ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເບລາຣຸສ ຂະຫຍາຍສາຍພົວພັນ ກັບ ຣັດເຊຍ ໃນຄວາມພະຍາຍາມ ເພື່ອຫຼຸດຜ່ອນ ການຖືກແຍກໂດດດ່ຽວ


Russia Belarus Military - USAGM
please wait

No media source currently available

0:00 0:02:24 0:00

ປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ແມ່ນກຳລັງພະຍາຍາມທີ່ຈະຂະ
ຫຍາຍຄວາມຜູກພັນກັບປະທານາທິບໍດີ ວລາດິເມຍ ປູຕິນ ຂອງ ຣັດເຊຍ ເພື່ອຫຼຸດຜ່ອນການຖືກແຍກໂດດດ່ຽວໂດຍສາກົນ ລຸນຫຼັງການປາບປາມຄູ່ແຂ່ງທາງການເມືອງຢ່າງໂຫດຮ້າຍໃນການເລືອກຕັ້ງທີ່ມີການສໍ້ໂກງຂອງປີທີ່ຜ່່ານມາ. ສັນຍານນຶ່ງຂອງການເປັນພັນທະມິດນີ້ແມ່ນການຝຶກ ຊ້ອມທາງທະຫານຮ່ວມກັນໃນເຂດແດນຂອງ ເບລາຣຸສ. ນັກຂ່າວວີໂອເອ ຣິຄາໂດ ມາກີນາ ມີລາຍງານຈາກນະຄອນຫຼວງ ມິງສ໌, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກອງທະຫານ ຣັດເຊຍ ໄດ້ຍິງປືນພຽງບໍ່ເທົ່າໃດກິໂລແມັດຫ່າງຈາກຊາຍແດນທີ່ຕິດກັບປະເທດ ໂປແລນ, ເຊິ່ງແມ່ນເຂດຊາຍແດນທາງພາກຕາເວັນອອກຂອງອົງການ NATO.

ການຝຶກຊ້ອມທາງທະຫານທີ່ວ່ານີ້ໃນເດືອນກັນຍາ ຢູ່ດິນແດນຂອງ ເບລາຣຸສ, ຖືກເອີ້ນວ່າ “Zapad 2021,” ແນເປົ້າໃສ່ການທົດລອງຄວາມສາມາດຂອງ ມິງສ໌ ແລະ ມົສກູ ເພື່ອປະຕິບັດການດັ່ງກັບເປັນກອງກຳລັງດຽວ, ທີ່ເອີ້ນວ່າ ສະຫະພັນລັດ ຣັດເຊຍ-ເບລາຣຸສ.

ນາຍພົນ ອາເລັກແຊນເດີ ໂວລໂຟວິດຈ໌, ຫົວໜ້າສະພາຮັກສາຄວາມປອດໄພ ເບລາຣຸສ ກ່າວວ່າ “ນີ້ແມ່ນການຈຳລອງຂັບໄລ່ການຮຸກຮານ, ການຮຸກຮານຕໍ່ເຂດແດນຂອງສະຫະພັນລັດ ຈາກການປະຕິບັດການທິດຕາເວັນຕົກ.”

ການນຳຂອງ ເບລາຣຸສ ຢາກທີ່ຈະເສີມຂະຫຍາຍ ສາຍພົວພັນເພີ່ມເຕີມກັບ ມົສກູ ຍ້ອນປະເຊີນກັບການມີໜ້າຂອງອົງການ NATO ໃນ ຢູໂຣບ ຕາເວັນອອກ. ບັນດານັກວິເຄາະເວົ້າວ່າ ມັນມີເຫດຜົນສຳລັບຄວາມເປັນນຫ່ວງໃນບາງປະເທດມະຫາອຳນາດຕາເວັນຕົກ.

ທ່ານ ອານເດຣ ຄໍຕູນອຟ ຜູ້ອຳນວຍການສະພາກິດຈະການສາກົນ ຣັດເຊຍ ກ່າວວ່າ “ການຮ່ວມມືທາງທະຫານ ແລະ ການເມືອງແມ່ນໄດ້ແນ້ນແຟ້ນຂຶ້ນກວ່າເກົ່າ. ອົງການ NATO ແມ່ນເປັນຫ່ວງ ກ່ຽວກັບການມີໜ້າຂອງກອງທັບ ຣັດເຊຍ ຫຼາຍຂຶ້ນໃນເຂດແດນຂອງ ເບລາຣຸສ.”

ການຊ້ອມລົບທີ່ວ່ານີ້ແມ່ນບາດກ້າວໄປສູ່ການພົວພັນເພີ່ມເຕີມຂອງ ເບລາຣຸສ ໃນຂອບເຂດອິດທິ ພົນຂອງສະຫະພັນ ຣັດເຊຍ. ມັນຍັງສະແດງໃຫ້ເຫັນຄວາມຍິນດີຂອງ ມົສກູ ທີ່ຈະສະໜັບສະໜູນລະບອບການປົກຄອງ ເບລາຣຸສ, ເຊິ່ງ ຄວາມສາມາດທາງການທະຫານຂອງເຂົາເຈົ້າແມ່ນຈຳກັດ.

ທ່ານ ພາແວລ ແຟລເກັນຮາເວີ ນັກວິເຄາະກອງທັບ ກ່າວວ່າ “ເບລາຣຸສ ມີກອງທັບທີ່ນ້ອຍຫຼາຍ ແລະ ອ່ອນແອຫຼາຍ ຍ້ອນທ່ານ ລູຄາເຊັນໂກ ໃຊ້ຈ່າຍໃນການປ້ອງກັນປະເທດໜ້ອຍກວ່າປະເທດ ເອສໂຕເນຍ ເຖິງສອງເທົ່າ.”

ການສະແດງຄວາມສະໜັບສະໜູນຂອງ ຣັດເຊຍ ໄດ້ມີຂຶ້ນໃນຂະນະທີ່ປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ໄດ້ເຮັດໃຫ້ຕົນເອງຖືກມາດຕະການລົງໂທດ ແລະ ຖືກໂດດ ດ່ຽວສຳລັບການປາບປາມຄູ່ແຂ່ງທາງການເມືອງຂອງທ່ານ. ໃນການຕອໂຕ້ນັ້ນ, ເຂົາເຈົ້າໄດ້ກ່າວປະນາມການສະໜັບສະໜູນຂອງ ຣັດເຊຍ.

ທ່ານ ໂຣມັນ, ນັກເຄື່ອນໄຫວຝ່າຍຄ້ານ ກ່າວວ່າ “ຣັດເຊຍ ໄດ້ສະໜັບສະໜູນລະບອບການປົກ ຄອງຂອງທ່ານ ລູຄາເຊັນໂກ ມາເປັນເວລາຫຼາຍປີແລ້ວ. ແລະ ຣັດເຊຍ ຈະສືບຕໍ່ປົກປ້ອງລະບອບການປົກຄອງນີ້ດ້ວຍການທູດທຸກຢ່າງທີ່ສາມາດເປັນໄປໄດ້ໃນເວທີສາກົນ. ແລະ ມັນໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງອົງການຮັກສາຄວາມປອດໄພ ຣັດເຊຍ ແລະ ອົງການຮັກສາຄວາມປອດໄພ ເບລາຣຸສ.”

ໃນນະຄອນຫຼວງ ມິງສ໌, ບໍ່ມີຫຍັງຍັງເຫຼືອຢູ່ຈາກການປະທ້ວງຕໍ່ຕ້ານທ່ານ ລູຄາເຊັນໂກ ຂະໜາດໃຫຍ່ຂອງປີກາຍນີ້ທີ່ໄດ້ເກີດຂຶ້ນລຸນຫຼັງການເລືອກຕັ້ງທີ່ມີການສໍ້ໂກງ.

ການປາບປາມຂອງລັດຖະບານ ໄດ້ເຮັດໃຫ້ຝ່າຍຄ້ານຕ້ອງມິດງຽບ ຫຼື ໄປລີ້ໄພຢູ່ໃນຕ່າງປະເທດ, ແລະ ຖະໜົນຕ່າງໆໃນຕົວເມືອງຕອນນີ້ແມ່ນພື້ນທີ່ສຳລັບການສະແດງຄວາມພາກພູມໃຈຮັກຊາດເທົ່ານັ້ນ.

Belarusian President Alexander Lukashenko is seeking to strengthen his alliance with Russia’s Vladimir Putin to ease his government’s international isolation following a brutal crackdown on political opponents in the wake of last year’s rigged elections. One sign of this alliance: joint military maneuvers on Belarus territory. Elizabeth Cherneff narrates this report by Ricardo Marquina in Minsk.

Russian troops open fire just a few kilometers from the border with Poland, NATO’s eastern boundary.

These military maneuvers in September on Belarusian soil, called "Zapad 2021," aim to test the ability of Minsk and Moscow to operate as a single force, the so-called Russian-Belarusian State Union.

“This is a simulation of repulsing an aggression, an invasion to the territory of the Union state from the Western operational direction.”

The Belarusian leadership wants to further strengthen ties with Moscow in the face of NATO’s presence in Eastern Europe. Analysts say there is reason for concern among some Western powers.

“The military and political cooperation is becoming more profound. NATO is concerned about the increasing Russian military presence in Belarusian territory.”

These maneuvers are a step toward the further integration of Belarus into the Russian Federation’s sphere of influence. They also represent Moscow's willingness to support the Belarusian regime, whose military capabilities are otherwise limited....

“Belarus has a very small, very weak military because Lukashenko spent on defense two times less than Estonia.”

The show of Russian support comes as Belarusian President Alexander Lukashenko finds himself under sanctions and isolated for repressing his political opponents. They, in turn, denounce Russia’s support.

“Russia has been sponsoring Lukashenko’s regime for years. And Russia continues to protect this regime by all possible diplomatic means on the international arena. And there is a close cooperation between Russian security services and Belarusian security services.”

In Minsk, nothing remains of last year’s massive anti-Lukashenko demonstrations that followed rigged elections.

The government’s repression has forced the opposition into silence or exile, and in the city’s streets there is now only room for expressions of patriotic pride.

XS
SM
MD
LG