ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ເສັດ​ສິ້ນ​ການ​ຢ້ຽມ​ຢາມ​ຢູ​ໂຣບ ພ້ອ​ກັບ "ການ​ຄ້ຳ​ປະ​ກັນ ​ທີ່​ເດັດ​ດ່ຽວ" ໃນ​ຄວາມ​ສຳ​ພັນ​ຂ້າມ​ແອັດ​ແລນ​ຕິກ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຟິນ​ແລນ ທ່ານ​ຊາວ​ລີ ນີ​ນິ​ສ​ໂຕ ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ແຮ​ລ​ຊິງ​ກິ ຟິນ​ແລນ ວັນ​ທີ 13 ກໍ​ລະ​ກົດ 2023.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຟິນ​ແລນ ທ່ານ​ຊາວ​ລີ ນີ​ນິ​ສ​ໂຕ ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ແຮ​ລ​ຊິງ​ກິ ຟິນ​ແລນ ວັນ​ທີ 13 ກໍ​ລະ​ກົດ 2023.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສາມ​ປະ​ເທດ​ໃນ​ຢູ​ໂຣບ ດ້ວຍ​ຖະ​ແຫຼງ​ການ​ທີ່​ດັງ​ກ້ອ​ງ​ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ອົງ​ການ​ເນ​ໂຕ້ໂດຍ​ຊອກ​ຫາ​ຊ່ອງ​ທາງ​ຫຼຸດ​ຜ່ອນ​ຄວາມ​ຢ້ານ​ກົວ​ຂອງ​ຢູ​ໂຣບ​ໃນ​ການ​ປ່ຽນ​ແປງ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ ຊຶ່ງ​ອາດ​ຈ​ະ​ໝາຍ​ເຖິງ​ຄວາມ​ບໍ່​ແນ່ນອນ​ສຳ​ລັບ​ຄວາມ​ສຳ​ພັນ​ຂອງວໍ​ຊິງ​ຕັນ​ກັບ​ພັນ​ທະ​ມິດ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັນ​ແລນ​ຕິກ.

“ຂ້າ​ພະ​ເຈົ້າ​ຂໍ​ຄ້ຳ​ປະ​ກັນ​ຢ່າງ​ເດັດ​ດ່ຽວ​ຕໍ່​ພວກ​ທ່ານ. ບໍ່​ມີ​ຄຳ​ຖາມ​ໃດໆ​ເລີຍ” ທ່ານໄບ​ເດັນກ່າວ ​ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຟິນ​ແລນທ່ານ​ຊາວ​ລີ ນີ​ນິ​ສ​ໂຕ (Sauli Niinisto) ໃນ​ວັນ​ພະ​ຫັດ ທີ່​ນະ​ຄອນຫຼວງ ແຮ​ລ​ຊິງ​ກິ. ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ເນ​ໂຕ້ ເລີ້ມ​ແຕ່​ໄລ​ຍະ​ກາງ​ໄປ​ຫາ​ໄລ​ຍະ​ສຸດ​ທ້າຍ. ພວກ​ເຮົາ​ເປັນ​ພາ​ຄີ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັນ​ແລນ​ຕິກ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ​ຢ້ຳຕໍ່ “ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຢ່າງ​ຖ້ວມ​ລົ້ນ” ຈາກ​ທັງ​ສອງ​ພັກ​ການ​ເມືອງ​ຢູ່​ໃນ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ “ເຖິງ​ແມ່ນ​ມີ​ຄວາມ​ຈິງ​ຢູ່​ວ່າ ມີ​ອົງ​ປະ​ກອບ​ຈຳ​ນວນ​ນຶ່ງ​ທີ່​ບໍ່​ເຫັນ​ພ້ອມ​ນຳ​ຢູ່​ໃນ​ພັກ​ນຶ່ງໆ.”

ທ່ານ​ເປັນ​ທີ່​ປາ​ກົດ​ວ່າ​ໝາຍ​ເຖິງ​ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ເອົາ​ທ່າ​ທີ​ແບບ​ໂດດ​ດ່ຽວ​ບາງ​ຄົນ ທີ່​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ຫຼັກ​ການ “ອາ​ເມ​ຣິ​ກັນ​ມາ​ກ່ອນ​ໝູ່” ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ກ່ອນ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່​ໄດ້​ກ່າວ​ຢ້ຳຊ້ຳ​ແລ້ວ​ຊ້ຳ​ອີກເຖິງ​ຈຸດ​ປະ​ສົງ​ຂອງ​ອົງ​ການ​ເນ​ໂຕ້ ແລະ​ໃນ​ປີ 2017 ໄດ້​ເອີ້ນ​ກຸ່ມ​ພັນ​ທະ​ມິດນີ້​ວ່າ ລ້າ​ສະ​ໄໝ​ແລ້ວ.

“ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຮູ້​ດີ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ ແລະ ​ການ​ສ້າງ​ຕັ້ງ​ອົງ​ການ​ເນ​ໂຕ້​ຂຶ້ນ​ມາທີ່​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຮົາ​ໄດ້​ເພິ່ງ​ພາ​ໃນ​ຄວາມ​ເປັນ​ເອກ​ກະ​ສັນ​ ໃນ​ໝູ່​ຊາວ​ຢູ​ໂຣບ​ແລະ​ພາ​ຄີ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ - ຄື​ພວກ​ເຮົາ” ທ່ານ​ໄບ​ເດັນກ່າວ​.

​ການໃຫ້​ການ​ຄ້ຳ​ປະ​ກັນຂອງທ່ານ​ໄບ​ເດັນ ​ຕໍ່​ຄວາມ​ເປັນ​ເອກ​ກະ​ພາບ​ຂ້າມ​ມະ​ຫາ​ສະ​ມຸດ​ແອັນ​ແລນ​ຕິກຕ້ານ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ແຈ້ງ​ເຖິງ​ນ້ຳ​ສຽງ​ທີ່​ແຕກ​ຕ່າງ​ກັບ​ເທື່ອ​ແລ້ວ​ທີ່​ຜູ້​ນຳ​ອາ​ເມ​ຣິ​ກັນ​ໄດ້​ຖ​ະ​ແຫຼງ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິນ​ແລນ.

ຄົບ​ຫ້າ​ປີ​ກ່ອນ​ໃນ​ອາ​ທິດນີ້ ທ່ານ​ທ​ຣຳ​ໄດ້​ພົບ​ປະ​ກັບ​ທ່ານ​ປູ​ຕິນ ແລະ ດ້ວຍ​ການ​ຕ້ອງ​ຕິ​ແບບ​ບໍ່​ໜ້າ​ເຊື່ອ​ຈາກ​ພະ​ແນກ​ການ​ສືບ​ລັບ​ຂອງ​ທ່າ​ນ​ເອງ ໃນ​ການ​ຊັ່ງ​ຊາ​ທີ່​ເຂົ້າ​ຂ້າງ​ກັບ​ທ່ານ​ປູ​ຕິນ ກ່ຽວ​ກັບ​ວ່າ ວັງ​ເຄ​ຣັມ​ລິນ​ໄດ້​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ລັດ ເມື່ອ​ປີ 2016 ຫຼື​ບໍ່.

ລຸນ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ເນ​ໂຕ້​ເປັນ​ເວ​ລາ 2 ມື້​ຢູ່​ທີ່​ນະ​ຄອນ​ວິ​ລ​ນຽ​ສ ປະ​ເທດ​ລີ​ທົວ​ນ​ເຍ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ທ່ານ​ນີ​ນິ​ສ​ໂຕວ່າ ຄວາມ​ໝັ້ນ​ໝາຍ​ຂອງ​ພັນ​ທະ​ມິດ ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ທີ 31 ແລະ​ໃໝ່​ສຸດນັ້ນ ແມ່ນ “ເຂັ້ມ​ແຂງ​ຄື​ກັນ​ກັບ​ຫີນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG