ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ບານທ່ານໄບ​ເດັນ ຮຽກຮ້ອງໃຫ້ລັດຖະສະພາອະນຸມັດໂຄງການເຝົ້າສອດ​ແນ​ມ ຄືນໃໝ່

(ພາບ​ໃນ​ແຟມ) ທ່ານແມັດ ໂອ​​ລ​ເຊັນ, ຜູ້ຊ່ວຍ​ລັດ​ຖະມົນ​ຕີ​ກະ​ຊວງຍຸ​ຕິ​ທຳຮັບ​ຜິດ​ຊອບດ້ານຄວາມປອດໄພແຫ່ງຊາດກ່າວກອງ​ປະ​ຊຸມຖະ​ແຫລງ​ຂ່າວ ຢູ່​ໃນ​ກະ​ຊວງ​ຍຸ​ຕິ​ທຳ, ວັນ​ທີ 27 ມັງ​ກອນ, 2023 ຂະ​ນະ​ທີ່ທ່ານ ​Merrick Garland, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳຢືນ​ຟັງ​ຢູ່​ທາງ​ຂ້າງ.

ລັດ​ຖະ​ບານຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງ ໃຫ້ລັດຖະສະພາອະນຸມັດຄືນໃໝ່ໂຄງການເຝົ້າສອດ​ແນ​ມທີ່ມີ​ການ​ໂຕ້ແຍ້ງກັນ ທີ່ເຈົ້າໜ້າ ທີ່ກ່າວວ່າ ໄດ້ກາຍເປັນເຄື່ອງມືອັນສຳຄັນ ໃນການປົກປ້ອງ ສະ ຫະລັດ ບໍ່​ໃຫ້​ຖືກໄພຂົ່ມຂູ່ໃນທຸກ​ຮູບ​ແບບ ນັບ​ແຕ່ຈາກ​ການໂຈມຕີຂອງພວກກໍ່ການ ຮ້າຍຕ່າງປະເທດ ໄປ​ຈົນເຖິງຄວາມພະຍາຍາມຂອງຈີນ ໃນ​ການລັກລອບເທັກໂນ ໂລຈີ ຂອງສະຫະລັດ.

ໂຄງການດັ່ງກ່າວທີ່ສ້າງຕັ້ງຂຶ້ນໃນປີ 2008 ພາຍໃຕ້ມາດຕາ 702 ຂອງກົດໝາຍ ວ່າດ້ວຍ ການເຝົ້າສອດ​ແນມຂອງຕ່າງປະເທດ ຫລື FISA ອະນຸຍາດໃຫ້ອົງການສືບ​ລັບຂອງສະຫະລັດ ສາ​ມາດເກັບກຳຂໍ້ມູນສື່ສານທາງອິນເຕີແນັດຂອງຄົນຕ່າງປະ ເທດເພື່ອຈຸດປະສົງສືບລັບໄດ້ ທັງຍັງສາມາດສົ່ງຜົນເຮັດໃຫ້ “ມີການເກັບກຳ” ຂໍ້ຄວາມຂອງພົນລະເມືອງສະຫະລັດ “ໂດຍບັງເອີນ” ອີກ​ດ້ວຍ.​

(ພາບ​ໃນ​ແຟມ) ທ່ານ​ນາງ Avril Haines, ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ​ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຢູ່​ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 10 ມີ​ນາ, 2022
(ພາບ​ໃນ​ແຟມ) ທ່ານ​ນາງ Avril Haines, ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ​ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຢູ່​ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 10 ມີ​ນາ, 2022

ເຖິງ​ແມ່ນວ່າ ລັດ​ຖະ​ສະພາ​ໄດ້​ອະນຸມັດ​ໂຄງການ​ດັ່ງກ່າວ​ຄືນ​ໃໝ່​ສອງ​ຄັ້ງແລ້ວ ໃນ​ໄລຍະ​ຜ່ານ​ມາກໍ​ຕາມ ​ແຕ່​ການ​ສະໜັບສະໜຸນ​ຂອງ​ສອງ​ຝ່າຍ​ ທີ່ເຄີຍ​ມີ​ມາ​ນັ້ນໄດ້​ຫລຸດ​ໜ້ອຍ​ຖອຍ​ລົງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ທີ່​ຫວາດ​ກົວ​ວ່າ ຈະ​ສູນ​ເສຍ​ອາວຸດ​ທີ່​ມີພະ​ລັງ​ສູງໃນ​ຄັງ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

"ສິ່ງທີ່ເຮັດໃຫ້ຂ້າ​ພະ​ເຈົ້າ ນອນບໍ່​ຫລັບໃນຕອນກາງຄືນກໍຍ້ອນຄິດກ່ຽວກັບສິ່ງທີ່ອາດ ຈະເກີດຂຶ້ນ ຖ້າພວກເຮົາບໍ່ຕໍ່ອາຍຸ​ມາດຕາ 702 ຂອງ FISA," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານແມັດ ໂອລ​ເຊັນ (Matt Olsen), ຜູ້ຊ່ວຍ​ລັດ​ຖະມົນ​ຕີ​ກະ​ຊວງຍຸ​ຕິ​ທຳ ຮັບ​ຜິດ​ຊອບດ້ານຄວາມປອດໄພແຫ່ງຊາດ ທີ່ກ່າວຢູ່ສະຖາບັນບ​ຣຸກ​ຄິ້ງສ໌ (Brookings).

ການປາກົດຕົວຂອງທ່ານໂອ​ລ​ເຊັນ ຢູ່ໃນສະ​ຖາ​ບັນ​ຄົ້ນ​ຄວ້າທີ່ມີອິດທິພົນຂອງວໍຊິງ ຕັນ ແມ່ນສ່ວນນຶ່ງຂອງສິ່ງທີ່ທ່ານເອີ້ນວ່າ "ຄວາມພະຍາຍາມທັງຫມົດ" ໂດຍລັດ​ຖະ​ບານ​ທ່ານໄບ​ເດັນ ເພື່ອຮັບປະກັນໃຫ້ລັດຖະສະພາອະນຸມັດກົດຫມາຍຄືນໃຫມ່ ກ່ອນ ມັນຈະໝົດ​ອາ​ຍຸລົງໃນທ້າຍປີນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG