້າງກຳແພງສີ່ດ້ານ ດ້ວຍຂໍ້ຄວາມທີ່ເກົ່າແກ່ເທົ່າກັບອາເມຣິກາດັ່ງນີ້:

ທ່ານປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ “ສິ່ງທີ່ຍິ່ງໃຫຍ່ກ່ຽວກັບອາເມຣິກາ ແມ່ນທີ່ນີ້, ກະສັດທັງຫຼາຍ ແລະພວກຜະເດັດການທັງຫຼາຍ ບໍ່ໄດ້ເປັນຜູ້ປົກ ຄອງ, ປະຊາຊົນເປັນຜູ້ປົກຄອງ. ປະຫວັດສາດແມ່ນຢູ່ໃນມືຂອງພວກເຈົ້າ. ອຳນາດແມ່ນຢູ່ໃນມືຂອງພວກເຈົ້າ. ແນວຄິດຂອງອາເມຣິການອນຢູ່ໃນກຳມືຂອງພວກເຈົ້າ.”

U.S President Joe Biden made the stunning decision to exit the presidential race from behind a screen, choosing to drop the news online.

Three days later, in an Oval Office speech that was at times hopeful, at times determined and at times wistful, he explained why. Biden spoke of his five decades in public office, touted his presidential record of domestic and political achievements, but then called for energetic new leadership to face tomorrow’s challenges.

(President Joe Biden)

“Nothing – nothing – can come in the way of saving our democracy. That includes personal ambition. So I decided the best way forward is to pass the torch to a new generation. It’s the best way to unite our nation. You know, there is a time and a place for long years of experience in public life. There's also a time and a place for new voices. Fresh voices. Yes, younger voices. And that time and place is now.”

Biden also thanked Vice President Kamala Harris, who has taken to the campaign trail with his endorsement and enough delegate pledges to net the nomination. He described her as “experienced,” “tough” and “capable” but added, “the choice is up to you.”

He did not name-check the Republican in the race. But analysts say Biden’s stark warnings all point to one man.

(Jennifer Mercieca, Texas A&M University)

“He talked about polarization. He talked about violence and political violence. Those are all things that harken back to [former President] Donald Trump and his presidency. He talked about the threats facing the nation when he first took office, in January 2021. And so that was certainly about Donald Trump. But yeah, this wasn't a place for him to talk about Donald Trump. It wasn't a place for him to give a campaign speech.“

The president said his job now will focus on domestic challenges like civil rights and voter freedom, gun safety reforms, the quest to end cancer and Supreme Court reform.

He also cited myriad challenges the U.S. faces abroad, with wars raging in Gaza and Ukraine, and China becoming more emboldened in the Indo-Pacific.

Those foreign fires, analysts say, are likely to burn in the minds of concerned voters.

(Thomas Schwartz, Vanderbilt University)

“That's really the concern I think people will have, which is: how does a lame-duck president deal with foreign policy crises?”

We’ll find out Thursday, when Israeli Prime Minister Benjamin Netanyahu visits the White House. The Israeli leader is also holding two other meetings while in the U.S., with Harris and Trump.

But for the final act of this presidency, Biden remains the protagonist on America’s biggest stage.

(Jim Kessler, Third Way)

“He's like an athlete that is going to make the Hall of Fame and is retiring and, you know, gets the cheers from the crowds, finally, for a long, 50-year tremendous career.”
Biden clearly understood that this address would be a dramatic peak. So, he used his final words to break the fourth wall, with a message as old as America:

(President Joe Biden)

“The great thing about America is here, kings and dictators do not rule, the people do. History is in your hands. The power is in your hands. The idea of America lies in your hands.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG