ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ຂອງ​ທ່ານ ໄບ​ເດັນ​ ແນ​ເປົ້າ​ໃສ່ ຈີນ ກັບ ຣັດ​ເຊຍ


​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງໄປ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ເດີນ​ຫຍ້າ​ຕອນ​ໃຕ້​ຂອງ ທຳ​ນຽບ​ຂາວ ດ້ວຍ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ,10 ຕຸ​ລາ 2022.
​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງໄປ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ເດີນ​ຫຍ້າ​ຕອນ​ໃຕ້​ຂອງ ທຳ​ນຽບ​ຂາວ ດ້ວຍ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ,10 ຕຸ​ລາ 2022.

ທຳ​ນຽບ​ຂາວ​ໄດ້​ເປີດ​ເຜີຍ​ແຜນ​ຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທີ່​ຖືກ​ເລື່ອນ​ເວ​ລາ​ມາ​ດົນ​ນານ​ ໃນ​ວັນ​ພຸດ​ວານນີ້ ເພື່ອ​ພະ​ຍາ​ຍາມ​ຄວບ​ຄຸມ​ການ​ເຕີບ​ໂຕ​ຂຶ້ນຂອງ ຈີນ ໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຢ້ຳ​ອີກ​ຄັ້ງ​ນຶ່ງ ກ່ຽວ​ກັບ ຄວາມ​ສຳ​ຄັນ​ໃນ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ພັນ​ທະ​ມິດ ເພື່ອ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ ​ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ຣ​ອຍ​ເຕີ້.

ເອ​ກະ​ສານ​ຍາວ 48 ໜ້າ, ເຊິ່ງ​ໄດ້ຫຼ້າ​ຊ້າ​ຍ້ອນ​ວິ​ກິດ​ການ ຢູ​ເຄ​ຣນ ນັ້ນ, ລວມ​ມີ​ບໍ່​ມີການ​ປ່ຽນ​ແປງທີ່​ສຳ​ຄັນ​ໃນຄວາມ​ຄິດ ແລະ ​ບໍ່​ມີການ​ນຳ​ສະ​ເໜີ​ກົດ​ເກນ​ໃໝ່​ທີ່​ສຳ​ຄັນ​ສຳ​ລັບ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ທ່ານ ໄບ​ເດັນ. ແຕ່​ກົງ​ກັນ​ຂ້າມ, ເອ​ກະ​ສານ​ທີ່​ວ່າ​ນັ້ນ​ໄດ້​ກ່າວ​ຢ້ຳ​ເຖິງວິ​ໄສ​ທັດ​ຂອງ​ທຳ​ນຽບ​ຂາວ​ວ່າ ການ​ນຳ​ພາ​ຂອງ ສະ​ຫະ​ລັດ ແມ່ນ​ກະ​ແຈ​ທີ່​ສຳ​ຄັນ ​ເພື່ອ​ເອົາ​ຊະ​ນະ​ໄພ​ຂົ່ມ​ຂູ່​ໃນ​ໂລກ ເຊັ່ນ ​ສະ​ພາ​ບອາ​ກາດ​ປ່ຽນ​ແປງ ແລະ ການ​ກຳ​ເນີດ​ຂຶ້ນ​ຂອງ​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ການ.

ມັນ​ໄດ້​ກ່າວ​ວ່າ ແມ່ນ​ກະ​ທັ້ງຫຼັງ​ຈາກ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ, ຈີນ ໄດ້​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່​ສຳ​ຄັນ​ຕໍ່​ກົດ​ລະ​ບຽບ​ຂອງ​ໂລກ. ສະ​ຫະ​ລັດ ຕ້ອງ​ເປັນ​ຜູ້​ຊະ​ນະ​ການ​ແຂ່ງ​ຂັນເສດ​ຖະ​ກິດຜະ​ລິດ​ອາ​ວຸດ​ກັບ​ມະ​ຫາ​ອຳ​ນາດ​ ຖ້າ​ເຂົາ​ເຈົ້າ​ຫວັງ​ທີ່​ຈະ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ ​ໃນ​ທົ່ວ​ໂລກ, ອີງ​ຕາມ​ເອ​ກະ​ສານ​ນັ້ນ.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ການກວດ​ນະໂຍ​ບາຍ​ດັ່ງ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຈະ​ຄິດ​ກ່ຽວ​ກັບ ຈຸດ​ປະ​ສົງ ແລະ ຍິ່ງ​ຂຶ້ນກວ່າ​ນັ້ນ, ແມ່ນ​ຄວາມ​ສາ​ມາດ​ທີ່​ຈະ​ປ່ຽ​ນ​ແປງ​ກົດ​ລະ​ບຽບ​ສາ​ກົນ​ ໃນ​ອັນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ອຽງ​ສະ​ຖາ​ນະ​ການ​ໃນ​ໂລກ​ໄປ​ຫາ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ, ແມ່ນ​ກະ​ທັ້ງ​ທີ່ ສະ​ຫະ​ລັດ ຍັງ​ຄົງ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຈັດ​ການ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ.”

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຕ້ອງ​ຈັດ​ການ​ສາຍ​ພົວ​ພັນ​ກັບ ຈີນ ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າຍ​ຂ້າມ​ປະ​ເທດ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ຢູ່​ທຸກ​ບ່ອນ, ລວມ​ທັງ​ບັນ​ຫາ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ຄວາມບໍ່​ໝັ້ນ​ຄົງ​ດ້ານ​ອາ​ຫານ, ໂຣກ​ຕິດ​ຕໍ່, ລັດ​ທິ​ກໍ່​ການ​ຮ້າຍ, ການ​ຫັນ​ປ່ຽນ​ແປງ​ພະ​ລັງ​ງານ ແລະ ອັດ​ຕາ​ເງິນ​ເຟີ້.

ທ່ານ ໄບ​ເດັນ ແມ່ນ​ຍັງ​ບໍ່​ໄດ້​ແກ້​ໄຂ​ການ​ໂຕ້​ແຍ້ງ ກ່ຽວ​ກັບ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ບາງ​ອັນ, ລວມ​ທັງ​ການ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ຜູ້​ກຳ​ຕຳ​ ແໜ່ງ​ກ່ອນ​ໜ້າ​ທ່ານ, ທ່ານ ດໍ​ໂນ​ລ ທ​ຣຳ, ທີ່​ໄດ້​ເຮັດ​ໃຫ້​ຜູ້​ນຳ​ເຂົ້າ​ສິນ​ຄ້າ ສະ​ຫະ​ລັດ ສູນ​ເສຍ​ເງິນຫຼາຍ​ຕື້​ໂດ​ລ​າ, ແລະ ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ໄດ້​ນຳ​ໄປ​ສູ່​ການ​ບັນ​ເທົາ​ລະ​ດັບ​ສູງ​ຍ້ອນ​ການ​ກະ​ທຳ​ຂອງ ຣັດ​ເຊຍ, ລວມ​ທັງ​ສາຍ​ພົວ​ພັນ​ທີ່​ຊຸດ​ໂຊ​ມ​ລົງ​ກັບ​ພັນ​ທະ​ມິດ​ທີ່​ດົນ​ນານ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ການ​ເພິ່ງ​ພາ​ອາ​ໄສ​ພະ​ລັງ​ງານ​ຂອງ ຣັດ​ເຊຍ ໂດຍ​ອິນ​ເດຍ.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ຢ້ຳ​ຄຳ​ເຫັນ​ຕ່າງໆ​ຂອງ​ທ່ານ​ ໄບ​ເດັນ ໃນ​ຕົ້ນ​ອາ​ທິດ​ວ່າ ສະ​ຫະ​ລັດ ແມ່ນ “ກຳ​ລັງ​ປະ​ເມີນ​ຄືນ” ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ກັບ ຊາ​ອຸ​ດີ ອາ​ຣາ​ເບຍ ຫຼັງ​ຈາກ​ກຸ່ມ Opec ບວກ​ພັນ​ທະ​ມິດ ເຊິ່ງ​ແມ່ນ​ກຸ່ມ​ປະ​ເທດ​ທີ່​ສົ່ງ​ນ້ຳ​ມັນ​ເປັນ​ສິນ​ຄ້າ​ອອກ​ໄດ້​ປະ​ກາດ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​ຕັດ​ເປົ້າ​ໝາຍ​ການ​ຜະ​ລິດ​ນ້ຳ​ມັນ​ຂອງ​ເຂົາ​ເຈົ້າລົງ​ ຍ້ອນ​ການ​ຄັດ​ຄ້ານ​ຂອງ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG