ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ລົບລ້າງພາວະສຸກເສີນ ໃນການສ້າງກຳແພງສະຫະລັດ ຕິດກັບເມັກຊິໂກ


ເຈົາໜ້າທີ່ກວດຊາຍແດນ ທ່ານເຈິສຕິນ ກາສເຕຣີຈອນ ຢືນຢູ່ຕໍ່ໜ້າກຳແພງຊາຍແດນ ທີ່ສ້າງໃໝ່ ວັນທີ 24 ກັນຍາ 2020.
ເຈົາໜ້າທີ່ກວດຊາຍແດນ ທ່ານເຈິສຕິນ ກາສເຕຣີຈອນ ຢືນຢູ່ຕໍ່ໜ້າກຳແພງຊາຍແດນ ທີ່ສ້າງໃໝ່ ວັນທີ 24 ກັນຍາ 2020.

ປະທານາທິບໍດີສະຫະລັດ ທ່່ານໂຈ ໄບເດັນ ໄດ້ລົບລ້າງພາວະສຸກເສີນແຫ່ງ ຊາດຢູ່ຕາມ
ເຂດຊາຍແດນສະຫະລັດຕິດກັບເມັກຊິໂກ ແລະຢຸດເຊົາການສົ່ງທຶນລັດຖະບານກາງຕື່ມ
ເພື່ອໄປສ້າງກຳແພງຢູ່ຕາມຊາຍແດນ.

ຢູ່ໃນໜັງສືສະບັບນຶ່ງ ທີ່ສົ່ງໃນວັນພະຫັດວານນີ້ ເຖິງປະທານສະພາຕໍ່າ ທ່ານ ນາງແນນຊີ
ເພໂລຊີ ນັ້ນ ທ່ານໄບເດັນກ່າວວ່າ ທ່ານໄດ້ລົບລ້າງພາວະສຸກເສີນ ຊຶ່ງປະທານາທິບໍດີດໍໂນລ ທຣໍາ ໃນເວລານັ້ນ ໄດ້ປະກາດ ໃນເດືອນກຸມພາ ປີ 2019 ໂດຍກ່າວວ່າ “ມັນບໍ່ຍຸຕິ
ທຳເລີຍ.”

ນອກນັ້ນ ທ່ານໄບເດັນ ຍັງໄດ້ອອກຄຳສັ່ງວ່າ “ຈະບໍ່ມີການສົ່ງເງິນພາສີຂອງຊາວອາເມ
ຣິກັນຕື່ມອີກ ເພື່ອຈະນຳໄປໃຊ້ໃນສ້າງກຳແພງຊາຍແດນ.” ທີ່ໄດ້ຖືກ ຈັດຢູ່ໃນບັນດາບູ
ລິມະສິດສູງສຸດຂອງທ່ານທຣໍາ.

ລັດຖະບານຊຸດກ່ອນໄດ້ສ້າງກຳແພງປະມານ 724 ກິໂລແມັດ ຂອງແຜນການ ທີ່ວາງໄວ້ 1,192 ກິໂລແມັດ. ສ່ວນໃຫຍ່ຂອງກຳແພງສູງ 9.1 ແມັດທີ່ເປັນຮົ້ວ ເຫຼັກ ແທນຮົ້ວ
ທີ່ມີຢູ່ແລ້ວນັ້ນ.

ມື້ທຳອິດຢູ່ຫ້ອງການທ່ານນັ້ນ ທ່ານໄບເດັນ ໄດ້ເຊັນດຳລັດ ໃຫ້ໂຈະການເປັນ ການຊົ່ວ
ຄາວໃນການສ້າງກຳແພງ ໃນຂະນະທີ່ລັດຖະບານຂອງທ່ານຊອກຫາ ຊ່ອງທາງເພື່ອຢຸດ
ເຊົາຢ່າງເປັນການຖາວອນ.

ທ່ານທຣໍາ ໄດ້ປະກາດພາວະສຸກເສີນໃນປີ 2019 ຫຼັງຈາກສະພາອະນຸມັດເງິນພຽງແຕ່ 1
ພັນ 375 ລ້ານໂດລາ ຂອງຈຳນວນ 5 ພັນ 7 ຮ້ອຍລ້ານໂດລາ ທີ່ ທ່ານໄດ້ຮ້ອງຂໍສຳລັບ
ໂຄງການສ້າງກຳແພງ.

ການປະກາດດັ່ງກ່າວໄດ້ຫລຸດຜ່ອນຂອບເຂດເພື່ອນຳໃຊ້ທຶນຜູ້ເສຍພາສີ ທີ່ຊ່ວຍໃຫ້ທ່ານທຣໍາ ຍ້າຍເອົາເງິນຫຼາຍກວ່າ 6 ພັນລ້ານໂດລາ ຂອງເງິນຜູ້ເສຍພາສີ ທີ່ມີຈຸດປະສົງສຳລັບໂຄງການລິເລີ້ມຕ່າງໆຂອງລັດຖະບານກາງ ຮວມທັງຫຼາຍ ກວ່າ 3 ພັນ 5 ຮ້ອຍ ລ້ານໂດລາ
ທີ່ແຍກໄວ້ສຳລັບການກໍ່ສ້າງຂອງກອງທັບ.

ການປະກາດຂອງທ່ານທຣໍາ ໄດ້ຖືກທ້າທາຍຢູ່ໃນສານ ໂດຍຜູ້ຮ່ວມຟ້ອງຮ້ອງ ຮວມທັງ
ບັນດາເຈົ້າຂອງດິນ ກຸ່ມຮັກສາສິ່ງແວດລ້ອມ ແລະສະຫະພັນພົນເພື່ອສິດທິພົນລະເມືອງ
ອາເມຣິກັນ.

ສານສູງສຸດໄດ້ມີກຳນົດທີຈະຮັບຟັງຄະດີໃນເດືອນນີ້ ແຕ່ໄດ້ລົບລ້າງການຮັບຟັງ ໃນຄຳ
ຮ້ອງຂໍຂອງລັດຖະບານທ່ານໄບເດັນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG