ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິບ​ໍ​ດີ​ໄບ​ເດັນ ປະ​ເຊີນ​ກັບ​ການ​ຮຽກ​ຮ້ອງ ໃຫ້​ຜ່ອນ​ຜັນ​ການ​ລົງ​ໂທດ ຕໍ່​ເກົາ​ຫຼີ​ເໜືອ


ຮູບ​ພາບ​ພວກ​ທີ່​ເດີນ​ທາງ​ໄປ​ມາ ພວມ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ ກ່ຽວ​ກັບ​ຜູ້​ນຳ​ເກົາ​​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ທີ່​ສະ​ຖາ​ນີ​ລົດ​ໄຟ Suseo ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 26 ມີ​ນາ 2021.
ຮູບ​ພາບ​ພວກ​ທີ່​ເດີນ​ທາງ​ໄປ​ມາ ພວມ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ ກ່ຽວ​ກັບ​ຜູ້​ນຳ​ເກົາ​​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ທີ່​ສະ​ຖາ​ນີ​ລົດ​ໄຟ Suseo ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 26 ມີ​ນາ 2021.

ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ທົບ​ທວນ​ຄືນເບິ່ງ​ການ​ລົງ​ໂທດ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມວ​ທາງດ້ານ​ມະ​ນຸດ​ສະ​ທຳ​ ຢູ່​ໃນ​ປະ​ເທດ​ເກົາ​ຫຼີ​ເໜືອ ທັງໆ​ທີ່​ໃນ​ຂະ​ນະ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ກິມ ຈົງ ອຶນ ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ ແລະ​ສືບ​ຕໍ່ການ​ປິດ​ຊາຍ​ແດນ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ໂຄວິດ​ຢ່າງ​ເຄັ່ງ​ຄັດ.

ສະ​ມາ​ຊິກ​ສະ​ພາ​ສູງ​ເອັດ​ເຫວີດ ມາ​ຄີ (Edward Markey) ແລະ​ສະ​ມາ​ຊິກ​ສະ​ພາ​ຕ່ຳແອນ​ດີ ເລ​ວິນ (Andy Levin) ຊຶ່ງ​ທັງ​ສອງ​ຕ່າງ​ກໍ​ເປັນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ສົ່ງ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ ໄປ​ຫາ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຮຽກ​ຮ້ອງໃຫ້​ລັດ​ຖະ​ບານ​ຂອງ​ທ່ານ ຜ່ອນ​ຜັນ​ລະ​ບຽບ​ການ​ຂອງ​ກະ​ຊວງ​ການ​ເງິນ​ກ່ຽວກັບ​ການ​ຈຳ​ກັດ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາ​ດ້ານ​ມະ​ນຸດ​ສະ​ທຳ​ຕໍ່​ເກົາ​ຫຼີ​ເໜືອ.

“ສະ​ຖາ​ນະ​ການ​ທີ່​ໜ້າຢ້ານ​ກົວ​ໃນ​ເກົາ​ຫຼີ​ເໜືອ​ແມ່ນ​ມີ​ເຫດ​ຜົນ​ພຽງ​ພໍ​ໃຫ້ຕ່າວ​ປີ້ນ​ນະ​ໂຍ​ບາຍ​ຂອງສະ​ຫະ​ລັດ ທີ່​ໄດ້​ຂັດ​ຂວາງ ​ບໍ່​ໃຫ້​ມີ​ການ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ເອກ​ກະ​ຊົນ ແລະ​ປ້ອງ​ກັນ​ບໍ່​ໃຫ້​ພະນັກ​ງານ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເອກ​ກະ​ຊົນ​ເດີນ​ທາງ​ໄປ​ທີ່ນັ້ນ” ​ເວ​ລາ​ໃດ​ທີ່​ມີ​ການ​ເປີດ​ຊາຍ​ແດນ​ຄືນ​ແລ້ວ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທັງ​ສອງທີ່​ຂຽນ​ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ.

ທ່ານ​ມາ​ກີແລະ​ທ່ານ​ເລ​ວິນ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດເລັ່ງ​ລັດ​ການ​ອະ​ນຸ​ມັດ​ໜັງ​ສື​ເດີນ​ທາງ​ພິ​ເສດ​ໃຫ້​ແກ່​ພະ​ນັກ​ງານ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ລັດ.

As North Korea Launches Missiles, South Koreans Shrug
please wait

No media source currently available

0:00 0:02:21 0:00

ຈົດ​ໝາຍ​ດັ່ງ​ກ່າວ​ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເກົາ​ຫຼີ​ເໜືອ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ສະ​ຫະ​ລັດໃຫ້​ເລີ້ມ​ຄືນ​ການ​ເຈ​ລະ​ຈາ ທີ່​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ນັບ​ແຕ່​ເດືອນ​ຕຸ​ລາ​ປີ 2019 ແລະ​ໃນ​ຂະ​ນະ​ທີ່​ອຳ​ນາດ​ການ​ປົກ​ຄອງ​ຂອງ​ກິມ ຈົງ ອຶນ ຍັງ​ສືບ​ຕໍ່​ປິດ​ຊາຍ​ແດນ ໃນ​ຂະ​ນະ​ທີ່​ທຳ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ​ຫຼາຍໆ​ຄັ້ງ.

ເກົ​າ​ຫຼີ​ເໜືອ​ເລີ້ມ​ປິດ​ຊາຍ​ແດນ​ໃນ​ເດືອນ​ມັງ​ກອນ​ ປີ 2020 ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ການ​ຢູ່​ຢ່າງ​ໂດດ​ດ່ຽວ ພ້ອມ​ກັບ​ໄພ​ພິ​ບັດ​ຈຳນວນ​ນຶ່ງ​ແລະ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຂອງ​ສູນ​ກາງ ໄດ້​ພາ​ໃຫ້​ເກີດ​ການ​ຂາດ​ແຄນ​ອາ​ຫານ​ໃນ​ຂອບ​ເຂດ​ທີ່ກວ້າ​ງ​ຂວາງ.

ໃນ​ເດືອນ​ແລ້ວນີ້ ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ສັ່ງ​ໃຫ້​ປະ​ຊາ​ຊົນ​ທຳ​ການ​ເກັບ​ກ່ຽວ​ເຂົ້​າ​ທຸກໆ​ເມັດ​ທີ່​ຢູ່​ໃນ​ທົ່ງ​ນາ ອີງ​ຕາມ​ອົງ​ການ​ສືບ​ລັບ​ຂອງ​ເກົາ​ຫຼີໃຕ້.

ນອກນັ້ນ ອຳ​ນາດ​ການ​ປົກ​ຄອງ​ເກົາ​ຫຼີ​ເໜືອ​ຍັງ​ໄດ້​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ ​ບໍ​ລິ​ໂພກ​ຊີ້ນ​ຫ່ານ​ດຳ ໃນ​ເດື​ອນ​ແລ້ວນີ້ ໂດຍ​ໂຄ​ສະ​ນາ​ວ່າ ມັນ​ເປັນ​ອາ​ຫານ​ທີ່ “ແຊບ​ນົວ” ​ແລະ​ມີ “​ສານ​ອາ​ຫານ​ສູງ” ອີງ​ຕາມ​ໜັງ​ສື​ພິມ​ໂຣ​ດົງ​ຊິນ​ມູນ ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG