ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ຮຽກຮ້ອງຕໍ່ທ່ານ ໂມດີ ບໍ່ໃຫ້ເລັ່ງນຳເຂົ້າພະລັງງານຂອງຣັດເຊຍ


ປະທານາທິບໍດີ ໂຈ ໄບເດັນ ພົບປະທາງໄກ ກັບນາຍົກລັດຖະມົນຕີອິນເດຍ ນາເຣນດຣາ ໂມດີ ໃນວໍຊິງຕັນ, ວັນທີ 11 ເມສາ 2022.
ປະທານາທິບໍດີ ໂຈ ໄບເດັນ ພົບປະທາງໄກ ກັບນາຍົກລັດຖະມົນຕີອິນເດຍ ນາເຣນດຣາ ໂມດີ ໃນວໍຊິງຕັນ, ວັນທີ 11 ເມສາ 2022.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວຕໍ່ນາຍົກລັດຖະມົນຕີອິນເດຍ ນາເຣນດຣາ ໂມດີ ວ່າ ການຊື້ນ້ຳມັນຂອງຣັດເຊຍຕື່ມອີກ ແມ່ນບໍ່ເປັນຜົນປະ ໂຫຍດຂອງອິນເດຍ ໃນຂະນະທີ່ສະຫະລັດ ຊຸກຍູ້ໃຫ້ນິວເດລີ ເອົາແນວທາງທີ່ແຂງຂັນໜັກຂຶ້ນກວ່າເກົ່າຕໍ່ການບຸກລຸກຂອງຣັດເຊຍ.

ທ່ານໄບເດັນ ໄດ້ກ່າວຕໍ່ທ່ານໂມດີ ໃນລະຫວ່າງການພົບປະຜ່ານທາງວີດີໂອທີ່ໃຊ້ເວລາດົນນານ ໃນວັນຈັນວານນີ້ ວ່າ ສະຫະລັດພ້ອມແລ້ວທີ່ຈະຊ່ອຍອິນເດຍ ກະຈາຍແຫລ່ງພະລັງງານຂອງຕົນອອກ ອີງຕາມໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ.

ທ່ານນາງຊາກີ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ຍັງໄດ້ກ່າວຢ່າງຈະແຈ້ງວ່າ ທ່ານບໍ່ເຊື່ອ ມັນເປັນຜົນປະໂຫຍດຂອງອິນເດຍ ທີ່ຈະເລັ່ງຫຼືເພີ້ມການນຳເຂົ້າພະລັງງານຂອງຣັດເຊຍ ຫຼືເຄື່ອງຂອງອື່ນໆທັງຫຼາຍ.”

ເຈົ້າໜ້າທີ່ສະຫະລັດ ທ່ານນຶ່ງ ໄດ້ອະທິບາຍເຖິງການໂທລົມກັນລະຫວ່າງຜູ້ນຳທັງສອງນັ້ນ ເປັນແບບ “ອົບອຸ່ນ ແລະມີໝາກຜົນ” ໂດຍກ່າວວ່າ ທ່ານໄບເດັນ ຢຸດຢູ່ບ່ອນວ່າ “ການຂໍທີ່ເປັນຮູບປະທຳ” ຕໍ່ທ່ານໂມດີ ກ່ຽວກັບການນຳເຂົ້າພະ ລັງງານຂອງຣັດເຊຍ.”

ທ່ານໂມດີ ໄດ້ສະແດງຄວາມເປັນຫ່ວງຫຼາຍຂຶ້ນກ່ຽວກັບສະຖານະການຢູ່ໃນຢູເຄຣນ ໂດຍສະເພາໃນເມືອງບູຊາ ບ່ອນທີ່ຊາກສົບຂອງພວກພົນລະເຮືອນຫຼາຍຄົນ ໄດ້ຖືກພົບເຫັນອີກ.

ທ່ານໂມດີ ໄດ້ເວົ້າວ່າ “ເມື່ອມໍ່ໆມານີ້ ມີຂ່າວຂອງການສັງຫານພວກພົນລະເຮືອນຜູ້ບໍລິສຸດ ໃນເມືອງບູຊານັ້ນ ແມ່ນໜ້າເປັນຫ່ວງແທ້ໆ. ພວກເຮົາໄດ້ປະນາມມັນໃນທັນທີ ແລະໄດ້ຂໍໃຫ້ມີການສືບສວນຢ່າງເປັນອິດສະຫລະ.”

ທ່ານໂມດີ ໄດ້ກ່າວວ່າ ທ່ານໄດ້ລົມກັບປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ແລະໄດ້ສະເໜີແນະວ່າ ຜູ້ນຳຂອງຣັດເຊຍ ຈັດການເຈລະຈາກັບປະທານາ ທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ.

ອິນເດຍ ຍັງຄົງຢູ່ໃນທ່າທີເປັນກາງ ໃນສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ ໂດຍໄດ້ຍົກເອົາຄວາມເປັນຫ່ວງຈາກວໍຊິງຕັນຂຶ້ນມາ ແຕ່ກໍໄດ້ຮັບຄວາມຍົກຍ້ອງຈາກມົສກູ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG