ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ໄບເດັນ ຄືກັນກັບ ທ. ທຣຳ ຈະຮັບເອົາດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດ້ວຍຄວາມເຕັມໃຈ


Presidential Executive Orders -- USAGM
please wait

No media source currently available

0:00 0:03:17 0:00

ເຊີນຊົມວີດີໂອ ພາກອັງກິດກ່ຽວກັບລາຍງານນີ້

ປະທານາທິບໍດີສະຫະລັດ ມັກຈະປ່ຽນນະໂຍບາຍຂອງລັດຖະບານ ຜ່ານມາດຕະການຕ່າງໆ ຂອງປະທານາທິບໍດີ ດ້ວຍການອອກຄຳສັ່ງຝ່າຍບໍລິ ຫານ ທີ່ເປັນຄຳປະກາດ ຫຼື ບົດບັນທຶກ ໂດຍບໍ່ຜ່ານ ລັດຖະສະພາ ແລະຂັ້ນຕອນນິຕິບັນຍັດ. ໄມຄ໌ ໂອໂຊລລີວັນ ລາຍງານມາກໍແມ່ນວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ກາງຕໍ່ຍຸດທະວິທີນີ້ຢ່າງຫຼວງຫຼາຍ ແລະປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກໍໄດ້ສັນຍາວ່າຈະເຮັດແບບດຽວກັນ. ໄຊຈະເລີນສຸກ ມີລາຍລະອຽດຂອງເລື້ືອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂດຍຜ່ານການໃຊ້ດຳລັດຂອງຝ່າຍບໍລິຫານ ໃນເດືອນມັງກອນ 2017 ທ່ານ ທຣຳ ໄດ້ຈຳກັດພວກຄົນເຂົ້າເມືອງເປັນການຊົ່ວຄາວ ທີ່ມາຈາກບັນດາປະເທດ ທີ່ນັບຖືສາສະໜາອິສລາມເປັນສ່ວນໃຫຍ່ ທີ່ທ່ານທຣຳ ໄດ້ກ່າວວ່າ ເປັນບ່ອນຮ້ອນແຮງ ຂອງລັດທິກໍ່ການຮ້າຍ. ການເຄື່ອນໄຫວດັ່ງກ່າວ ໄດ້ເຮັດໃຫ້ມີການຕ້ອງຕິຢ່າງກວ້າງຂວາງ ແລະໄດ້ຖືກກີດກັນຢ່າງວ່ອງໄວໃນສານຫຼາຍແຫ່ງຈຶ່ງໄດ້ເກີດມີການຕໍ່ສູ້ທາງດ້ານກົດໝາຍຕ່າງໆ.

ການຫ້າມດ້ານຄົນເຂົ້າເມືອງທີ່ເປັນບັນຫາດັ່ງກ່າວໄດ້ຖືກຮັບເອົາໃນເວລາຕໍ່ມາ ແຕ່ເປັນໄປໄດ້ສູງ ທີ່ຈະຖືກຕ່າວປີ້ນໂດຍທ່ານໂຈ ໄບເດັນ ຜູ້ທີ່ຈະສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີ ໃນວັນທີ 20 ມັງກອນປີໜ້ານີ້.

ທ່ານຈອນ ວູລລີ ຈາກໂຄງການຕຳແໜ່ງປະທານາທິບໍດີຂອງອາເມຣິກາ ປະຈຳມະຫາວິທະຍາໄລ ຄາລິຟໍເນຍ ທີ່ແຊນຕາ ບາຣບາຣາ ກ່າວຜ່ານທາງສໄກປ໌ວ່າ “ຍ້ອນວ່າ ດຳລັດໃດໆກໍຕາມ ເກືອບທັງໝົດສາມາດຖືກຕ່າວປີ້ນໄດ້ ໂດຍດຳລັງຕາມມາທີຫລັງ ພວກເຮົາໝັ້ນໃຈໄດ້ວ່າ ທ່ານໂຈ ໄບເດັນ ແມ່ນຈະເຂົ້າມາພ້ອມດ້ວຍຄວາມມຸ້ງໝັ້ນ ໃນດ້ານການໃຊ້ດຳລັດຝ່າຍບໍລິຫານຕ່າງໆ.”

ປະທານາທິບໍດີຄົນທຳອິດ ທ່ານຈອຣ໌ຈ ວໍຊິງຕັນ ໄດ້ອອກສິ່ງທຳອິດທີ່ໄດ້ຖືກເອີ້ນວ່າ ດຳລັດຝ່າຍບໍລິຫານ ໂດຍໃຫ້ການແນະນຳແກ່ກະຊວງຕ່າງໆຂອງລັດຖະບານ.

ທ່ານເອບຣາແຮມ ລິງຄອນ ໃນພາຍຫຼັງໄດ້ປ່ອຍໃຫ້ພວກຂ້າທາດ ໃຫ້ເປັນອິດສະຫລະ ໃນການປະກາດປົດປ່ອຍທາດ ທີ່ເອີ້ນວ່າ Emancipation Proclamation ຊຶ່ງປະກອບດ້ວຍດໍາລັດຝ່າຍບໍລິຫານ ສອງສະບັບ ໃນລະ ຫວ່າງສົງຄາມກາງເມືອງ.

ທ່ານແຟຣັງກລິນ ດີ. ໂຣສແວວຕ໌ ໄດ້ລົງນາມໃນດຳລັດຝ່າຍບໍລິຫາານ ຫຼາຍກວ່າ 3,700 ສະບັບ ຊຶ່ງຫຼາຍທີ່ສຸດກວ່າປະທານາທິບໍດີຄົນໃດໆ.

ອຳນາດທີ່ຈະເອົາມາດຕະການພຽງຝ່າຍດຽວນີ້ ແມ່ນບໍ່ໄດ້ຖືກຂຽນລົງໃນລັດຖະທຳມະນູນ ຊຶ່ງເວົ້າງ່າຍໆ ກໍແມ່ນວ່າ ປະທານາທິບໍດີ ເປັນຜູ້ຮັບຜິດຊອບ ຂະ
ແໜງບໍລິຫານຂອງລັດຖະບານ.

ທ່ານເຄັນເນັດ ເມເອີ ຈາກມະຫາວິທະຍາໄລລັດວິສຄອນຊິນ ກ່າວຜ່ານທາງສໄກປ໌ ວ່າ “ພວກມັນໄດ້ເກີດຂຶ້ນມາ ກໍເພາະວ່າ ພວກມັນເໝາະສົມໃນການໃຊ້ງານໂດຍທຳມະຊາດຂອງອຳນາດໃນຝ່າຍບໍລິຫານທີ່ມອບໃຫ້ຢ່າງກວ້າງຂວາງຢູ່ໃນລັດຖະທຳມະນູນ.”

ດຳລັດສະບັບນຶ່ງຂອງທ່ານແຟຣັງກລິນ ດີ. ໂຣສແວວຕ໌ ຕາມພາຍຫຼັງ ໄດ້ຖືກ ຕ້ອງຕິຢ່າງແຜ່ຫຼາຍ ໃນການກັກຂັງພວກຊາວອາເມຣິກັນເຊື້ອສາຍຍີ່ປຸ່ນ ໃນສູນຕ່າງໆໃນລະຫວ່າງສົງຄາມໂລກຄັ້ງທີສອງ.

ທ່ານທຣຳ ຍັງໄດ້ໃຊ້ມາດຕະການຂອງຝ່າຍບໍລິຫານ ເພື່ອຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງ ທີ່ເປັນບັນຫາຫາຖົກຖຽງກັນ…ໂດຍການຖອນໂຕອອກຈາກຂໍ້ຕົກລົງປາຣີ ທີ່ເປັນການຕົກລົງດ້ານດິນຟ້າອາກາດ ຍົກຕົວຢ່າງ ໂດຍບໍ່ຜ່ານລັດຖະສະພາ.

ທ່ານນາງຄິມ ເວລີ ຈາກໂຮງຮຽນດ້ານກົດໝາຍຂອງມະຫາວິທະຍາໄລບອລຕີມໍ ກ່າວຜ່ານທາງສໄກປ໌ ວ່າ “ການແບ່ງແຍກອຳນາດເປັນຄຳຖາມຕ່າງໆທາງດ້ານ ລັດຖະທຳມະນູນ ດຽວນີ້ ແມ່ນໄດ້ຖືກກະຊາກອອກຈາກຫົວຂໍ້ຕ່າງໆ ໃນແຕ່ລະວັນ.”

ໃນການດຳລົງຕຳແໜ່ງປີທຳອິດຂອງທ່ານທຣຳ ທ່ານໄດ້ອອກດຳລັດຝ່າຍບໍລິ ຫານ 55 ຄັ້ງ ຮວມທັງດຳລັດສະບັບນຶ່ງ ທີ່ອະນຸມັດໃຫ້ກໍ່ສ້າງກຳແພງຢູ່ຊາຍແດນທາງພາກໃຕ້ຂອງປະເທດ.

ບາງຄັ້ງບາງຄາວ ແຕ່ລະກະຊວງຂອງລັດຖະບານກໍໄດ້ເຮັດວຽກຮ່ວມກັນ. ສານສູງສຸດ ໂດຍຜ່ານການຕັດສິນຄະດີທີ່ເປັນຂີດໝາຍ ແລະປະທານາທິບໍດີດໄວ້ຕ໌ ໄອເຊັນຮາວເວີ ໂດຍຜ່ານການເອົາມາດຕະການຝ່າຍບໍລິຫານ ໄດ້ສັ່ງໃຫ້ໂຮງ ຮຽນທັງຫຼາຍ ຕ້ອງມີຄົນຫຼາຍເຊື້ອຊາດປະສົມກັນ ໃນປີຊຸມປີ 1950.

ແຕ່ບາງເທື່ອ ປະທານາທິບໍດີ ກໍໄດ້ປະຕິບັດຕາມລຳພັງ ທີ່ພາໃຫ້ເກີດບັນຫາຂັດແຍ້ງພາຍໃນກະຊວງອື່ນໆຂອງລັດຖະບານ. ທ່ານແຮຣີ ທຣູແມັນ ໄດ້ຢຶດເອົາໂຮງງານເຫຼັກຂອງເອກະຊົນມາເປັນຂອງລັດ ໃນລະຫວ່າງສົງຄາມເກົາຫຼີ.

ທ່ານນາງ ຄິມ ເວລີ ກ່າວວ່າ “ອັນນັ້ນ ເປັນຄວາມພະຍາຍາມທີ່ຈະຍຶດເອົາອຸດ ສາຫະກຳເອກະຊົນແທ້ໆເລີຍ ເພື່ອນຳມາໃຊ້ໃນຈຸດປະສົງ ການເຮັດສົງຄາມ. ສານໄດ້ກ່າວວ່າ ອັນນັ້ນ ບໍ່ຖືກຕ້ອງ. ແນ່ນອນ ມັນແມ່ນທິດທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ.”


ທ່ານທຣຳ ພວມນຳໃຊ້ຕຳແໜ່ງ ໃນໄລຍະສອງເດືອນສຸດທ້າຍຂອງທ່ານ ເພື່ອປະໄວ້ຮ່ອງຮອຍຂອງທ່ານໃນລັດຖະບານ ໂດຍຜ່ານອຳນາດອື່ນໆຂອງຕຳແໜ່ງປະທານາທິບໍດີ ໃນການແຕ່ງຕັ້ງພວກທີ່ຈົງຮັກພັກດີ ໃນໜ້າທີ່ທີ່ສຳຄັນໆ ແລະອອກກົດລະບຽບຕ່າງໆຂອງລັດຖະບານ.

ທ່ານຈອນ ວູລລີ ຈາກໂຄງການຕຳແໜ່ງປະທານາທິບໍດີຂອງອາເມຣິກາ ປະຈຳມະຫາວິທະຍາໄລລັດຄາລີຟໍເນຍ ທີ່ແຊນຕາ ບາຣບາຣາ ກ່າວຜ່ານທາງສໄກ້ປ໌ ວ່າ “ນຶ່ງໃນຫຼາຍໆສິ່ງທີ່ພວກເຮົາຈະເຫັນຈາກລັດຖະບານທ່ານທຣຳ ແມ່ນການອອກກົດລະບຽບຕ່າງໆ ຢ່າງຫຼວງຫຼາຍ ຕະຫຼອດໄລຍະສອງເດືອນຂ້າງໜ້ານີ້ ເພື່ອພະຍາຍາມເຮັດໃຫ້ໝັ້ນໃຈວ່າ ສິ່ງທັງຫຼາຍນັ້ນຈະເຮັດໃຫ້ມີການຊັກຊ້າລົງ.”

ຈະມີການຊັກຊ້າລົງ ແຕ່ຈະບໍ່ສາມາດຢຸດຢັ້ງ ຄວາມພະຍາຍາມທີ່ຈະປ່ຽນທິດທາງຂອງທ່ານໄບເດັນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG