ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ປະກາດຄຳໝັ້ນສັນຍາ ດ້ານສະພາບອາກາດ ກ່າວໂຈມຕີຄູ່ປໍລະປັກ ໃນກອງປະຊຸມສຸດຍອດ ສະພາບອາກາດ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ກອງປະຊຸມສະພາບອາກາດປ່ຽນແປງ ສະຫະປະຊາຊາດ (COP26), ເມືອງ ກລາສໂກ, ປະເທດ ສກັອດແລນ, 2 ພະຈິກ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ກອງປະຊຸມສະພາບອາກາດປ່ຽນແປງ ສະຫະປະຊາຊາດ (COP26), ເມືອງ ກລາສໂກ, ປະເທດ ສກັອດແລນ, 2 ພະຈິກ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະກາດຄຳໝັ້ນສັນຍາທີ່ເດັດຂາດ ແລະ ກະຕືລື ລົ້ນ ກ່ຽວກັບ ສະພາບອາກາດ ແລະ ໄດ້ກ່າວຄຳປາໄສທີ່ຮຸນແຮງຕໍ່ຄູ່ປໍລະປັກສຳລັບການບໍ່ເຮັດຄືກັນ, ໃນຂະນະທີ່ບັນດາຜູ້ນຳຈາກຫຼາຍກວ່າ 100 ປະເທດໄດ້ພົບປະກັນເປັນຄັ້ງທີສອງ ແລະ ວັນສຸດທ້າຍຂອງການເຈລະຈາຢູ່ກອງປະຊຸມໃຫຍ່ສະພາບອາກາດປ່ຽນແປງ ສະຫະປະຊາຊາດ, ທີ່ຮູ້ຈັກກັນດັ່ງກັບ COP26 ໃນເມືອງ ກລາສໂກ ປະເທດ ສກັອດແລນ.

ໃນວັນອັງຄານວານນີ້, ລັດຖະບານທ່ານ ໄບເດັນ ໄດ້ປະກາດວ່າເຂົາເຈົ້າຈະເຂົ້າຮ່ວມກັບປະເທດອື່ນໆໃນການເຊັນຂໍ້ຕົກລົງທີ່ສຳຄັນເພື່ອຢຸດການຕັດໄມ້ທຳລາຍປ່າ ແລະ ຟື້ນຟູປ່າ 200 ລ້ານເຮັກຕາ ແລະ ລະບົບນິເວດອື່ນໆພາຍໃນປີ 2030. ນອກຈາກນັ້ນ, ທ່ານ ໄບເດັນ ໄດ້ເປີດເຜີຍແຜນການທີ່ຈະດຶງເອົາພາກສ່ວນຕ່າງໆຂອງລັດຖະບານ ສະຫະລັດ ມາເຂົ້າກັນ ລວມມີກະຊວງພະລັງງານ, ກະສິກຳ, ໂຍທາ, ການພັດທະນາທີ່ຢູ່ອາໄສ ແລະ ຕົວເມືອງ, ແລະ ກະຊວງສິ່ງແວດ ລ້ອມ ເພື່ອຕັດການປ່ອຍທາດເມຕານ.

ແຕ່ໃນຂະນະທີ່ທ່ານໄດ້ຍ້ອງຍໍຄວາມສຳເລັດທີ່ວ່ານັ້ນ, ທ່ານ ໄບເດັນ ຍັງໄດ້ໂຈມຕີຜູ້ນຳສອງຄົນຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມ COP26 ດ້ວຍຕົນເອງຄື ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນເປັນຄວາມຜິດພາດຄັ້ງໃຫຍ່ສຳລັບ ຈີນ, ແລະ ນີ້ຈະຢ້ອນກັບຄືນໄປຫາ ຈີນ, ທີ່ບໍ່ໄດ້ປາກົດຕົວ. ທົ່ວໂລກຈະແນມເບິ່ງ ຈີນ ແລະ ເວົ້າວ່າ ເຂົາເຈົ້າໄດ້ສະໜອງມູນຄ່າເພີ່ມຫຍັງແດ່? ແລະ ເຂົາເຈົ້າໄດ້ສູນເສຍຄວາມສາມາດທີ່ຈະຊັກຊວນປະຊາຊົນໃນທົ່ວໂລກ ແລະ ທຸກຄົນຢູ່ທີ່ນີ້ໃນກອງປະຊຸມ COP, ວິທີດຽວກັນທີ່ຂ້າພະເຈົ້າຈະໂຕ້ແຍ້ງໃນດ້ານຂອງ ຣັດເຊຍ.”

ກອງປະຊຸມສຸດຍອດຂອງປີນີ້, ເຊິ່ງຈະສືບຕໍ່ໄປຈົນຮອດວັນທີ 12 ພະຈິກນັ້ນ, ຈະພັດທະນາຂໍ້ຕົກລົງທີ່ມີຜົນຜູກພັນຕາມກົດໝາຍທີ່ 196 ປະເທດ, ລວມທັງ ສະຫະລັດ, ຣັດເຊຍ ແລະ ຈີນ ໄດ້ເຊັນກັນເມື່ອຫົກປີທີ່ຜ່ານມາໃນນະຄອນຫຼວງ ປາຣີ ປະເທດ ຝຣັ່ງ. ສົນທິສັນຍາສາກົນດັ່ງກ່າວໄດ້ມອບໝາຍໃຫ້ປະເທດທີ່ວ່ານັ້ນດຳເນີນການຕັດແກັສພິດເຮືອນແກ້ວ ທີ່ແນເປົ້າໃສ່ເພື່ອຈຳກັດບໍ່ໃຫ້ອຸນຫະພູມຂອງໂລກເພີ່ມຂຶ້ນເຖິງ 1.5 ອົງສາແຊວຊຽດເໜືອລະດັບກ່ອນຍຸກອຸດສາຫະກຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG