ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ກ່າວຫາຣັດເຊຍວ່າ ເລີ້ມແຊກແຊງ ເຂົ້າໃນການເລືອກຕັ້ງ ປີ 2022 ແລ້ວ


ປະທານາທິບໍດີ ໂຈ ໄບເດັນ ກ່າວລະຫວ່າງການຢ້ຽມຢາມຫ້ອງ ການ ຜູ້ອຳນວຍການສືບລັບແຫ່ງຊາດ (ODNI) ທີ່ແມັກຄລິນ ເວີຈີເນຍ ວັນທີ 27 ກໍລະກົດ 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວລະຫວ່າງການຢ້ຽມຢາມຫ້ອງ ການ ຜູ້ອຳນວຍການສືບລັບແຫ່ງຊາດ (ODNI) ທີ່ແມັກຄລິນ ເວີຈີເນຍ ວັນທີ 27 ກໍລະກົດ 2021.

ຣັດເຊຍ ໄດ້ເລີ້ມແຊກແຊງເຂົ້າໃນການເລືອກຕັ້ງກາງສະໄໝ ຊຶ່ງຈະມີຂຶ້ນໃນປີໜ້າຂອງ
ສະຫະລັດແລ້ວ ນັ້ນູຄືຄຳເວົ້າຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ໄດ້
ກ່າວໃນວັນອັງຄານວານນີ້ ຢູ່ໃນຄຳປາໄສທີ່ຫ້ອງການ ຂອງຜູ້ອຳ ນວຍການອົງການ
ສືບລັບແຫ່ງຊາດ ຫຼືຶ ODNI.

ໂດຍອ້າງອີງເຖິງລາຍງານລັບປະຈຳວັນ ທີ່ໄດ້ກະກຽມໂດຍປະຊາຄົມລັບສຳລັບທ່ານ
ປະທານາທິບໍດີໄບເດັນ ກ່າວວ່າ “ເບິ່ງດຸ ສິ່ງທີ່ຣັດເຊຍກຳລັງເຮັດໄປ ໃນ ການເລືອກ
ຕັ້ງປີ 2022 ແລະການບິດເບືອນຂ່າວ.”

ການກະທຳດັ່ງກ່າວໂດຍມົສກູ ເປັນເລື້ອງທີ່ “ລະເມີດຢ່າງຈະແຈ້ງ ຕໍ່ອະທິປະໄຕຂອງ
ພວກເຮົາ” ຊຶ່ງປະທານາທິບໍດີໄດ້ກ່າວ ໂດຍບໍ່ໄດ້ໃຫ້ລາຍລະອຽດຫຍັງ ຕື່ມ ຢູ່ໃນການ
ຖະແຫຼງການ ຕໍ່ຜູ້ຕາງໜ້າປະຊາຄົມສືບລັບຂອງສະຫະລັດ ປະ ມານ 120 ຄົນ ຜູ້ທີ່ໄດ້
ເຕົ້າໂຮມກັນຢູ່ທີ່ສຳນັກງານໃຫຍ່ ຂອງອົງການ ODNI ໃນພາກເໜືອ ລັດເວີຈີເນຍ.

ການກ່າວອ້າງອີງຢ່າງເປີດເຜີຍຂອງທ່ານໄບເດັນ ຕໍ່ບາງສີິ່ງບາງຢ່າງ ທີ່ບັນຈຸຢູ່ ໃນລາຍ
ງານລັບປະຈຳວັນສຳລັບປະທານາທິບໍດີ ແນ່ອນເປັນເລື້ອງທີ່ຕື່ນຕົກໃຈສຳລັບບາງຄົນ.

ທ່ານນາງອີມີລີ ຮາດດິງ (Emily Harding) ຮອງຜູ້ອຳນວຍການ ແລະສະມາ ຊິກອະວຸ
ໂສ ກັບໂຄງການຄວາມປອດໄພສາກົນ ຢູ່ສູນກາງຍຸດທະສາດ ແລະ ການສຶກສາລະ
ຫວ່າງປະເທດ ກ່າວວ່າ “ທ່ານເປັນປະທານາທິບໍດີ. ທ່ານສາ ມາດເປີດເຜິຍໄດ້ທຸກຢ່າງ
ທີ່ທ່ານຕ້ອງການ ໃນເວລາໃດທີ່ທ່ານຕ້ອງການ.”

ທ່ານນາງກ່າວວ່າ “ແລະຂ້າພະເຈົ້າບໍ່ແນ່ໃຈວ່າ ຈະເປັນທີ່ຕື່ນຕົກໃຈສຳລັບຜູ້ໃດຜູ້ນຶ່ງ
ທີ່ຣັດເຊຍກໍາລັງເບິ່ງຂໍ້ມູນທີ່ບິດເບືອນການເລືອກຕັ້ງປີ 2022. ຂ້າພະເຈົ້າ ຄິດວ່າເປັນ
ເລື້ອງເຕືອນທີ່ດີສຸດ ແນວໃດກໍດີ ຣັດເຊຍຍັງສືບຕໍ່ດຳເນີນເຮັດຢ່າງນີ້ ແລະບໍ່ມີຫຍັງທີ່
ຈະຊັກຊວນພວກເຂົາເທື່ອ.”

ປະທານາທິບໍດີຍັງໄດ້ທຳນາຍ ໃຫ້ຄວາມຄິດເຫັນ ກ່ຽວກັບການເພີ້ມໂຈມຕີທາງ ອິນເຕີ
ແນັດໂດຍແນໃສ່ສະຫະລັດ ທີ່ລັດຖະບານຂອງທ່ານໄດ້ຖີ້ມໂທດໃສ່ພວກ ລັກເຈາະຂໍ້ມູນ
ທີ່ໄດ້ຮັບການໜຸນຫຼັງຈາກລັດຖະບານຈີນ ແລະພວກທີ່ປະຕິບັດ ງານໂດຍບໍ່ໄດ້ຖືກລົງ
ໂທດຢູ່ໃນຣັດເຊຍ.

ປະທານາທິບໍດີໄບເດັນກ່າວວ່າ ທ່ານເຊື່ອວ່າ ມີຄວາມເປັນໄປໄດ້ສູງຂຶ້ນທີ່ສະຫະລັດ
ອາດຈະ “ໃນທີ່ສຸດແລ້ວ ກໍຈະເກີດສົງຄາມທີ່ຍິງກັນແທ້ໆກັບປະເທດ ມະຫາອຳນາດ
ໃຫຍ່” ອັນເປັນຜົນເນື່ອງມາຈາກການລັກເຈາະຂໍ້ມູນທາງໄຊເບີ້.

ຄວາມສາມາດໃນການໂຈມຕີທາງໄຊເບີ້ຂອງສັດຕູສະຫະລັດ ແມ່ນ “ໄດ້ເພີ້ມ ຂຶ້ນຢ່າງ
ຫຼວງຫຼາຍ” ອີງຕາມຄຳເວົ້າຂອງປະທານາທິບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG