ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂຈ ໄບເດັນເລືອກເອົາ ທ. ແອນໂທນີ ບລິງເກັນ ເປັນລັດຖະມົນຕີກະຊວງການຕ່າງປະເທດ


Biden - Cabinet - Blinken -- USAGM
please wait

No media source currently available

0:00 0:02:14 0:00

ທ່ານແອນໂທນີບລິງເກັນ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບການແຕ່ງຕັ້ງ ຈາກທ່ານໄບເດັນໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ.

ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີ, ທ່ານໂຈ ໄບເດັນ ປະກາດການເລືອກເອົາເຈົ້າໜ້າທີ່ຂັ້ນສູງຫຼາຍຄົນໃນຄະນະລັດຖະບານຂອງທ່ານ, ໂດຍໄດ້ແຕ່ງຕັ້ງ ທ່ານແອນໂທນີບລິງເກັນ , ທີ່ປຶກສາຜູ້ທີ່ໃກ້ຊິດຂອງທ່ານມາເປັນເວລາດົນນານ ແລະອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດຄົນຕໍ່ໄປ. Cindy Saine ນັກຂ່າວດ້ານການ ທູດຂອງວີໂອເອ ມີລາຍລະອຽດເພີ້ມເຕີມ ກ່ຽວກັບທ່ານ ບລິງເກັນຊຶ່ງເປັນຄົນ ທີ່ ຮູ້ກັນດີວ່າ ເປັນຜູ້ທີ່ສະໜັບສະໜຸນທີ່ມີຄວາມຈົງຮັກພັກດີຕໍ່ພັນທະມິດສາກົນ, ສິດທິມະນຸດ ແລະພວກອົບພະຍົບ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນ ດັບຕໍ່ໄປ.

ທ່ານ ບລິງເກັນ (Blinken) ຢືນຢູ່ກັບພວກຜູ້ນໍາປະເທດໃນເຂດເອເຊຍຢູ່ຕໍ່ໜ້າທຸງຊາດແລ້ວກ່າວວ່າ:
“ອີຣ່ານໄດ້ທໍາການເລືອກຕັດສິນໃຈທີ່ສໍາຄັນຫລາຍ….”

ທ່ານແອນໂທນີ ບລິງເກັນໄດ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນໄລຍະທີ່ຢູ່ໃນອະດີດຄະນະລັດຖະບານທ່ານໂອບາມາ-ໄບເດັນ ແລະໄດ້ເປັນທີ່ປຶກສາ ແກ່ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີ ທີ່ຖືກເລືອກໃໝ່, ທ່ານ ໂຈ ໄບເດັນມາຕັ້ງແຕ່ປີ 2002. ທ່ານ ໄດ້ຮຽນຈົບຈາກໂຮງຮຽນມັດທະ ຍົມຕອນປາຍ ໃນນະຄອນຫລວງປາຣີ, ປະເທດຝຣັ່ງ ແລະເປັນຜູ້ທີ່ໃຫ້ການສະ ໜັບສະໜຸນ ທີ່ແຂງແກ່ນຕໍ່ອົງການເນໂຕ (NATO) ພັນທະມິດຜູ້ອື່ນໆແລະສະ ຖາບັນຮ່ວມມືຫລາຍຝ່າຍ.

ທ່ານ ບລິງເກັນ ໄດ້ນຳພາການຮັບມືຂອງສະຫະລັດຕໍ່ວິກິດການດ້ານອົບພະຍົບທົ່ວໂລກ ແລະໃນປີ 2016, ທ່ານໄດ້ປາກົດໂຕຢູ່ໃນລາຍການເດັກນ້ອຍອາເມຣິ ກັນທີ່ຊື່ວ່າ “Sesame Street” ເພື່ອອະທິບາຍວ່າ ຊາວອົບພະຍົບແມ່ນໃຜ ແລະພວກເຮົາທຸກຄົນສາມາດຮຽນຮູ້ຈາກກັນ ແລະກັນໄດ້ແນວໃດ.

ທ່ານບລິງເກັນ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ:
"ຄົນພວກນີ້ແມ່ນຄົນທີ່ຕ້ອງໄດ້ອອກໜີໄປຈາກເຮືອນຊານຂອງພວກເຂົາເຈົ້າໄປ. ໂກຣບເວີ (Grover), ເຈົ້າສາມາດວາດພາບອອກໄດ້ບໍ່ວ່າ ມັນຈະເປັນການຍາກຫລາຍປານໃດ ຖ້າຕ້ອງໄດ້ໜີອອກຈາກເຮືອນຂອງເຈົ້າໄປ?”

"Grover" ຢູ່ໃນລາຍການ Sesame Street ຕອບວ່າ:
"ບໍ່, ຂ້ອຍບໍ່ສາມາດວາດພາບໄດ້ເລີຍ! ຂ້ອຍບໍ່ຢາກອອກຈາກ Sesame Street!"

ນັກວິເຄາະບາງຄົນກ່າວວ່າ ບູລິມະສິດອັນທຳອິດຂອງທ່ານ ບລິງເກັນ ແມ່ນການປົວແປງຄວາມສຳພັນຄືນ ແລະການເຂົ້າຮ່ວມຂໍ້ຕົກລົງຕ່າງໆທີ່ປະທານາ ທິບໍດີ ດໍໂນລ ທຣໍາໄດ້ຖອນໂຕອອກ, ເຊັ່ນສັນຍານິວເຄຼຍກັບອີຣານແລະອື່ນໆ.

ທ່ານມາກ ຊີມາກອຟສກີ (Mark Simakovsky), ຈາກສະພາແອັດລັງຕິກ ກ່າວຜ່ານທາງ Skype ວ່າ:
“ຂ້າພະເຈົ້າຄິດວ່າບູລິມະສິດອັນທຳອິດ ແລະສຳຄັນທີ່ສຸດຂອງທ່ານແມ່ນການຟື້ນຟູຄວາມນຶກເຫັນພາບຂອງສະຫະລັດ ໃນຖານະທີ່ເປັນພັນທະມິດ ແລະຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ໃນທົ່ວໂລກ. ຂ້າພະເຈົ້າຄິດວ່າ ທ່ານຈະຕ້ອງຢາກຈະເສີມສ້າງຄວາມສຳພັນທີ່ຖືກທໍາລາຍໄປນັ້ນ. ສິ່ງທີ່ສໍາຄັນ, ທ່ານຮູ້ບໍ່, ຄໍາເວົ້າ ທີ່ຈໍາໄວ້ ທີ່ຢາກບອກວ່າ 'ພວກເຮົາກັບຄືນມາແລ້ວ'. ທ່ານເອົາສະຫະລັດກັບຄືນໄປເຂົ້າ ຢູ່ໃນຂໍ້ຕົກລົງກ່ຽວກັບດິນຟ້າອາກາດຂອງປາຣີ, ພະຍາຍາມຊອກຫາວິທີທາງທີ່ອາດຈະຂະຫຍາຍຂໍ້ຕົກລົງ START ໃໝ່ … ''

ໃນໃບແຈ້ງການອີກສະບັບນຶ່ງ, ອະດີດນັກການທູດ, ທ່ານນາງລິນດາ ໂທມັສ-ກຣີນຟຽວ (Linda Thomas-Greenfield) ໄດ້ຖືກທ່ານໄບເດັນ ເລືອກໃຫ້ດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດ.

ທ່ານນາງໂທມັສ-ກຣີນຟຽວ (Thomas-Greenfield) ກ່າວຜ່ານທາງ Skype ວ່າ:
“ແຕ່ວ່າສິ່ງທີ່ຂ້າພະເຈົ້າມີ, ຂ້າພະເຈົ້າມີຄວາມຫວັງ ແລະຄວາມຝັນຂອງແມ່ຂ້າ ພະເຈົ້າ. ຜູ້ທີ່ໄດ້ສອນຂ້າພະເຈົ້າຕັ້ງແຕ່ຕອນຍັງນ້ອຍວ່າ ຂ້າພະເຈົ້າອາດຈະປະເຊີນກັບສິ່ງທ້າທາຍ ຫລື ກັບຄວາມຫຍຸ້ງຍາກລຳບາກນາໆປະການ ກໍເປັນໄດ້ ທີ່ວາງຂວາງເສັ້ນທາງຂອງຂ້າພະເຈົ້າຢູ່ ... "

ຖ້າໄດ້ຮັບການຢືນຢັນຈາກສະພາສູງ, ທ່ານ ບລິງເກັນ ກໍຈະໄດ້ຮັບຕໍາແໜ່ງ ເປັນຜູ້ນໍາພາກະຊວງການຕ່າງປະເທດ ແທນທ່ານໄມຄ໌ ພອມພຽງຜູ້ທີ່ໄດ້ດຳ ລົງຕຳແໜ່ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ຕັ້ງແຕ່ເດືອນເມສາ 2018 ເປັນຕົ້ນມາ.

ອ່ານກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

President-elect Joe Biden has announced several of his top cabinet picks, naming his long-time close adviser and former deputy secretary of state Antony Blinken as his choice to be the next secretary of state. VOA's Diplomatic Correspondent Cindy Saine has more on Blinken, who is known as a staunch supporter of international alliances, human rights and refugees.

Blinken with Asian leaders in front of flag, Blinken speaking:
“Iran made a fundamental choice…”

Antony Blinken served as deputy secretary of state during the former Obama-Biden administration and has been advising President-Elect Joe Biden since 2002. He graduated from high school in Paris, France and is a strong supporter of NATO and other alliances and multilateral institutions.

Blinken led the U.S. response to a global refugee crisis and in 2016, he appeared on the American children’s show “Sesame Street” to explain who refugees are and how we can all learn from each other.

Antony Blinken, Former Deputy Secretary of State:
"These are people who have had to leave their homes. Grover, can you imagine how difficult it would be to leave your home?

“Grover” Sesame Street:
"No, I cannot! I would never want to leave Sesame Street!”

Some analysts say Blinken’s first priority will be to repair relationships and rejoin agreements President Donald Trump quit, like the Iran nuclear deal and others.

Mark Simakovsky, Atlantic Council:
“I think his first and most major priority will be restoring the perception of the United States as a trusted ally and partner around the world. I think he's going to want to shore up relationships that were damaged. Essentially you know, the mantra is ‘We're back’. You re-enter the United States into the climate, the Paris climate accords, trying to find a way potentially to extend the new START agreement…’

In another announcement, veteran diplomat Linda Thomas-Greenfield is Biden’s choice to be the next U.S. ambassador to the United Nations.

“But what I did have, I had the hopes and dreams of my mother. Who taught me at a very early age that I could face any challenge or adversity put in my path…”

If confirmed by the Senate, Blinken would assume State Department leadership from Mike Pompeo, who has served as secretary of state since April 2018.

XS
SM
MD
LG