ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໄບເດັນ ເດີນທາງຮອດໄອຣ໌ແລນ ເພື່ອສະໜັບສະໜຸນ ແລະ ສະເຫຼີມສະຫຼອງຂໍ້ຕົກລົງສັນຕິພາບ


ປະທານາທິບໍດີ ໂຈ ໄບເດັນ ຍິ້ມ ຫຼັງຈາກໄດ້ກ້າວລົງຈາກເຮືອບິນ Air Force One ຢູ່ທີ່ສະໜາມບິນສາກົນ ເບລຟັສທ໌ (Belfast International Airport) ໃນນະຄອນ ເບລຟັສທ໌, ໄອຣ໌ແລນ ເໜືອ ໃນວັນທີ 11 ເມສາ 2023
ປະທານາທິບໍດີ ໂຈ ໄບເດັນ ຍິ້ມ ຫຼັງຈາກໄດ້ກ້າວລົງຈາກເຮືອບິນ Air Force One ຢູ່ທີ່ສະໜາມບິນສາກົນ ເບລຟັສທ໌ (Belfast International Airport) ໃນນະຄອນ ເບລຟັສທ໌, ໄອຣ໌ແລນ ເໜືອ ໃນວັນທີ 11 ເມສາ 2023

ການໂອ້ລົມສົນທະນາກັບນາຍົກລັດຖະມົນຕີອັງກິດ ແລະການກ່າວຄຳປາໄສໃນວັນຄົບຮອບ 25 ປີ ຂອງຂໍ້ຕົກລົງວັນ​ສຸກ​ສັກ​ສິດ​ຫລື Good Friday ໄດ້ເປັນການເລີ້ມຕົ້ນການຢ້ຽມຢາມໄອຣ໌ແລນເໜືອ (Northern Ireland) ແລະ ໄອຣ໌ແລນ (Ireland) ມື້ທີ່ນື່ງເຕັມມື້ ຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດນີ້.

ທ່ານ ໄບເດັນ, ຜູ້ທີ່ມັກຈະ​ເວົ້າເຖິງຮາກເຫງົ້າ ຂອງຊາວໄອຣ໌ແລນຂອງເພິ່ນ, ກ່າວໃນວັນອັງຄານນີ້ວ່າ ການໄປຢ້ຽມຢາມເກາະມໍລະກົດ (the Emerald Isle) ໃນອາທິດນີ້ ບໍ່ແມ່ນການໄປພັກຜ່ອນ.

ໃນການຕອບຄຳຖາມຂອງນັກຂ່າວ, ທ່ານໄບເດັນເນັ້ນຍໍ້າເຖິງຄວາມສຳຄັນຂອງ ຂໍ້ຕົກລົງປີ 1998 ທີ່ນຳມາເຊິ່ງສັນຕິພາບສູ່ເກາະດັ່ງກ່າວ ພາຍຫຼັງຄວາມຂັດແຍ່ງທາງຊາດນິຍົມເປັນເວລາຫຼາຍສິບປີ ລະຫວ່າງ ກຸ່ມຊາດນິຍົມກາໂຕລິກສ່ວນໃຫຍ່, ເຊິ່ງຕ້ອງການຮວມໂຕກັບ ໄອຣ໌ແລນ (Ireland) ທີ່ຢູ່ໃກ້ຄຽງ, ແລະ ບັນດາສະຫະພັນກຳມະກອນໂປຣ​ແຕັສຕັງສ່ວນໃຫຍ່ (Protestant Unionists), ທີ່ປາດຖະໜາຢາກຈະສືບຕໍ່ ຢູ່ກັບສະຫະຣາຊະອານາຈັກ.

ບູລິມະສິດອັນດັບໜຶ່ງຂອງທ່ານໄບເດັນ ໃນການຢ້ຽມຢາມເປັນເວລາ 3 ມື້ນີ້ ທີ່ຈະພາທ່ານໄປທົ່ວເກາະ, ເຊິ່ງລວມທັງເບລຟັສທ໌ (Belfast) ນະຄອນຫຼວງຂອງໄອຣ໌ແລນ ເໜືອ, ພ້ອມກັບ ດັບບລິນ (Dublin) ແລະບັລລິນາ (Ballina), ເຊິ່ງເປັນບ້ານຂອງບັນພະບຸລຸດຂອງຄອບຄົວທ່ານ. ທ່ານໄດ້ກ່າວວ່າການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອ "ໃຫ້ແນ່ໃຈວ່າຂໍ້ຕົກລົງຂອງຊາວໄອຣິຊ ແລະສັນຍາ ວິນເຊີ (Windsor) ຍັງຄົງຢູ່, ຮັກສາຄວາມສະຫງົບ ນັ້ນແມ່ນສິ່ງຕົ້ນຕໍ."

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG