ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈະຮັກສາ ທ່າທີທີ່ແຂງແກ່ນ ທາງການຄ້າ ຂອງທ່ານ ທຣຳ ຕໍ່ ຈີນ


ລົດບັນທຸກຕູ້ສິນຄ້າ ຈອດຢູ່ໃກ້ກັບທຸງຊາດ ຈີນ ຢູ່ທ່າເຮືອນໍ້າເລິກ ຢາງຊານ, ນະຄອນ ຊຽງໄຮ້, ຈີນ. 6 ສິງຫາ, 2019. REUTERS/Aly Song/File Photo
ລົດບັນທຸກຕູ້ສິນຄ້າ ຈອດຢູ່ໃກ້ກັບທຸງຊາດ ຈີນ ຢູ່ທ່າເຮືອນໍ້າເລິກ ຢາງຊານ, ນະຄອນ ຊຽງໄຮ້, ຈີນ. 6 ສິງຫາ, 2019. REUTERS/Aly Song/File Photo

ລັດຖະມົນຕີກະຊວງການຄ້າ ສະຫະລັດ ທ່ານນາງ ຈີນາ ໄຣມອນໂດ ໄດ້ສັນຍາໃນວັນພຸດວານນີ້ທີ່ຈະສືບຕໍ່ສົງຄາມການຄ້າທີ່ດຸຮ້າຍຂອງລັດຖະບານ ທ່ານ ທຣຳ ກັບ ຈີນ, ໂດຍເວົ້າວ່າທ່ານນາງຈະເຮັດວຽກ “ຢ່າງເດັດດ່ຽວເທົ່າທີ່ເຮັດໄດ້ເພື່ອປົກປ້ອງກຳມະກອນຊາວ ອາເມຣິກັນ ແລະ ທຸລະກິດຕ່າງໆຈາກການປະຕິບັດທີ່ບໍ່ຍຸຕິທຳຂອງ ຈີນ.”

ໃນລະຫວ່າງການກ່າວຄຳປາໄສ ໃນກອງປະຊຸມລາຍງານຢູ່ທຳນຽບຂາວນັ້ນ, ທ່ານນາງ ໄຣມອນໂດ ໄດ້ກ່າວວ່າ ພາສີໄດ້ຖືກກຳນົດໃນລະຫວ່າງການເປັນປະທານາທິບໍດີຂອງທ່ານ ດໍໂນລ ທຣຳ ແລະ ໄດ້ຖືກຕິຕຽນຢ່າງກວ້າງຂວາງໂດຍພັກເດໂມແຄຣັດໃນເວລານັ້ນ “ແທ້ຈິງແລ້ວໄດ້ຊ່ວຍຮັກ ສາວຽກງານຂອງຄົນ ອາເມຣິກັນ ໃນອຸດສາຫະກຳເຫຼັກ ແລະ ອາລູມີນຽມ.”

ໂດຍລວມແລ້ວ, ສະຫະລັດ ແມ່ນຍັງສືບຕໍ່ການເກັບພາສີສິນຄ້າສົ່ງອອກ ຂອງ ຈີນ 66 ເປີເຊັນ. ທ່ານນາງ ໄຣມອນໂດ ໄດ້ກ່າວວ່າ ພາສີສິນຄ້ານຳເຂົ້າດັ່ງກ່າວແມ່ນຈຳເປັນ ເພື່ອປັບສະພາບການແຂ່ງຂັນສຳລັບການຄ້າສາກົນ.

ທ່ານນາງໄດ້ກ່າວວ່າ “ການກະທຳຂອງ ຈີນ ແມ່ນບໍ່ສາມາດແຂ່ງຂັນໄດ້, ບີບບັງຄັບ ແລະ ຂີ້ຫຼັກ. ເຂົາເຈົ້າໄດ້ພິສູດໃຫ້ເຫັນວ່າ ເຂົາເຈົ້າຈະເຮັດທຸກຢ່າງ. ແລະ ສະນັ້ນ, ຂ້າພະເຈົ້າມີແຜນທີ່ຈະໃຊ້ເຄື່ອງມືທຸກຢ່າງໃນຫີບເຄື່ອງມືຂອງຂ້າພະເຈົ້າຢ່າງເດັດດ່ຽວເທົ່າທີ່ເຮັດໄດ້ ເພື່ອປົກປ້ອງກຳມະ ກອນ ອາເມຣິກັນ ແລະ ທຸລະກິດຕ່າງໆຈາກການປະຕິບັດທີ່ບໍ່ຍຸຕິທຳຂອງ ຈີນ.”

ເມື່ອສາມປີທີ່ຜ່ານມາ, ທ່ານ ທຣຳ ໄດ້ເກັບພາສີ 25 ເປີເຊັນຕໍ່ເຫຼັກ ແລະ 10 ເປີເຊັນຕໍ່ອາລູມີນຽມທີ່ນຳເຂົ້າຈາກປະເທດສ່ວນໃຫຍ່, ໂດຍໂຕ້ແຍ້ງວ່າມັນເປັນເລື່ອງຂອງຄວາມປອດໄພແຫ່ງຊາດ ເພື່ອຮັບປະກັນວ່າຜະລິດຕະພັນເຫຼັກພາຍໃນປະເທດຈະສາມາດຢູ່ລອດ.

ການຂາດດຸນສິນຄ້າ ສະຫະລັດ ກັບ ຈີນ ໄດ້ເພີ່ມຂຶ້ນ 11.4 ເປີເຊັນ ຈາກເດືອນມັງກອນ ເປັນ 30.3 ຕື້ໂດລາໃນເດືອນກຸມພາ, ອີງຕາມສະຖິຕິທີ່ຖືກເປີດເຜີຍໂດຍກະຊວງການຄ້າໃນວັນພຸດວານນີ້.

ການສຳຫຼວດຂອງສູນກາງຄົ້ນຄວ້າ ພີວ (Pew) ໃນປີກາຍນີ້ໄດ້ພົບວ່າ ຜູ້ໃຫຍ່ 9 ຈາກ 10 ຄົນໃນ ສະຫະລັດ ພິຈາລະນາວ່າ ຈີນ ແມ່ນຄູ່ແຂ່ງ ຫຼື ສັດຕູ, ແທນທີ່ຈະເປັນຄູ່ຮ່ວມງານ.

ອີງຕາມການສຳຫຼວດຄວາມຄິດເຫັນ, ປະຊາຊົນ ອາເມຣິກັນ ມີຄວາມເປັນຫ່ວງ ຍິ່ງຂຶ້ນ ກ່ຽວກັບ ອຳນາດທາງດ້ານເທັກໂນໂລຈີຂອງ ຈີນ, ການໂຈມຕີທາງໄຊເບີຂອງເຂົາເຈົ້າຕໍ່ປະເທດຕາເວັນຕົກ, ການບໍ່ເຄົາລົບສຳລັບສິດທິມະນຸດ, ແລະ ການສູນເສຍວຽກງານໃນ ສະຫະລັດ ໄດ້ຖືກຖິ້ມໂທດໃສ່ການນຳເຂົ້າຕ່າງໆຈາກ ຈີນ.

ທ່ານ ໄບເດັນ ໄດ້ເຮັດໃຫ້ການສ້າງວຽກງານພື້ນຖານໂຄງລ່າງ ເປັນບູລິມະສິດສູງສຸດຂອງລັດຖະ ບານຂອງທ່ານ, ເປັນຫົວຂໍ້ທີ່ທ່ານໄດ້ກ່າວໃນຕອນບ່າຍຂອງວັນພຸດວານນີ້ຢູ່ທຳນຽບຂາວ, ໂດຍໂຕ້ແຍ້ງວ່າ ຈີນ ແລະ ປະເທດອື່ນໆທີ່ກຳລັງແຂ່ງຂັນເພື່ອແຊງໜ້າ ສະຫະລັດ “ແມ່ນພະຍາຍາມທີ່ຈະເປັນຜູ້ຄອບງຳອະນາຄົດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG