ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ແລະ ທ. ປູຕິນ ໄດ້ຫາລືກ່ຽວກັບບັນຫາຢູເຄຣນ ແບບເຊິ່ງໜ້າ ທີ່ຫາໄດ້ຍາກ ໂດຍຜ່ານການໂທທາງວີດີໂອ


Biden and Putin to Discuss Ukraine in Rare Video Call
please wait

No media source currently available

0:00 0:02:52 0:00

ການລາຍງານກ່ຽວກັບການຫາລື ລະຫວ່າງທ່ານ ໄບເດັນ ແລະທ່ານ ປູຕິນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະສົນທະນາທາງໂທລະສັບຜ່ານວີດີໂອ ກັບປະທານາທິບໍດີຣັດເຊຍ ທ່ານ ວະລາດິເມຍ ປູຕິນ ໃນວັນອັງຄານທີ່ຜ່ານມານີ້, ທ່າມກາງສິ່ງທີ່ເບິ່ງຄືວ່າ ກອງທະຫານ ຣັດເຊຍໄດ້ກໍ່ໂຕຂຶ້ນຢູ່ຕາມແນວຊາຍແດນຂອງ ຢູເຄຣນ, ອັນໄດ້ເຮັດໃຫ້ເກີດຄວາມກັງວົນວ່າ ຣັດເຊຍ ຈະທໍາການຮຸກຮານ. ອານິຕາ ພາວ (Anita Powell) ນັກຂ່າວຂອງ VOA ມີລາຍງານຈາກທໍານຽບຂາວ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທໍານຽບຂາວກ່າວວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ທໍາການລົມວິດີໂອໂທລະສັບທີ່ເກີດຂຶ້ນໄດ້ຍາກ ກັບຄູ່ພາຄີ ຣັດເຊຍ ຂອງທ່ານເພື່ອໃຫ້ຄວາມສໍາຄັນໃສ່ການຕັດສິນໃຈຫຼ້າສຸດຂອງປະທານາທິບໍດີ ວະລາດີເມຍ ປູຕິນ ໃນການລະດົມກໍາລັງທະຫານຕາມແນວຊາຍແດນກັບ ຢູເຄຣນ.

ການເຄື່ອນໄຫວດັ່ງກ່າວໄດ້ເຮັດໃຫ້ເກີດຄວາມຢ້ານວ່າ ຈະເກີດຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະປະເທດເພື່ອນບ້ານນ້ອຍໆຂອງພວກເຂົາ, ເຊິ່ງທັງສອງເຄີຍເປັນອະດີດສາທາລະນະລັດ ໂຊຫວຽດ. ໂຄສົກຂອງທໍານຽບຂາວ ທ່ານນາງ ເຈັນ ຊາກີ ກ່າວໃນວັນຈັນທີ່ຜ່ານມາວ່າ ຢູເຄຣນ ເປັນປະເດັນສໍາຄັນສຸດຂອງຫຼາຍປະເດັນທີ່ທັງສອງຈະມີການຫາລືກັນ.

ໂດຍທ່ານນາງເຈັນ ຊາກີ ໂຄສົກຂອງທໍານຽບຂາວກ່າວວ່າ:

“ມັນຍັງເປັນໂອກາດເພື່ອຫາລືໃນຫົວຂໍ້ຕ່າງໆລະຫວ່າງຄວາມສໍາພັນຂອງສະຫະລັດ ແລະຣັດເຊຍ, ລວມເຖິງສະຖຽນລະພາບທາງຍຸດທະສາດ, ບັນຫາຕ່າງໆທາງໄຊເບີ້ ແລະພູມິພາກ, ແຕ່ພວກທ່ານສາມາດຄາດຫວັງໄດ້ຢ່າງແນ່ນອນວ່າ ຄວາມກັງວົນຂອງພວກເຮົາກ່ຽວກັບກິດຈະກໍາຕ່າງໆທາງທະຫານຢູ່ເທິງເຂດຊາຍແດນດັ່ງກ່າວ ຈະເປັນປະເດັນສໍາຄັນຂອງການໂອ້ລົມນັ້ນ.”

ເປັນເວລາຫຼາຍອາທິດແລ້ວ ທີ່ກອງກໍາລັງທະຫານຂອງຣັດເຊຍ ໄດ້ເຂົ້າໄປປະຈໍາການຢູ່ຕາມເຂດແນວຊາຍແດນຂອງຢູເຄຣນ ໂດຍສາມາດເບິ່ງໄດ້ຈາກພາບຖ່າຍດາວທຽມ. ເຈົ້າໜ້າທີ່ສືບລັບຂອງສະຫະລັດຄາດການວ່າ ມີຈໍານວນທະຫານຢູ່ທີ່ນັ້ນປະມານ 70,000 ຄົນ.

ໃນມື້ວັນຈັນທີ່ຜ່ານມາ, ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສະກີ (Volodymyr Zelenskiy) ໄດ້ໄປຢ້ຽມຢາມກອງທະຫານຢູ່ໃນຂົງເຂດ ໂດເນທສ໌ ຕາເວັນອອກ ແລະກ່າວວ່າກອງກໍາລັງທະຫານຂອງທ່ານມີຄວາມພ້ອມໃນການປ້ອງກັນການຮຸກຮານຂອງຣັດເຊຍ.

ເມື່ອທ່ານ ໄບເດັນ ເປັນເຈົ້າພາບໃນການພົບປະກັບທ່ານ ເຊເລັນສະກີ ທີ່ທໍານຽບຂາວໃນເດືອນກັນຍາທີ່ຜ່ານມາ, ທ່ານໄບເດັນ ໄດ້ໃຫ້ຮັບປະກັນກັບທ່ານ ເຊເລັນສະກີ ວ່າສະຫະລັດ “ມີຄວາມມຸ້ງໝັ້ນຢ່າງເດັດດ່ຽວຕໍ່ອໍານາດອະທິປະໄຕ ແລະຄວາມເປັນເອກະພາບແຫ່ງດິນແດນຂອງຢູເຄຣນ ໃນການປະເຊີນໜ້າກັບການຮຸກຮານຂອງຣັດເຊຍ.”

ແຕ່ ນັກວິເຄາະກ່າວວ່າ ມັນຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ທ່ານ ໄບເດັນ ຈະເອົາຊະນະຕໍ່ຜູ້ນໍາ ຣັດເຊຍ ຜູ້ທີ່ກໍາລັງປະເຊີນກັບການເລືອກຕັ້ງໃນປີ 2024 ແລະໃຫ້ຄະແນນຕົນເອງວ່າເປັນຜູ້ນໍາທີ່ເຂັ້ມແຂງ ແລະມີອໍານາດຄົນນີ້ຫຼືບໍ.

ທ່ານ ລີອອນ ແອຣອນ (Leon Aron), ຈາກສະຖາບັນອົງກອນແຫ່ງອາເມຣິກາ ກ່າວຜ່ານທາງສະໄກປ໌ວ່າ:

“ຂ້າພະເຈົ້າສົງສານທໍານຽບຂາວແທ້ໆ, ເພາະວ່າໃນການສົນທະນາເຫຼົ່ານີ້ ແມ່ນບໍ່ມີປະໂຫຍດຫຍັງ. ນຶ່ງໃນຜູ້ຊ່ວຍທີ່ໃກ້ຊິດທີ່ສຸດຄື ນິໂຄລາຍ ປາຕຣູເຊັບວ໌ (Nikolai Patrushev), ຜູ້ເຊິ່ງເປັນຫົວໜ້າສະພາຄວາມໝັ້ນຄົງ ກ່າວແລ້ວ ກ່າວອີກ ແລະກ່າວອີກຄັ້ງວ່າ ‘ບໍ່, ບໍ່, ພວກເຮົາບໍ່ໄດ້ໂຈມຕີຜູ້ໃດ. ພວກເຮົາຢູ່ໃນດິນແດນຂອງພວກເຮົາ, ພວກເຮົາມີສິດຢ່າງເຕັມທີ່ໃນຖານະປະເທດທີ່ຖືກຕ້ອງຕາມກົດໝາຍ, ໃນຖານະປະເທດອະທິປະໄຕ ເພື່ອສົ່ງກອງກໍາລັງທະຫານຂອງພວກເຮົາໄປທີ່ໃດກໍໄດ້ ດັ່ງທີ່ພວກເຮົາຕ້ອງການ. ມັນຈະບໍ່ເປັນການຮຸກຮານ.’ ຂ້າພະເຈົ້າໝັ້ນໃຈວ່າ ນັ້ນຈະເປັນແກ່ນແທ້ຂອງການສົນທະນາ.”

ທ່ານນາງ ຊາກີ ກ່າວວ່າ ຝ່າຍລັດຖະບານກໍາລັງຮວບຮວມຂໍ້ມູນຂອງການເຄື່ອນໄຫວທາງດ້ານເສດຖະກິດເຊັ່ນ: ການຂວໍ້າບາດເພື່ອໂນ້ມນ້າວຈິດໃຈໃຫ້ ມົສກູ ຮັບຟັງ.

ທ່ານ ແອນດຣິວ ໂລເຊັນ ຈາກສູນກາງຍຸດທະສາດ ແລະການສຶກສາລະຫວ່າງຊາດກ່າວຜ່ານທາງ ຊູມ ວ່າ:

“ສິ່ງທີ່ທ່ານ ໄບເດັນ ຕ້ອງໄດ້ເຮັດໃນກໍລະນີ້ຄື ກ້າວໄປໃຫ້ເກີນກວ່າບັນທັດຖານ ແລະນັ້ນອາດຈະຕ້ອງຕັດ ຣັດເຊຍ ອອກຈາກເຄືອຂ່າຍທະນາຄານ SWIFT. ຄວາມຊັບຊ້ອນຂອງ ຣັດເຊຍ ໃນການດໍາເນີນທຸລະກິດຢູ່ໃນທົ່ວໂລກ ຈະເຮັດໃຫ້ແຈ່ມແຈ້ງວ່າ ມີຄ່າໃຊ້ຈ່າຍຫຼາຍປານໃດ. ແນ່ນອນ, ຄໍາຖາມກໍແມ່ນວ່າ ຣັດເຊຍ ຈະເຊື່ອວ່າສາມາດທົນຮັບກັບຄ່າໃຊ້ຈ່າຍທີ່ສູງນັ້ນໄດ້ ຫຼືບໍ່. ດັ່ງນັ້ນ ຖ້າການຍັບຢັ້ງທາງເສດຖະກິດຫາກຍັງບໍ່ມີຄວາມເຈັບປວດພຽງພໍ, ແລ້ວພວກເຮົາກໍຈະເຫຼືອແຕ່ນະໂຍບາຍການຕອບໂຕ້ທີ່ອ່ອນແອແທ້ໆ ເພື່ອຕໍ່ລອງກັບພຶດຕິກໍາທີ່ບໍ່ເໝາະສົມຂອງ ຣັດເຊຍ ນະທີ່ນີ້.”

ນີ້ແມ່ນຄວາມສໍາພັນທີ່ເຊື່ອມລົງຢ່າງເຫັນໄດ້ແຈ່ມແຈ້ງ ລະຫວ່າງຜູ້ຊາຍທັງສອງຄົນນັ້ນ. ຜູ້ນໍາທີ່ມີອໍານາດທັງສອງຄົນນີ້ຈະສາມາດເບິ່ງໜ້າຕໍ່ຕາກັນໃນທີ່ສຸດໄດ້ຫຼືບໍ່?

U.S. President Joe Biden will speak Tuesday with Russian President Vladimir Putin via video call, amid what appears to be a Russian troop buildup along the Ukrainian border, raising fears of a Russian invasion. VOA’s Anita Powell reports from the White House.

U.S. President Joe Biden will use rare face time with his Russian counterpart to focus on President Vladimir Putin’s recent decision to amass troops along the Ukrainian border, the White House says.

That move has raised fears of another conflict between Russia and its smaller neighbor, both former Soviet republics. White House press secretary Jen Psaki said Monday that Ukraine is at the top of the list of issues the two men will discuss.

Jen Psaki, White House Press Secretary

“It's also an opportunity to discuss a range of topics in the U.S. and Russia relationship, including strategic stability, cyber and regional issues, but you can certainly expect that our concerns about the military activities on the border will be a prominent part of the discussion.”

For weeks now, Russian forces have been massing along the Ukrainian border – seen here in satellite images. U.S. intelligence officials estimate there to be about 70,000 troops.

On Monday, Ukrainian President Volodymyr Zelenskiy visited troops in the eastern Donetsk region and said his forces were capable of fending off a Russian offensive.

When Biden hosted Zelenskiy at the White House in September, he assured him that the U.S. was “firmly committed to Ukraine's sovereignty and territorial integrity in the face of Russian aggression.”

But, say analysts, it’s not clear whether Biden can win over Russia’s leader, who is facing a 2024 election and has branded himself as a strong and powerful leader.

Leon Aron, American Enterprise Institute (Mandatory Courtesy: Skype)

“I really pity the White House, because these conversations are useless. // One of the closest aides, Nikolai Patrushev, who is the head of the security council, said again and again and again, ‘No, no, we're not attacking anybody. We are on our territory, we have the full right as a legitimate country, as a sovereign country, to put our troops everywhere we want. There's not going to be aggression.’ I'm sure that that will be the essence of the conversation.”

Psaki said the administration is assembling a menu of economic moves — like sanctions — to persuade Moscow to listen.

Andrew Lohsen, Center for Strategic and International Studies (Mandatory Courtesy: Zoom

“What Biden needs to do in this case is to move beyond the norm. And that could be to cut Russia off from the SWIFT banking network. Complicating Russia's ability to conduct business around the world would certainly make it quite clear that there are substantial costs. The question, of course, is whether Russia believes that it can weather those costs. So if that economic deterrent is not sufficiently painful, then we're left with really poor policy responses to deal with Russia's misbehavior here.”

This is a relationship that has clearly deteriorated between the two men. Will these two powerful leaders manage to see eye to eye at last?

XS
SM
MD
LG