ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ແນໃສ່ເພື່ອຕັດການເສຍຊີວິດຍ້ອນໂຣກມະເຮັງໃຫ້ໄດ້ເຖິງເຄິ່ງນຶ່ງ ພາຍໃນປີ 2047


ປະທານາທິບໍດີ ໂຈ ໄບເດັນ ກ່າວໃນລະຫວ່າງງານເປີດໂຕໂຄງການທີ່ເອີ້ນວ່າ "cancer moonshot" ໃນຫ້ອງການກ້ຳຕາເວັນອອກ ຂອງທຳນຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 2 ກຸມພາ 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວໃນລະຫວ່າງງານເປີດໂຕໂຄງການທີ່ເອີ້ນວ່າ "cancer moonshot" ໃນຫ້ອງການກ້ຳຕາເວັນອອກ ຂອງທຳນຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 2 ກຸມພາ 2022.

ລັດຖະບານທ່ານໄບເດັນ ໃນວັນພຸດວານນີ້ ໄດ້ລິເລີ້ມແຜນການເພື່ອຫລຸດຜ່ອນອັນຕາການເສຍຊີວິດ ຍ້ອນໂຣກມະເຮັງໃຫ້ໄດ້ຢ່າງໜ້ອຍ 50 ເປີເຊັນຕະຫຼອດໄລຍະ 25 ປີຂ້າງໜ້າ ອັນເປັນການສືບຕໍ່ໂຄງການຂອງປີ 2016 ທີ່ເອີ້ນວ່າ “cancer moonshot”.

“ມັນເປັນໂຄງການທີ່ອາດຫານ. ມັນເປັນຄວາມກະຕືລືລົ້ນ ແຕ່ມັນສາມາດເຮັດໄດ້ຢ່າງສົມບູນ” ທ່ານໄບເດັນ ໄດ້ກ່າວໄປຢູ່ທີ່ທຳນຽບຂາວໃນງານເປີດໂຕຂອງແຜນການດັ່ງກ່າວ. ທ່ານກ່າວອີກວ່າ ແຜນການຂອງທ່ານ ຈະຫັນປ່ຽນໂຣກມະເຮັງຈາກການທີ່ເປັນໂທດປະຫານຊີວິດ ໃຫ້ກາຍເປັນພະຍາດຊ້ຳເຮື້ອທີ່ພວກຄົນສາມາດມີຊີວິດຢູ່ຕໍ່ໄປກັບມັນໄດ້ ແລະແຜນການນີ້ຈະສ້າງປະສົບການທີ່ໃຫ້ການ ສະໜັບສະໜູນຫຼາຍຂຶ້ນ ແກ່ພວກຄົນປ່ວຍຍ້ອນໂຣກມະເຮັງແລະຄອບຄົວຂອງພວກເຂົາເຈົ້າ.

ທ່ານໄບເດັນ ໄດ້ຮຽກຮ້ອງຕໍ່ຊາວອາເມຣິກັນທັງຫຼາຍໃຫ້ໄປກວດຮ່າງກາຍ ໂດຍໃຫ້ຂໍ້ສັງເກດວ່າ ການທີ່ບໍ່ໄດ້ໄປກວດຫາໂຣກມະເຮັງຂອງ 9 ລ້ານຄົນຢູ່ໃນປະ ເທດ ໃນລະຫວ່າງໂຣກລະບາດຢູ່ນັ້ນ. ທ່ານໄດ້ຈັດຕັ້ງອັນທີ່ເອີ້ນວ່າ “ຄະນະໂຣກມະເຮັງ” ຊຶ່ງປະກອບດ້ວຍບັນດາເຈົ້າໜ້າທີ່ ຜູ້ທີ່ຈະປະສານງານແລະລວບ ລວມເອົາແນວທາງການຕໍ່ສູ້ກັບໂຣກມະເຮັງຂອງລັດຖະບານກາງ. ທ່ານຍັງໄດ້ຮຽກຮ້ອງຕໍ່ລັດຖະສະພາໃຫ້ສະໜອງທຶນ 6 ພັນ 5 ຮ້ອຍລ້ານໂດລາ ເພື່ອສົ່ງ ເສີມການຄົ້ນຄວ້າທາງການແພດໂດຍຜ່ານອົງການຈັດຕັ້ງໃໝ່ ທີ່ໄດ້ສະເໜີນີ້ ຄື ພະ​ແນກໂຄງການວິໄຈຂັ້ນນຳໜ້າເພື່ອສຸຂະພາບ ຫຼື Advanced Research Projects Agency for Health.

ທ່ານໄບເດັນ ເວົ້າວ່າ “ອັນນີ້ຈະເປັນການເຫັນດີຈາກທັງສອງພັກການເມືອງ. ອັນນີ້ຈະນຳເອົາປະເທດເຂົ້າມາຮ່ວມກັນ ແລະເວົ້າແບບກົງໄປກົງມາ ປະເທດ ອື່ນໆເຊັ່ນກັນ.”

ການຕໍ່ສູ້ຕ້ານໂຣກມະເຮັງ ແມ່ນເປັນເລື້ອງສ່ວນຕົວຢ່າງເລິກເຊິ່ງສຳລັບທ່ານໄບເດັນ ຜູ້ທີ່ໄດ້ສູນເສຍລູກຊາຍກົກຂອງທ່ານ ຄືທ່ານໂບ ຍ້ອນໂຣກມະເຮັງໃນສະໝອງເມື່ອປີ 2015. ການສູນເສຍດັ່ງກ່າວ ຊາວອາເມຣິກັນຈຳນວນຫຼາຍກໍໄດ້ປະສົບເຊັ່ນກັນ: ສະມາຄົມໂຣກມະເຮັງຂອງອາເມຣິກາ ຄາດຄະເນວ່າ ການເສຍຊີວິດຍ້ອນໂຣກມະເຮັງ ຈະມີຫຼາຍກວ່າ 609,000 ຄົນ ແລະຈະມີກໍລະນີເປັນໂຣກມະເຮັງໃໝ່ ຫຼາຍກວ່າ 1 ລ້ານ 9 ແສນຄົນພາຍໃນປີນີ້ ປີດຽວເທົ່ານັ້ນ.

ລັດຖະບານທ່ານໄບເດັນ ແນເປົ້າໝາຍເພື່ອຊ່ອຍຊີວິດຫຼາຍກວ່າ 300,000 ຄົນ ໃນແຕ່ລະປີຈາກໂຣກພະຍາດດັ່ງກ່າວນັ້ນ.

ຮອງປະທານາທິບໍດີ ຄາມາຣາ ແຮຣິສ ໄດ້ກ່າວຢູ່ໃນງານວ່າ “ມີອີກຫຼາຍໆຄົນສາມາດຢູ່ລອດມາໄດ້ຈາກໂຣກມະເຮັງ. ອີກຫຼາຍໆຄົນອົດທົນກັບໂຣກມະເຮັງມາໄດ້ພາຍຫຼັງຈາກທີ່ໄດ້ຖືກກວດພົບວ່າເປັນໂຣກມະເຮັງ ຫຼາຍຂຶ້ນກວ່າແຕ່ກ່ອນ. ທ່ານນາງແຮຣິສ ເປັນຜູ້ນຶ່ງທີ່ລອດຊີວິດຈາກໂຣກມະເຮັງໃນເຕົ້ານົມ ຊຶ່ງແມ່ຂອງເພິ່ນ ທີ່ເປັນນັກວິໄຈໂຣກມະເຮັງ ກໍໄດ້ເສຍຊີວິດ ຍ້ອນໂຣງມະເຮັງໃນລຳໃສ້ ເມື່ອປີ 2009.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG