ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເບລາຣຸສ ບໍ່ຍອມຍົກເລີກ ການແຂ່ງຂັນເຕະບານ ເຖິງແມ່ນຈະມີການລະບາດ ຂອງໄວຣັສໂຄໂຣນາ ກໍຕາມ


ພວກແຟນໆກິລາເຕະບານ ກຳລັງຊົມ ການແຂ່ງຂັນຊິງແຊ້ມຂອງເບລາຣູສ ລະຫວ່າງ ທີມ Energetik-BGU ແລະທີມ Bate ໃນນະຄອນຫຼວງ ມິ້ສຄ໌ ຂອງເບລາຣູສ, ວັນທີ 19 ມີນາ 2020.
ພວກແຟນໆກິລາເຕະບານ ກຳລັງຊົມ ການແຂ່ງຂັນຊິງແຊ້ມຂອງເບລາຣູສ ລະຫວ່າງ ທີມ Energetik-BGU ແລະທີມ Bate ໃນນະຄອນຫຼວງ ມິ້ສຄ໌ ຂອງເບລາຣູສ, ວັນທີ 19 ມີນາ 2020.

ສະໂມສອນບານເຕະໃນທົ່ວໂລກ ໄດ້ຍົກເລີກການແຂ່ງຂັນເຕະບານ ສຳລັບອະນາຄົດ
ທີ່ສາມາດແລເຫັນໄດ້ວ່າ ເປັນມາດຕະການນຶ່ງທີ່ຈະເຮັດໃຫ້ການແຜ່ລະບາດ ທີ່ວ່ອງໄວ
ຂອງໂຄວິດ-19 ນັ້ນ ຊ້າລົງ. ແຕ່ກິລາເຕະບານ ຫຼືທີ່ເອີ້ນກັນໃນທົ່ວໂລ ວ່າ ຟຸດບອລນັ້ນ
ຍັງສືບຕໍ່ແຂ່ງຂັນກັນ ຢູ່ໃນປະເທດເບລາຣູສ ບ່ອນທີ່ໄດ້ມີການຢືນຢັນກໍລະນີຕິດເຊື້ອ
ໄວຣັສໂຄໂຣນາ ໃນຈຳນວນນຶ່ງແລ້ວນັ້ນ ທີ່ຖືວ່າຕ່ຳຢູ່.

ຜູ້ນຳຜະເດັດການ ອາເລັກສ໌ແຊນເດີ ລູກາເຊັງໂກ ຂອງປະເທດນີ້ ບໍ່ເອົາຫົວຊາກັບ
ຄວາມຢ້ານກົວຂອງໄວຣັສດັ່ງກ່າວ ໂດຍຖືວ່າເປັນເລື້ອງທີ່ເວົ້າເກີນຄວາມຈິງ ແລະ
ໄດ້ແນະນຳໃຫ້ປະຊາຊົນຂອງຕົນ ສືບຕໍ່ປະຕິບັດຕາມປົກກະຕິ ໂດຍສະເພາະ ໃນດ້ານ
ການກະສິກຳ. ສື່ມວນຊົນຂອງທ້ອງຖິ່ນ ໄດ້ນຳເອົາພາບຖ່າຍຫຼາຍຕອນຂອງປະທານາ
ທິບໍດີ ເບລາຣູສ ທີ່ກຳລັງຫຼິ້ນສະເກັດນ້ຳກ້ອນ ລົງອອກເຜີຍແຜ່.

ພະແນກສະໂມສອນບານເຕະອັນດັບສູງຂອງເບລາຣູສ, Vysheyshaya Liga ແມ່ນ
ຄຸ້ມຄອງໂດຍສະຫະພັນບານເຕະຂອງເບລາຣູສ ແລະໃນປັດຈຸບັນນີ້ ມີລວມກັນທັງໝົດ
16 ທີມ. ປະເທດນີ້ ບໍ່ເຄີຍມີທີມເຕະບານທີ່ດີເດັ່ນ ແລະບໍ່ເຄີຍໄດ້ເຂົ້າຮອບໃນການແຂ່ງ
ຂັນເຕະບານໂລກ ຫຼື ໃນການແຂ່ງຂັນຊິງແຊ້ມເຕະບານຂອງຢູໂຣບໃດໆເລີຍ.

ແຕ່ໂດຍທີ່ພວກແຟນໆກິລາດັ່ງກ່າວ ໃນທົ່ວໂລກບໍ່ໄດ້ຮັບຊົມການແຂ່ງຂັນທີ່ເປັນຊ່ວງ
ເວລານິຍົມພັກຜ່ອນຍ່ອນໃຈ ສຳລັບພວກເຂົາເຈົ້າ ເບລາຣູສ ແມ່ນໄດ້ຮັບຄວາມສົນໃຈ
ຫຼາຍຂຶ້ນ ແລະກຳລັງລົງນາມໃນສັນຍາການຖ່າຍທອດການແຂ່ງຂັນຂອງພວກເຂົາເຈົ້າ
ກັບຫຼາຍໆປະເທດ. ປະຊາຊົນໃນອິນເດຍ ແລະອິສຣາແອລ ບໍ່ພຽງແຕ່ເປັນປະເທດ
ເພື່ອນບ້ານຂອງຣັດເຊຍເທົ່ານັ້ນ ອີກບໍ່ດົນ ອາດຈະໄດ້ຮູ້ຈັກກັບສະມາຊິກນັກເຕະບານ
ຂອງທີມ FC Minsk ຫຼື Dinamo Minsk ແລະສະຕາຍການຫຼິນຂອງແຕ່ລະຄົນ
ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG