ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປັກກິ່ງ ນຳໜ້າ ໃນການເອົາ ເທັກໂນໂລຈີ ທີ່ສຳຄັນ ເຂົ້າໄປໃຊ້ ໃນທະເລຈີນໃຕ້


ເຮືອບິນຮົບ J-15 ຢູ່ກຳປັ່ນບັນທຸກເຮືອບິນ Liaoning ຂອງ ຈີນ ທຳການຝຶກຊ້ອມ ຢູ່ທະເລຈີນໃຕ້. 2 ມັງກອນ, 2017.
ເຮືອບິນຮົບ J-15 ຢູ່ກຳປັ່ນບັນທຸກເຮືອບິນ Liaoning ຂອງ ຈີນ ທຳການຝຶກຊ້ອມ ຢູ່ທະເລຈີນໃຕ້. 2 ມັງກອນ, 2017.

ຈີນ ກຳລັງນຳໜ້າໃນດ້ານເທັກໂນໂລຈີຢ່າງກວ້າງຂວາງເພື່ອຊ່ວຍເສີມຂະຫຍາຍ ການ ຄວບຄຸມບໍລິເວນສ່ວນໃຫຍ່ ໃນທະເລທີ່ມີການຂັດແຍ້ງກັນຂອງ ເອເຊຍ, ເປັນຂໍ້ໄດ້ປຽບທີ່ ບັນດານັກວິເຄາະກ່າວວ່າ ມັນຈະຊ່ວຍເຮັດໃຫ້ພວກປະເທດທີ່ບໍ່ມີອາວຸດປ້ອງກັນຕົວ ຖອຍຫ່າງອອກ​ໄປຈາກເຂດທະເລ ທີ່ ປັກກິ່ງ ໄດ້ອ້າງ​ເອົາກຳມະສິດ​ເປັນ​ສ່ວນ​ໃຫຍ່ນັ້ນ.

ປັກກິ່ງ ໄດ້ສະແດງໃຫ້ເຫັນຄວາມສຳເລັດທາງດ້ານເທັກໂນໂລຈີຂອງ ພວກເຂົາເຈົ້າໃນ ທະເລຈີນໃຕ້ໃນເດືອນ​ແລ້ວນີ້ ເມື່ອເຮືອກູ້​ໄ​ພຂອງພວກເຂົາເຈົ້າໄດ້ຈັບເອົາ ເຮືອຄົ້ນຄວ້າ ດ້ານວິທະຍາສາດໃຕ້ນ້ຳ ທີ່ບໍ່ມີຄົນຂັບຂອງ ສະຫະລັດ ປະມານ 93 ກິໂລແມັດ ຫ່າງຈາກ ປະເທດ ຟີລິບປິນ ເຊິ່ງມີກອງທັບເຮືອ ທີ່ມີກຳລັງອ່ອນແອກວ່າ ແລະ ໄດ້ກ່າວວ່າພວກ ເຂົາເຈົ້າບໍ່ຮູ້ ກ່ຽວກັບເຫດການດັ່ງກ່າວ. ລັດຖະບານ ສະຫະລັດ ໄດ້ປະທ້ວງ ແລະ ຈີນ ເຊິ່ງໄດ້ກ່າວຫາ ວໍຊິງຕັນ ໃນການພະຍາຍາມທີ່ຈະຍັບຢັ້ງການຂະຫຍາຍອຳນາດຂອງ ພວກເຂົາເຈົ້າແລະ ໃນທີ່ສຸດກໍໄດ້ສົ່ງຄືນ ເຮືອບໍ່ມີຄົນຂັບດັ່ງກ່າວ.

ບັນດານັກວິເຄາະກ່າວວ່າ ຈີນ ສາມາດຈັບກິດຈະກຳຂອງປະເທດ ອື່ນໆໄດ້ຢ່າງວ່ອງໄວ ດ້ວຍເທັກໂນໂລຈີນທີ່ລ້ຳໜ້າເຊັ່ນ ເຣດາ, ເຮືອ ບິນບໍ່ມີຄົນຂັບ ແລະ ຢ່າງໜ້ອຍດາວທຽມ ທີ່ຄວບຄຸມຫຼາຍພາກສ່ວນ ຂອງໝູ່ເກາະຢູ່ໃນທະເລດັ່ງກ່າວນັ້ນ. ປະເທດອື່ນໆແມ່ນບໍ່ມີ ງົບປະມານພຽງພໍ ຫຼື ຄວາມຊຳນານທີ່ຈະແຂ່ງຂັນກັບເທັກໂນໂລຈີທາງນ້ຳຂອງ ຈີນ ໄດ້, ເຊິ່ງໄດ້ຖືກຕີແຜ່ນັບຕັ້ງແຕ່ປະມານປີ 2010 ​ເປັນຕົ້ນມາໂດຍບໍ່ໄດ້ເປີດເຜີຍຈຳນວນຄ່າ ໃຊ້ຈ່າຍ.

ທ່ານນາງ Yun Sun ເຈົ້າໜ້າທີ່ອາວຸໂສໂຄງການເອເຊຍຕາເວັນອອກ ທີ່ສູນກາງຄະນະ ນັກວິໄຈ Stimson ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວວ່າ “ຈີນ ສາມາດໃຊ້ເທັກໂນໂລ ຈີຂອງພວກເຂົາເຈົ້າ ຫຼື ໃຊ້ກຳລັງປ້ອງກັນປະເທດເພື່ອອ້າງວ່າ ພວກເຮົາໄດ້ຂະຫຍາຍ ການຍຶດຄອງ ຫຼື ການຄວບຄຸມຂອງພວກເຮົາ ຫຼື ລັດຖະບານ ຫຼື ແມ່ນກະທັ້ງການຄົ້ນ ຄວ້າທາງວິທະຍາສາດຂອງພວກເຮົາໃນທະເລຈີນໃຕ້. ໃນທີ່ສຸດມັນກໍຈະເປັນວິທີໜຶ່ງ ທີ່ອາດເປັນຫົວຂໍ້ສຳຄັນ.”

ກຳປັ່ນບັນທຸກເຮືອບິນ Liaoning ຂອງ ຈີນ ພ້ອມກັບກອງທັບເຮືອ ດຳເນີນການຝຶກຊ້ອມ ໃນບໍລິເວນທະເລຈີນໃຕ້.
ກຳປັ່ນບັນທຸກເຮືອບິນ Liaoning ຂອງ ຈີນ ພ້ອມກັບກອງທັບເຮືອ ດຳເນີນການຝຶກຊ້ອມ ໃນບໍລິເວນທະເລຈີນໃຕ້.

ທ່ານນາງ Sun ໄດ້ກ່າວວ່າ ການໃຊ້ເທັກໂນໂລຈີຊັ້ນເລີດ ອາດຈະຂະຫຍາຍທຸກໆສິ່ງທ້າ ທາຍ ຕໍ່ການອ້າງກຳມະສິດທາງກົດໝາຍຂອງ ປັກກິ່ງ ໃນ ອະນາຄົດ. ສານໄກ່ເກ່ຍຂອງ ໂລກ ໄດ້ຕັດສິນຄັດຄ້ານການອ້າງກຳມະສິດປະມານ 95 ເປີເຊັນ ດ້ວຍການໃຊ້ສະຖິຕິ ທາງປະຫວັດ ສາດຂອງ ຈີນ ໃນເດືອນກໍລະກົດປີ​ກາຍ. ແຕ່ ຈີນ ໄດ້ປະຕິເສດບໍ່​ຮັບ​ເອົາ ຄຳຕັດສິນດັ່ງກ່າວ.

ທ່ານນາງໄດ້ກ່າວວ່າ “ຈີນ ສາມາດຍົກລາຍຊື່ຂອງອຸປະກອນທີ່ພວກ ເຂົາເຈົ້າໄດ້ສົ່ງໄປ ໃນພາກພື້ນດັ່ງກ່າວ ແລະ ສະແດງໃຫ້ເຫັນຫຼັກຖານຂອງອຳນາດອະທິປະໄຕ.”

ທະເລເຂດຮ້ອນປົກຄຸມເນື້ອທີ່ 3.5 ລ້ານຕາໄມ ຢຽດຍາວຈາກພາກ ຕາເວັນຕົກສຽງໃຕ້ ຂອງ ໄຕ້ຫວັນ ຜ່ານ ຈີນ ຫາ ສິງກະໂປ. ມັນ ເປັນບໍລິເວນທີ່ອຸດົມສົມບູນທາງການປະມົງ, ເປັນເສັ້ນທາງການເດີນ ເຮືອ ແລະ ເປັນໄປໄດ້ວ່າ ອາດມີນ້ຳມັນສຳຮອງ​ຢູ່​ພື້ນ. ບຣູໄນ, ມາເລ ເຊຍ, ຫວຽດນາມ, ໄຕ້ຫວັນ ແລະ ຟີລິບປິນ ຕ່າງກໍໄດ້ອ້າງເອົາກຳມະສິດເຊັ່ນກັນ. ສະຫະລັດ ບໍ່ແມ່ນຜູ້ອ້າງກຳມະສິດ ແຕ່ໄດ້ຢືນ​ຢັດ ກ່ຽວກັບເສລີພາບໃຈການສັນຈອນ​ໄປມາ. ເທັກໂນໂລຈີຂອງກອງທັບ ອາເມຣິກັນ ຢ່າງໜ້ອຍທີ່ສຸດແມ່ນມີຄວາມເທົ່າທຽມກັບ ເທັກໂນ ໂລຈີຂອງ ຈີນ. ແຕ່ ວໍຊິງຕັນ ບໍ່ໄດ້ທຳການສົ່ງອຸປະກອນຕ່າງໆໄປ ປະຈຳ ການຢ່າງຖາວອນໃນທະເລຈີນໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG