ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຖືກສະເໜີຊື່ເປັນ ລັດຖະມົນຕີປ້ອງກັນປະເທດ ຂອງທ່ານ ໄບເດັນ ແມ່ນອະດີດ ຜູ້ບັນຊາການກອງທັບໃນ ອີຣັກ ແລະ ອັຟການິສຖານ


ພາບທີ່ຖືກຖ່າຍໃນວັນທີ 17 ຕຸລາ 2014, ສະແດງໃຫ້ເຫັນນາຍພົວທະຫານບົກ ລອຍດ໌ ເຈ. ອອສຕິນ ທີ 3, ຜູ້ບັນຊາການຂອງສູນບັນຊາການສູນກາງ ສະຫະລັດ ຢູ່ທຳນຽບຫ້າແຈ.
ພາບທີ່ຖືກຖ່າຍໃນວັນທີ 17 ຕຸລາ 2014, ສະແດງໃຫ້ເຫັນນາຍພົວທະຫານບົກ ລອຍດ໌ ເຈ. ອອສຕິນ ທີ 3, ຜູ້ບັນຊາການຂອງສູນບັນຊາການສູນກາງ ສະຫະລັດ ຢູ່ທຳນຽບຫ້າແຈ.

ນາພົນກອງທັບບົກ ສະຫະລັດ ທີ່ອອກບຳນານແລ້ວ ທ່ານ ລອຍດ໌ ອອສຕິນ ແມ່ນພ້ອມທີ່ຈະກັບຄືນໄປທຳນຽບຫ້າແຈ ດັ່ງກັບຜູ້ຖືກເລືອກເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ, ແລະ ຈະກາຍເປັນຄົນອາເມຣິກັນເຊື້ອສາຍ ອາຟຣິກາ ຄົນທຳອິດທີ່ໄດ້ກຳຕຳແໜ່ງນັ້ນ ຖ້າຫາກທ່ານຖືກຢືນຢັນໂດຍສະພາສູງ.

ເກີດໃນປີ 1953 ໃນລັດ ອາລາບາມາ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ແລະ ຖືກລ້ຽງຈົນໃຫຍ່ໂຕໃນລັດ ຈໍເຈຍ ທີ່ຢູ່ໃກ້ຄຽງ, ທ່ານ ອອສຕິນ ໄດ້ຮຽນຈົບຈາກວິທະຍາໄລກອງທັບ ສະ ຫະລັດ ໃນເມືອງ ເວັສ ພ້ອຍທ໌ (West Point) ໃນປີ 1975 ແລະ ໄດ້ມີຕຳເຕີບໃຫຍ່ຜ່ານຊັ້ນຕ່າງໆ ໃນອາຊີບສີ່ທົດສະວັດຂອງທ່ານ, ເຊິ່ງເລີ່ມຕົ້ນດັ່ງກັບຜູ້ບັນຊາການຂອງໜ່ວຍໜູນ ຫຼັງການຕໍ່ສູ້ກັບກອງທະຫານໂດດຈ້ອງທີ 82 ຕັ້ງຢູ່ຖານທັບ ຝອດ ແບຣກ (Fort Bragg) ລັດຄາໂຣໄລນາເໜືອ.

ໃນທີ່ສຸດທ່ານໄດ້ຮັບການເລື່ອນຊັ້ນເປັນພົນໂທ ແລະ ໄດ້ເປັນຜູ້ບັນຊາການຖານທັບ ຝອດ ແບຣກ, ກ່ອນທີ່ຈະກາຍເປັນຜູ້ບັນຊາການຂອງກອງກຳລັງ ສະຫະລັດ ໃນ ອີຣັກ ຈາກປີ 2010 ຫາ 2011, ບ່ອນທີ່ທ່ານໄດ້ຄວບຄຸມການ ສິ້ນສຸດຂອງການບຸກລຸກປະເທດດັ່ງກ່າວທີ່ນຳໜ້າໂດຍ ສະ ຫະລັດ ແລະ ການຖອນກອງກຳລັງ ອາເມຣິກັນ ທັງໝົດອອກ.

ທ່ານ ອອສຕິນ ໄດ້ສິ້ນສຸດອາຊີບທະຫານຂອງລາວໃນປີ 2016 ດັ່ງກັບຜູ້ບັນຊາການຂອງກອງບັນ ຊາການສູນກາງ ສະຫະລັດ ທີ່ສຳຄັນຂອງກອງທັບ, ເຊິ່ງຄວບຄຸມການປະຕິບັດການໃນ ອີຣັກ, ອັຟການິສຖານ ແລະ ທົ່ວເຂດຕາເວັນອອກກາງ ແລະ ເອເຊຍໃຕ້.

ທ່ານໄດ້ຮັບການຍົກຍ້ອງສຳລັບຄວາມສະຫຼຽວສະຫຼາດ ແລະ ທັກສະໃນການນຳພາທີ່ເຂັ້ມແຂງຂອງທ່ານຈາກທັງພົນລະເຮືອນ ແລະ ບັນດາຜູ້ນຳກອງທັບ, ດ້ວຍອະດີດປະທານາທິບໍດີ ບາຣັກ ໂອບາມາ ເວົ້າວ່າ “ບຸກຄະລິກ ແລະ ຄວາມສາມາດຂອງລາວ ແມ່ນຕົວຢ່າງຂອງສິ່ງທີ່ ອາເມຣິກາ ຕ້ອງການຈາກບັນດາຜູ້ນຳກອງທັບຂອງເຂົາເຈົ້າ” ກ່ອນການອອກບຳນານຂອງທ່ານ ອອສຕິນ.

ແຕ່ທ່ານຖືກໂຈມຕີໂດຍບັນດາສະມາຊິກສະພາໃນປີ 2015 ສຳລັບຄວາມ ລົ້ມແຫຼວຂອງໂຄງການມູນຄ່າ 500 ລ້ານໂດລາ ເພື່ອຝຶກຊ້ອມກອງທັບບົກຂອງນັກຮົບ ຊີເຣຍ.

ອາຊີບຂອງນາຍພົນສີ່ດາວດັ່ງກ່າວຍັງລວມມີສອງບົດບາດທີ່ຕ່າງກັນໃນທຳນຽບຫ້າແຈ, ທຳອິດແມ່ນຜູ້ອຳນວຍການຂອງພະນັກງານຂອງເສນາທິການຮ່ວມຈາກປີ 2009 ຫາ 2010, ຫຼັງຈາກນັ້ນເປັນຮອງເສນາທິການຂອງກອງທັບບົກຈາກປີ 2012 ຫາ 2013.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG