ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມັງກອນ ໒໐໒໕

ທ່ານ ໂຈ ໄບເດັນ ຖອນຕົວອອກຈາກການແຂ່ງຂັນເລືອກຕັ້ງເອົາຕຳແໜ່ງ ອີກສະໄໝ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຖະແຫຼງການ ນຶ່ງວັນຫຼັງຈາກທ່ານ ດໍໂນລ ທຣຳ ຖືກຍິງໃນການຊຸມນຸມໂຄສະນາຫາສຽງ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຖະແຫຼງການ ນຶ່ງວັນຫຼັງຈາກທ່ານ ດໍໂນລ ທຣຳ ຖືກຍິງໃນການຊຸມນຸມໂຄສະນາຫາສຽງ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຢຸດຕິການໂຄສະນາຫາສຽງເລືອກຕັ້ງຄືນໃໝ່ຂອງທ່ານໃນວັນອາທິດມື້ນີ້ ຫຼັງຈາກບັນດາສະມາຊິກພັກເດໂມແຄຣັດ ໄດ້ສູນເສຍຄວາມເຊື່ອໃນຄວາມສາມາດໃນການຕອບສະໜອງ ແລະຄວາມສາມາດໃນການເອົາຊະນະທ່ານ ດໍໂນລ ທຣຳ ໃນຂະນະດຽວກັນ ກໍ່ສະໜັບສະໜູນຮອງປະທານາທິບໍດີ ຄາມາລາ ແຮຣີສ ໃຫ້ເຂົ້າມາເປັນຜູ້ສະໝັກລົງແຂ່ງຂັນຂອງພັກແທນທ່ານ, ອີງຕາມອົງການຂ່າວ Reuters.

ທ່ານ ໄບເດັນ ຜູ້ທີ່ມີອາຍຸ 81 ປີ, ກ່າວໃນການຂໍ້ຄວາມທີ່ເຜີຍແຜ່ໃນສື່ສັງຄົມ X ວ່າທ່ານຈະຢູ່ໃນບົດບາດຂອງທ່ານ ໃນຖານະປະທານາທິບໍດີ ແລະຜູ້ບັນຊາການທະຫານສູງສຸດ ຈົນກ່ວາວາລະຂອງທ່ານ ຈະສິ້ນສຸດລົງໃນເດືອນມັງກອນ ປີ 2025 ແລະຈະກ່າວປາໄສຕໍ່ປະເທດຊາດໃນອາທິດນີ້.

“ນີ້ຖື​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ທີ່​ໄດ້​ຮັບ​ໃຊ້ໜ້າທີ່ເປັນ​ປະທານາທິບໍດີ​ຂອງບັນດາ​ທ່ານ, ​ແລະ ​ເຖິງແມ່ນວ່າ ​ຂ້າພະ​ເຈົ້າຈະຕັ້ງ​ໃຈ​ທີ່ຈະລົງແຂ່ງຂັນ​ໃນການເລືອກ​ຕັ້ງ​ຄືນອີກຄັ້ງ, ແຕ່ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ມັນຈະ​ເປັນປະ​ໂຫຍ​ດສູງສູດຕໍ່​ພັກ ​ແລະປະ​ເທດຊາດ ​ທີ່ຂ້າພະເຈົ້າ​ຈະ​ຖອນຕົວອອກຈາກການແຂ່ງຂັນ ​ແລະ ສຸມຈິດສຸມໃຈໄປທີ່ການປະຕິບັດໜ້າທີ່ຂອງຂ້າພະເຈົ້າໃນຖານະປະທານາທິບໍດີພຽງຢ່າງດຽວ ໃນຕະຫຼອດວາລະທີ່ຍັງເຫຼືອຂອງຂ້າພະເຈົ້າ," ທ່ານ ໄບເດັນ ຂຽນ.

ຄໍາຖະແຫຼງການເບື້ອງຕົ້ນຂອງທ່ານ ບໍ່ໄດ້ລວມເອົາການຮັບຮອງຂອງ ທ່ານ ນາງ ແຮຣີສ, ແຕ່ທ່ານ ກໍໄດ້ສະແດງການສະຫນັບສະຫນູນ ໃນບໍ່ເທົ່າໃດນາທີ່ຕໍ່ມາ.

ທ່ານ ນາງ ແຮຣີສ ຜູ້ທີ່ມີອາຍຸ 59 ປີ, ຈະກາຍເປັນແມ່ຍິງຜິວດຳຄົນທຳອິດທີ່ຖືກສະເໜີຊື່ລົງຊິງຕຳແໜ່ງປະທານາທິບໍດີຂອງພັກ ໃນປະຫວັດສາດຂອງປະເທດ.

ອະດີດປະທານາທິບໍດີ ທຣຳ, ຜູ້ສະໝັກຈາກພັກຣີພັບບລີກັນໃນການເລືອກຕັ້ງໃນວັນທີ 5 ພະຈິກນີ້ ກ່າວຕໍ່ ອົງການຂ່າວ CNN ໃນວັນອາທິດວານນີ້ວ່າ ທ່ານເຊື່ອວ່າທ່ານ ນາງ ແຮຣີສ ແມ່ນຈະເອົາຊະນະໄດ້ງ່າຍກວ່າ.

ແຫຼ່ງຂ່າວທີ່ຄຸ້ນເຄີຍກັບເລື່ອງນີ້ໄດ້ບອກອົງການຂ່າວ Reuters ວ່າ ທ່ານ ໄບເດັນ ໄດ້ປ່ຽນໃຈ. ປະທານາທິບໍດີ​ໄດ້​ບອກ​ກັບ​ບັນດາ​ພັນທະ​ມິດ​ວ່າ ​ໃນ​ຄືນ​ວັນ​ເສົາ​ວານນີ້ ທ່ານ​ມີ​ແຜນທີ່​ຈະຢູ່​ໃນ​ການ​ແຂ່ງ​ຂັນ ​ກ່ອນທີ່​ຈະ​ປ່ຽນ​ໃຈ​ໃນ​ຕອນ​ບ່າຍຂອງ​ວັນ​ອາທິດ.

ແຫຼ່ງຂ່າວທີ່ຄຸ້ນເຄີຍກັບເລື່ອງນີ້ ບອກກັບ ອົງການຂ່າວ Reuters ໂດຍບໍ່ເປີດເຜີຍຊື່ວ່າ ໃນຄືນທີ່ຜ່ານມາ, ທຸກຢ່າງໄດ້ຖືກດຳເນີນການຕາມຂໍ້ຄວາມດັ່ງກ່າວຢ່າງເຕັມກຳລັງ," "ເມື່ອເວລາປະມານ 1 ໂມງ 45 ນາທີ່ ຂອງຕອນແລງມື້ນີ້: ທ່ານປະທານາທິບໍດີ ໄດ້ບອກບັນດາສະມາຊິກອາວຸໂສຂອງທ່ານ ວ່າ ທ່ານໄດ້ປ່ຽນໃຈແລ້ວ."

ທ່ານ ໄດ້ປະກາດການຕັດສິນໃຈຂອງທ່ານ ໃນສື່ສັງຄົມພາຍໃນບໍ່ເທົ່າໃດນາທີ.

ມັນບໍ່ຊັດເຈນວ່າ ສະມາຊິກອາວຸໂສພັກເດໂມແຄຣັດ ຄົນອື່ນໆ ຈະຄັດຄ້ານ ທ່ານ ນາງ ແຮຣີສ ສໍາລັບການແຕ່ງຕັ້ງຂອງພັກ ຫຼືບໍ່, ໂດຍທ່ານນາງ ໄດ້ຖືກເບິ່ງຢ່າງກວ້າງຂວາງວ່າ ເປັນທາງເລືອກຂອງເຈົ້າຫນ້າທີ່ຂອງພັກຫຼາຍຄົນ ຫຼື ວ່າພັກເອງ ຈະເລືອກທີ່ຈະເປີດພື້ນທີ່ສໍາລັບການແຕ່ງຕັ້ງ ຫຼືບໍ່.

ການປະກາດຂອງທ່ານ ໄບເດັນ ໄດ້ເກີດຂື້ນພາຍຫຼັງກະແສຄວາມກົດດັນຈາກທັງພາກລັດ ແລະເອກະຊົນ ຈາກບັນດາສະມາຊິກສະພາ ແລະບັນດາເຈົ້າໜ້າທີ່ພັກເດໂມແຄຣັດ ໃຫ້ທ່ານອອກຈາກການແຂ່ງຂັນ ຫຼັງຈາກທີ່ທ່ານ ເຮັດໜ້າທີ່ບໍ່ດີ ແບບເປັນຕາຕົກໃຈ ໃນການໂຕ້ວາທີທາງໂທລະພາບໃນວັນທີ 27 ມິຖຸນາ ໃນເດືອນແລ້ວນີ້ ກັບທ່ານ ທຣຳ ອາຍຸ 78 ປີ, ຄູ່ແຂ່ງພັກຣີພັບບລີກັນ.

ຄວາມລົ້ມເຫລວຂອງ ທ່ານ ໄບເດັນ ໃນການເວົ້າປະໂຫຍກໃຫ້ຄົບຖ້ວນຈະແຈ້ງຫຼາຍເທື່ອ ໄດ້ເອົາຄວາມສົນໃຈຂອງສາທາລະນະຊົນ ອອກຈາກ ການຜົນງານຂອງ ທ່ານ ທຣໍາ, ທີ່ທ່ານໄດ້ກ່າວຂໍ້ຄວາມທີ່ບໍ່ຖືກຕ້ອງ ຢ່າງຫຼວງຫຼາຍ, ແລະໃຊ້ມັນແທນ, ໂດຍຕັ້ງຄໍາຖາມກ່ຽວກັບຄວາມເໝາະສົມຂອງທ່ານ ໄບເດັນ ສໍາລັບວາລະອີກ 4 ປີ.

ບໍ່ເທົ່າໃດມື້ຕໍ່ມາ, ທ່ານ ໄດ້ຍົກໃຫ້ເຫັນຄວາມກັງວົນໃຫມ່ໃນການໃຫ້ສໍາພາດ, ໂດຍໄດ້ປັດຄວາມກັງວົນຂອງພັກເດໂມແຄຣັດ ແລະຊ່ອງຫວ່າງທີ່ກວ້າງຂວາງໃນການສໍາຫຼວດຄວາມຄິດເຫັນ, ແລະກ່າວວ່າທ່ານຈະຮູ້ສຶກດີຢູ່ທີ່ຈະຕ້ອງພ່າຍແພ້ໃຫ້ທ່ານ ທຣຳ ຖ້າທ່ານຮູ້ວ່າທ່ານໄດ້ "ທຸ້ມເທທຸກຢ່າງກັບມັນແລ້ວ."

ການເວົ້າຜິດຂອງທ່ານ ຢູ່ໃນກອງປະຊຸມສຸດຍອດຂອງອົງການເນໂຕ້ ໂດຍການເອີ້ນຊື່ປະທານາທິບໍດີຣັດເຊຍທ່ານ ວລາດີເມຍ ປູຕິນ ໃນເວລາທີ່ທ່ານ ຫມາຍເຖິງປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ແລະເອີ້ນ ທ່ານ ນາງ ແຮຣີສ ວ່າ "ຮອງປະທານາທິບໍດີ ທຣຳ" ເຊິ່ງໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນຫຼາຍຕື່ມອີກ.

ພຽງແຕ່ສີ່ມື້ກ່ອນການປະກາດໃນວັນອາທິດມື້ນີ້, ທ່ານ ໄບເດັນ ໄດ້ຖືກກວດພົບວ່າເປັນ COVID-19 ເປັນຄັ້ງທີສາມ, ເຊິ່ງເຮັດໃຫ້ທ່ານ ຕ້ອງຍົກເລີກການເດີນທາງ ໄປ ນະຄອນ ລັສ ເວກັສ ເພື່ອໂຄສະນາຫາສຽງ. ຫຼາຍກວ່າ 1 ໃນ 10 ຄົນຂອງສະມາຊິກລັດຖະສະພາຂອງພັກເດໂມແຄຣັດ ໄດ້ຮຽກຮ້ອງຢ່າງເປີດເຜີຍໃຫ້ທ່ານ ອອກຈາກການແຂ່ງຂັນ.

ອ່ານຂ່າວນີ້ເປັນພາສາອັງກິດ:

U.S. President Joe Biden ended his reelection campaign on Sunday after fellow Democrats lost faith in his mental acuity and ability to beat Donald Trump while endorsing Vice President Kamala Harris to replace him as the party's candidate.

Biden, 81, in a post on X, said he will remain in his role as president and commander-in-chief until his term ends in January 2025 and will address the nation this week.

"It has been the greatest honor of my life to serve as your President. And while it has been my intention to seek reelection, I believe it is in the best interest of my party and the country for me to stand down and to focus solely on fulfilling my duties as President for the remainder of my term," Biden wrote.

His initial statement had not included an endorsement of Harris, but he followed up a few minutes later with an expression of support.

Harris, 59, would become the first Black woman to do run at the top of a major-party ticket in the country's history.

Former President Trump, the Republican candidate in the Nov. 5 election, told CNN on Sunday that he believed Harris would be easier to defeat.

Biden had a change of heart, a source familiar with the matter told Reuters. The president told allies that as of Saturday night he planned to stay in the race before changing his mind on Sunday afternoon.

"Last night the message was proceed with everything, full speed ahead," a source familiar with the matter told Reuters, speaking on condition of anonymity. "At around 1:45 p.m. today: the president told his senior team that he had changed his mind."

He announced his decision on social media within minutes.

It was unclear whether other senior Democrats would challenge Harris for the party's nomination - she was widely seen as the pick for many party officials - or whether the party itself would choose to open the field for nominations.

Biden's announcement follows a wave of public and private pressure from Democratic lawmakers and party officials to quit the race after his shockingly poor performance in a June 27 televised debate last month against Republican rival Trump, 78.

Biden's failure at times to complete clear sentences took the public spotlight away from Trump's performance, in which he made a string of false statements, and trained it instead on questions surrounding Biden's fitness for another 4-year term.

Days later he raised fresh concerns in an interview, shrugging off Democrats' worries and a widening gap in opinion polls, and saying he would be fine losing to Trump if he knew he'd "gave it my all."

His gaffes at a NATO summit - invoking Russian President Vladimir Putin's name when he meant Ukrainian President Volodymyr Zelenskiy and calling Harris "Vice President Trump" -further stoked anxieties.

Only four days before Sunday's announcement, Biden was diagnosed with COVID-19 for a third time, forcing him to cut short a campaign trip to Las Vegas. More than one in 10 congressional Democrats had called publicly for him to quit the race.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG