ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄາດກັນວ່າ ທ. ໄບເດັນ ຈະຕ່າວປີ້ນ ນະໂຍບາຍຄົນເຂົ້າເມືອງ ຫລາຍຢ່າງຂອງ ທ. ທຣໍາ


ພວກເດີນຂະບວນປະທ້ວງຈາກແນວໂຮມດ້ານຄົນເຂົ້າເມືອງຂອງນິວຢອກ ຂໍຮ້ອງໃຫ້ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກໃໝ່, ທ່ານ ໂຈ ໄບເດັນ, ໃຫ້ເອົາການປະຕິຮູບດ້ານຄົນເຂົ້າເມືອງເປັນບູລິມະສິດ, ວັນທີ 9 ພະຈິກ, 2020
ພວກເດີນຂະບວນປະທ້ວງຈາກແນວໂຮມດ້ານຄົນເຂົ້າເມືອງຂອງນິວຢອກ ຂໍຮ້ອງໃຫ້ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກໃໝ່, ທ່ານ ໂຈ ໄບເດັນ, ໃຫ້ເອົາການປະຕິຮູບດ້ານຄົນເຂົ້າເມືອງເປັນບູລິມະສິດ, ວັນທີ 9 ພະຈິກ, 2020

ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກໃໝ່ ຄາດວ່າຈະຕ່າວປີ້ນນະໂຍບາຍຄົນເຂົ້າເມືອງທີ່ສຳຄັນຂອງປະທານາທິບໍດີດໍໂນລ ທຣໍາ. ເຖິງແມ່ນວ່າການແກ້ໄຂບາງຄຳແນະນຳກ່ຽວກັບຄົນເຂົ້າເມືອງອາດຈະຕ້ອງໃຊ້ເວລາຫລາຍກໍຕາມ, ແຕ່ທ່ານໄບເດັນໄດ້ໃຫ້ສັນຍາວ່າ ຈະປະຕິເສດກ່ຽວກັບຂໍ້ຈຳກັດຕໍ່ຜູ້ອອກແຮງງານຊົ່ວຄາວ, ຫຼຸດຜ່ອນຂໍ້ຈຳກັດທາງວີຊາສຳລັບນັກສຶກສາຕ່າງປະເທດ, ໂຈະການກໍ່ສ້າງກຳແພງຊາຍແດນ, ແລະຍຸຕິສູນຄຸມຂັງຄົນເຂົ້າເມືອງຂອງເອກະຊົນ.

ດັ່ງທີ່ວີໂອເອລາຍງານໄປເມື່ອບໍ່ດົນມານີ້ ຄາດວ່າ ທ່ານໄບເດັນຈະຈັດລຳດັບຄວາມສຳຄັນຂອງການຟື້ນຟູດັກກາ (DACA) ຊຶ່ງເປັນໂຄງການໃນສະໄໝຂອງທ່ານໂອບາມາ ທີ່ໃຫ້ການປົກປ້ອງຄົນເຂົ້າເມືອງທີ່ບໍ່ມີເອກະສານທີ່ຖືກນຳເຂົ້າມາສະຫະລັດ ແຕ່ຕອນຍັງເປັນເດັກນ້ອຍນັ້ນ ບໍ່ໃຫ້ຖືກເນລະເທດ, ຍົກເລີກຂໍ້ຈຳກັດໃນການເດີນທາງຂອງຄົນມາຈາກ 13 ປະເທດ, ແລະເຮັດໃຫ້ການເນ ລະເທດຢຸດໄວ້ຊົ່ວຄາວເປັນເວລາ 100 ວັນໃນຂະນະທີ່ຄະນະລັດຖະບານຂອງທ່ານອອກຄຳແນະນຳໃໝ່ຢູ່ນັ້ນ.

ເມື່ອເວົ້າເຖິງເລື້ອງແຮງງານຊົ່ວຄາວແລະນັກສຶກສາຕ່າງປະເທດ ທີ່ວີຊາ H1B ແລະ F1 ອະນຸຍາດໃຫ້ພວກທີ່ບໍ່ແມ່ນຄົນອົບພະຍົບເຂົ້າເມືອງ ໃຫ້ສາມາດຢູ່ໃນສະຫະລັດໄດ້ຊົ່ວຄາວພາຍໃຕ້ເງື່ອນໄຂສະເພາະໃດນຶ່ງ, ຊຶ່ງຜູ້ຊ່ຽວຊານກ່າວວ່າ ພວກເຂົາເຈົ້າເຊື່ອວ່າປະທານາທິບໍດີຄົນໃໝ່ຈະຕ່າວປີ້ນຂໍ້ຈຳກັດບາງຢ່າງທີ່ໄດ້ປະຕິບັດໃນໄລຍະສີ່ປີທີ່ຜ່ານມາ.

ແຕ່ທ່ານນາງຊາຣາ ເພຍສ໌ (Sarah Pierce), ນັກວິເຄາະນະໂຍບາຍຂອງສະຖາບັນອົບດ້ານການຍົກຍ້າຍຖິ່ນຖານ, ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບພັກໃດທີ່ຕັ້ງຢູ່ໃນນະຄອນວໍຊິງຕັນ ແລະຄົ້ນຄວ້ານະໂຍບາຍຄົນເຂົ້າເມືອງນັ້ນໃຫ້ຂໍ້ສັງເກດວ່າ ບັນຫາຄົນເຂົ້າເມືອງ ອາດຈະບໍ່ໄດ້ຢູ່ໃນອັນດັບຕົ້ນໆ ຂອງບັນຊີລາຍການສິ່ງທີ່ຕ້ອງໄດ້ເຮັດ ຂອງທ່ານໄບເດັນ ໃນໄລຍະທີ່ການແຜ່ລະບາດ ຂອງພະຍາດຍັງສືບຕໍ່ສ້າງຄວາມເສຍຫາຍທາງດ້ານເສດຖະກິດຢູ່ນີ້.

“ເລື້ອງເຂົ້າເມືອງທີ່ຖືກກົດໝາຍຫຼາຍຢ່າງອາດຈະກ້າວໄປໄດ້ຊ້າກວ່າ ຍ້ອນວ່າ ພວກເຂົາເຈົ້າມີຫຼາຍສິ່ງຫລາຍຢ່າງທີ່ຕ້ອງໄດ້ເຮັດ. ແຕ່ຂ້າພະເຈົ້າຄາດຫວັງວ່າພວກເພິ່ນຈະມີຄວາມຍ່ອນຍານຕໍ່ການອອກວີຊາ H1B ... ແລະຢ່າງໜ້ອຍກໍລົບລ້າງຂໍ້ຈຳກັດ ທີ່ລັດຖະບານທ່ານທຣໍາໄດ້ວາງອອກມາ," ນັ້ນຄືຄໍາເວົ້າຂອງທ່ານນາງ ເພຍສ໌.

ໂດຍອ້າງເຖິງຄວາມຈຳເປັນຕ້ອງໃຫ້ການປົກປ້ອງແຮງງານອາເມຣິກາ, ລັດຖະ ບານທ່ານທຣໍາໄດ້ລົງນາມໃນດໍາລັດສະບັບນຶ່ງ ເພື່ອຈຳກັດການເຂົ້າເມືອງທີ່ຖືກ ຕ້ອງຕາມກົດໝາຍ ແລະການອອກວີຊາເຮັດວຽກຊົ່ວຄາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG