ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ທະນາຄານ ຂອງ ກຣິສ ໃນທີ່ສຸດກໍເປີດ ບໍລິການ ອີກຄັ້ງໜຶ່ງ


ບັນດາ​ທະນາຄານ ​ໃນ​ປະ​ເທດ ກຣິສ ທີ່​ຂາດ​ເງິນສົດຢ່າງ​ຫຼວງ​ຫຼາຍ​ໄດ້​ກັບຄື​ນມາ​ເປີດອີກ​ຄັ້ງ​ໜຶ່ງໃນ​ຮອບ​ສາມ​ອາທິດ. ບັນດາລູກ​ຄ້າ​ຂອງທະນາຄານ ຈະ​ຖືກ​ອະນຸຍາດ​ໃຫ້​ຖອນເງິ​ນ​ໄດ້ຄັ້ງ​ດຽວ 455 ​ໂດ​ລາ​ຕໍ່​ອາທິດ​, ​ແທນ​ທີ່​ຈະ​ເປັນ 65 ​ໂດ​ລາ​ຕໍ່​ມື້. ​ຈັ່ງ​ໃດ​ກໍ​
ຕາ​ມ, ຂໍ້​ຈຳກັດ​ໃນ​ການ​ສົ່ງ​ເງິ​ນສົດ​ໄປ​ຕ່າງປະ​ເທດແມ່ນ​ຍັງ​ມີ​ຢູ່​ຄື
ເ​ກົ່າ.

ນາຍົກລັດຖະມົນຕີ ​ເຢຍລະ​ມັນ ທ່ານ ນາງ Angela Merkel ອີກ​ຄັ້ງ​ໜຶ່ງ​ໄດ້​ປະຕິເສດ​ຂໍ້​ສະ​ເໜີ​ຂອງ​ການ​ຕັດ​ບັນຊີ​ໜີ້​ສິນ​ຂອງ​ ກຣິສ ອອກ​ໝົດ, ​ແຕ່​ເວົ້າວ່າ ລັດ​ຖະ​ບານ​ຂອງ​ເພິ່ນຈະ​ສະ​ແດງ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ການເຈ​ລະ​ຈາ​ຄັ້ງ​ໃໝ່ ກ່ຽວ​ກັບ ວິທີ​ການສ້າງໂຄງ​ຮ່າງ​ການ​ຈ່າຍ​ຄືນ​ເງິນ​ຊ່ວຍ​ກອບ​ກູ້​ເສດຖະກິດ​ຂອງ Athens.

​ໃນ​ການ​ກ່າວ​ທາງ​ໂທ​ລະ​ພາບ ວັນ​ອາທິດ​ວານ​ນີ້, ທ່ານ​ ນາຍົກ ກໍ​ຍັງ​ບໍ່​ເວົ້າ​ຫຍັງກ່ຽວ​ກັບ​ວ່າ​ຈະ ​ບັງ​ຄັບ​ໃຫ້ ກຣິສ ອອກ​ຈາກ​ບັນດາ 19 ປ​ະ​ເທດ​ທີ່​ໃຊ້​ສະກຸນ​ເງິນ ຢູ​ໂຣຫຼື​ບໍ່. ທ່ານ ນາງ ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ການ​ອອກ​ຈາກ​ເຂດ​ສະກຸນ​ເງິນ​ ຢູ​ໂຣ ຊົ່ວ​ຄາວ​ຂອງ ກຣິສ ອາດ​ນຳ​ໄປ​ສູູ່ “ການ​ຈະລາຈົນ​ທີ່​ບໍ່​ອາດ​ຄາດ​ເດົາ​ໄດ້.”

Greece
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG