ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນໄດ້ແຕ່ງຕັ້ງບັນດາເຈົ້າໜ້າ ທີ່ທາງການແພດຂັ້ນສູງຂອງທ່ານແລ້ວ


ທ່ານ Joe Biden ກ່າວຄໍາປາໄສ ໃນຂະນະທີ່ ທ່ານນາງ Kamala Harris (ຊ້າຍ), ຜູ້ທີ່ຄາດວ່າຈະເປັນຮອງປະທານາທິບໍດີເລືອກຕັ້ງໃໝ່ກໍາລັງຟັງຢູ່ໃນກອງປະຊຸມການນໍາສະເໜີຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄະນະລັດຖະບານຂອງພວກເພິ່ນທີ່ໂຮງລະຄອນ Queen ໃນເມືອງ Wilmington, ລັດເດລາແວ, ວັນທີ 1 ທັນວາ, 2020
ທ່ານ Joe Biden ກ່າວຄໍາປາໄສ ໃນຂະນະທີ່ ທ່ານນາງ Kamala Harris (ຊ້າຍ), ຜູ້ທີ່ຄາດວ່າຈະເປັນຮອງປະທານາທິບໍດີເລືອກຕັ້ງໃໝ່ກໍາລັງຟັງຢູ່ໃນກອງປະຊຸມການນໍາສະເໜີຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄະນະລັດຖະບານຂອງພວກເພິ່ນທີ່ໂຮງລະຄອນ Queen ໃນເມືອງ Wilmington, ລັດເດລາແວ, ວັນທີ 1 ທັນວາ, 2020

ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກຕັ້ງຂອງສະຫະລັດ, ທ່ານໂຈ ໄບເດັນໄດ້ແຕ່ງຕັ້ງບັນດາເຈົ້າໜ້າທີ່ທາງການແພດຂັ້ນສູງຂອງທ່ານໃນວັນຈັນວານນີ້ໂດຍໄດ້ເລືອກເອົາອະດີດສະມາຊິກສະພາຕໍ່າ, ທ່ານ ຊາວີເອີ ເບສເຊີຣາ (Xavier Becerra) ເປັນຫົວໜ້າກະຊວງສາທາລະນະສຸກ ແລະບໍລິການປະຊາຊົນຂອງທ່ານ ເພື່ອນຳພາການຕໍ່ສູ້ຂອງປະເທດເຮັດໃຫ້ການລະບາດ ຂອງໄວຣັສໂຄ ໂຣນາທີ່ກໍາລັງເພີ້ມຂຶ້ນນັ້ນຫລຸດລົງ ແລະໃຫ້ຮັບຜິດຊອບໃນການ ສັກຢາປ້ອງກັນພະຍາດດັ່ງກ່າວໃຫ້ຫລາຍໆລ້ານໃນຊຸມເດືອນຈະມາເຖິງນີ້.

ປັດຈຸບັນທ່ານ ເບສເຊີຣາ (Becerra) ເປັນທະນາຍຄວາມສຳລັບລັດຄາລິຟໍເນຍ ທີ່ຢູ່ພາກຕາເວັນຕົກຂອງປະເທດ ທີ່ເປັນຜູ້ນຳພາໃນການປ້ອງກັນກົດໝາຍວ່າດ້ວຍການດູແລສຸຂະພາບທີ່ມີລາຄາບໍ່ແພງຂອງປະເທດ ໃນເດືອນແລ້ວນີ້ຢູ່ໃນສານສູງສຸດຂອງສະຫະລັດເພື່ອສູ້ກັບການສະແຫວງຫາທາງຕ່າວປີ້ນກົດໝາຍດັ່ງ ກ່າວຂອງພວກຫົວອະນຸລັກນິຍົມ, ຊຶ່ງເປັນຄະດີທີ່ຍັງບໍ່ທັນມີການຕັດສິນໃດໆເທື່ອ. ໃນໄລຍະ 24 ປີຂອງທ່ານໃນນາມທີ່ເປັນສະມາຊິກສະພາຕໍ່ານັ້ນ, ທ່ານ ເບສເຊີຣາ (Becerra) ໄດ້ເຮັດວຽກເພື່ອເຮັດໃຫ້ກົດໝາຍວ່າດ້ວຍການຮັກສາສຸຂະພາບແຫ່ງຊາດເຊິ່ງໄດ້ໃຫ້ການຄຸ້ມຄອງຂອງປະກັນໄພແກ່ຊາວອາເມຣິກັນຫຼາຍລ້ານຄົນນັ້ນໄດ້ຖືກຮັບຮອງເອົາ.

ນອກຈາກນັ້ນ, ທ່ານໄບເດັນຍັງໄດ້ເລືອກເອົາ ດຣ. ແອນໂທນີ ຟາວຈິ, ຜູ້ຊ່ຽວ ຊານດ້ານ ພະຍາດຕິດແປດລະດັບສູງສຸດຂອງປະເທດ, ເປັນຫົວໜ້າທີ່ປຶກສາດ້ານການແພດຂອງທ່ານກ່ຽວກັບພະຍາດ COVID-19. ທ່ານ ໄບເດັນ ຍັງໄດ້ຂໍໃຫ້ທ່ານ ຟາວຈິ ສືບຕໍ່ເຮັດໜ້າທີ່ທີ່ທ່ານໄດ້ເຮັດມາເປັນເວລາດົນນານຂອງທ່ານ ໃນນາມທີ່ເປັນຜູ້ອຳນວຍການສະຖາບັນແຫ່ງຊາດດ້ານພະຍາດພູມແພ້ແລະພະຍາດຕິດແປດ.

ທ່ານ ຟາວຈິ ອາຍຸ 79 ປີ ໄດ້ເຮັດໜ້າທີ່ເປັນທີ່ປຶກສາດ້ານການແພດໃຫ້ແກ່ປະທານາທິບໍດີສະຫະລັດມາໄດ້ 6 ທ່ານແລ້ວ ແລະ ທ່ານໄດ້ຕາງໜ້າໃຫ້ລັດຖະບານສະຫະລັດໃນການຮັບມືກັບການແຜ່ລະບາດຂອງພະຍາດມາເປັນເວລາຫຼາຍເດືອນແລ້ວ.

ໃນຫລາຍເດືອນກ່ອນການເລືອກຕັ້ງປະທານາທິບໍດີນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ມີຄວາມໂກດເຄືອງຫລາຍຂຶ້ນຕໍ່ການປະເມີນຄວາມວິຕົກກັງວົນຂອງ ທ່ານຟາວຈິ ກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວ ແລະບໍ່ຍອມໃຫ້ທ່ານມີ ໃຫ້ທັດສະນະໃດໆ ເພື່ອໃຫ້ຄວາມສໍາຄັນຕໍ່ຄວາມຄິດເຫັນທີ່ມີລັກສະນະເຮັດ ໃຫ້ດີໃຈຂຶ້ນ.

ທ່ານ ໄບເດັນ ຈະແຕ່ງຕັ້ງນາຍພົນ 4 ດາວ ລອດ ເຈ ອອສຕິນ (Lloyd J. Austin) ທີ່ອອກກິນເບ້ຍບໍານານແລ້ວນັ້ນໃຫ້ເປັນລັດຖະມົນຕີກະຊວງປ້ອງກັນ ປະເທດ, ອີງຕາມການລາຍງານຂອງອົງການຂ່າວເອພີ ໂດຍອ້າງເຖິງແຫລ່ງຂ່າວ ຕ່າງໆທີ່ໄດ້ເວົ້າແບບບໍ່ປະສົງອອກນາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG