ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງບີອອນເຊ ແລະນາງເທເລີ ສວີບທ໌ ໄດ້ສ້າງປະຫວັດສາດ ໃນງານມອບລາງວັນ ແກຣມມີ ປີນີ້


ງານມອບລາງວັນ Grammy ປະຈໍາປີຄັ້ງທີ 63 ທີ່ນະຄອນລອສ ແອນເຈແລສ, ລັດຄາລິຟໍເນຍ
ງານມອບລາງວັນ Grammy ປະຈໍາປີຄັ້ງທີ 63 ທີ່ນະຄອນລອສ ແອນເຈແລສ, ລັດຄາລິຟໍເນຍ

ນາງເທເລີ ສວີບທ໌ (Taylor Swift) ແລະ ນາງບີລລີ ໄອລີສ (Billie Eilish) ໄດ້ຮັບລາງວັນສູງສຸດ ໃນງານມອບລາງວັນແກຣມມີ ຫລື Grammy Awards ໃນວັນອາທິດວານນີ້ ຢູ່ໃນພິທີທີ່ໄດ້ເຫັນວ່າ ນາງບີອອນເຊ (Beyonce) ກາຍເປັນນັກສະແດງຍິງ ທີ່ໄດ້ຮັບລາງວັນຫລາຍທີີ່ສຸດ ໃນປະຫວັດສາດຂອງການມອບລາງວັນແກຣມມີ (Grammy), ອີງຕາມອົງການຂ່າວຣອຍເຕີ້ສ.

ຊຸດເພັງບັນທຶກທີ່ອອກມາແບບບໍ່ຄາດຝັນ “Folklore” ຂອງນາງສວີທ໌ (Swift) ໄດ້ຖືກຂະໜານນາມວ່າ ເປັນອາລະບໍ້າທີ່ໂດ່ງດັງຂອງປີ ແລະຊຸດເພັງ “Everything I Wanted” ຂອງນາງ ໄອລີສ (Eilish) ໄດ້ທໍາລາຍສະຖິຕິຂອງປີ. ການໄດ້ຮັບລາງວັນຊະນະໃນວັນອາທິດວານນີ້ ເຮັດໃຫ້ນາງສວີບທ໌ (Swift) ອາຍຸ 31 ປີ ກາຍເປັນແມ່ຍິງຄົນທຳອິດ ທີ່ໄດ້ຮັບລາງວັນເພັງດັງຂອງປີ 3 ຄັ້ງກັບບ້ານໄປ.

ລາງວັນແກຣມມີ (Grammy) ສີ່ອັນຂອງບີອອນເຊ (Beyonce) ໃນວັນອາທິດວານນີ້ ໄດ້ເຮັດໃຫ້ນາງໄດ້ຊະນະລາງວັນທັງໝົດໃນການເຮັດອາຊີບຂອງນາງມີຫລາຍເຖິງ 28 ລາງວັນ, ເຊິ່ງໄດ້ກາຍສະຖິຕິທີ່ມີກ່ອນໜ້ານີ້ສຳລັບແມ່ຍິງ ທີ່ໄດ້ທໍາລາຍສະຖິຕິ ໂດຍນັກຮ້ອງເພັງແບບຄັນທຣີອາເມຣິກັນ, ນາງອາລີສຊັນ ຄຣອສ (Alison Krauss).

ນັກຮ້ອງອັງກິດດວາ ລິປປາ (Dua Lipa) ໄດ້ຮັບລາງວັນອາລາບໍ້າເພງທີ່ມີສຽງກ້ອງດີທີ່ສຸດ ສຳລັບການເຕັ້ນຂອງນາງ ທີ່ຊື່ວ່າ “Future Nostalgia.”

ນັກແຕ່ງເພງເລື້ອງ “I Can't Breathe” ຊຶ່ງແປວ່າ "ຂ້ອຍຫາຍໃຈບໍ່ອອກ" ໂດຍ H.E.R ນັກສິນລະປິນແບບ R&B ໄດ້ຮັບລາງວັນເພງດັງຂອງປີ. ມັນໄດ້ຖືກແຕ່ງຂຶ້ນມາເພື່ອເປັນການຕອບຮັບຕໍ່ການປະທ້ວງຂອງຂະບວນ Black Lives Matter ໃນສະຫະລັດ ໃນລະດູຮ້ອນທີ່ຜ່ານມາ.

ນັກຮ້ອງແບບແຣັບ, ນາງເມແກນ ທີ ສເຕລຽນ (Megan Thee Stallion) ໄດ້ຖືກຂະໜານນາມໃຫ້ເປັນນັກສິລະປິນໃໝ່ທີ່ເດັ່ນທີ່ສຸດ ແລະຍິງ 26 ປີທີ່ມີຊື່ສຽງໃນການສົ່ງເສີມເຮັດໃຫ້ແມ່ຍິງຮູ້ສຶກວ່າມີຄວາມສາມາດນັ້ນ ໄດ້ຮັບລາງວັນແກຣມມີອີກສອງອັນ ສໍາລັບການສະແດງແບບແຣັບດ່ຽວ “Savage,” ທີ່ໄດ້ສະແດງເປັນແບບບີອອນເຊ (Beyonce).

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG