ເມື່ອ ທ່ານ ດໍໂນລ ທຣໍາ ໄດ້ສາບານຕົນເຂົ້າຮັບຕໍາແໜ່ງປະທານາທິບໍດີຄົນທີ 47 ຂອງປະເທດ, ຈະມີການເຄື່ອນໄຫວຕ່າງໆຢູ່ເບື້ອງຫຼັງຂອງທຳນຽບຂາວ. ໃນໄລຍະປະມານ 6 ຊົ່ວໂມງ, ສິ່ງຂອງສ່ວນຕົວທັງຫຼາຍຂອງປະທານາທິບໍດີ ໂຈ ໄບເດັນ ທີ່ກໍາລັງພົ້ນຈາກຕໍາແໜ່ງ ແລະຄອບຄົວ ຈະຖືກເຄື່ອນຍ້າຍອອກຈາກອາຄານລັດຖະບານ, ໃນຂະນະທີ່ບ່ອນຢູ່ອາໄສສ່ວນໂຕ ຈະຖືກດັດແປງໃຫ້ເປັນບ່ອນພັກຂອງປະທານາທິບໍດີທີ່ເຂົ້າຮັບຕຳແໜ່ງໃໝ່.
ໃນຊ່ວງເວລາທີ່ ທ່ານ ໂຈ ໄບເດັນ ອອກຈາກຫ້ອງການຮູບໄຂ່ເປັນຄັ້ງສຸດທ້າຍ ເຊິ່ງເປັນຕອນເຊົ້າຂອງພິທີສາບານຕົນ, ບັນດາພະນັກງານຂອງທໍານຽບຂາວໄດ້ເຂົ້າມາປະຕິບັດການໃນທັນທີ. ໃນການຈັດຕັ້ງຫ້ອງການທີ່ເປັນສັນຍາລັກຄືນໃໝ່ນີ້ ໃນຄວາມມັກຂອງປະທານາທິບໍດີຄົນໃໝ່ ທີ່ກໍາລັງເຂົ້າມາ.
ນາງແອງເຈລາ ເຣດ (Angella Reid), ອະດີດຫົວໜ້າຝ່າຍຕ້ອນຮັບຂອງທຳນຽບຂາວ ກ່າວວ່າ:
“ພວກເຂົາມັກການຕົບແຕ່ງຫ້ອງການຮູບຊົງໄຂ່ນັ້ນ ແນວໃດ. ຜ້າປູພົມ? ແມ່ນຫຍັງ, ເຈົ້າຮູ້ບໍ, ຜ້າກັ້ງແນວໃດ, ໂຕະແບບໃດ, ແລະອື່ນໆ ເພາະວ່າ ນັ້ນແມ່ນລັກສະນະຂອງຫ້ອງການຮູບຊົງໄຂ່ ເຊິ່ງເປັນພື້ນທີ່ທໍາອິດທີ່ຈະໄດ້ຮັບການກະກຽມ.”
ຮູບພາບສະແດງໃຫ້ເຫັນວ່າ ທ່ານ ໄບເດັນ ໄດ້ປ່ຽນຜ້າປູພົມ ແລະຕັ່ງນັ່ງຈໍານວນນຶ່ງໃນປີ 2017 ຫຼັງຈາກທີ່ທ່ານໄດ້ເຂົ້າຮັບຕຳແໜ່ງ ຈາກ ທ່ານ ດໍໂນລ ທຣໍາ ທີ່ດໍາລົງຕໍາແໜ່ງກ່ອນໜ້າທ່ານ ແລະຍັງຈະສືບຕໍ່ດຳລົງຕຳແໜ່ງຈາກທ່ານຄືນໃໝ່.
ແຕ່ເບິ່ງຄືວ່າ ໂຊຟາ ແລະຜ້າກັ້ງ ຍັງຄົງມີຢູ່ຄືເກົ່າ.
ຄອບຄົວຂອງປະທານາທິບໍດີ ອາໄສຢູ່ເທິງຊັ້ນສອງ ແລະຊັ້ນສາມຂອງທຳນຽບຂາວ.
ກ່ອນຮອດມື້ຍົກຍ້າຍ, ປະທານາທິບໍດີທີ່ກໍາລັງເຂົ້າມາ ແລະສະຕີໝາຍເລກນຶ່ງ ເລືອກເຄື່ອງໃຊ້ໃນເຮືອນ ຫຼື ເຟີນີເຈີ ແລະງານສີລະປະທີ່ພວກເຂົາເຈົ້າມັກ ຈາກການເກັບກໍາຮີບໂຮມໄວ້ຂອງທໍານຽບຂາວ. ເມື່ອຮອດເວລາທີ່ປະທານາທິບໍດີຄົນໃໝ່ເດີນທາງມາຮອດບ່ອນຢູ່ອາໄສ ໃນວັນສາບານຕົນເຂົ້າຮັບຕຳແໜ່ງ, ເຄື່ອງເຟີນີເຈີີຕ່າງໆ ກໍຈະຖືກຈັດໄວ້ ແລະຮູບພາບສ່ວນໂຕຂອງຄອບຄົວ ແມ່ນຢູ່ເທິງຝາຮຽບຮ້ອຍແລ້ວ.
ທ່ານນາງ ເຄັດ ອັນເດີສັນ ບຣາວເວີ (Kate Andersen Brower), ຜູ້ຂຽນປື້ມໜັງສືທີ່ມີຊື່ວ່າ 'The Residence' ກ່າວວ່າ:
“ເມື່ອປະທານາທິບໍດີຄົນໃໝ່ ແລະສະຕີໝາຍເລກນຶ່ງ ຍ້າຍເຂົ້າມາ, ພວກເຂົາເຈົ້າມີແຊມພູທີ່ພວກເຂົາເຈົ້າມັກຢູ່ໃນບ່ອນອາບນໍ້າ. ພວກເຂົາເຈົ້າມີແປງຖູແຂ້ວຂອງພວກເຂົາ, ຢາສີແຂ້ວຢູ່ເທິງໂຕະແວ່ນ, ພວກເຂົາເຈົ້າມີເຄື່ອງນຸ່ງຂອງພວກເຂົາຫ້ອຍຢູ່ໃນຕູ້ເສື້ອຜ້າ.”
ທັງໝົດນີ້ ເກີດຂຶ້ນພາຍໃນເວລາບໍ່ເກີນ 6 ຊົ່ວໂມງ ໂດຍມີພະນັກງານຂອງທຳນຽບຂາວປະມານນຶ່ງຮ້ອຍຄົນເຂົ້າມາເຮັດໜ້າທີ່ດັ່ງກ່າວມານັ້ນ.
ທ່ານນາງ ເຄັດ ອັນເດີສັນ ບຣາວເວີ ກ່າວອະທິບາຍວ່າ:
“ພວກທ່ານບໍ່ມີນັກເຄື່ອນຍ້າຍມືອາຊີບໃນການເຮັດວຽກດັ່ງກ່າວນັ້ນ. ພວກທ່ານມີພະນັກງານບ່ອນຢູ່ອາໄສເຮັດວຽກນີ້, ດັ່ງນັ້ນ ພວກທ່ານຈຶ່ງມີທຸກຄົນເຂົ້າມາເຮັດໜ້າທີ່ດັ່ງກ່າວ ແລະຜູ້ຄົນເຫຼົ່ານີ້ ກໍບໍ່ແມ່ນຄົນທີ່ໄດ້ຮັບການຝຶກອົບຮົມເພື່ອມາເປັນນັກເຄື່ອນຍ້າຍສິ່ງຂອງ. ພວກເຂົາເຈົ້າບໍ່ໄດ້ຈ້າງຜູ້ຊ່ຽວຊານ ຍ້ອນຄວາມກັງວົນກ່ຽວກັບຄວາມປອດໄພ.”
ພະນັກງານດ້ານບ່ອນຢູ່ອາໄສຂອງທຳນຽບຂາວຫຼາຍຄົນ ເຮັດວຽກໃຫ້ ທ່ານ ດໍໂນລ ທຣໍາ ໃນຊ່ວງດໍາລົງຕໍາແໜ່ງຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ເດືອນມັງກອນ ປີ 2017 ຈົນຮອດເດືອນມັງກອນ ປີ 2021.
ທ່ານນາງ ເຄັດ ອັນເດີສັນ ບຣາວເວີ ກ່າວອີກວ່າ:
“ດັ່ງນັ້ນ, ພະນັກງານຈຶ່ງມັກ ທ່ານ ດໍໂນລ ທຣໍາ ຫຼາຍ ເນື່ອງຈາກລາວລື້ງເຄີຍເວລາມີຄົນຢູ່ອ້ອມຮອບເພື່ອຮັບໃຊ້ລາວ. ແລະເຈົ້າຮູ້ບໍວ່າ ທ່ານຈະມອບເງິນທິບໃຫ້ພະນັກງານເປັນເງິນສົດ, ເຈົ້າຮູ້ບໍ ທ່ານມອບ 20 ໂດລາ ຫຼື 50 ໂດລາ ແລະພວກເຂົາເຈົ້າກໍຊຶ້ງໃຈຫຼາຍຕໍ່ສິ່ງນີ້. ພວກເຂົາເຈົ້າບໍ່ແມ່ນນັກການເມືອງ, ພວກເຂົາເຈົ້າພຽງແຕ່ສົນໃຈກ່ຽວກັບວິທີທີ່ປະທານາທິບໍດີ ປະຕິບັດຕໍ່ພວກເຂົາເຈົ້າເທົ່ານັ້ນ.”
ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຈ້າງ ທ່ານນາງ ແອັງເຈລລາ ຣີດ (Angella Reid) ມາເປັນຫົວໜ້າພະນັກງານຂອງທຳນຽບຂາວໃນປີ 2011. ທ່ານນາງໄດ້ເບິ່ງແຍງມື້ທີ່ມີການເຄື່ອນຍ້າຍ ໃນເດືອນມັງກອນ ປີ 2017 ເມື່ອ ທ່ານ ໂອບາມາ ຍ້າຍອອກໄປ ແລະ ທ່ານ ທຣໍາ ໄດ້ຍ້າຍເຂົ້າມາ.
ທ່ານນາງ ແອັງເຈລລາ ຣີດ, ອະດີດຫົວໜ້າພະນັກງານຂອງທຳນຽບຂາວ ກ່າວວ່າ:
“ພວກເຮົາໄດ້ໃຊ້ຄໍາວ່າ 'ຄວາມວຸ່ນວາຍທີ່ເປັນລະບຽບ', ແຕ່ແທ້ຈິງແລ້ວ ມັນເປັນປະຕິບັດການທີ່ມີການປະສານງານກັນຢ່າງດີ. ມີການຝຶກຊ້ອມກັນມາຫຼາຍໆຄັ້ງ, ເຈົ້າຮູ້ບໍ, ຫຼາຍໆຄັ້ງໃນມື້ນັ້ນ ທຸກຄົນພາກັນເຮັດວຽກແບບຟ້າວຝັ່ງຢ່າງເຕັມທີ່ສໍາລັບເວລາພຽງໜ້ອຍດຽວທີ່ກ້າວເດີນໄປ.”
ມີຂໍບົກຜ່ອງບາງຢ່າງ, ນັ້ນແມ່ນ ຕ້ອງໄດ້ໃຊ້ລິບຟ໌ພຽງອັນດຽວ.
ທ່ານນາງ ແອັງເຈລລາ ຣີດ, ອະດີດຫົວໜ້າພະນັກງານຂອງທຳນຽບຂາວ ກ່າວວ່າ:
“ລິບຟ໌ ຖືກນໍາໃຊ້ແບບບໍ່ມີປະສິດທິພາບ, ສະນັ້ນ ຂ້ອຍຈຶ່ງຮັບຜິດຊອບວຽກດັ່ງກ່າວນັ້ນ ໂດຍພະຍາຍາມເຮັດໃຫ້ລິບຟ໌ເຮັດວຽກໄດ້ຢ່າງມີປະສິດທິຜົນເຊັ່ນ ເຄີຍມີເທື່ອນຶ່ງ ບາງທີ ເສື່ອນອນ 1 ຜືນສໍາລັບຫ້ອງນຶ່ງໂດຍສະເພາະ ມັນມີຂະໜາດທີ່ບໍ່ພໍດີ.
ແຕ່ ສິ່ງທ້າທາຍຫຼັກຍັງຄົງແມ່ນຂໍ້ຈໍາກັດທາງດ້ານເວລາ. ແລະມີເວລາພຽງປະມານ 6 ຊົ່ວໂມງເພື່ອໃຫ້ທຸກສິ່ງຮຽບຮ້ອຍສົມບູນ ສໍາລັບຕ້ອນຮັບຄອບຄົວປະທານາທິບໍດີຄົນໃໝ່ ທີ່ມາຍັງທຳນຽບຂາວເປັນຄັ້ງທຳອິດ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
When Donald Trump is sworn in as the nation's 47th president, there will be a swirl of activity behind-the-scenes at the White House. Over about six hours, the personal belongings of outgoing President Joe Biden and family will be removed from the executive mansion, while the private residence will be made into a home for the newly sworn-in president. VOA's Dora Mekouar reports.
The moment Joe Biden leaves the Oval Office for the last time — likely in the morning on Inauguration Day — the White House staff jumps into action. Rearranging the iconic office to the incoming president's tastes.
Angella Reid, Former White House Chief Usher.
"How they like the Oval Office to be outfitted. What rug? What, you know, what drapes, what desk, etcetera because that's the kind of the Oval Office is the first area to be sort of prepared."
Photos show that Biden changed the rug and some chairs after taking over from Donald Trump – who preceded him and will also succeed him.
But it looks like the couches and curtains remained the same.
The president's family lives on the second and third floors of the White House.
Before moving day, the incoming president and first lady choose what furniture and art they want from the White House collection. By the time the new president arrives home on Inauguration Day, the furniture is in place and personal family photos are on the walls.
Kate Andersen Brower, Author of 'The Residence'
"When the new president and first lady move in, they have their favorite shampoo in the shower. They have their toothbrush, toothpaste on the counter, they have their clothes hung up in the closet."
It all happens in under six hours with about one hundred White House staffers pitching in.
Kate Andersen Brower, Author of 'The Residence'.
"You don't have professional movers doing this. You have the residence staff doing it, so you have everybody pitching in and these are not people that are trained as movers. They don't hire professionals because of security concerns."
Many of the White House residence staff worked for Donald Trump during his first term from January 2017 until January 2021.
Kate Andersen Brower, Author of 'The Residence'.
"So the staff really did like Donald Trump because he's used to having people around him serving him. // and, you know, he would go around tipping staff in cash, you know, handing out 20s and 50s and they appreciate that. They are not political. They just care about how the president treats them."
President Barack Obama hired Angella Reid to be the White House's Chief Usher in 2011. She oversaw moving day in January 2017 when the Obamas moved out and the Trumps moved in.
ຟໍຣັມສະແດງຄວາມຄິດເຫັນ