ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ທ່ານໄບເດັນ ຈະໄປສຳຫຼວດຜົນເສຍຫາຍ ທີ່ພາຍຸເຮີຣິເຄນ ເຮລີນ ໄດ້ພັດຖະຫລົ່ມ ໃນລັດຟລໍຣິດາ ແລະ ຈໍເຈຍ


ຄວາມເສຍຫາຍຕໍ່ເຮືອນຫຼັງນຶ່ງ ທີ່ເຮຣິເຄນ ເຮລີນ ໄດ້ທຳລາຍແມ່ນເຫັນໄດ້ໃນພາບຖ່າຍເມື່ອວັນທີ 1 ຕຸລາ 2024, ໃນເມືອງ ມອຣເກນຕັນ, ໃນລັດຄາໂຣໄລນາເໜືອ.
ຄວາມເສຍຫາຍຕໍ່ເຮືອນຫຼັງນຶ່ງ ທີ່ເຮຣິເຄນ ເຮລີນ ໄດ້ທຳລາຍແມ່ນເຫັນໄດ້ໃນພາບຖ່າຍເມື່ອວັນທີ 1 ຕຸລາ 2024, ໃນເມືອງ ມອຣເກນຕັນ, ໃນລັດຄາໂຣໄລນາເໜືອ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໃນວັນພະຫັດມື້ນີ້ ເດີນທາງໄປຍັງລັດຢູ່ພາກຕາເວັນອອກສຽງໃຕ້ ຄື ລັດຟລໍຣິດາ ແລະ ລັດຈໍເຈຍ ເພື່ອເບິ່ງພື້ນທີ່ທີ່ຖືກກະທົບໂດຍພາຍຸເຮີຣິເຄນ ເຮລີນ ແລະຈະພົບປະກັບພວກພະນັກງານກູ້ໄພ ແລະບັນດາເຈົ້າໜ້າທີ່ຂອງລັດດັ່ງກ່າວ ທີ່ມີສ່ວນກ່ຽວຂ້ອງໃນຄວາມພະຍາຍາມໃຫ້ການຊ່ອຍເຫຼືອດ້ານໄພພິບັດ.

ການເດີນທາງຢ້ຽມຢາມດັ່ງກ່າວ ລຸນຫຼັງທີ່ທ່ານໄບເດັນ ໄດ້ຢຸດແວ່ລັດຕ່າງໆ ເມື່ອວັນພຸດວານນີ້ ໃນລັດໂຄໂຣໄລນາເໜືອ ແລະ ໃຕ້ ໃນຂະນະດຽວກັນ ຮອງປະທານາທິບໍດີ ຄາມາລາ ແຮຣິສ ກໍໄດ້ເຮັດເຊັ່ນນັ້ນດ້ວຍຕົນເອງ ໂດຍໄປຢ້ຽມຢາມລັດຈໍເຈຍ.

“ມັນຈະຕ້ອງມີຄ່າໃຊ້ຈ່າຍຫຼາຍຕື້ໂດລາເພື່ອຮັບມືກັບພາຍຸຫົວນີ້ ແລະທຸກຊູມຊົນທີ່ໄດ້ຮັບຜົນກະທົບ” ທ່ານໄບເດັນ ໄດ້ກ່າວພາຍຫຼັງຈາກທີ່ໄດ້ສຳຫຼວດເບິ່ງດ້ວຍເຮືອບິນເຮລິຄອບເຕີ ພື້ນທີ່ຕ່າງໆຂອງລັດຄາໂຣໄລນາເໜືອ ທີ່ຖືກກະທົບໂດຍພາຍຸເຮລີນ. ທ່ານກ່າວອີກວ່າ “ເຈົ້າສາມາດເຫັນເຮືອນຊານຫຼາຍຫຼັງທີ່ໄດ້ຖືກເຄື່ອນຍ້າຍຢ່າງຈະແຈ້ງ ຈາກຟາກນຶ່ງຂອງແມ່ນ້ຳໄຫລລົງໄປອີກຟາກນຶ່ງ.”

ທ່ານນາງແຮຣິສ ໄດ້ໄປສຳຫຼວດເມືອງ ອໍກັສຕາ, ເຊິ່ງເປັນຄຸ້ມບ້ານຊື່ວ່າ ແມໂດບຣຸກ (Meadowbrook) ຂອງລັດຈໍເຈຍ ຮ່ວມກັບຜູ້ປົກຄອງ ທ່ານກາຣເນັຕ ຈອນສັນ ແລະບັນດາເຈົ້າໜ້າທີ່ຄົນອື່ນໆ. ທ່ານນາງໄດ້ກ່າວວ່າ ເພິ່ນຢາກຈະ “ເບິ່ງຄວາມເສຍຫາຍດ້ວຍຕົນເອງ ເຊິ່ງເປັນເລື້ອງທີ່ໜ້າມະຫັດສະຈັນ.”

ທ່ານນາງຍັງເດີນທາງໄປເບິ່ງສູນກາງຂອງອົງການກາແດງ ຫຼື Red Cross ແລະໄດ້ຮັບການແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບການພາຍຫຼັງພາຍຸເຮລີນ ເຊິ່ງພື້ນທີ່ແຫ່ງນີ້ ກຳລັງປະເຊີນຢູ່.

U.S. President Joe Biden travels Thursday to the southeastern states of Florida and Georgia to tour areas hit by Hurricane Helene and to meet with first responders and state officials involved in disaster response efforts.

Biden, Harris tour hurricane-affected states
please wait

No media source currently available

0:00 0:02:06 0:00

The visits follow stops Biden made Wednesday in North Carolina and South Carolina, while Vice President Kamala Harris made her own visit to Georgia.

Marine One, with President Joe Biden on board, flies over Lake Lure and around areas affected by Hurricane Helene near Chimney Rock, N.C., Oct. 2, 2024.
Marine One, with President Joe Biden on board, flies over Lake Lure and around areas affected by Hurricane Helene near Chimney Rock, N.C., Oct. 2, 2024.

“It is going to cost billions of dollars to deal with this storm and all the communities affected,” the president said after a helicopter survey over parts of North Carolina affected by Helene. “You can see homes that have moved clearly from one side of the river down the river to another side."

She also toured a Red Cross center and was briefed on the post-Helene conditions the area is facing.

Vice President Kamala Harris speaks during a briefing at the Augusta Emergency Operations Center as she visits areas affected by Hurricane Helene, in Augusta, Ga., Oct. 2, 2024.
Vice President Kamala Harris speaks during a briefing at the Augusta Emergency Operations Center as she visits areas affected by Hurricane Helene, in Augusta, Ga., Oct. 2, 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG