ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເລີ້ມກອງປະຊຸມສຸດຍອດ ບັນ ດາປະເທດເກາະດອນປາຊິຟິກຂອງທ່ານ ໃນວັນຈັນວານນີ້ ດ້ວຍການຂໍຂະມາໂທດ ແລະການຮັບຮູ້. ກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມເສຍໃຈຂອງທ່ານ ຕໍ່ການຍົກເລີກການເດີນທາງໄປຢ້ຽມຢາມປາປົວ ນິວກີນີ ໃນຕົ້ນປີນີ້ ທ່າມກາງບັນຫາການເມືອງພາຍໃນ. ແລະຕໍ່ມາທ່ານໄດ້ສັນລະເສີນ ການຮັບຮູ້ດ້ານການທູດສະຫະລັດຕໍ່ປະເທດໝູ່ເກາະ Cook ແລະປະເທດເກາະດອນນ້ອຍໆ Niue.
ທ່ານໄບເດັນ ຍັງໄດ້ເຈາະຈົງໃສ່ອັນຕະລາຍຈາກການຂົ່ມຂູ່ທີີມີຢູ່ ທີ່ບັນດາ 18 ປະເທດເຫລົ່ານີ້ໄດ້ຖືກລະບຸຊື່ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດແລະ ໄດ້ປະກາດໃຫ້ທຶນການຊ່ວຍເຫລືອດ້ານດິນຟ້າອາກາດ ແລະພື້ນຖານໂຄງລ່າງ. ໂດຍທັງໝົດແລ້ວ ທຳນຽບຂາວໄດ້ກ່າວວ່າ ທ່ານໄບເດັນ ໄດ້ປະກາດເງິນທຶນປະມານ 200 ລ້ານໂດລາເພື່ອ “ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຂອງສະຫະລັດ ທີ່ຈະເຮັດວຽກຮ່ວມກັນ ກັບບັນດາປະເທດເກາະດອນປາຊິຟິກ ເພື່ອຂະ ຫຍາຍ ແລະລົງເລິກການຮ່ວມມື ໃນຫລາຍປີຂ້າງໜ້າ.”
“ພວກເຮົາໄດ້ຍິນຄຳເຕືອນພວກທ່ານ ຂອງລະດັບນໍ້າທະເລສູງຂຶ້ນແລະໄດ້ເປັນຂົ່ມຂູ່ ຕໍ່ຄວາມຢູ່ລອດ ບັນດາປະເທດຂອງທ່ານ” ທ່ານໄບເດັນໄດ້ກ່າວ. “ພວກ ເຮົາໄດ້ຍິນຄວາມຮຽກຮ້ອງເພື່ອຄໍ້າປະກັນວ່າ ພວກທ່ານຈະບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍ ສູນເສຍປະເທດຂອງພວກທ່າ ຫລືສະມາຊິກຢູ່ອົງການສະຫະປະຊາຊາດ ອັນເປັນຜົນມາຈາກວິກິດການດິນຟ້າອາກາດ.”
ບັນດາສະມາຊິກ 18 ປະເທດ ໄດ້ເປັນສະໜາມລົບຂອງການຍາດແຍ່ງອານານິຄົມມາເປັນເວລາຫລາຍສັດຕະວັດ. ໝູ່ເກາະ Cook ໂດຍສະເພາະ ໄດ້ໃສ່ຊື່ຕາມຄັບຕັນ ເຈມສ໌ ຄຸກ ຜູ້ບໍ່ມີຄວາມຢ້ານກົວ ນັກຜະຈົນໄພອັງກິດ ຜູ້ທີ່ໄດ້ບຸກ
ເຂົ້າຢຶດເອົາຢ່າງຮຸນແຮງ ດິນແດນໃນຂອບເຂດທີ່ກວ້າງຂວາງ ຂອງພວກຊົນເຜົ່າພື້ນເມືອງ ໃນທົ່ວປາຊິຟິກ ນັບແຕ່ອອສເຕເລຍ ໄປຫາການາດາ ເພື່ອປົກ ຄອງ. ທ່ານໄດ້ຖືກສັງຫານ ຍ້ອນຄວາມຮຸນແຮງໃນປີ 1779 ໂດຍບັນດາຊົນເຜົ່າພື້ນເມືອງຮາວາຍ ທີ່ໄດ້ສະຫລອງກັນຢູ່ໃນເກາະດັ່ງກ່າວ ມາຈົນຮອດມື້ນີ້.