ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານ ເບລາຣຸສ ຫາຍສາບສູນ, ເຢຍຣະມັນ ແລະ ອັງກິດ ຮຽກຮ້ອງໃຫ້ປ່ອຍຕົວລາວ


ນັກການເມືອງ ແລະ ຕົວແທນຂອງສະພາການປະສານງານ ສຳລັບບັນດາສະມາຊິກຝ່າຍຄ້ານ ເບລາຣຸສ ທ່ານນາງ ມາເຣຍ ໂຄເລັສນິໂຄວາ ເຂົ້າຮ່ວມກອງປະຊຸມໃນນະຄອນຫຼວງ ມິນສ໌, ເບລາຣຸສ. 24 ສິງຫາ, 2020.
ນັກການເມືອງ ແລະ ຕົວແທນຂອງສະພາການປະສານງານ ສຳລັບບັນດາສະມາຊິກຝ່າຍຄ້ານ ເບລາຣຸສ ທ່ານນາງ ມາເຣຍ ໂຄເລັສນິໂຄວາ ເຂົ້າຮ່ວມກອງປະຊຸມໃນນະຄອນຫຼວງ ມິນສ໌, ເບລາຣຸສ. 24 ສິງຫາ, 2020.

ທ່ານນາງ ມາເຣຍ ໂຄເລັສນິໂຄວາ, ຜູ້ນຳສະມາຊິກຂອງພັກຝ່າຍຄ້ານ ເບລາຣຸສ, ມີລາຍງານວ່າຖືກຈັບຕົວໄປໃນວັນຈັນວານນີ້ ໂດຍພວກຜູ້ຊາຍທີ່ບໍ່ສາມາດລະບຸຕົວໄດ້ໃນນະຄອນຫຼວງ ມິນສ໌, ແລະ ເຢຍຣະມັນ ກັບ ອັງກິດ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ອາເລັກແຊນເດີ ລູຄາເຊັນໂກ ເປີດ ເຜີຍວ່າລາວ ຢູ່ໃສ.

ລັດຖະມົນຕີກະຊວງການຕ່າງປະເທດຂອງ ເຢຍຣມະມັນ ທ່ານ ຮາຍໂກ ມາສ ໄດ້ຮຽກຮ້ອງ “ຄວາມກະຈ່າງແຈ້ງວ່າລາວຢູ່ໃສ ແລະ ປ່ອຍຕົວນັກໂທດການເມືອງທຸກຄົນໃນ ເບລາຣຸສ,” ໃນຄຳເຫັນທີ່ຂຽນໃນທວິດເຕີ ໂດຍກະຊວງການຕ່າງປະເທດ.

ທ່ານ ໂດມີນິກ ຣາບ, ລັດຖະມົນຕີກະຊວງການຕ່າງປະເທດຂອງ ອັງກິດ, ໃນຂຽນຂໍ້ຄວາມໃນທວິດເຕີວ່າ “ເປັນຫ່ວງຫຼາຍສຳລັບຄວາມປອດໄພຂອງ ທ່ານນາງ ມາເຣຍ ໂຄເລັສນິໂຄວາ ໃນ ເບລາຣຸສ. ລະບອບການປົກຄອງຂອງ ທ່ານ ລູຄາເຊັນໂກ ຕ້ອງເຮັດໃຫ້ການກັບຄືນມາຢ່າງປອດໄພຂອງລາວ ເປັນບູລິມະສິດສູງສຸດຂອງເຂົາເຈົ້າ. ລະບອບການປົກຄອງດັ່ງກ່າວຕ້ອງຢຸດຄວາມປ່າເຖື່ອນຕໍ່ພວກປະທ້ວງ, ປ່ອຍຕົວນັກໂທດການເມືອງ ແລະ ເລີ່ມການສົນທະນາກັບຝ່າຍຄ້ານ.”

ຜູ້ເຫັນເຫດການຄົນນຶ່ງທີ່ລະບຸຕົວວ່າເປັນນາງ ອານາສຕາເຊຍ ໄດ້ກ່າວຕໍ່ເວັບໄຊ້ Tut.by ຂອງ ເບລາຣຸສ ໃນວັນຈັນວານນີ້ວ່າ ລາວເຫັນທ່ານນາງ ມາເຣຍ ຖືກບັງຄັບໃຫ້ຂຶ້ນລົດເມນ້ອຍໃນຊຸດຢູ່ເຮືອນທຳມະດາໂດຍພວກຜູ້ຊາຍ ແລະ ຂັບລົດອອກໄປ.

ທ່ານນາງ ມາເຣຍ ແມ່ນແມ່ຍິງສາມຄົນສຸດທ້າຍທີ່ຍັງເຫຼືອຢູ່ໃນ ເບລາຣຸສ ຜູ້ທີ່ໄດ້ມາເຕົ້າໂຮມກັນໃນ ສະພາປະສານງານຝ່າຍຄ້ານ ເພື່ອພະຍາຍາມເອົາຊະນະທ່ານ ລູຄາເຊັນໂກ ໃນການເລືອກຕັ້ງທີ 9 ສິງຫາທີ່ຜ່ານມາ. ທ່ານຖືກປະກາດເປັນຜູ້ຊະນະເລີດໃນການເລືອກຕັ້ງດັ່ງກ່າວ, ແຕ່ບັນດາພັກຝ່າຍຄ້ານ, ພ້ອມກັບປະເທດ ສະຫະລັດ ແລະ ສະຫະພາບ ຢູໂຣບ ເວົ້າວ່າການເລືອກຕັ້ງທີ່ວ່ານັ້ນໄດ້ຖືກສໍ້ໂກງ.

ທ່ານນາງ ໂອລກາ ໂຄວາລໂຄວາ ເຊິ່ງແມ່ນພັນທະມິດຂອງທ່ານນາງ ມາເຣຍ ໄດ້ເດີນທາງໄປປະ ເທດ ໂປແລນ ໃນວັນເສົາທີ່ຜ່ານມາ, ໂດຍເວົ້າວ່າພວກ ເຈົ້າໜ້າທີ່ໄດ້ບັງຄັບໃຫ້ລາວອອກຈາກປະ ເທດ, ໃນຂະນະທີ່ຜູ້ນຳຄົນຫຼັກຂອງຝ່າຍຄ້ານ ເບລາຣຸສ ທ່ານນາງ ສວຽດລານາ ຊິຄານູສກາຢາ ໄດ້ເດີນທາງໄປປະເທດ ລິທົວເນຍ ກັບລູກຂອງລາວ ນັບຕັ້ງແຕ່ການເລືອກຕັ້ງ ສຳລັບສິ່ງທີ່ລາວ ເວົ້າວ່າ ເຮັດເພື່ອຄວາມປອດໄພຂອງລາວຂອງລາວເອງ.

ທ່ານ ມາສ, ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ, ກໍໄດ້ຂຽນຂໍ້ຄວາມໃນ ທວິດເຕີວ່າ ສະຫະ ພາບ ຢູໂຣບ ແມ່ນ “ກຳລັງເຮັດວຽກຢ່າງຮີບດ່ວນ ກ່ຽວກັບ ມາດຕະການລົງໂທດຕ່າງໆ. ຖ້າທ່ານ ລູຄາເຊັນໂກ ບໍ່ປ່ຽນແປງທິດທາງ, ພວກເຮົາຈະຕອບໂຕ້.”

ສະຫະພາບ ຢູໂຣບ ກຳລັງພະຍາຍາມທີ່ຈະວາງມາດຕະການລົງໂທດຕໍ່ ເຈົ້າໜ້າທີ່ອາວຸໂສ ເບລາຣຸສ 31 ຄົນ, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ ໃນວັນຈັນວານນີ້, ໂດຍອ້າງເຖິງນັກການທູດ ສະຫະພາບ ຢູໂຣບ ສາມຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG