ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ກ່າວ​ວ່າ ທ່​ານ​ກຳ​ລັງ​ພິ​ຈາ​ລະ​ນາ ເກັບ​ພາ​ສີ​ນ້ຳ​ມັນ ສຳ​ລັບວັນ​ພັກ​ລັດ​ຖະ​ບານ​ກາງ


ປະ​ທາ​ນາ​ທິບ​ຊ​ດີ​ໄບ​ເດີນ ຍ່າງ​ຢູ່ຕາມ​ຊາຍ​ຫາດລັດ​ເດ​ລາ​ແວ
ປະ​ທາ​ນາ​ທິບ​ຊ​ດີ​ໄບ​ເດີນ ຍ່າງ​ຢູ່ຕາມ​ຊາຍ​ຫາດລັດ​ເດ​ລາ​ແວ

ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ກຳ​ລັງ​ພິ​ຈາ​ລະ​ນາທີ່​ຈະເກັບ​ພາ​ສີ​ນ້ຳ​ມັນ ​ໃນ​ວັນ​ພັກ​ຂອງ​ລັດ​ຖະ​ບານ​ກາງ ​ຊຶ່ງເປັນ​ໄປ​ໄດ້ທີ່​ຈະ​ຊ່ວຍ ໃຫ້ຊາວ​ອາ​ເມ​ຣິ​ກັນ​ປະ​ຢັດ​ເງິນ ​ໄດ້ຫລາຍ​ເຖິງ 18.4 ເຊັນ ຕໍ່​ນຶ່ງ​ກາ​ລອນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ທ່ານ​ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ຫລັງ​ຈາກ​ໄດ້​ຍ່າງ ​ຢູ່ຕາມ​ຊາຍ​ຫາດວ່າ “ແມ່ນ​ແລ້ວ ຂ້າ​ພະ​ເຈົ້າ​ກຳ​ລັງ​ພິ​ຈາ​ລະ​ນາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງທີ່​ຈະ​ຕັດ​ສິນ​ໃຈ​ອີງ​ຕາມ​ຂໍ້​ມູນ ​ທີ່ຂ້າ​ພະ​ເຈົ້າຈະ​ເຮັດ​ພາຍ​ໃນທ້າຍ​ອາ​ທິດ​.”

​ລັດ​ຖະ​ບານ​ກຳ​ລັງຊ​ອ​ກ​ຫາ​ຊ່ອງ​ທາງ ​ເພື່ອ​ຊ່ວຍ​ຊາວ​ອາ​ເມ​ຣິ​ກັນ​ຍ້ອນລາ​ຄາ​ນ້ຳ​ມັນ​ສູງ​ຢູ່​ຕາມ​ປ້ຳ​ຕ່າງໆ ຊຶ່ງ​ໄດ້​ເລີ້ມຂຶ້ນໃນ​ປີ​ກາຍນີ້ແລະ​ສູງ​ຂຶ້ນ​ອີກ​ຫ​ລັງ​ຈາກຣັດ​ເຊຍ​ໄດ້ບຸກ​ລຸກ​ຢູ​ເຄ​ຣນ​ໃນ​ເດືອນ​ກຸມ​ພາ. ​ລາ​ຄານ້ຳ​ມັນ​ຢູ່​ໃນທົ່ວ​ປະ​ເທດ​ສະ​ເລ່ຍແລ້ວ ແມ່ນ​ 5 ໂດ​ລາ ຕໍ່​ກາ​ລອນ ​ອີງ​ຕາ​ມສະ​ມາ​ຄົມ​ລົດ​ໂອ​ໂຕອາ​ເມ​ຣິ​ກັນ ຫຼື AAA.

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ໄດ້​ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ສາງ​ຍຸດ​ທະ​ສາດ​ນ້ຳ​ມັນ​ສຳ​ຮອງ​ຂອງ​ສະ​ຫະ​ລັດແລະ​ເພີ້ມ​ການ​ປະ​ສົມ​ເອດ​ທາ​ນອນ​ໃສ່ (ethanol) ​ສຳ​ລັບລະ​ດູ​ຮ້ອນ ​ນອກ​ເໜືອ​ໄປ​ຈາກການ​ສົ່ງໜັງ​ສືສະ​ບັບ​ນຶ່ງ ອອກ​ໄປໃນ​ອາ​ທິດ​ແລ້ວ​ ຫາ​ບັນ​ດາ​ບ່ອນ​ກັ່ນ​ນ້ຳ​ມັນ ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ເພີ້ມ​ການ​ກັ່ນ​ນໍ້​າ​ມັນຢ່າງ​ເຕັມ​ອັດ​ຕາ. ຈົນ​ເທົ່າປັດ​ຈຸ​ບັນ ຄວາ​ມ​ພະ​ຍາ​ຍາມ​ກົດ​ດັນ​ເຫລົ່າ​ນັ້ນ ກໍຍັງ​ບໍ່​ສາ​ມາດ​ຫລຸດ​ລາ​ຄາລົງຢ່າງ​ມີ​ຄວາມໝາຍ ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ​ລັດ​ຖະ​ບານ ບັດ​ນີ້​ກຳ​ລັງ​ພິ​ຈາ​ລະ​ນາ​ເກັບ​ພາ​ສີ​ນ້ຳ​ມັນ​ໃນ​ວັນ​ພັກ​ຂອງ​ລັດ​ຖະ​ບານ​ກາງ. ​ການ​ເກັບ​ພ​າ​ສີ​ນ້ຳ​ມັນ​ແອັດ​ຊັງແລະ​ກາ​ຊວນ ຊ່ວຍ​ນຳ​ໄປ​ໃຊ້​ຈ່​າຍ​ສຳ​ລັບ​ທາງ​ຫຼວງ.

The Penn Wharton Budget Model ແມ່ນ​ອົງ​ການ​ທຳ​ນາຍ​ເສດ​ຖະ​ກິດ ໄດ້​ເຜີຍ​ແຜ່​ການ​ຄາດ​ຄະ​ເນ​ໃນ​ວັນ​ພຸດ​ແລ້ວ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ບໍ​ລິ​ໂພກ​ສາ
ມາດ​ປະ​ຢັດ​ເງິນ​ຢູ່ທີ່​ປ້ຳ​ນ້ຳ​ມັນ ເພາະ​ວ່າ​ການ​ເກັບ​ພາ​ສີ​ວັນ​ພັກ​ຢູ່​ລັດ​ຄອນ​ເນັກ​ຕິ​ຄັດ ຈໍ​ເຈຍ ແລະແມ​ຣີ​ແລນ. ສ່ວນ​ໃຫຍ່​ຂອງ​ການ​ປະ​ຢັດ​ເງິນ​ແມ່ນ​ໄປ​ຫາ​ຜູ້​ບໍ​ລິ​ໂພ​ກ ແທນ​ທີ່​ໄປຫາບັນ​ດາປ້ຳ​ນ້ຳ​ມັນ ແລະ​ອື່ນໆ​ທີ່​ຢູ່​ໃນ​ພາກ​ສ່ວນ​ພະ​ລັງ​ງານ.

​ໃນ​ການ​ສຳ​ພາດ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ ຢູ່​ລາຍ​ການໂ​ທ​ລະ​ພາບ “This Week” ຂອງ ABC ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເ​ລິນ (Janet Yellen) ໄດ້​ສະ​ແດງ​ຄວາມ​ເຫັນເວົ້າ​ວ່າ ທ່ານ​ນາງ​ແມ່ນ​ເປີດກວ້າງຕໍ່​ການ​ເກັບ​ພາ​ສີ​ນ້ຳ​ມັນ​ໃນ​ວັນ​ພັກຂອງລັດ​ຖະ​ບານ​ກາງ ເພື່ອ​ຊ່ວ​ຍບັນ​ເທົ​າຈຳ​ນວນ​ນຶ່ງ​ແກ່​ບັນ​ດາ​ຄົນ​ເດີນ​ທາງ.​

President Joe Biden said Monday that he's considering a federal holiday on the gasoline tax, possibly saving Americans as much as 18.4 cents a gallon.

"Yes, I'm considering it," Biden told reporters after taking a walk along the beach. "I hope to have a decision based on the data — I'm looking for by the end of the week."

The administration is increasingly looking for ways to spare Americans from higher prices at the pump, which began to climb last year and surged after Russia invaded Ukraine in February. Gas prices nationwide are averaging just under $5 a gallon, according to AAA.

The Biden administration has already released oil from the U.S. strategic reserve and increased ethanol blending for the summer, in additional to sending a letter last week to oil refiners urging them to increase their refining capacity. Yet those efforts have yet to reduce price pressures meaningfully, such that the administration is now considering a gas tax holiday. Taxes on gasoline and diesel fuel help to pay for highways.

The Penn Wharton Budget Model released estimates Wednesday showing that consumers saved at the pump because of gas tax holidays in Connecticut, Georgia and Maryland. The majority of the savings went to consumers, instead of service stations and others in the energy sector.

XS
SM
MD
LG