ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໄບ​ເດັນ ພົບ​ປະ​ກັບ​ຜູ້​ນຳ ​ກາ​ນາ​ດາ ແລະ​ເມັກ​ຊິ​ໂກ ໃນ​ກອງ​ປະ​ຊຸມ​ສຸດຍອດ ສາມ​ຝ່າຍ


ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ (ກາງ) ພວມ​ຍ່າງ​ພາບ​ໜ້າ​ກັນ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ອັງ​ເດ​ຣ​ສ ມາ​ນູ​ແອ​ລ ໂລເປ​ສ ໂອບ​ຣາ​ດໍ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັສ​ຕິນ ທ​ຣູ​ໂດ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 18 ພະ​ຈິກ 2021.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ (ກາງ) ພວມ​ຍ່າງ​ພາບ​ໜ້າ​ກັນ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ອັງ​ເດ​ຣ​ສ ມາ​ນູ​ແອ​ລ ໂລເປ​ສ ໂອບ​ຣາ​ດໍ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັສ​ຕິນ ທ​ຣູ​ໂດ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 18 ພະ​ຈິກ 2021.

ທຳ​ນຽບ​ຂາວ​ໄດ້​ໃຊ້​ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ໃນ​ວັນ​ພະ​ຫັດ​ວານນີ້​ກັບ​ຜູ້​ນຳ​ຂອງ​ກາ​ນາ​ດາ​ແລະ​ເມັກ​ຊິ​ໂກ ເພື່ອ​ປຶກ​ສາ​ຫາ​ລື​ສຳ​ລັບ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ອາ​ເມ​ຣິ​ກາ​ເໜືອ​ທັງ​ໝົດ ແລະ​ໄກ​ອອກ​ໄປ​ກວ່ານັ້ນ.

ທຳ​ນຽບ​ຂາວ ​ໄດ້​ກ່າວ​ໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ວານນີ້​ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ສິ້ນ​ສຸດ​ລົງ​ແລ້ວ​ປະ​ມານສາມ​ຊົ່ວ​ໂມງ ໂດຍ​ເວົ້າ​ວ່າ “ພວກ​ຜູ້​ນຳ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ເອົາ​ບາດ​ກ້າວ​ອັນ​ໜັກ​ແໜ້ນ ໃຫ້​ການ​ໃຫ້​ຄວາມ​ສະ​ໜັບ​ສະໜຸນ​ແກ່​ເປົ້າ​ໝາຍ​ຮ່ວມ​ຂອງ​ພວກ​ເຮົາ ຮວມ​ທັງ​ຍຸ​ຕິ​ການ​ລະ​ບາດ​ຂອງໂຄວິດ-19 ແລະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ໂລກ ສົ່ງ​ເສີມ​ໃຫ້​ມີ​ການ​ແຂ່ງ​ຂັນ ແລະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ມີ​ການ​ເຕີບ​ໂຕ​ທີ່​ຖືກ​ຕ້ອງ​ຊອບ​ທຳ ແລະ​ປະ​ສານ​ງານ​ໃນ​ລະ​ດັບ​ຂົງ​ເຂດ​ເພື່ອ​ຮັ​ບ​ມື​ກັບ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ພົບ​ປະແບບ​ແຍກ​ກັນ ​ກັບ​ຜູ້​ນຳ​ກາ​ນາ​ດາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັ​ສ​ຕິນ ທ​ຣູ​ໂດ ແລະ​ ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ອັງ​ເດ​ຣ​ສ ມາ​ນູ​ແອ​ລ ໂລ​ເປ​ສ ໂອບ​ຣາ​ດໍ ກ່ອນ​ທີ່​ພວກ​ທ່ານ​ທັງ​ສາມພົບ​ປະກັນ ໃນ​ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ເທື່ອ​ທຳ​ອິດ ໃນ​ຮອບ​ຫ້າ​ປີ.

ເຊີນ​ເບິ່ງວີ​ດີ​ໂອ: ທ່ານ​ໄບ​ເດັນ ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ຜູ້​ນຳ​ຂອງ​ກາ​ນາ​ດາ​ ແລະ​ເມັກ​ຊິ​ໂກ

Biden to Host Leaders of Mexico and Canada
please wait

No media source currently available

0:00 0:02:58 0:00

ທ່ານ​ທ​ຣູ​ໂດ ແລະ​ທ່ານ​ໂລ​ເປ​ສ ໂອບ​ຣາ​ດໍ ຍັງ​ໄດ້​ພົບ​ປະ​ແບບ​ແຍກ​ກັນ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ. ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ນາງ​ແຮ​ຣິ​ສ​ແລະ​ທ່ານ​ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆຮວມ​ທັງ​ເລື້ອງ​ຄວາມ​ໝັ້ນ​ຄົງ ເສ​ດ​ຖະ​ກິດແລະ​ການ​ຮ່ວມ​ມື​ໃນ​ດ້ານ​ອະ​ວະ​ກາດ. ພວກ​ທ່ານ​ຍັງ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ເຮັດ​ວຽກ “ເພື່ອ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ຮາກ​ເຫງົ້າ​ໃນ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ອາ​ເມ​ຣິ​ກາ​ກາງ ແລະ​ຄວາມ​ຈຳ​ເປັນ ໃນ​ການ​ຮັບ​ມື​ຂອງ​ຂົງ​ເຂດ​ສຳ​ລັບການ​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ.”​

ສຳ​ລັບ​ການ​ພົບ​ປະ​ຂອງ​ທ່ານ​ນາງ​ແຮ​ຣິ​ສ​ກັບ​ທ່ານ​ທ​ຣູ​ໂດນັ້ນ ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກັນກ່ຽວ​ກັບ​ບັນ​ຫາ ​ຢູ່​ໃນ​ທົ່ວ​ໂລກ ຊຶ່ງ​ພວກ​ທ່ານ​ໄດ້​ເວົ້າ​ເຖິງ ​ການ​ຕັ້ງ​ຖິ່ນ​ຖານ​ຂອງພວກ​ອົບ​ພະ​ຍົບ​ອັ​ຟ​ກາ​ນິ​ສ​ຖານ ແລະ​ຄວາມ​ວຸ້ນ​ວາຍ​ໃນ​ເຮ​ຕີ​ ແລະ​ເອ​ທິ​ໂອ​ເປຍ.

ທ່ານ​ທ​ຣູ​ໂດ ຢູ່​ໃນ​ການ​ໃຫ້​ຄວາມ​ເຫັນ​ສັ້ນໆ​ນັ້ນ ກ່າວ​ວ່າ ການ​ຫາ​ລື​ກັນ​ແມ່ນ​ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ຟື້ນ​ໂຕ​ຄືນ​ຈາກ​ໂຣກ​ລະ​ບາດ. ກ່ອນກອງ​ປະ​ຊຸມ​ສຸດຍອດ​ທ່ານທ​ຣູ​ໂດ​ກ່າວ​ວ່າ ທ່ານ​ຈະ​ຄັດ​ຄ້ານ ​ຕໍ່​ໂຄງ​ການ​ຊື້​ສິນ​ຄ້າ​ອາ​ເມ​ຣິ​ກັນ ​ຂອງ​ທ່ານ​ໄບ​ເດັນ ຊຶ່ງ​ກາ​ນາ​ດາ​ມອງ​ເຫັນ​ວ່າ​ເປັນ​ການ​ປົກ​ປ້ອງ​ສິນ​ຄ້າ. ທ່ານ​ໄດ້​ກ່າວ​ເນັ້ນ​ວ່າ ​ພວກ​ຄົນ​ງານກາ​ນາ​ດາ​ບໍ່​ຄວນ​ຈະ​ຖືກ​ປະ​ປ່ອຍ​ຈາກ​ຂໍ້​ລິ​ເລີ້ມ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ​ເໜືອ​ໃດໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG