ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະປະທານາທິບໍດີເມັກຊິໂກ ໂອ້ລົມກ່ຽວກັບເລື້ອງຄົນເຂົ້າເມືອງ ແລະເສດຖະກິດ ໃນການພົບປະຄັ້ງທີສອງຢູ່ທໍານຽບຂາວ


ປະທານາທິບໍດີສະຫະລັດ ພົບປະກັບປະທານາທິບໍເມັກຊິໂກ ແອນເດຣສ ມານູແອລ ໂລເປສ ໂອບຣາດໍ ຢູ່ທີ່ຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ ໃນນະຄອນຫຼວງວໍລິຕັນ, ເມື່ອວັນທີ 12 ກໍລະກົດ 2022.
ປະທານາທິບໍດີສະຫະລັດ ພົບປະກັບປະທານາທິບໍເມັກຊິໂກ ແອນເດຣສ ມານູແອລ ໂລເປສ ໂອບຣາດໍ ຢູ່ທີ່ຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ ໃນນະຄອນຫຼວງວໍລິຕັນ, ເມື່ອວັນທີ 12 ກໍລະກົດ 2022.

ສະຫະລັດ ຈະເພີ້ມການ​ອອກວີຊາຊົ່ວຄາວ​ຂຶ້ນເປັນສອງເທົ່າສໍາລັບຜູ້ເຮັດວຽກທີ່ມາຈາກປະເທດເມັກຊິໂກແລະບັນດາປະເທດອາເມຣິກາກາງ, ​ອີງການເປີດເຜີຍໂດຍທໍານຽບຂາວ ລຸນຫຼັງທີ່ປະທານາທິບໍດີ ໂຈ ໄບເດັນ ເປັນເຈົ້າພາບຈັດການພົບປະກັບປະທານາທິບໍດີເມັກຊິໂກເປັນຄັ້ງທີສອງໃນໄລຍະເວລາບໍ່ຮອດນຶ່ງປີ. ຜູ້ນໍາຂອງທັງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກ່ຽວກັບເລື້ອງ​ຄົນ​ເຂົ້າ​ເມືອງ, ຄວາມໝັ້ນຄົງ,​ ໄພເງິນເຟີ້ ແລະບັນ​ຫາທ້າທາຍຕ່າງໆທີ່​ຢູ່ນອກອາເມຣິກາເໜືອ, ອານິຕາ ພາວ (Anita Powell), ນັກຂ່າວ VOA ມີລາຍງານຈາກນະຄອນຫຼວງວໍຊິຕັນ ເຊິ່ງ​ທິບ​ສຸ​ດາ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີອີກຄັ້ງ ວໍຊິງຕັນ: ປະທານາທິບໍດີຂອງເມັກຊິໂກ ກັບຄືນມາໃນເມືອງອີກຄັ້ງ.

ປະທານາທິບໍດີແອນເດຣສ ມານູແອລ ໂລເປສ ໂອບຣາດໍ (Andrés Manuel López Obrador) ເຄີຍພົບກັບປະທານາທິບໍດີ ໂຈ ໄບເດັນ ທີ່ທໍານຽບຂາວໃນຊ່ວງທ້າຍປີ 2021 ສໍາລັບການປະຊຸມສຸດຍອດສາມຝ່າຍ ກັບການາດາ.

ໃນມື້ວັນອັງຄານແລ້ວນີ້, ຜູ້ນໍາຝ່າຍຊ້າຍ ໄດ້ພົບປະກັບປະທານາທິບໍດີ ໄບເດັນ ເປັນການສ່ວນຕົວ ຢູ່ທີ່ຫ້ອງການຮູບຊົງໄຂ່ ຂອງທໍານຽບຂາວ. ທ່ານໂລເປສ ໂອບຣາດໍ ໃຊ້ເວລາຂອງທ່ານ ຕໍ່​ໜ້າສື່ມວນ​ຊົນຂອງໂລກ​ ເພື່ອຮັບຮູ້ວ່າ ບັນດາປະເທດເພື່ອນບ້ານທັງຫຼາຍ ບໍ່ໄດ້ເຫັນດີນໍາກັນ​ສະ​ເໝີ​ໄປ.

ທ່ານແອນເດຣສ ມານູແອລ ໂລເປສ ໂອບຣາດໍ, ປະທານາທິບໍດີຂອງເມັກຊິໂກ ກ່າວວ່າ:

“ເຖິງແມ່ນພວກເຮົາຈະມີຄວາມແຕກຕ່າງກັນ ແລະຄວາມບໍ່​ພໍ​ໃຈຂອງພວກເຮົາທີ່ບໍ່ອາດລືມໄດ້, ທັງບໍ່ແມ່ນດ້ວຍເວລາ ຫຼືເຈດຕະນາທີ່ດີກໍຕາມ, ໃນຫຼາຍໆກາ ລະໂອກາດ ພວກເຮົາສາມາດພົບປະ ແລະດໍາເນີນງານຮ່ວມກັນໄດ້ໃນຖານະເພື່ອນທີ່ດີ ແລະພັນທະມິດທີ່ແທ້ຈິງ.”

ປະທານາທິບໍດີ ໂຈ ໄບເດັນ ນັ່ງຟັງໃນລະຫວ່າງການພົບປະກັບປະທານາທິບໍດີຂອງເມັກຊິໂກ ທ່ານແອນເດຣສ ມານູແອລ ໂລເປສ ໂອບຣາດໍ ຢູ່ໃນຫ້ອງການຮູບຊົງໄຂ່ ຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 12 ກໍລະກົດ 2022.
ປະທານາທິບໍດີ ໂຈ ໄບເດັນ ນັ່ງຟັງໃນລະຫວ່າງການພົບປະກັບປະທານາທິບໍດີຂອງເມັກຊິໂກ ທ່ານແອນເດຣສ ມານູແອລ ໂລເປສ ໂອບຣາດໍ ຢູ່ໃນຫ້ອງການຮູບຊົງໄຂ່ ຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 12 ກໍລະກົດ 2022.

ທ່ານ ໄບເດັນ ຍັງໄດ້ພະຍາຍາມດໍາເນີນການໃນສິ່ງທີ່ນັກສັງເກດການທັງຫຼາຍມອງວ່າເປັນການ​ບໍ່​ລົງ​ລອຍ​ກັນລະຫວ່າງສອງປະເທດ ລຸນຫຼັງທີ່ຜູ້ນໍາຂອງເມັກຊິໂກ ບໍ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພູມິພາກ ທີ່ສະຫະລັດເປັນເຈົ້າພາບ​ຈັດເມື່ອໄວໆມານີ້ ເນື່ອງຈາກສະຫະລັດ ບໍ່ໄດ້ເຊີນຜູ້ນໍາຂອງຄິວບາ, ນິກາຣາກົວ ແລະເວເນຊູເອລາ, ໂດຍກ່າວວ່າ ມີພຽງປະເທດປະຊາທິປະໄຕເທົ່ານັ້ນສົມຄວນທີ່ຈະໄດ້ຮັບການເຂົ້າຮ່ວມ.

ທ່ານໂຈ ໄບເດັນ, ປະທານາທິບໍດີຂອງສະຫະລັດກ່າວວ່າ:

“ນີ້ແມ່ນຄວາມສໍາພັນທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ປະຈໍາວັນ ແລະຕໍ່ຊີວິດການເປັນຢູ່ປະຈໍາວັນຂອງປະຊາຊົນພວກເຮົາ. ແລະເຖິງແມ່ນວ່າໃນບາງເວລາພວກເຮົາຈະເຫັນຫົວຂໍ້ຂ່າວທີ່ໜ້າຕົກໃຈ, ເຈົ້າ ແລະຂ້ອຍແມ່ນມີຄວາມສໍາພັນທີ່ເຂັ້ມແຂງ ແລະມີປະສິດທິພາບ.”

ທໍານຽບຂາວເປີດເຜີຍຕໍ່ VOA ວ່າ ພວກທ່ານກໍາລັງຢືນຢັນຄວາມສໍາພັນດັ່ງ ກ່າວນັ້ນ ໂດຍການເພີ້ມການອ​ອກວີຊາຊົ່ວຄາວຂຶ້ນເປັນສອງເທົ່າໃຫ້​ແກ່​ພວກ​ແຮງ​ງານ​ຊາວອາເມຣິກາກາງ.

ທ່ານນາງເຄ​ທີ ໂທບີ (Katie Tobi), ທີ່ປຶກສາດ້ານ​ຄົນ​ເຂົ້າ​ເມືອງປະຈໍາທໍານຽບຂາວກ່າວວ່າ:

“ນີ້ແມ່ນຫົວໃຈສໍາຄັນຂອງນະໂຍບາຍລັດຖະບານທ່ານໄບເດັນກ່ຽວກັບວ່າ ພວກເຮົາຈະຈັດການກັບການ​ຍົກ​ຍ້າຍ​ຖິ່ນ​ຖານທີ່ບໍ່ປົກກະຕິນີ້ໄດ້ແນວໃດ. ພວກເຮົາຮູ້ວ່າ ຖ້າພວກເຮົາຫາກຕ້ອງການທີ່ຈະຫຼຸດຈໍານວນຜູ້ຄົນທີ່ຍົກ​ຍ້າຍແບບບໍ່ຖືກຕ້ອງ ໂດຍເພິ່ງພາເຄືອຂ່າຍການລັກລອບທີ່ຜິດກົດໝາຍ, ພວກເຮົາຕ້ອງຂະຫຍາຍຈໍານວນເສັ້ນທາງທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ ໃຫ້ຫຼາຍຂຶ້ນ.”

ແຕ່ອະດີດເອກອັກຄະລັດຖະທູດຂອງເມັກຊິໂກປະຈໍາສະຫະລັດກ່າວກັບ VOA ວ່າ ເມື່ອທ່ານ ໂລເປສ ໂອບຣາດໍ ດໍາລົງຕໍາແໜ່ງປະທານາທິບໍດີເປັນເວລາ 6 ປີ ສໍາລັບ​ສະ​ໄໝດຽວຂອງທ່ານ ເມື່ອປີ 2018, ເປົ້າໝາຍຫຼັກຂອງທ່ານແມ່ນຢູ່ພາຍໃນປະເທດ.

ປະທານາທິບໍດີເມກຊິໂກ ທ່ານແອນເດຣສ ມານູແອລ ໂລເປສ ໂອບຣາດໍ ພົບປະກັບປະທານາທິບໍດີ ໂຈ ໄບເດັນ ຢູ່ໃນຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ, ເມື່ອວັນທີ 12 ກໍລະກົດ.
ປະທານາທິບໍດີເມກຊິໂກ ທ່ານແອນເດຣສ ມານູແອລ ໂລເປສ ໂອບຣາດໍ ພົບປະກັບປະທານາທິບໍດີ ໂຈ ໄບເດັນ ຢູ່ໃນຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ, ເມື່ອວັນທີ 12 ກໍລະກົດ.

ທ່ານອາຕູໂຣ ຊາຣຸຄານ (Arturo Sarukhan), ອະດີດເອກອັກຄະລັດຖະທູດເມັກຊິໂກປະຈໍາສະຫະລັດ ກ່າວວ່າ:

“ນີ້ແມ່ນຄັ້ງທີສາມຂອງທ່ານ, ແມ່ນຄວາມຈິງ, ນີ້ແມ່ນການເດີນທາງຄັ້ງທີສາ​ມ​ມາວໍຊິງຕັນ ໃນຖານະທີ່ດໍາລົງຕໍາແໜ່ງປະທານາທິບໍດີ 4 ປີຂອງທ່ານ, ແຕ່ ນີ້ແມ່ນລວມທັງການເດີນທາງມາຮ່ວມປະຊຸມ ​ທີ່ອົງການສະຫະປະຊາຊາດ, ເປັນພຽງການເດີນທາງອອກໄປຕ່າງປະເທດ 4 ຄັ້ງ ໃນລະຫວ່າງທີ່ທ່ານດໍາລົງຕໍາ ແໜ່ງປະທານາທິບໍດີ. ຂ້າພະເຈົ້າຄິດວ່າ ນະເວລານີ້ ແມ່ນຫຍັງຄືສິ່ງສໍາຄັນໃນການປະຊຸມຢູ່ນະຄອນຫຼວງວໍຊິງຕັນໃນຄັ້ງນີ້, ຄວາມມຸ່ງໝັ້ນຂອງປະທານາທິບໍດີໄບເດັນ ໃນການສ້າງຄວາມໝັ້ນໃຈວ່າ ຄວາມສໍາພັນລະຫວ່າງສະຫະລັດ ແລະເມັກຊິໂກ ຈະຍັງຄົງດໍາເນີນຕໍ່ໄປ? ໂດຍສະເພາະໃນຖະນະທັງສອງປະເທດ, ຈົ່ງຈື່ໄວ້ວ່າ ໃນທຸກໆ 12 ປີ ເມັກຊິໂກ ແລະສະຫະລັດ ມີການເລືອກຕັ້ງປະ ທານາທິບໍດີໃນປີດຽວກັນ.”

ການເລືອກຕັ້ງຄັ້ງ​ຕໍ່​ໄປຂອງສະຫະລັດ ແລະເມັກຊິໂກ ແມ່ນກົງກັນບໍ? ເຊິ່ງຈະມີຂຶ້ນໃນປີ 2024 ນີ້.

The U.S. will double the number of temporary visas for workers from Central America and Mexico, the White House said Tuesday after President Joe Biden held his second one-on-one with Mexico’s president in under a year. The two leaders met to discuss immigration, security, inflation and challenges that go beyond North America. VOA’s Anita Powell reports from Washington.

Hello – again – Washington: Mexico’s president is back in town.

President Andrés Manuel López Obrador previously met with President Joe Biden in the White House in late 2021,

for a three-way summit with Canada.

On Tuesday, the left-wing leader had Biden all to himself in the Oval Office. Lopez Obrador used his time before the world’s media to acknowledge that the neighboring nations have not always agreed.

Andres Manuel Lopez Obrador, Mexican President

"In spite of our differences and our grievances that are not easy to forget, neither with time nor with good intentions, on many occasions, we've been able to meet and work together as good friends and true allies."

Biden also sought to smooth what many observers saw as a rift between the two after the Mexican leader did not attend a recent U.S.-hosted regional summit because the U.S. did not invite the leaders of Cuba, Nicaragua and Venezuela, saying that only democracies deserved to be included.

Joe Biden, US President

“This is a relationship that directly impacts the daily lives, the daily lives of our people. And despite the overhyped headlines that we sometimes see, you and I have a strong and productive relationship."

The White House told VOA that they’re attesting to that strong relationship by doubling the number of temporary visas for Central American migrants.

Katie Tobin, White House Immigration Adviser

“This is really at the heart of the Biden administration's policy of how we want to address irregular migration. We know that if we want to reduce the number of people that are migrating irregularly having to rely on these criminal smuggling networks, we have to expand the number of legal pathways.”

But Mexico’s former ambassador to the U.S. told VOA that when Lopez Obrador ran in 2018 for his one-term, six-year presidency, his focus was largely domestic.

Arturo Sarukhan, Former Mexican Ambassador to U.S.

“This is his third – true – this is his third trip as president in four years to Washington, but this, along with the trip to the U.N., are the only four trips he has done as president abroad during his tenure. … I think what is really important about this meeting in Washington today, is President Biden's commitment to ensuring that the U.S.-Mexico relationship stays on an even keel, particularly as both countries, remember, every 12 years Mexico and the United States have presidential elections the same year.”

The next U.S.-Mexico election eclipse? That comes in 2024.

XS
SM
MD
LG