ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກ​ກິ່ງ​ ເວົ້າ​ວ່າ "ພ້ອມ​ທີ່​ຈະ​ເຮັດ​ວຽກ​" ກັບ ອາ​ຊຽນ ກ່ຽວ​ກັບ ກົດ​ລະ​ບຽບ ທະ​ເລ​ຈີນ​ໃຕ້


ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ລີ ເຄີ້​ຈຽງ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປະ​ຊຸມ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບັງ​ກ​ລາ​ແດັ​ສ ທ່ານ ເຊກ ຮາ​ຊິ​ນາ ຢູ່​ຫໍ​ປະ​ຊຸມ​ໃຫຍ່ ແຫ່ງ​ປະ​ຊາ​ຊົນ, ນະ​ຄອນຫຼວງ ປັກ​ກິ່ງ, ຈີນ. 4 ກໍ​ລະ​ກົດ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ລີ ເຄີ້​ຈຽງ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປະ​ຊຸມ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບັງ​ກ​ລາ​ແດັ​ສ ທ່ານ ເຊກ ຮາ​ຊິ​ນາ ຢູ່​ຫໍ​ປະ​ຊຸມ​ໃຫຍ່ ແຫ່ງ​ປະ​ຊາ​ຊົນ, ນະ​ຄອນຫຼວງ ປັກ​ກິ່ງ, ຈີນ. 4 ກໍ​ລະ​ກົດ, 2019.

ປັກ​ກິ່ງ​ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້​ວ່າ ເຂົາ​ເຈົ້າ “ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ” ກັບ​ບັນ​ດາ​ປະ​ເທດ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ່ຽວ​ກັບ ກົດ​ເກນ ໃນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນນັ້ນ, ບ່ອນ​ທີ່​ເຂົາ​ເຈົ້​າ​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ຂົ່ມ​ເຫັງ​ຜູ້​ອ້າງ​ເອົາ​ພື້ນ​ທີ່​ນຳ​ກັນ ແລະ ສ້າງ​ຖານ​ທັບ​ທະ​ຫານ​ໃສ່.

ຈີນ ໄດ້​ອ້າງ​ເອົາ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ເຂດ​ນ້ຳ ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດດັ່ງ​ກ່າວ ເຊິ່ງ​ແມ່ນ​ເສັ້ນ​ທາງ​ການ​ຂົນ​ສົ່ງ​ທີ່​ສຳ​ຄັນ​ຂອງ​ໂລກ ແລະ ໄດ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ມາ​ດົນ​ນານ ​ສຳ​ລັບ​ບັນ​ດາ​ຜູ້​ອ້າງ​ເອົາ​ພື້ນ​ທີ່​ໃນ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ນັ້ນ.

ສະ​ມາ​ຊິກ 10 ປະ​ເທດ​ຂອງສະ​ມາ​ຄົມ ປະ​ຊາ​ຊາດ ເອ​ເຊຍ ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ໄດ້​ກຳ​ນົດການ​ເຈ​ລະ​ຈາ ກ່ຽວ​ກັບ ​ກົດ​ເກນ​ສຳ​ລັບ​ທະ​ເລ​ດັ່ງ​ກ່າວ, ບ່ອນ​ທີ່ ຈີນ ໄດ້​ຖື​ກ​ກ່າວ​ຫາ ກ່ຽວ​ກັບ ການ​ສົ່ງ​ກຳ​ປັ່ນ​ຮົບ, ຕິດ​ຕັ້ງ​ອາ​ວຸດ​ໃສ່ ແລະ ຂັບ​ກຳ​ປັ່ນ​ຕຳ​ເຮືອ​ຫາ​ປາ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ເຊິ່ງມີ​ກຳ​ນົດ​ແລ້ວ​ສຳ​ເລັດ​ໃນ​ປີ 2021, ຈະ​ກຳ​ນົດ​ລະ​ບຽບ​ການ​ສຳ​ລັບ​ທະ​ເລ​ນັ້ນ ພ້ອມ​ກັບອົງ​ປະ​ກອບ​ຂໍ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງ.

ໃນ​ວັນ​ອາ​ທິດ​ມື້ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຈີນ, ທ່ານ ຫຼີ ເຄີ້​ຈຽງ ໄດ້​ກ່າວ​ວ່າ ການ​ອ່ານ​ເອ​ກະ​ສານ​ຄັ້ງ​ທຳ​ອິດ, ເຊິ່ງ​ແມ່ນ​ໂອ​ກາດ​ສຳ​ລັບ​ສະ​ມາ​ຊິກ​ທຸກ​ປະ​ເທດ​ທີ່​ຈະ​ໃຫ້​ຄຳ​ເຫັນ​ ກ່ຽວ​ກັບ ຮ່າງ​ຂອງ​ເງື່ອນ​ໄຂ​ນັ້ນ, ແມ່ນຈຸດ​ທີ່​ມີ​ຄວາ​ມ​ສຳ​ຄັນຫຼາຍ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຢືນ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ ຮາກ​ຖານ​ທີ່​ມີ​ຢູ່ ແລະ ພື້ນ​ຖານ​ເພື່ອ​ພະ​ຍາ​ຍາມບັນ​ລຸ​ຄວາມ​ກ້າວ​ໜ້າ​ໃໝ່” ກ່ຽວ​ກັບ ລະ​ບຽບ​ການ​ນັ້ນ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ຈີນ ຢາກ “ຮັກ​ສາ ແລະ ສະ​ໜັບ​ສະ​ໜູນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໄລ​ຍະ​ຍາວໃນ​ທະ​ເລ ຈີນ​ໃຕ້.”

ຄວາມ​ເຄັ່ງ​ຕຶງ​ໄດ້​ຟົດ​ຮ້ອນ​ຂຶ້ນ​ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ​ລະ​ຫວ່າງ ຈີນ ກັບ ຫວຽດ​ນາມ, ຜູ້​ທີ່​ໄດ້​ກ່າວ​ວິ​ຈານ ຈີນ ຫຼາຍ​ທີ່​ສຸດ​ປະ​ເທດ​ນຶ່ງ ກ່ຽວ​ກັບ ທະ​ເລ​ນັ້ນ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG