ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ກ່າວວ່າ ຣັດເຊຍ ອາດໃຊ້ການໂຈມຕີທາງໄຊເບີ ຫຼື ອາວຸດເຄມີ ຢູ່ໃນຢູເຄຣນ


ແຟມພາບ - ປະທານາທິບໍດີ ໂຈ ໄບເດັນ ປະກາດພ້ອມກັນກັບ ສະຫະພາບຢູໂຣບ ແລະກຸ່ມ 7 ປະເທດ ວ່າ ສະຫະລັດ ຈະເຄື່ອນໄຫວເພື່ອຍົກເລີກ ສະຖານະ "ປະເທດທີ່ໜ້າເຮັດການຄ້ານຳທີ່ສຸດ" ສຳລັບປະເທດຣັດເຊຍ ຍ້ອນການບຸກລຸກຢູເຄຣນຂອງຣັດເຊຍ, ວັນທີ 11 ມີນາ 2022, ຢູ່ໃນຫ້ອງ ໂຣສເຊີແວລຕ໌ (Roosevelt Room) ຂອງທຳນຽບຂາວ.
ແຟມພາບ - ປະທານາທິບໍດີ ໂຈ ໄບເດັນ ປະກາດພ້ອມກັນກັບ ສະຫະພາບຢູໂຣບ ແລະກຸ່ມ 7 ປະເທດ ວ່າ ສະຫະລັດ ຈະເຄື່ອນໄຫວເພື່ອຍົກເລີກ ສະຖານະ "ປະເທດທີ່ໜ້າເຮັດການຄ້ານຳທີ່ສຸດ" ສຳລັບປະເທດຣັດເຊຍ ຍ້ອນການບຸກລຸກຢູເຄຣນຂອງຣັດເຊຍ, ວັນທີ 11 ມີນາ 2022, ຢູ່ໃນຫ້ອງ ໂຣສເຊີແວລຕ໌ (Roosevelt Room) ຂອງທຳນຽບຂາວ.

ປະທານາທະບໍດີ ສະຫະລັດ ໂຈ ໄບເດັນ ໄດ້ເຕືອນເຖິງຄວາມເປັນໄປໄດ້ທີ່ຣັດເຊຍຈະດຳເນີນການໂຈມຕີທາງໄຊເບີ ຕໍ່ແຫຼ່ງຜົນປະໂຫຍດຕ່າງໆ ຂອງສະຫະ ລັດ ຫຼືການນຳໃຊ້ອາວຸດຊີວະພາບ ຫຼື​ອາ​ວຸດເຄມີ ຢູ່ໃນຢູເຄຣນ ຂະນະທີ່ການບຸກລຸກຢູເຄຣນຂອງຣັດເຊຍນັ້ນ ໃກ້ຈະເຖິງນຶ່ງເດືອນແລ້ວ.

ທ່ານໄບເດັນ ໄດ້ກ່າວຕໍ່ກຸ່ມຜູ້ນຳນັກທຸລະກິດຂອງສະຫະລັດ ເມື່ອຕອນແລງວັນຈັນວານນີ້ວ່າ ປະທານາທິບໍດີ ວລາດີເມຍ ປູຕິນ ຂອງຣັດເຊຍ ບໍ່ໄດ້ຄາດໝາຍເຖິງຄວາມເປັນນ້ຳນຶ່ງໃຈດຽວກັນຢ່າງເດັດດ່ຽວທີ່ທ່ານຈະປະເຊີນກັບ ໃນການຕໍ່ ຕ້ານການບຸກໂຈມຕີຂອງຣັດເຊຍ ແລະອັນນັ້ນເຮັດໃຫ້ລາວ “ຈົນຕາແຈ.”

ທ່ານໄບເດັນ ເວົ້າວ່າ “ບັດນີ້ ລາວກຳລັງເວົ້າກ່ຽວກັບການຈັດສາກໃໝ່ຕ່າງໆ ລາວພວມກຽມສ້າງເລື້ອງຂຶ້ນ ທີ່ລວມມີ ເລື້ອງທີ່ລາວໄດ້ອ້າງຂຶ້ນມາວ່າ ພວກເຮົາ ຢູ່ໃນອາເມຣິກາ ມີອາວຸດຊີວະພາບ ພ້ອມທັງອາວຸດເຄມີຢູ່ໃນຢູໂຣບ-ບໍ່ມີຄວາມຈິງເລີຍ.” ທ່ານກ່າວຕໍ່ໄປວ່າ “ພວກເຂົາຍັງອ້າງວ່າ ຢູເຄຣນມີອາວຸດຊີ ວະພາບ ແລະອາ​ວຸດເຄມີ ຢູ່ໃນປະ​ເທດ. ອັນນັ້ນ ເປັນສັນຍານທີ່ຈະແຈ້ງວ່າ ລາວກຳລັງພິຈາລະນ າທີ່ຈະນຳໃຊ້ທັງສອງຢ່າງເຫຼົ່ານັ້ນ.”

ທ່ານໄບເດັນ ຍັງໄດ້ກ່າວເມື່ອວັນຈັນວານນີ້ ອີກວ່າ ມີ “ຂໍ້ມູນລັບທີ່ຄ່ອຍໆປ່ຽນແປງ” ທີ່ວ່າ ລັດຖະບານຂອງຣັດເຊຍ “ໄດ້ຄົ້ນຄວ້າທາງເລື້ອງຕ່າງໆສຳລັບຄວາມເປັນໄປໄດ້ໃນການໂຈມຕີທາງໄຊເບີ” ຕໍ່ສະຫະລັດ ແລະຮຽກຮ້ອງໃຫ້ພາກສ່ວນເອກະຊົນ ເສີມສ້າງຄວາມແຂງແກ່ນໃນດ້ານ “ການປ້ອງກັນທາງໄຊເບີ ໃນທັນທີ.”

ທ່ານໄດ້ກ່າວວ່າ ຣັດເຊຍ ອາດຈະເລີ້ມຕົ້ນການໂຈມຕີດັ່ງກ່າວ ເພື່ອເປັນການຕອບໂຕ້ສຳລັບມາດຕະການລົງໂທດຂອງສະຫະລັດ ຕໍ່ຣັດເຊຍ.

ທ່ານເວົ້າວ່າ “ມັນເປັນສ່ວນນຶ່ງໃນແຜນການຂອງຣັດເຊຍ.”

ບັນດາຜູ້ນຳຂອງສະຫະລັດ ຝຣັ່ງ ເຢຍຣະມັນ ອີຕາລີ ແລະອັງກິດ ໄດ້ຈັດການໂທລະສັບລົມກັນໃນວັນຈັນວານນີ້ ຊຶ່ງພວກຜູ້ນຳທັງຫຼາຍໄດ້ປຶກສາຫາລືກ່ຽວ​ກັບຄວາມເປັນຫ່ວງຕ່າງໆ ດ້ານຍຸດທະວິທີທີ່ໂຫດຮ້າຍຂອງຣັດເຊຍ ຢູ່ໃນຢູເຄຣນ ໂດຍເນັ້ນໜັກເຖິງການສະໜັບສະໜຸນແກ່ຢູເຄຣນຕໍ່ໄປ ໂດຍການສະໜອງການຊ່ອຍເຫຼືອໃນດ້ານຄວາມປອດໄພ ແລະມະນຸດສະທຳ ແລະທົບທວນຄວາມພະ ຍາຍາມດ້ານການທູດເມື່ອບໍ່ດົນມານີ້ ໃນການສະໜັບສະໜຸນຄວາມພະຍາຍາມຂອງຢູເຄຣນ ທີ່ຈະບັນລຸການຢຸດຍິງ ອີງຕາມທຳນຽບຂາວ.

ໃນທ້າຍອາທິດນີ້ ທ່ານໄບເດັນ ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການເນໂຕ້ ເປັນການປະຊຸມຂອງກຸ່ມ G-7 ແລະກອງປະຊຸມສຸດຍອດຂອງສະພາປະເທດໃນຢູໂຣບ ຢູ່ທີ່ນະຄອນຫຼວງບຣັສເຊີລສ໌ ຊຶ່ງພວກເພິ່ນທັງໝົດ ຈະສຸມໃສ່ເລື້ອງສະຖານະການໃນຢູເຄຣນ ກ່ອນໜ້າທີ່ທ່ານຈະເດີນໄປປະເທດໂປແລນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG