ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການປ່ຽນແປງຢູ່ທົ່ວທໍານຽບຫ້າແຈ ເມື່ອລັດຖະມົນຕີ ກ.ຊ. ປ້ອງກັນປະເທດ ຂອງທ່ານ ໄບເດັນ ເຂົ້າຮັບຕໍາແໜ່ງ


ລັດຖະມົນຕີ ກ.ຊ. ປ້ອງກັນປະເທດ Lloyd Austin ຢືນຟັງປະທານາທິບໍດີ ໂຈ ໄບເດັນ ກ່າວກ່ອນຈະເຊັນດໍາລັດທີ່ ຕ່າວປີ້ນກົດລະບຽບໃນສະໄໝທ່ານທຣໍາທີ່ຫ້າມຄົນປ່ຽນເພດເຂົ້າຮັບໃຊ້ໃນກອງທັບຢູ່ໃນທໍານຽບຂາວ, ວັນທີ 25 ມັງກອນ, 2021
ລັດຖະມົນຕີ ກ.ຊ. ປ້ອງກັນປະເທດ Lloyd Austin ຢືນຟັງປະທານາທິບໍດີ ໂຈ ໄບເດັນ ກ່າວກ່ອນຈະເຊັນດໍາລັດທີ່ ຕ່າວປີ້ນກົດລະບຽບໃນສະໄໝທ່ານທຣໍາທີ່ຫ້າມຄົນປ່ຽນເພດເຂົ້າຮັບໃຊ້ໃນກອງທັບຢູ່ໃນທໍານຽບຂາວ, ວັນທີ 25 ມັງກອນ, 2021

ໃນເວລາບໍ່ຮອດນຶ່ງອາທິດ ໃນການດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານໂຈ ໄບເດັນ ກໍໄດ້ມີການປ່ຽນແປງໃໝ່ເກີດຂຶ້ນຢູ່ທຳນຽບຫ້າແຈຂະນະທີ່ປະທານາທິບໍດີສະຫະລັດຄົນໃໝ່ແລະລັດຖະມົນຕີກະຊວງ ປ້ອງກັນປະເທດໃໝ່ ທ່ານລອຍ ອອສຕິນ (Lloyd Austin) ກຳລັງຊອກ ຫາທາງທີ່ຈະຕ່າວປີ້ນ ການປ່ຽນແປງທີ່ໄດ້ດໍາເນີນການໄປໂດຍອະດີດປະ ທານາທິບໍດີ ດໍໂນລ ທຣໍາ. ຜູ້ສື່ຂ່າວດ້ານຄວາມໝັ້ນຄົງແຫ່ງຊາດ ຂອງວີໂອເອ Jeff Seldin ມີລາຍລະອຽດເພີ້ມເຕີມກ່ຽວກັບເລື້ອງນີ້ ຊຶ່ງບົວສະ ຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໂດຍທີ່ມີບັນດາເຈົ້າໜ້າທີ່ທະຫານຂັ້ນສູງຢືນຢູ່ອ້ອມຮອບ, ປະທານາທິບໍດີ ໂຈ ໄບເດັນ ໂດຍການໃຊ້ປາກກາເຊັນບາດນຶ່ງ ກໍສາມາດປ່ຽນແປງນະໂຍບາຍທີ່ພາໃຫ້ມີການແບ່ງແຍກກັນຫລາຍກວ່າ ຂອງຜູ້ດໍາລົງຕໍາແໜ່ງກ່ອນ ໜ້າທ່ານ - ກໍຄືການຫ້າມບຸກຄົນທີ່ປ່ຽນເພດເຂົ້າຮັບໃຊ້ໃນກອງທັບນັ້ນໄດ້ແລ້ວ .

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ກ່າວໃນຂະນະທີ່ເຊັນລົງນາມໃນດໍາລັດນັ້ນວ່າ:
"ສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ແມ່ນການເຮັດໃຫ້ຊາວອາເມຣິກັນທີ່ມີຄຸນນະວຸດທິເໝາະສົມທັງໝົດ ໄດ້ເຂົ້າຮັບໃຊ້ ປະເທດຂອງພວກເຂົາເຈົ້າ ຢູ່ໃນເຄື່ອງແບບ."

ໃນຂໍ້ຄວາມທີ່ຂຽນຢູ່ໃນທວີດເຕີ (TWITTER) ນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລອຍ ອອສຕິນ (Lloyd Austin) ໄດ້ສັນລະເສີນການ ເຄື່ອນໄຫວດັ່ງກ່າວ, ໂດຍບໍ່ພຽງແຕ່ເອີ້ນການເຮັດແນວນັ້ນວ່າ ເປັນສິ່ງທີ່ຖືກຕ້ອງເທົ່ານັ້ນ ແຕ່ຍັງເອີ້ນມັນວ່າເປັນສິ່ງທີ່ສະຫຼາດອີກດ້ວຍ.

ດໍາລັດທີ່ເຊັນອອກໃນວັນຈັນຜ່ານມາ ແມ່ນພຽງແຕ່ເປັນບາດກ້າວຫລ້າສຸດຂອງລັດຖະບານຊຸດໃໝ່ ໃນການຊ່ວຍເຫຼືອໃຫ້ກອງທັບສະຫະລັດ ປ່ຽນ ແປງແນວທາງ ນັບຕັ້ງແຕ່ທ່ານ ອອສຕິນໄດ້ໄປເຖິງທໍານຽບຫ້າແຈໃນວັນສຸກຜ່ານມານີ້ ... … ຊຶ່ງໄດ້ເຮັດໃຫ້ການປະຕິບັດຕາມສັນຍາ ທີ່ທ່ານລັດ ຖະມົນຕີຄົນນີ້ໃຫ້ໄວ້ຕໍ່ບັນດາສະມາຊິກລັດຖະສະພາ ໃນອາທິດກ່ອນນັ້ນຢູ່ ໃນການຮັບຟັງເພື່ອຮັບຮອງເອົາການເຂົ້າກໍາຕໍາແໜ່ງຂອງທ່ານນັ້ນ ເປັນ ໄປດ້ວຍດີ.

ໃນຕອນນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະລັດຖະບານຂອງທ່ານ ໄບເດັນ ໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານນາຍພົນ ລອຍ ອອສຕິນ (Lloyd Austin) ທີ່ອອກກິນເບ້ຍບໍານານແລ້ວກ່າວວ່າ:
"ພວກເຮົາຍັງເປັນຫນີ້ປະຊາຊົນຂອງພວກເຮົາໃນເລື້ອງເຮັດໃຫ້ສະພາບແວດລ້ອມຂອງບ່ອນເຮັດວຽກປາດສະຈາກການຈຳແນກ, ການກຽດຊັງ ກັນແລະລົບກວນຮາວີ. ແລະຖ້າໄດ້ຮັບການຮັບຮອງເອົາ, ຂ້າພະເຈົ້າຈະຕໍ່ສູ້ຢ່າງໜັກ ເພື່ອຈະລົບລ້າງການລ່ວງລະເມີດທາງເພດ ແລະຈະກຳຈັດກຸ່ມຄົນທີ່ຈໍາແນກເຊື້ອຊາດ ແລະພວກຫົວຮຸນແຮງສຸດ."

ໃນການຂຽນຢູ່ໃນ ທວີດເຕີ (TWITTER) / @SECDEF ນັ້ນ ທ່ານ ອອສຕິນໄດ້ອອກບົດບັນທຶກສະບັບນຶ່ງແລ້ວ ທີ່ຮຽກຮ້ອງໃຫ້ມີການເອົາບາດ ກ້າວຕໍ່ຜູ້ທີ່ລ່ວງລະເມີດທາງເພດ.

ແຕ່ວ່າການເຮັດໃຫ້ມີຄວາມຄືບໜ້າໃນບັນຫາລັດທິຫົວຮຸນແຮງທີ່ນັບມື້ ນັບຂະຫຍາຍຕົວອອກ- ເຊິ່ງສະແດງໃຫ້ເຫັນຢູ່ໃນສະມາຊິກທະຫານຈໍານວນ ນຶ່ງທີ່ເຂົ້າຮ່ວມການປິດລ້ອມຫໍລັດຖະສະຫະລັດແລ້ວນັ້ນ - ອາດຈະເປັນເລື້ອງທີ່ຫຍຸ້ງຍາກຫຼາຍ.

ທ່ານ ໂຄລິນ ຄລາກຄ໌ (Colin Clarke), ຜູ້ອໍານວຍການດ້ານນະໂຍ ບາຍ ແລະການຄົ້ນຄວ້າທີ່ກຸ່ມເຊົາແຟນຫລື Soufan Group ກ່າວຜ່ານ ທາງ Skype ວ່າ:

"ພວກເຮົາຕ້ອງໄດ້ເຮັດນອກເໜືອໄປຈາກການກວດກາຫາບຸກຄົນທີ່ມີການສັກລາຍທີ່ອາດເປັນພວກນາຊີໃໝ່ ຫລື neo-Nazi. ມັນຕ້ອງມີຫຼາຍກ່ວານັ້ນອີກ. ມັນຕ້ອງມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກທະຫານ ທີ່ເຂົ້າໄປໃໝ່ ແລະ ສະມາຊິກທະຫານໃນນັ້ນທີ່ເຄື່ອນໄຫວຫ້າວຫັນຢູ່ໃນອິນເຕີແນັດ. "

ແຕ່ທ່ານອອສຕິນ ກຳລັງປະເຊີນກັບສິ່ງທ້າທາຍອັນອື່ນ, ນັບທັງ……ໄດ້ ໃຫ້ສັນຍາວ່າ ຈະຊ່ວຍສະຫະລັດໃນການຮັບມືກັບການລະບາດຂອງໄວ ຣັສໂຄໂຣນາອີກ.

ໃນການຂຽນຢູ່ໃນທວີດເຕີ (TWITTER) / @SECDEF ນັ້ນ ທ່ານຍັງໄດ້ຍື້ມືອອກໄປຫາພວກພັນທະມິດທີ່ສຳຄັນອີກ ...ໃນຂະນະທີ່ທາງເລືອກທີ່ສຳຄັນກໍາລັງບົດບັງສິ່ງທີ່ຄວນເຮັດຕໍ່ໄປຢູ່ໃນອີຣັກ ແລະອັຟການິສຖານ, ບ່ອນທີ່ຈຳນວນທະຫານສະຫະລັດ ຫລຸດລົງເປັນເວລາຫລາຍປີແລ້ວນັ້ນ ... ແລະ ຢູ່ໃນທະວີບອາຟຣິກາບ່ອນທີ່ການເຂົ້າໄປຢູ່ຂອງທະຫານສະຫະ ລັດ ໄດ້ຫລຸດໜ້ອຍຖອຍລົງນັ້ນ.

ສະນັ້ນ, ເຊັ່ນດຽວກັນ, ກໍຍັງມີຄວາມເຄັ່ງຕຶງເພີ້ມສູງຂຶ້ນກັບຣັດເຊຍ. ຄວາມກັງວົນກ່ຽວກັບເກົາຫລີເໜືອ, ອີຣ່ານອີກ.

ແລະຈາກນັ້ນແລ້ວ ກໍ່ຍັງມີຈີນອີກ.

ທ່ານແບຣດດລີ ບາວແມນ (Bradley Bowman), ມູນນິທິເພື່ອປົກປ້ອງ ປະຊາທິປະໄຕກ່າວຜ່ານທາງ Skype ວ່າ:
“ຂ້າພະເຈົ້າເອົາເລື້ອງຈີນໄວ້ເທິງໝູ່ສຸດ. ຂ້າພະເຈົ້າເຫັນວ່າຈີນເປັນໄພຂົ່ມຂູ່ກ່ອນໝູ່.”

ທ່ານກ່າວຕໍ່ໄປວ່າ "ໃນບາງກໍລະນີ - ແລະປະຊາຊົນອາເມຣິກັນ ແລະເພື່ອນມິດຂອງພວກເຮົາຢູ່ທົ່ວໂລກຕ້ອງເຂົ້າໃຈເຖິງເລື້ອງນີ້, ຈີນໄດ້ມີລະບົບປ້ອງກັນທີ່ດີເທົ່າກັບ ຫລືບໍ່ ກໍດີກວ່າລະບົບຂອງພວກເຮົາອີກ."

ບັນຊີລາຍການຂອງສິ່ງທີ່ຕ້ອງເຮັດ ສຳລັບລັດຖະມົນຕີປ້ອງກັນປະເທດຄົນ ໃໝ່ຂອງອາເມຣິກາ ແມ່ນຍາວຢຽດຫລາຍ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້

Less than a week into Joe Biden’s presidency sweeping changes are underway at the Pentagon as the new U.S. president and new Defense Secretary Lloyd Austin look to undo changes made by former President Donald Trump. VOA National Security Correspondent Jeff Seldin has more

Flanked by top military officials, President Joe Biden, with a stroke of the pen, undid one of his predecessor’s more divisive policies — a ban on transgender individuals serving in the military.

US President Joe Biden in MRT Biden Executive Order signing:
“What I’m doing is enabling all qualified Americans to serve their country in uniform.”

On Twitter, Defense Secretary Lloyd Austin praised the move, calling it not only the right thing but the smart thing to do.

Monday’s executive order is just the latest step by the new administration to help the U.S. military change course since Austin first arrived at the Pentagon this past Friday… … making good on a promise the secretary gave lawmakers a week earlier at his confirmation hearing.

BIDEN ADMINISTRATION'S NOMINEE FOR SECRETARY OF DEFENSE, RETIRED GENERAL LLOYD AUSTIN, SAYING:
"We also owe our people a working environment free of discrimination, hate and harassment. And if confirmed, I will fight hard to stamp out sexual assault and to rid our ranks of racists and extremists.”

Via TWITTER / @SECDEF
Already, Austin has issued a memo demanding action against sexual assault.

But making progress on the growing problem of extremism — evidenced by the number of former military members who took part in the siege of the U.S. Capitol —- may be more difficult.

Colin Clarke, Director of Policy and Research at The Soufan Group via Skype:
“We’ve got to get beyond screening individuals for potential neo-Nazi tattoos. It’s got to be much more than that. There’s got to be greater awareness of what new recruits and active service members are doing online.”

Yet Austin is facing down other challenges, as well… …having promised to help with the U.S. response to the coronavirus pandemic.

TWITTER / @SECDEF
He has also been reaching out to key allies...… while critical choices loom on what to do next in Iraq and Afghanistan, where the number of U.S. troops is down to yearslong lows...…and in Africa, where the U.S. military footprint has also been shrinking.

So, too, there are also heightened tensions with Russia. Concerns about North Korea. Iran.

And then there is China.

Bradley Bowman, Foundation for the Defense of Democracies: Skype:

“I would put China at the top. I see China as the preemptive threat.”

“In some cases — and the American people and our friends around the world need to understand this — the Chinese have fielded systems that are as good or better than ours.”

A lengthy to-do list for America’s newest secretary of defense.

ອ່ານເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG