ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ​ປະ​ນາມ ການ​ເຮັດ​ສົງ​ຄາມ​ ຂອງ​ຣັດ​ເຊຍຕໍ່ຢູ​ເຄ​ຣນ ທີ່​ສະ​ມັດ​ຊາ​ໃຫຍ​່ ຂະ​ນະ​ທີ່​ຣັດ​ເຊຍ ເພີ້ມ​ທະ​ວີ​ການ​ຂົ່ມ​ຂູ່


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່ ສະ​ໄໝ​ທີ 77 ຂອງ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 21 ກັນ​ຍາ 2022 ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ່​ນິວຢອກ.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່ ສະ​ໄໝ​ທີ 77 ຂອງ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 21 ກັນ​ຍາ 2022 ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ່​ນິວຢອກ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ​ ປະ​ນາມການ​ຮຸກ​ຮານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ ຕໍ່​ປະ​ເທດ​ຢູ​ເຄ​ຣນ ​ຢູ່ທີ່ກອງ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ຂະ​ນະ​ທີ່​ຜູ້​ນຳ​ຂອງ​ຣັດ​ເຊຍ ​ໄດ້​ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເຮັດ​ສົງ​ຄາມ​ທີ່​ສຳ​ຄັນ ແລະ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ນິວ​ເຄ​ລຍ​ເປັນ​ການ​ຕອບ​ໂຕ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ປີ ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ​ນິວຢອກ​ໃນຕອນ​ເຊົ້າ​ວັນ​ພຸດ​ວານນີ້ ​ທ່ານ​ໄບ​ເດັດ​ໄດ້​ໃຊ້​ຄຳ​ປາ​ໄສ​ສ່ວນ​ໃຫຍ່​ຂອງ​ທ່ານ ກ່າວ​ປະ​ນາມ​ຕໍ່​ມົ​ສ​ກູ.

ທ່ານ​ໄບ​ເດັນ ກ່າວ​ວ່າ “ຂໍ​ໃຫ້​ພວກ​ເຮົາ​ເວົ້າ​ກັນ​ແບບ​ງ່າຍໆ. ສະ​ມາ​ຊິກ​ຖາ​ວອນ​ປະ​ເທດ​ນຶ່ງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮຸກ​ຮານ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ ພະ​ຍາ​ຍາມ​ທີ່​ຈະ​ລຶ​ບ​ຊື່​ລັດ​ເອກ​ກະ​ລາດ​ອອກ​ຈາກ​ແຜນ​ທີ່. ຣັດ​ເຊຍ​ໄດ້​ລ່ວງ​ລະ​ເມີດ​ແບບ​ໄຮ້​ຢາງ​ອາຍ ຕໍ່​ຫຼັກ​ການ​ທີ່​ເປັນ​ຈຸດ​ໃຈ​ກ​າງ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ທີ່​ສຳ​ຄັນ​ໄປ​ກວ່ານັ້ນ​ແມ່ນ​ການ​ຫ້າມ​ບໍ່​ໃຫ້​ປະ​ເທດ​ໃດໆ ເຂົ້າ​ຢຶດ​ເອົາ​ດິນ​ແດນ​ຂອງ​ເພື່ອນ​ບ້ານ​ຕົນ.”

ໃນ​ການ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ທີ່​ໃຫຍ່​ທີ່​ສຸດ ນັບ​ແ​ຕ່​ຣັດ​ເຊຍ​ໄດ້​ເປີດ​ສາກ​ໂຈມ​ຕີ​ຮຸກ​ຮານ​ຢູ​ເຄ​ຣນ​ເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ພວກ​ຜູ້​ນຳ​ຂອງ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ຢູ່​ທີ່​ມົ​ສ​ກູ ກໍ​ໄດ້​ປະ​ກາດລະ​ດົມ​ກຳ​ລັງ​ທະ​ຫານ​ບາງ​ສ່ວນ​ຂອງ​ຕົນ​ເຂົ້າ​ປະ​ຈຳ​ການ ໂດຍ​ຮຽກ​ໃຫ້​ທະ​ຫານກອງ​ໜຸນ​ຫຼາຍ​ເຖິງ 300,000 ຄົນ​ໄປ​ລາຍ​ງານ​ໂຕ​ ແລະ​ປະ​ກາດ​ວ່າ ລາວ​ອາດ​ຈະ​ພິ​ຈາ​ລະ​ນາ​ທຸກ​ທາງ​ເລືອກເພື່ອ​ປ້ອງ​ກັນ ໃນ​ອັນ​ທີ່​ລາວ​ເອີ້ນ​ວ່າ ດິນ​ແດນ​ຂອງ​ຣັດ​ເຊຍ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ.

ປູ​ຕິນ​ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຕໍ່​ປ​ະ​ເທດ​ຊາດ​ວ່າ “ຖ້າ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ເຮົາ​ຫາກ​ຖືກ​ຂົ່ມ​ຂູ່ ພວກ​ເຮົາ​ຈະ​ໃຊ້​ທຸກ​ວິ​ທີ​ທາງ​ທີ່​ມີ​ຢູ່​ໂດຍ​ບໍ່​ມີ​ຄວາມ​ສົງ​ໄສ​ໃດໆ ເພື່ອ​ປົກ​ປ້ອງ​ຣັດ​ເຊຍ​ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ນີ້​ບໍ່​ແມ່ນ​ການ​ຂູ່​ຂວັນ.”

ທ່ານ​ໄບ​ເດັນ​ໄດ້​ກ່າວ​ປະ​ນາມ ​ຕໍ່​ “ການ​ຂົ່ມ​ຂູ່ຢ່າງ​ເປີດ​ແປນ​ທີ່​ຈະ​ໃຊ້​ນິວ​ເຄ​ລຍ​ຕໍ່​ຢູ​ໂຣບ” ນັ້ນ​ວ່າ “ເປັນ​ການ​ບໍ່​ເອົາຫົວ​ຊາ​ໂດຍ​ບໍ່​ມີ​ການ​ໄຕ່​ຕອງ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ລະ​ບົບ​ຄຸ້ມ​ຄອງ​ນິວ​ເຄ​ລຍ​ຂອງ​ໂລກ - ຊຶ່ງ​ໝາຍ​ເຖິງ​ສົນ​ທິ​ສັນ​ຍາ​ຕ່າງໆ​ທີ່​ຫ້າມ​ນຳ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ.

​ທ່ານ​ກ່າວ​ຕື່ມ​ວ່າ “ແລະ​ວັງ​ເຄ​ຣັມ​ລິນ​ພວມ​ຈັດ​ການລົງ​ປະ​ຊາ​ມະ​ຕິ​ແບບ​ຫຼອກ​ລວງ​ຂຶ້ນ ເພື່ອ​ພະ​ຍາ​ຍາມ​ຈະ​ປະ​ກາດ​ຮວ​ມ​ເອົາ​ດິນ​ແດນ​ບາງ​ສ່ວນ​ຂອງ​ຢູ​ເຄ​ຣນເຂົ້າ​ເປັນ​ຂອງ​ຕົນ ຊຶ່ງ​ເປັນ​ການ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ” ໂດຍ​ໝາຍ​ເຖິງການ​ເຄື່ອນ​ໄຫວ​ຂອງ​ປູ​ຕິນ​ທີ່​ຈະ​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່​ໃນ 4 ເຂດ​ຂອງ​ຢູ​ເຄ​ຣນ ທີ່​ຣັດ​ເຊຍ​ຢຶດ​ຄອງ ເພື່ອ​ຮວມ​ເອົາ​ດິນ​ແດນ​ເຫຼົ່າ​ນີ້​ເຂົ້າ​ເປັນ​ຂອງ​ຕົນ ໂດຍ​ມີ​ການ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ ເປັນ​ການ​ໂຫມ​ໂຮງ ກ່ອນ​ທີ່​ຈະ​ມີ​ການ​ປະ​ກາດ​ຮວມ​ເອົາ​ດິນ​ແດນ​ເຫຼົ່​າ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG